ລາຍການພົບປະແລກປ່ຽນຊາວຫນຸ່ມໄທ-ຫວຽດນາມ

(vovworld)- ​ແຕ່ລະ​ປີ, ມີ​ຊາວ​ຫນຸ່ມ 24 ຄົນ ຊື່​ງ​ໄດ້​ຄັດ​ເລືອກ​ຈາ​ກບັນດາ​ມະຫາວິທະ​ຍາ​​ໄລ​ຂອງ​ຫວຽດນາມ ​ແລະ ​ໄທ ພ້ອມ​ກັນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ຊອກ​ຮູ້​ວັດທະນະທຳ, ພາສາ​ຂອງ​ສອງ​ປະ​ເທດ​ໃນ​ເວລາ 10 ວັນ. ປີ​ນີ້ ລາຍການ​ພົບ​ປະ​ແລກປ່ຽນ​ຊາວ​ຫນຸ່ມ ຫວຽດນາມ - ​ໄທ ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 6 ​ແລະ ​ໄດ້​ຖືກ​ຈັດ​ຕັ້ງ​ຢູ່​ຫວຽດນາມ​ແຕ່​ວັນ​ທີ 18-27/8. ຄວາມ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ ​ແລະ ວິທີ​ການ​ຈັດ​ຕັ້ງ​ຂອງ​ລາຍການ​ພົບ​ປະ​ແລກປ່ຽນ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ແມ່ນ​ຄື​ແນວ​​ໃດ? ​ເຊີນ​ທ່ານ​ຊອກ​ຮູ້​ກ່ຽວ​ກັບ​ບັນຫາ​ນີ້​ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ມີ​ງລີ.

ລາຍການພົບປະແລກປ່ຽນຊາວຫນຸ່ມໄທ-ຫວຽດນາມ - ảnh 1
ລາຍການ​ພົບ​ປະ​ແລກປ່ຽນ​ຊາວ​ຫນຸ່ມ ຫວຽດນາມ -​ໄທ
photo:vov.vn

        ລາຍການ​ພົບ​ປະ​ແລກປ່ຽນ​ຊາວ​ຫນຸ່ມ ຫວຽດນາມ -​ໄທ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ​ໄທ ອຸປະຖຳ, ຈັດ​ຕັ້ງ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ​ໄທ ​ໃນ​ປີ 2009, ຫລັງ​ຈາກ​ນັ້ນ ​ໄດ້​ຜັດປ່ຽນກັນ​ຈັດ​ຕັ້ງ​ລະຫວ່າງ​ສອງ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ,​ມີ ຊາວ​ຫນຸ່ມ ປະມານ 144 ​ເທື່ອ​ຄົນ​ຂອງ​ສອງ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ລາຍການ. ທ່ານ ພັນ​ຢາຣັກ ພູນທັບ, ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

        ສຽງ​ຂອງ​ທ່ານ ພັນ​ຢາຣັກ

        ຢູ່​ຫວຽດນາມ, ນະຄອນ ດາ​ຫນັງ ​ແລະ ຄຸ້ມ​ເມືອງ​ເກົ່າ​​ໂຮ້ຍອານ ​ຖືກ​ຄັດ​ເລືອກ​ແມ່ນ​ສະຖານ​ທີ່​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ ​ເປັນ 2 ຄັ້ງ ​ເມື່ອ​ປີ 2010 ​ແລະ 2012. ປີ 2013, ລາຍການ​ພົບ​ປະ​ແລກປ່ຽນ ຖືກ​ຈັດ​ຂຶ້ນ​ຢູ່​ບ້ານ ນວນ ນ້ຳຄຳ ​ເມືອງ ​ເລນູນະຄອນ ​ແຂວງ​ນະຄອນ​ພະນົມ ​ແລະ ນະຄອນຫລວງ ບາງກອກ ຂອງ​ໄທ​ທ່ານ ສຸຣິຈັດ ​ໄຊ​ທອງ, ຫົວຫນ້າ​ກົມ​ພັດທະນາ​ພະນັກງານ ​ແລະ ອາສາ​ສະໝັກ ຢູ່ວົງ​ຄະນາ​ຍາດ, ສັງກັດ ກະຊວງ​ພາຍ​ໃນ​ໄທ ຊື່​ງ​ແມ່ນ​ຫົວຫນ່ວຍ​ຮັບຜິດຊອບ​ຂອງ​ຝ່າຍ​ໄທ, ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ລາຍການ​ພົບ​ປະ​ແລກປ່ຽນ​ປີ 2013:

        ສຽງ​ທ່ານ ສຸຣິຈັດ ​ໄຊ​ທອງ

ປີ​ນີ້, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ສວມ​ບົດບາດ​ເປັນ​​ເຈົ້າພາບ​ຈັດ​ຕັ້ງ​ເຫດການ. ​ມະຫາວິທະຍາ​ໄລ ຮ່າ​ໂນ້ຍ ​ແມ່ນ​ອົງການ​ປະສານ​ງານ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ລາຍການ. ​ແຜນການ​​ເຄື່ອນ​ໄຫວລວມມີ: ​ໄປ​ຢ້ຽມຢາມທັດສະນີຍະ​ພາບຢູ່​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ​ພາກ​ເຫນືອ​ຫວຽດນາມ. ທ່ານ​ນາງ ຈີ້​ງທູ​ຮ່າ, ພະນັກງານ​ຮັບຜິດ​ຊອບ​ຂອງ​ຝ່າຍ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ນອກຈາກ​ການ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະ​ທຳ ​ແລະ ພາສາ​ແລ້ວ, ພວກ​ຂ້າພ​ະ​ເຈົ້າ​ຍັງ​ຈັດ​ຕັ້ງ​ໃຫ້​ພວກ​ນ້ອງ ​ໄປ​ຢ້ຽມຢາມ​ອ່າວ ຮ້າ​ລອງ​ ຢູ່​ແຂວງ ກວ໋າງນີງ ຊື່​ງ​ແມ່ນ​ມໍລະດົກ​ໂລກ, ຊອກ​ຮູ້​ກ່ຽວ​ກັບ​ຊົນ​ເຜົ່າ​ໄທ ຢູ່​ບ້ານລາດ ​ເມື​ຶ​ອງ ມາຍ​ເຈົາ ​ແຂ​ວງ ຮ່ວາ​ບີ​ງ ​ແລະ ພໍ່​ແມ່​ປະຊາຊົນ​ຊາ​ວຊົນ​ເຜົ່າ​ສ່ວນ​ຫນ້ອຍຢູ່ ​ມົກ​ເຈົາ ​ແຂວງ ​ເຊີນ​ລາ.”

        ​ເພື່ອນ ມົດ, ນັກ​ສຶ​ກສາ​ປີ​ທີ 3 ​ມາ​ຈາກ​ໄທ, ​ເປັນ​ຄັ້ງ​ທຳ​ອິດ​ເຂົ້າ​ຮ່ວມ​ລາຍການດັ່ງກ່າວ​ໄດ້ ​ແບ່ງປັນ​ວ່າ:

        ສຽງ​ເພື່ອນ​ມົດ

        ສ່ວນ​ນາງ​ແຮ້ງ, ຕາງຫນ້າ​ຊາວ​ຫນຸ່ມ​ຫວຽດນາມ ​ເຂົ້າ​ຮ່ວມ​ລາຍການ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “ນ້ອງ​ຈະ​ພະຍາຍາມ​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ຂອງ​ຮ່າ​ໂນ້ຍ, ຂອງ​ປະ​ເທດ​ຊາດ​ຫວຽດນາມ ​​ໃຫ້​ເພື່ອນ​ໄທ​ຮັບ​ຊາບ ​ແລະ ຊ່ວຍ​ໃຫ້​ພວກ​ເພື່ອນ​ເຂົ້າ​ໃຈຕື່ມອີກກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ.”

        ຊາວ​ຫນຸ່ມ​ໄທ ​ແລະ ຫວຽດນາມ ພວມ​ພ້ອມ​ກັນ​​​​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ ຢູ່​ຫວຽດນາມ ​ທີ່​ຟົດ​ຟື້ນ ​ແລະ ປະ​ທັບ​ໃຈ​. ຜ່ານ​ລາຍການ​ນີ້, ຊາວ​ຫນຸ່ມ​ໄທ ​ແລະ ຫວຽດນາມ ຈະ​ໄດ້​ຮັບ​ບັນດາ​ບົດ​ຮຽນອັນ​ລຳ້​ຄ່າ ​ແລະ ສ້າງການພົວພັນ​ມິດຕະພາບ​ລະຫວ່າງ ນັກ​ສຶກສາ ​ແລະ ຊາວ​ຫນຸ່ມ 2 ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຈະ​​ແມ່ນ​ພື້ນຖານ​ສຳຄັນ​ໃນ​ການ​ສືບ​ຕໍ່​ພັດທະນາ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫລາຍ​ຂົງ​ເຂດ. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ປາດ​ຖະຫນາ​ຂອງ​ທ່ານ ພັນ​ຢາຣັກ ພູນທັບ ​ເອກ​ອັກ​ຄະ​ລັດຖະທູດ​ໄທ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຈຸດໝາຍ​ລວມຂອງ​ປະຊາຊົນ​ຫວຽດນາມ ​ແລະ ​ໄທ ​ເມື່ອ​ຈຸດ​ເວລາ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ໃກ້​ຈະ​ມາຮອດ​ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ