ວັນ​ບຸນ​ສົງ​ກ​ຣານ ນຳ​ວັດ​ທະ​ນະ​ທຳ​ໄທ ໄປ​ສູ່​ໄວ​ໜຸ່ມ ຫວຽດ​ນາມ

(VOVWORLD) -ເມື່ອເດືອນເມສາວຽນມາ, ປະຊາຊົນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຄື: ລາວ, ໄທ, ກຳປູເຈຍ, ມຽນມາພັດຫ້າວຫັນກະກຽມໃຫ້ແກ່ວັນບຸນຕ້ອນຮັບປີໃໝ່. ຢູ່ຫວຽດນາມກໍ່ເຊັ່ນດຽວກັນ, ບັນດາອົງການມິດຕະພາບ, ອົງການການທູດຕ່າງປະເທດ ປະຈຳຫວຽດນາມກໍ່ໄດ້ສົມທົບກັບບັນດາອົງການຫວຽດນາມຈັດເຫດການພິເສດນີ້ເພື່ອແນໃສ່ປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ວັດທະນະທຳທີ່ເປັນມູນເຊື້ອຂອງປະເທດເພື່ອນມິດໄປຍັງປະຊາຊົນຫວຽດນາມ. ໄລຍະຜ່ານມາ, ສະຖານທູດໄທໄດ້ສົມທົບກັບສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈັດວັນບຸນສົງກຣານຢູ່ສະຖາບັນການຕ່າງປະເທດເພື່ອແນໃສ່ຕ້ອນຮັບປີໃໝ່ຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງຊາວໄທ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອແນະນຳບັນດາຈຸດພົ້ນເດັ່ນຂອງວັນບຸນສົງກຣານເທົ່ານັ້ນຫາກຍັງສ້າງຄວາມສະໜິດແໜ້ນລະຫວ່າງບັນດາປະເທດອາຊຽນອີກດ້ວຍ ເປັນຕົ້ນແມ່ນໄວໜຸ່ມ.

ວັນ​ບຸນ​ສົງ​ກ​ຣານ ນຳ​ວັດ​ທະ​ນະ​ທຳ​ໄທ ໄປ​ສູ່​ໄວ​ໜຸ່ມ ຫວຽດ​ນາມ - ảnh 1ທ່ານ ນິກອນເດດ ພະລັງກຸນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ
(ພາບ: ສະຖານທູດໄທປະຈຳ ຫວຽດນາມ)

ຕອນບ່າຍມື້ໜຶ່ງກາງເດືອນເມສາ, ຮ່າໂນ້ຍ ມີອາກາດທີ່ປອດໂປ່ງເຢັນສະບາຍ, ຢູ່ Thai Room, ສະຖາບັນການຕ່າງປະເທດ ມີບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ດ້ວຍສຽງເພງທີ່ເປັນມູນເຊື້ອໄດ້ຮ້ອງຂຶ້ນປະສານກັບສຽງຫົວ, ສຽງເວົ້າ, ການໂອ້ລົມສົນທະນາດ້ວຍພາສາອັງກິດ, ພາສາໄທ ແລະ ພ້ອມທັງພາສາຫວຽດ ອີກດ້ວຍ ຂອງບັນດາແຂກຖືກເຊີນລວມມີ: ເອກອັກຄະລັດຖະທູດ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຜູ້ຕາງໜ້າກະຊວງການຕ່າງປະເທດ, ຜູ້ຕາງໜ້າສະຖາບັນ ແລະ ບັນດານັກສຶກສາທີ່ມາຈາກມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນນະຄອນຫຼວງຮ່າໂນ້ຍ. ທ່ານ ນິກອນເດດ ພະລັງກຸນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ແບ່ງປັນວ່າ:

  

ວັນບຸນໄດ້ຈັດຂຶ້ນໃນຫ້ອງ Thai Room ທີ່ມີເນື້ອທີ່ປະມານ 30 ຕາແມັດ ເຊິ່ງໄດ້ຮັບການປະດັບປະດາຢ່າງມີຊີວິດຊີວາ ດ້ວຍພວງມະໄລນ້ອຍດອກກວ້ຍໄມ້ທີ່ງາມຕາ ເຊິ່ງໄດ້ເຮັດດ້ວຍມືຢ່າງລະອຽດລະອໍ, ຢູ່ຝາຫ້ອງໄດ້ແຂວນພາບຖ່າຍກ່ຽວກັບການພົວພັນລະຫວ່າງສອງປະເທດ, ບັນດາວັນບຸນດ້ານວັດທະນະທຳທີ່ພົ້ນເດັ່ນຂອງໄທ ແລະ ມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນ ພາບແຕ້ມວັດວາອາຮາມທີ່ມືຊື່ສຽງຂອງໄທ ເຊິ່ງໄດ້ຮັບການແຕ້ມດ້ວຍລວດລາຍທີ່ເປັນເອກະລັກສະເພາະ.

ພິທີຫົດນ້ຳດຳຫົວ ແມ່ນການເຄື່ອນໄຫວທີ່ດຶງດູດຄວາມສົນໃຈຂອງນັກສຶກສາ ແລະ ແຂກຖືກເຊີນຫຼາຍທີ່ສຸດ ດ້ວຍການເຂົ້າຮ່ວມມຂອງເອກອັກຄະລັດຖະທູດ ແລະ ພັນລະຍາຂອງບັນດາປະເທດອາຊຽນ. ແຂກຖືກເຊີນໄດ້ນັ່ງຢູ່ອ້ອມໂຕະເຮັດພິທີ, ເທິງໂຕະແມ່ນໂອເງິນທີ່ໄດ້ຄວັດສະຫຼັກດ້ວຍລວດລາຍທີ່ປະດິດປະດອຍ, ທາງໃນມີກີບດອກກຸຫຼາບ ພ້ອມກັບນ້ຳຫອມ ເພື່ອນ້ອງໆນັກສຶກສາ ພ້ອມກັບພະນັກງານ, ພາລະກອນສະຖານທູດຫົດນ້ຳອວຍພອນປີໃໝ່ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດ ແລະ ແຂກຖືກເຊີນ.

ພາຍຫຼັງເຂົ້າຮ່ວມເຫດການນີ້, ນ້ອງໄດ້ຮູ້ຈັກຫຼາຍກ່ວາກ່ຽວກັບຮີດຄອງປະເພນີ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດໄທທີ່ສວຍງາມ, ເປັນຕົ້ນແມ່ນວັນບຸນສົງຣານ. ນອກຈາກນັ້ນ, ນ້ອງຍັງໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ເປັນໜ້າຈັບໃຈຄື ຟ້ອນລຳໄທ, ຮັບປະທານອາຫານໄທ ແລະ ສຸດທ້າຍແມ່ນພິທີຫົດນ້ຳ.

ນ້ອງຮູ້ສຶກດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມເຫດການນີ້, ພາຍຫລັງໄດ້ເຂົ້າຮ່ວມເຫດການ, ນ້ອງຍິ່ງຮູ້ສຶກມັກຮັກພາສາໄທ, ຊາວໄທ ແລະ ປະຊາຊົນໄທຫຼາຍກ່ວາອີກ. ແນ່ນອນວ່າ ໃນອະນາຄົດຖ້າມີໂອກາດນ້ອງຈະໄປທ່ຽວໄທ.

ນອກຈາກໄດ້ຄົ້ນຫາກ່ຽວກັບວັນບຸນສົງກຣານແລ້ວ ເມື່ອເຂົ້າຮ່ວມເຫດການນ້ອງໆນັກສຶກສາຍັງໄດ້ເຂົ້າຮ່ວມການລະຫຼິ້ນຕ່າງໆ, ໄດ້ຮັບປະມານບັນດາເຍື່ອງອາຫານທີ່ເປັນມູນເຊື້ອ, ໄດ້ເຫັນປະຈັກຕາ ແລະ ເຊື່ອມຕົວເຂົ້າກັບບັນດາວາດຟ້ອນຕ້ອນຮັບປີໃໝ່ຂອງໄທ. ເພື່ອນ ເລແອັງເຈິມ ນັກສຶກສາປີທີ 4, ມະຫາວິທະຍາໄລ FPT ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອໄດ້ເຂົ້າຮ່ວມວັນບຸນວ່າ:

ນ້ອງມັກທີ່ສຸດແມ່ນການຟ້ອນລຳໄທ, ການເຄື່ອນໄຫວນີ້ເບິ່ງຄືວ່າຍາກ ແຕ່ພາຍຫຼັງໄດ້ຮັບການແນະນຳ ມືຕ້ອງເຮັດແນວໃດ, ການເດີນຄືແນວໃດ ແລະ ຈັງຫວະແນວໃດ ນ້ອງກໍ່ສາມາດເຮັດໄດ້ແລ້ວ ເຖິງວ່າຈະບໍ່ໄດ້ຖືກປານໃດ. ອີກຈຸດໜຶ່ງເຮັດໃຫ້ນ້ອງຮູ້ສຶກມັກການຟ້ອນນີ້ ນັ້ນແມ່ນ, ການຟ້ອນນີ້ແມ່ນ ສະບາຍ,  ເຊື່ອຍຊ້າ, ບໍ່ຟ້າວ ແຕ່ມັນມີຄວາມອ່ອນຊ້ອຍທີ່ສຸດ.

ວັນ​ບຸນ​ສົງ​ກ​ຣານ ນຳ​ວັດ​ທະ​ນະ​ທຳ​ໄທ ໄປ​ສູ່​ໄວ​ໜຸ່ມ ຫວຽດ​ນາມ - ảnh 2ບັນດາຜູ້ແທນເຂົ້າຮ່ວມພິທີຫົດນ້ຳດຳຫົວ (ພາບ: ສະຖານທູດໄທປະຈຳ ຫວຽດນາມ)

ວັນບຸນສົງກຣານແມ່ນວັນບຸນປະເພນີຕ້ອນຮັບປີໃໝ່ຂອງໄທ ໄດ້ຈັດຂຶ້ນໃນເດືອນເມສາຂອງທຸກປີ. ຍ້ອນ ໄທ ໄດ້ຮັບຖືວ່າແມ່ນປະເທດທີ່ມີຈຳນວນປະຊາຊົນຖື ສາສະໜາພຸດກວມເອົາສ່ວນຫຼາຍ (ປະມານ 95%) ແລະ ສາສະໜາພຸດແມ່ນສາສະໜາແຫ່ງຊາດຂອງປະເທດນີ້, ດັ່ງນັ້ນ ວັນບຸນຕ້ອນຮັບປີໃໝ່ສົງກຣານໄດ້ຈັດຂຶ້ນໃນວັນຕົ້ນປີຕາມ ພຸດທະສັກກະຫຼາດ (ກົງກັບວັນທີ 13 – 15 ເດືອນເມສາ), ເລີ່ມຕົ້ນແຕ່ປີ 1941 ໂດຍພະບໍລົມວົງສານຸວົງ ໄທ ກຳນົດ. ທ່ານ ນິກອນເດດ ພະລັງກຸນ ເອກອັກຄະລັດຖະທູດ ໄທປະຈຳຫວຽດນາມ ໃຫ້ຮູ້ວ່າ:

ວັນບຸນສົງກຣານແມ່ນວັນພັກຍາວເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນກັບເມືອບ້ານເກີດເມືອງນອນເຕົ້າໂຮມກັບຄອບຄົວ, ຢ້ຽມຢາມເພື່ອນມິດ, ຄ້າຍຄືກັນກັບບຸນເຕັດຫວຽດ ຫຼື ວັນບຸນຄຼິດສະມາດສຳລັບຝ່າຍຕາເວັນຕົກ. ໄປຄຽງຄູ່ກັນນັ້ນ, ລັດຖະບານ ໄທ ໄດ້ປະກາດ ວັນທີ 13 ເດືອນເມສາ ແມ່ນວັນຂອງຜູ້ອາຍຸສູງ. ນີ້ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖືຕໍ່ຜູ້ມີອາຍຸສູງທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ຄອບຄົວ ແລະ ປະເທດຊາດ. ໃນວັນນີ້, ຊາວໄທຈະໄປຢ້ຽມຢາມຜູ້ມີອາຍຸສູງໃນຄອບຄົວ, ສະແດງຄວາມເຄົາລົບນັບຖືດ້ວຍວິທີຫົດນ້ຳໃສ່ມືຂອງຜູ້ໃຫຍ່ ແລະ ມອບພວງມະໄລໃຫ້ຜູ້ໃຫຍ່ ພ້ອມກັບບັນດາຄຳອວຍພອນໃຫ້ມີສຸຂະພາບທີ່ເຂັ້ມແຂງ, ຮັ່ງມີລ້ຳລວຍ ແລະ ມີໂຊກມີລາບໃນປີໃໝ່ນີ້.

ວັນບຸນສົງກຣານທີ່ຈັດຂຶ້ນຢູ່ຮ່າໂນ້ຍ ໄດ້ຊ່ວຍໃຫ້ຊາວໜຸ່ມ ຫວຽດນາມ ແລະ ປະຊາຊົນບັນດາປະເທດມີຄວາມຮູ້ຕື່ມອີກກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງໄທ. ເຫດການບໍ່ພຽງແຕ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ໄທເວົ້າລວມ ແລະ ປະຊາຊົນສອງປະເທດເວົ້າສະເພາະເທົ່ານັ້ນ, ຫາກຍັງແມ່ນປະຖົມປັດໄຈເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ບັນລຸຫຼາຍໝາກຜົນສູງກ່ວາໃນຫຼາຍຂົງເຂດໃນໄລຍະຈະມາເຖິງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ