ວັດພູ - ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດໃນລາຍການໄປທ່ຽວຢູ່ພາກໃຕ້ ສປປ ລາວ

(VOVWORLD) -

“ວັດພູ ແມ່ນສະຖານທີ່ຄວນຈະໄປ ແລະ ຕ້ອງໄປໃນລາຍການທ່ອງທ່ຽວຢູ່ເມືອງລາວ” - ນັ້ນແມ່ນຄຳແນະນຳຂອງເອື້ອຍ ແອັງເຟືອງ, ເຊິ່ງເປັນຜູ້ທີ່ເຄີຍດຳລົງຊີວິດ, ເຮັດວຽກຢູ່ລາວ ເປັນເວລາຫຼາຍປີ ແລະ ເຄີຍໄປທ່ຽວຫຼາຍບ່ອນຢູ່ເມືອງລາວ. ວັດພູ ຢູ່ໃສ, ມີຫຍັງທີ່ດຶງດູດໃຈປານນັ້ນ? ຈົ່ງຄົ້ນຫາວັດພູ ພ້ອມກັບເອື້ອຍ ແອັງເຟືອງ ຜ່ານບົດຂຽນຂອງນັກຂ່າວພາກສາລາວເດີ.

ວັດພູ - ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດໃນລາຍການໄປທ່ຽວຢູ່ພາກໃຕ້ ສປປ ລາວ - ảnh 1ຄອບຄົວເອື້ອຍ ແອັງເຟືອງ ຢ້ຽມຢາມວັດພູເທື່ອທີໜຶ່ງ
(ພາບ: ໂດຍແອັງເຟືອງສະໜອງ)

ຕົ້ນເດືອນ ມີນາ, ແຕ່ຢູ່ນະຄອນຫຼວງ ວຽງຈັນ ອາກາດຮ້ອນເອົ້າ, ຄອບຄົວເອື້ອຍ ແອັງເຟືອງ ໄດ້ຕັດສິນໃຈກັບຄືນມາຢ້ຽມຢາມ ວັດພູ ຄັ້ງທີ 2. ຄອບຄົວເອື້ອຍ ພັກຢູ່ ປາກເຊ,  ເມືອງເອກຂອງແຂວງ ຈຳປາສັກ (ທາງພາກໃຕ້ ສປປ ລາວ), ແຕ່ປາກເຊ ຕ້ອງເດີນທາງປະມານກ່ວາ 30 ກມ ຈິ່ງຈະໄປຮອດ ວັດພູ. ພາຍຫຼັງທີ່ຊື້ປີ້, ຄອບຄົວມີສະມາຊິກ 4 ຄົນຂອງເອື້ອຍ ໄດ້ຂີ່ລົດໄຟຟ້າໄປບັນດາຈຸດທ່ອງທ່ຽວຫຼັກ. ທາງເຂົ້າໄປວັດ ມີເສົາຫີນຕັ້ງຢູ່ສອງຟາກທາງ, ໜ້າທາງປູຫີນແຜ່ນໃຫຍ່, ພຽງ. ຜາສາດຊັ້ນເທິງນອນຢູ່ກາງພູ, ຂັ້ນໄດກໍ່ປູດ້ວຍຫີນ, ສອງຟາກທາງແມ່ນເສົາຫີນໃຫຍ່, ຕັ້ງຂຶ້ນ. ວັດພູ ມີສະຖາປັດຕະຍາກຳແມ່ນແຜ່ນຫີນໃຫຍ່ໄດ້ຈັດສະຫຼັບຊັບຊ້ອນກັນ, ໃນນັ້ນໄດ້ຄວັດລວດລາຍລະອຽດອ່ອນ, ງາມຕາ. ຢູ່ຝາຫີນດ້ານຫຼັງວັດມີຮູບປັ້ນໃຫຍ່ນ້ອຍເປັນຈຳນວນຫຼາຍທີ່ໄດ້ຄວັດຢ່າງມີຊີວິດຊີວາ. ເຖິງວ່າ ອາກາດຮ້ອນກ່ໍຕາມ, ແຕ່ລູກຊາຍ ແລະ ລູກສາວຂອງເອື້ອຍ ເຟືອງ ກໍຍັງຍ່າງເອົາເອງດ້ວຍຄວາມມ່ວນຊື່ນ. ທັງຍ່າງຂຶ້ນຂັ້ນດຫີນສີດຳໆຜ່ານການເວລາ, ສອງເບື້ອງແມ່ນຕົ້ນຈຳປາເກົ່າແກ່, ກົກໃຫຍ່, ຮົ່ມກ້ວາງ, ເອື້ອຍ ແອັງເຟືອງ ທັງແບ່ງປັນວ່າ:

“ຂ້າພະເຈົ້າມາຢ້ຽມຢາມເທື່ອທຳອິດແມ່ນຍ້ອນໄປນຳສາມີ. ເພິ່ນໄດ້ໄປ ຈຳປາສັກ ຫຼາຍຄັ້ງ ແລະ ຢັ້ງຢືນວ່າ ເມື່ອມາ ປາກເຊ, ເມືອງເອກຂອງແຂວງ ຈຳປາສັກ ແມ່ນຕ້ອງໄປຢາມ ວັດພູ. ຂ້າພະເຈົ້າ ໄປນຳຄອບຄົວແຕ່ບໍ່ທັນຮູ້ວ່າຢູ່ແຫ່ງນີ້ມີຫຍັງແດ່. ເມື່ອມາຮອດແລ້ວ, ຂ້າພະເຈົ້າມີຄວາມຕື່ນຕະລຶງຍ້ອນຄວາມງາມຢູ່ທີ່ນີ້.  ເມື່ອບ້ານແລ້ວ, ຂ້າພະເຈົ້າໝັ້ນໝາຍວ່າຈະຕ້ອງກັບຄືນມາເປັນເທື່ອທີ 2, ຈະຍາດເວລາເພື່ອມາຢ້ຽມຢາມເຂດປູຊະນີຍະສະຖານພິເສດແຫ່ງນີ້ໃຫ້ຫຼາຍກ່ວາອີກ”.

ວັດພູ - ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດໃນລາຍການໄປທ່ຽວຢູ່ພາກໃຕ້ ສປປ ລາວ - ảnh 2ວັດພູ

ວັດພູ ມີອາຍຸເກົ່າແກ່ທີ່ສຸດໃນເມືອງລາວ ຕັ້ງຢູ່ເມືອງ ປາກເຊ, ແຂວງ ຈຳປາສັກ ທາງທິດຕາເວັນຕົກພາກໃຕ້ ລາວ, ເຊິ່ງມີຊາຍແດນຕິດກັບ ໄທ ແລະ ກຳປູເຈຍ. ສະຖານທີ່ແຫ່ງນີ້ໄດ້ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມແບບເລິກລັບ, ເກົ່າແກ່ ແລະ ເປັນເອກະລັກສະເພາະທີ່ສຸດ. ວັດແຫ່ງນີ້ຍັງມີຫຼາຍຮ່ອງຮອຍຂອງອະລິຍະທຳດັັ້ງເດີມ ດ້ວຍຕຶກອາຄານທີ່ເຮັດດ້ວຍຫີນຊາຍ. ແຂກທ່ອງທ່ຽວຫຼາຍຄົນໄປຢາມວັດພູ ຍ້ອນຢາກຄົ້ນຫາ 1 ໃນຈຳນວນ  ມໍລະດົກ UNESCO 3 ແຫ່ງຂອງລາວ. ພາຍຫຼັງທີ່ໄດ້ຮັບການຢັ້ງຢືນເປັນມໍລະດົກໂລກ, ວັດພູ ນັບມື້ນັບກາຍເປັນສະຖານທີ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຍ້ອນຄວາມງາມແບບໃຫຍ່ໂຕມະໂຫຖານ ຂອງບັນດາກິດຈະກຳດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ ແລະ ບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ.

ຍ້ອນວ່າ ນີ້ແມ່ນຄັ້ງທີ 2 ທີ່ມາຢາມແຫ່ງນີ້, ດັ່ງນັ້ນ ເອື້ອຍ ແອັງເຟືອງ ໄດ້ຍາດເວລາສ່ວນຫຼາຍເພື່ອຊົມເບິ່ງບັນດາລວດລາຍ, ສະຖາປັດຕະຍາກຳທີ່ໄດ້ຄວັດເທິງຫີນນັ້ນ. ເວລາທີ່ລູກໆຢອກກັນ, ຜົວເມຍເອື້ອຍ ໄດ້ຖ່າຍຮູບ check in ຢູ່ບັນດາບ່ອນທີ່ມີສະຖາປັດຕະຍາກຳງາມ ເຊິ່ງຄັ້ງກ່ອນຍັງບໍ່ທັນມີໂອກາດຖ່າຍຮູບ:

“ເມື່ອມາຢ້ຽມຢາມ ວັດພູ, ຂ້າພະເຈົ້າມີຄວາມແປກປະຫຼາດໃຈຍ້ອນຄວາມງາມຢູ່ແຫ່ງນີ້. ໂອ້, ສະຖານທີ່ແຫ່ງນີ້ແມ່ນວັດແຫ່ງເກົ່າແກ່ທີ່ສຸດຂອງລາວບໍ, ຊ້ຳບໍໜຳ ມັນມີອາຍຸຫຼາຍກ່ວາ ອັງກໍວັດ ຂອງ ກຳປູເຈຍ ອີກ. ກ່ອນນີ້ກ່ວາ 1.000 ປີ, ມະນຸດເຮັດແນວໃດເພື່ອມີແຮງນຳເຄື່ອງຂອງທີ່ລຽບງ່າຍຂອງສະໄໝກ່ອນໆນີ້ຂຶ້ນມາເທິງພູ ເພື່ອກໍ່ສ້າງກິດຈະກຳໃຫຍ່ໂຕມະໂຫຖານແບບນີ້. ເມື່ອສັງເກດຈາກທາງໄກ ແລະ ເບິ່ງແຕ່ເທິງລົງມາກໍ່ເຫັນວ່າ ມັນໃຫ່ຍ ແລະ ໝັ້ນແກ່ນທີ່ສຸດ. ເມື່ອສັງເກດໃກ້ໆຈະເຫັນວ່າ ບັນດາລວດລາຍທີ່ໄດ້ຄວັດໃນຫີນນັ້ນເປັນເອກະລັກສະເພາະຂອງວັດແຫ່ງຕ່າງໆຂອງຂະແມ ແລະ ອິນເດຍ”.

ວັດພູ - ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດໃນລາຍການໄປທ່ຽວຢູ່ພາກໃຕ້ ສປປ ລາວ - ảnh 3ເອື້ອຍ ແອັງເຟືອງ ໃນການຢ້ຽມຢາມວັດພູຄັ້ງທີ 2
(ພາບ: ໂດຍ ແອັງເຟືອງ ສະໜອງ)

ບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງ ຈຳປາສັກ ຍັງເປັນແບບທຳມະຊາດ ແລະ ບໍ່ທັນໄດ້ຮັບການລົງທຶນຫຼາຍ, ດັ່ງນັ້ນພື້ນຖານໂຄງລ່າງ, ບັນດາການບໍລິການທ່ອງທ່ຽວຍັງບໍ່ທັນດຶງດູດແຂກທ່ອງທ່ຽວໄດ້ຫຼາຍປານໃດ. ໃນຊຸມປີມໍ່ໆມານີ້, ແຂວງ ຈຳປາສັກ ໄດ້ສ້າງລາຍການທ່ອງທ່ຽວສົມທົບກັບການຂຸດຄົ້ນວັດພູ ແລະ ທັດສະນີຍະພາບຈຳນວນໜຶ່ງໃນບໍລິເວນແຂວງ ເພືື່ອເພີ່ມທາງເລືອກໃຫ້ແຂກທ່ອງທ່ຽວ. ພາຍຫຼັງຖືກຂາດວັກຂາດຕອນ ຍ້ອນໂລກລະບາດໂຄວິດ -19, ຕົ້ນເດືອນ ທັນວາ ຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດງານບຸນ ວັດພູ ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ທ່ານ ໂສມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈຳປາສັກ ໃຫ້ຮູ້ວ່າ:

ສຽງທ່ານ ໂສມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈຳປາສັກ
 

        ຢູ່ມໍລະດົກວັດທະນະທຳໂລກແຫ່ງນີ້, ແຂກທ່ອງທ່ຽວຈະບໍ່ເຄີຍເຫັນຜູ້ຍາມ, ຜູ້ປົກປ້ອງ, ຜູ້ນຳທ່ຽວ, ຜູ້ຖ່າຍຮູບຄືຢູ່ສະຖານທີ່ທ່ອງທ່ຽວແຫ່ງອື່ນ. ປະເທດລາວ ມີມໍລະດົກໂລກ 3 ແຫ່ງ, ແຕ່ລະແຫ່ງມີຄວາມງາມສະເພາະຂອງຕົນ ແຕ່ ວັດພູ ແມ່ນສະຖານທີ່ທີ່ເຕັມໄປດ້ວຍການເຫຼື້ອມໃສທີ່ຍາວນານ ເຊິ່ງຍາກທີ່ຈະດຫັນໄດ້ຢູ່ບ່ອນອື່ນໄດ້. ກໍ່ຄືກັບແຂກທ່ອງທ່ຽວຫຼາຍຄົນ, ເອື້ອຍ ແອັງເຟືອງ ຫວັງວ່າ ອຳນາດການປົກຄອງແຂວງ ຈະສ້າງປ້າຍແນະນຳຂໍ້ມູນ, ບາກົດຢູ່ບັນດາສະຖານທີ່ນັ້ນ, ໂດຍບໍ່ຕ້ອງການຜູ້ນຳທ່ຽວ, ແຂກທ່ອງທ່ຽວກໍ່ສາມາດຊອກຮູ້ເອງຜ່ານການສະແກນຂໍ້ມູນ ທີ່ຕິດຢູ່ບັນດາວັດຖຸພັນ ຫຼື ຮັບຟັງຄຳອະທິບາຍເພື່ອຊອກຮູ້ຕື່ມ ກ່ຽວກັບຈຸດຄວາມງາມດ້ານປະຫວັດສາດ ແລະ ວັດທະນະທຳຂອງສະຖານທີ່ແຫ່ງນີ້. ຈົ່ງໄປທ່ຽວ ວັດພູ ແດ່ເດີ້ ເມື່ອທ່ານໄປທ່ຽວທາງພາກໃຕ້ຂອງປະເທດລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ