ວັນບຸນຄອບຄົວ ອາຊຽນ 2018 - ເຊື່ອມຕໍ່ອ້ອມແຂນ ອາຊຽນ

(VOVWORLD) - ປີລະຄັ້ງ, ASEAN Family Day ໄດ້ຖືກຈັດຕັ້ງຂຶ້ນເພື່ອແນໃສ່ເຊື່ອມຕໍ່ປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ, ເຫດການນີ້ ໂດຍກະຊວງການຕ່າງປະເທດ ຫວຽດນາມ ແລະ ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ (AWCH) ສົມທົບກັນຈັດຕັ້ງ.

ນີ້ແມ່ນໂອກາດ ເພື່ອໃຫ້ບັນດາສະຖານທູດປະເທດຕ່າງໆໃນ ອາຊຽນ ປະຈຳ ຮ່າໂນ້ຍ ມີໂອກາດພົບປະແລກປ່ຽນ ແລະ ຊອກຮູ້ວັດທະນະທຳຂອງກັນໃຫ້ຫລາຍຂຶ້ນ. ຂໍເຊີນທ່ານຜູ້ຟັງເຂົ້າຮ່ວມວັນບຸນນີ້ ກັບ ຢ້ຽວຮົ່ງ ນັກຂ່າວ VOV ແດ່ເດີ.

ວັນບຸນຄອບຄົວ ອາຊຽນ 2018 - ເຊື່ອມຕໍ່ອ້ອມແຂນ ອາຊຽນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມການເຄື່ອນໄຫວກິດຈະກຳຖີບລົດຖີບມິດຕະພາບ

6 ໂມງ 30 ນາທີເຊົ້າວັນທີ 25 ສິງຫາ, ວັນບຸນຄອບຄົວ ອາຊຽນ ໄດ້ຖືກໄຂຂຶ້ນ ພາຍຫລັງທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າບັນດາເຈົ້າໜ້າທີ່ອາວຸໂສຂັ້ນສູງ ອາຊຽນ (SOM ASEAN) ຫວຽດນາມ ກ່າວຄຳເຫັນ. ທີ່ພິທີໄຂ, ທ່ານຕີລາຄາສູງຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງ AWCH ທີ່ໄດ້ຈັດຕັ້ງວັນບຸນຄອບຄົວ ອາຊຽນ, ເຊິ່ງແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພືຶ່ອສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 3 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາສະມາຊິກໃນຄອບຄົວ ອາຊຽນ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈສາມັກຄີ ແລະ ມິດຕະພາບ. ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ກໍ່ຖືວ່າ: ນີ້ແມ່ນການເຄື່ອນໄຫວປະກອບສ່ວນຍົກສູງສະຕິຂອງປະຊາຊົນ, ເປັນຕົ້ນແມ່ນໄວໜຸ່ມ, ກ່ຽວກັບສີສັນລວມຂອງປະຊາຄົມ ອາຊຽນ, ມຸ່ງໄປເຖິງບັນດາຄວາມມານະພະຍາຍາມຂອງ ອາຊຽນ ເພື່ອປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງຢ່າງແທ້ຈິງ. ພາຍຫລັງພິທີໄຂ ແມ່ນການເຄື່ອນໄຫວກິດຈະກຳຖີບລົດຖີບມິດຕະພາບຈາກສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ ຫວຽດນາມ ຢູ່ເຮືອນເລກທີ 01 ຖະໜົນ ໂຕນເທີດດາມ ໄປຍັງສຳນັກງານໃໝ່ຢູ່ເຮືອນເລກທີ 02 ຖະໜົນ ເຈິ່ນກວາງດ້າວ. ພາຍຫລັງການເຄື່ອນໄຫວກິດຈະກຳດັ່ງກ່າວ ແມ່ນລາຍການລະຫຼິ້ນ, ແລກປ່ຽນວັດທະນະທຳຈຶ່ງເລີ່ມດຳເນີນ.

ກ່າວຄຳເຫັນໄຂບັນດາການເຄື່ອນໄຫວກິດຈະກຳແລກປ່ຽນວັດທະນະທຳ, ກິລາ, ການລະຫຼິ້ນພື້ນເມືອງ ແລະ ອາຫານການກິນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ - ປະທານກິຕິມະສັກກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ (AWCH) ໄດ້ຍົກໃຫ້ເຫັນຄວາມໝາຍຂອງວັນບຸນຄອບຄົວ ອາຊຽນ:

“ນີ້ທັງແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນມະຫາຄອບຄົວ ອາຊຽນ ເພີ່ມຄວາມສະໜິດແໜ້ນ, ແບ່ງປັນ, ທັງແມ່ນໂອກາດ ເພື່ອພ້ອມກັນສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນທີ່ໄດ້ສ້າງພື້ນຖານໃຫ້ປະຊາຄົມ ອາຊຽນ ໃນວັນນີ້. ຂ້າພະເຈົ້າເຊື່ອໝັ້ນ ແລະ ກໍ່ສົ່ງເສີມລຸ້ນໜຸ່ມ ອາຊຽນ ຕັ້ງໜ້າຮ່ຳຮຽນ, ປັບປຸງ, ເສີມຂະຫຍາຍຈິດໃຈສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ ເພືຶ່ອສືບຕໍ່ກໍ່ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາໝັ້ນຄົງເຂັ້ມແຂງໃນອະນາຄົດ.”

ວັນບຸນຄອບຄົວ ອາຊຽນ 2018 - ເຊື່ອມຕໍ່ອ້ອມແຂນ ອາຊຽນ - ảnh 2 ການລະຫຼິ້ນ ດຶງເຊືອກ

ການລະຫຼິ້ນ ດຶງເຊືອກ ແລະ ປິດຕາຕີໝໍ້ - ແມ່ນການລະຫຼິ້ນພື້ນເມືອງຂອງ ຫວຽດນາມ ທີ່ມີລັກສະນະພົວພັນແລກປ່ຽນ ແລະ ມີຄວາມເບີກບານມ່ວນຊື່ນ ຊຶ່ງໄດ້ຈັດຕັ້ງໃນບໍລິເວນຂອງກະຊວງ ໂດຍໄດ້ດຶງດູດຄົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ໃນຂະນະດຽວກັນ ທີ່ຫ້ອງໂຖງເຮືອນເລກທີ 2 ຖະໜົນ ເຈິ່ນກວາງດ້າວ ກໍ່ດຳເນີນບັນດາການລະຫຼິ້ນ, ໃນນັ້ນມີການລະຫຼິ້ນທີ່ສະຫງວນໃຫ້ເຍົາວະຊົນຄື: ລະບາຍສີຮູບປັ້ນ, ປັ້ນຕໍແຮ (ປັ້ນແປ້ງ, ຫຼາກສີເປັນຮູບຕ່າງໆ), ວາດຮູບດ້ວຍຊາຍ, ລະບາຍສີທຸງຊາດບັນດາປະເທດ ອາຊຽນ…ເດັກສາວ ເງິນຮ່າ ເປັນຄັ້ງທຳອິດໄດ້ຮູ້ທຸງຊາດຂອງປະເທດ ບຣູໄນ ແບ່ງປັນວ່າ:

ນີ້ເປັນຄັ້ງທຳອິດຫຼານໄດ້ຮູ້ທຸງຊາດຂອງປະເທດ ບຣູໄນ, ຫຼານເຫັນວ່າ ມັນມີສີເຫລືອງ, ສີດຳ ແລະ ສີຂາວ, ຢູ່ກາງມີສັນຍາລັກສີແດງ. ລະບາຍສີແລ້ວຫຼານຍັງໄດ້ຮັບຂອງຂວັນຈາກບັນດານ້າບາວ, ນ້າສາວປະເທດ ບຣູໄນ ງາມຫລາຍ.

10 ໂມງ 30 ນາທີເລີ່ມຕົ້ນລາຍການພົບປະແລກປ່ຽນສະແດງດົນຕີ, ສີລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳບັນດາປະເທດ. ໃນນັ້ນ ຈຸດທີ່ເປັນເອກະລັກສະເພາະທີ່ສຸດ ນັ້ນແມ່ນບັນດາເອກອັກຄະລັດຖະທູດພ້ອມດ້ວຍພັນລະຍາ, ສາມີ ແລະ ບັນດາພາລະກອນການທູດພ້ອມກັນເຈືອຈານເຂົ້າກັບວາດເຕັ້ນລວມໝູ່ Poco Poco - ວາດເຕັ້ນ 9 ບາດຂອງ ອິນໂດເນເຊຍ. ເອື້ອຍ ແທງເຕີມ ພາລະກອນກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ດົນຕີມ່ວນ, ການເຕັ້ນງ່າຍ. ເຖິງແມ່ນວ່າ ນີ້ເປັນຄັ້ງທຳອິດຂ້າພະເຈົ້າໄດ້ເຕັ້ນກໍ່ຕາມ ແຕ່ຂ້າພະເຈົ້າກໍເຕັ້ນເປັນໄວ. ເມື່ອຟັງດົນຕີແລ້ວ ມີຮູ້ສຶກສະບາຍໃຈ”

ວັນບຸນຄອບຄົວ ອາຊຽນ ແມ່ນໂອກາດເພື່ອສະແດງຄວາມງາມວັດທະນະທຳຂອງບັນດາປະເທດ ອາຊຽນ, ນັບແຕ່ບັນດາບົດເພງ, ວາດຟ້ອນຕະຫລອດເຖິງວັດທະນະທຳອາຫານການກິນ ອັນໄດ້ປະກອບສ່ວນເຮັດໃຫ້ວັນບຸນມີສີສັນຫລາກຫລາຍຕື່ມອີກ. ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ສຸດທ້າຍຂອງລາຍການແມ່ນການຈົກສະຫລາກແຈກວາງວັນ. ບັນດາຜູ້ເຂົ້າຮ່ວມໄດ້ຮັບເລກສະຫລາກ ແລະ ຈະມີຂອງຂວັນ 30 ພູດສະຫງວນໃຫ້ຜູ້ໂຊກດີ, ໃນນັ້ນ ລາງວັນພິເສດແມ່ນປີ້ຍົນໄປ-ກັບທ່ອງທ່ຽວຢູ່ 1 ໃນຈຳນວນບັນດາປະເທດສະມາຊິກ ອາຊຽນ. ນອກນັ້ນ, ບັນດາຜູ້ແທນຍັງໄດ້ຊິມລົດຊາດອາຫານທີ່ເປັນເອກະລັກສະເພາະຂອງບັນດາປະເທດຄື: ເຂົ້າປຸ້ນແນມ ຫວຽດນາມ, ເຂົ້າຜັດ ອິນໂດເນເຊຍ, ລາບຂອງ ລາວ, ຕົ້ນຍຳຂອງ ໄທ…ເຊິ່ງປະກອບສ່ວນເຮັດໃຫ້ວັນບຸນຄອບຄົວອາຊຽນມີຄວາມໝາຍກ່ວາອີກ. 12 ໂມງ 30 ນາທີ ລາຍການໄດ້ອັດລົງ, ຫລາຍຄົນໄດ້ໝັ້ນໝາຍກັນວ່າ ປີໜ້າຈະສືບຕໍ່ເຂົ້າຮ່ວມການເຄື່ອນໄຫວທີ່ໜ້າຈັບໃຈ ແລະ ເຕັມໄປດ້ວຍຄວາມໝາຍນີ້.

ວັນບຸນຄອບຄົວ ອາຊຽນ 2018 - ເຊື່ອມຕໍ່ອ້ອມແຂນ ອາຊຽນ - ảnh 3

ຕອບກັບ

ຂ່າວ/ບົດ​ອື່ນ