ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ - ຂົວເຊືີ່ອມຕໍ່ ຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ

(VOVWORLD) - ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ ແລະ ໄທ ໂດຍກະຊວງການຕ່າງປະເທດ ໄທ ແລະ ສະຖານທູດ ໄທ ລິເລີ່ມ ແລະ ໜູນຊ່ວຍ ຊຶ່ງໄດ້ຈັດຕັ້ງຄັ້ງທຳອິດໃນປີ 2009, ດ້ວຍຈຸດປະສົງເປີດກ້ວາງຄວາມຮັບຮູ້ກ່ຽວກັບໂລກ ແລະ ສ້າງໂອກາດໃຫ້ນັກສຶກສາ ຫວຽດນາມ ແລະ ໄທ ໄດ້ຮ່ຳຮຽນພາສາ, ຊອກຮູ້ພື້ນຖານວັດທະນະທຳ, ປະເທດຊາດຂອງກັນ.

ພາຍຫລັງຈັດຕັ້ງມາເປັນ 10 ຄັ້ງແລ້ວ, ລາຍການພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ໄທ ໄດ້ຄ່ອຍໆຢັ້ງຢືນທີ່ຕັ້ງຂອງຕົນ ເປັນຂົວເຊື່ອມຕໍ່ ລະຫວ່າງນັກສຶກສາ 2 ປະເທດ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.

ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ - ຂົວເຊືີ່ອມຕໍ່ ຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ - ảnh 1

ຫ້ອງຈັດງານລ້ຽງຂອງໂຮງແຮມ Media ມີເນື້ອທີ່ກ້ວາງກ່ວາ 200 ຕາແມັດ - ແມ່ນບ່ອນດຳເນີນພິທີສະເຫຼີມສະຫຼອງ 10 ປີແຫ່ງວັນລາຍການພົບປະແລກປ່ຽນລະຫວ່າງຊາວໜຸ່ມ ຫວຽດນາມ - ໄທ. ທີ່ງານລ້ຽງ, ຊາວໜຸ່ມ ຫວຽດນາມ ແລະ ໄທ 37 ຄົນໄດ້ນຸ່ງຊຸດອາພອນປະຈຳຊາດຕົນ ພວມລົມກັນຢ່າງຟົດຟື້ນ. ພາຍຫລັງຫ່າງຈາກກັນມາເປັນເວລາ 3 ປີ, ນາງ ຫງວຽນທິທູແທ່ງ  ແລະ ບັນດາເພື່ອນທີ່ຮັກແພງພວມສະແດງຄວາມພາກພູມໃຈທີ່ໄດ້ພົບກັນອີກ. ລາວຄິດຮອດຄິດເຖິງບັນດາອະນຸສອນກ່ຽວກັບຊຸມວັນທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນຢູ່ປະເທດ ໄທ:

ເມື່ອເຂົ້າຮ່ວມລາຍການໃນປີ 2015, ນ້ອງພວມເປັນນັກສຶກສາປີທີ 2 ຂອງມະຫາວິທະຍາໄລວິທະຍາສາດ ແລະ ສັງຄົມມະນຸດສາດ. ຕອນນັ້ນ, ເອື້ອຍຄູໄດ້ເລືອກເອົາບັນດານັກສຶກສາທີ່ມີຄວາມສາມາດເວົ້າໄດ້ພາສາໄທ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວ. ນ້ອງມີຄວາມເປັນກຽດທີ່ສຸດທີ່ແມ່ນໜຶ່ງໃນຈຳນວນນັກສຶກສານັ້ນ. ພວກນ້ອງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວນຳກັນຄື: ການລະຫຼິ້ນພື້ນເມືອງ, ຮ້ອງລຳທຳເພງ, ແລກປ່ຽນຄວາມຮູ້, ຢ້ຽມຢາມບັນດາທັດສະນີຍະພາບຂອງ ໄທ ແລະ ຢ້ຽມຢາມແຂວງ ນະຄອນພະນົມ ເຊິ່ງແມ່ນສະຖານທີ່ມີເຂດອະນຸສອນສະຖານປະທານ ໂຮ່ຈີມິນ.

ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ - ຂົວເຊືີ່ອມຕໍ່ ຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ - ảnh 2

ຢືນຢູ່ແຈໜຶ່ງ, ທ້າວ ອານົມ ສີພົນກຣັງ ເປັນຊາວໜຸ່ມທີ່ມາຈາກແຂວງ ມຸກດາຫານ ພວມກະຕືລືລົ້ນເລົ່າເລື່ອງໃຫ້ບັນດາເພື່ອນທີ່ຫາກໍ່ລຶ້ງກັນຟັງກ່ຽວກັບບັນດາອະນຸສອນຂອງຕົນ ເມື່ອເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ຄັ້ງທີ 3 ແລະ ຄັ້ງທີ 4. 7 ປີໄດ້ຜ່ານພົ້ນໄປແລ້ວ ແຕ່ບັນດາອະນຸສອນເມື່ອເຂົ້າຮ່ວມລາຍການດັ່ງກ່າວຍັງຄົງຝັງເລິກໃນຈິດໃຈຂອງ ອານົມ.

ນາງ ທູແທ່ງ ແລະ ທ້າວ ອານົມ ເປັນຕົວແທນຂອງນັກສຶກສາກ່ວາ 200 ຄົນທີ່ເຄີຍໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ແຕ່ປີ 2009 – 2017. ໃນຕະຫລອດ 9 ປີຜ່ານມາ, ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໄດ້ດຳເນີນໄປຢ່າງລຽນຕິດ ແລະ ໄດ້ຜັດປ່ຽນກັນຈັດຕັ້ງລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ໄທ. ແຕ່ລະລາຍການໄດ້ດຳເນີນໃນຮອບເວລາ 10 ວັນ. ນັກສຶກສາ 24 ຄົນທີ່ມາຈາກບັນດາມະຫາວິທະຍາໄລໃຫຍ່ຂອງ ຫວຽດນາມ ແລະ ໄທ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງອຸດົມສົມບຸນຄື: ລົງທັດສະນະສຶກສາຢູ່ບັນດາສະຖານທີ່ລືຊື່ຢູ່ແຕ່ລະປະເທດ, ບັນລະຍາຍກ່ຽວກັບວັດທະນະທຳຂອງແຕ່ລະປະເທດຄື ບຸນເຕັດຂອງ ຫວຽດນາມ, ບຸນປີໃໝ່ຂອງ ໄທ, ຊອກຮູ້ກ່ຽວກັບຊີວິດການເປັນຢູ່, ຜະລິດຕະພັນທີ່ພິເສດປະຈຳແຕ່ລະທ້ອງຖິ່ນ.

ເຂົ້າຮ່ວມລາຍການ, ບັນດານັກສຶກສາ 2 ປະເທດ ບໍ່ພຽງແຕ່ໄດ້ຊອກຮູ້ ກ່ຽວກັບວັດທະນະທຳຂອງແຕ່ລະປະເທດຕື່ມອີກເທົ່ານັ້ນ ຫາກຍັງມີໂອກາດໄດ້ຮູ້ຈັກກັບເພື່ອນມິດໃໝ່ອີກດ້ວຍ. ເພື່ອນ ສຸພິສາ ບຸນອິນ ມາຈາກສະຖາບັນ VISTEC ໃຫ້ຮູ້ວ່າ:

ເມື່ອຕີລາຄາກ່ຽວກັບໝາກຜົນຂອງລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ, ທ່ານນາງຮອງສາດສະດາຈານ, ປະລິນຍາເອກ ໂງມິງຖຸຍ ຮອງອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ:

ຂ້າພະເຈົ້າຄິດວ່າ ເລື່ອງພົບປະແລກປ່ຽນລະຫວ່າງ 2 ປະເທດ ພິເສດແມ່ນລຸ້ນໜຸ່ມແມ່ນສຳຄັນທີ່ສຸດ. ແຕ່ລະປີມີລາຍການພົບປະແລກປ່ຽນຄືແນວນີ້ ຈະຊ່ວຍໃຫ້ຊາວໜຸ່ມ, ນັກສຶກສາ 2 ປະເທດໄດ້ເຂົ້າໃຈກັນກ່ວາ. ເມື່ອເຂົ້າຮ່ວມລາຍການຈະມີຄວາມປະທັບໃຈ, ອະນຸສອນຢ່າງດີງາມສຳລັບໄລຍະຊີວິດນັກສຶກສາຂອງພວກນ້ອງ. ພາຍຫລັງເຂົ້າຮ່ວມລາຍການມາເປັນເວລາ 10 ປີ, ພວກນ້ອງນັກສຶກສາໃນໂຮງຮຽນຂອງຂ້າພະເຈົ້າ ລ້ວນແຕ່ແບ່ງປັນກ່ຽວກັຍຄວາມປະທັບໃຈຂອງຕົນສຳລັບໝູ່ເພື່ອນໄທ.

ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ - ຂົວເຊືີ່ອມຕໍ່ ຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ - ảnh 3

ທ່ານນາງ ວັນທະນີ ວິພຸດ ວົງສະກຸນ ຜູ້ຕາງໜ້າສະຖານທູດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ສິ້ນສຸດບັນດາການເຄື່ອນໄຫວໃນເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນລາຍການພົບປະແລກປ່ຽນຊາວໜຸ່ມ ໄທ - ຫວຽດນາມ, ບັນດາຜູ້ແທນຂອງ ໄທ ແລະ ຫວຽດນາມ ໄດ້ລົງນາມໃນແຈ້ງການຮ່ວມຊາວໜຸ່ມ ໄທ - ຫວຽດນາມ. ແຈ້ງການຮ່ວມດັ່ງກ່າວ ແມ່ນເອກະສານສະບັບທຳອິດ ຊຶ່ງຊີ້ແຈ້ງເຖິງເຈດຈຳນົງ ແລະ ຈຸດປະສົງຂອງຊາວໜຸ່ມ 2 ປະເທດ, ໃນນັ້ນ ເຕື້ອງເຖິງບົດບາດຂອງຊາວໜຸ່ມໃນການຊຸກຍູ້ສາຍພົວພັນ 2 ຝ່າຍຄືເລື່ອງກາຍເປັນທູດຊາວໜຸ່ມ ແນໃສ່ໂຄສະນາເຜີຍແຜ່ກ່ຽວກັບລາຍການພົບປະແລກປ່ຽນຊາວໜຸ່ມ, ຊຸກຍູ້ເຄືອຂ່າຍມິດຕະພາບລະຫວ່າງຊາວໜຸ່ມ 2 ປະເທດ ດ້ວຍເລື່ອງສ້າງຕັ້ງ Youth Alumni Network  ແລະ ສ້າງຂົວເຊື່ອມຕໍ່ລະຫວ່າງຊາວໜຸ່ມ ໄທ ແລະ ຫວຽດນາມ ໂດຍຜ່ານສື່ສັງຄົມ ./.

ຕອບກັບ

ຂ່າວ/ບົດ​ອື່ນ