ສິນຄ້າໄທ ດຶງດູດຜູ້ໃຊ້ສອຍຫວຽດນາມ

(VOVWORLD) -ກ່ອນທີ່ປະຊາຄົມ AEC ໄດ້ຮັບການສ້າງຕັ້ງຂຶ້ນ, ສິນຄ້າໄທ ນຳເຂົ້າຫວຽດນາມສ່ວນຫລາຍແມ່ນຜ່ານໂກຕາຊາຍແດນ. ໃນກວ່າ 1 ປີມານີ້, ສິນຄ້າໄທ ນັບມື້ນັບຊີນເຄີຍກັບຊາວຫວຽດນາມ ຜ່ານຕາຫນ່າງແຈກຢາຍສິນຄ້າຢ່າງກວ້າງຂວາງໃນທົ່ວປະເທດ ດ້ວຍຂອບຂະຫນາດໃຫຍ່ຄື: BigC, MM Mega Market Vietnam. ພິເສດ ໄລຍະຫນຶ່ງປີ ມີງານຕະຫລາດນັດສິນຄ້າ ໄທ 11 ຄັ້ງ ໄດ້ຈັດຂຶ້ນຢູ່ບັນດານະຄອນໃຫຍ່ຂອງຫວຽດນາມ. ໄລຍະມໍ່ໆມານີ້ ທ້າຍເດືອນ ພຶດສະພາ ຜ່ານມາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນງານຕະຫລາດນັດສິນຄ້າໄທ ໂດຍມີການເຂົ້າຮ່ວມຂອງ 120 ບໍລິສັດ ແລະ ວິສາຫະກິດນຳເຂົ້າສິນຄ້າໄທ.
ສິນຄ້າໄທ ດຶງດູດຜູ້ໃຊ້ສອຍຫວຽດນາມ - ảnh 1 ພິທີໄຂງານຕະຫລາດນັດສິນຄ້າໄທ

ດ້ວຍຂອບຂະຫນາດ 150 ຮ້ານວາງສະແດງສິນຄ້າທີ່ມີຄຸນນະພາບສູງ ແລະ ມີເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງໄທ, ລວມມີ ອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ໃນເຮືອນ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງເອ້ຢ້ອງ, ອຸປະກອນໄຟຟ້າ, ເຄື່ອງທີ່ລະນຶກ ແລະອື່ນໆ.. ງານຕະຫລາດນັດຄັ້ງນີ້ໄດ້ດຶງດູດຊາວນະຄອນຫລວງຮ່າໂນ້ຍ ມາຢ້ຽມຊົມ, ຊື້ສິນຄ້າເປັນຈຳນວນຫລວງຫລາຍ. ເອື້ອຍ ງາ ຢູ່ ເມືອງເກົາໄຢ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ເມື່ອໄດ້ຮັບຂ່າວວ່າ ມີງານຕະຫລາດນັດສິນຄ້າໄທ ສະນັ້ນ ຂ້າພະເຈົ້າໄດ້ສະຫລະເວລາມາຊື້ສິນຄ້າບາງປະເພດໃຫ້ຄອບຄົວຄື: ນ້ຳຢາຊັກເຄື່ອງ, ນ້ຳຢາລ້າງທ້ວຍ. ສິນຄ້າຂອງໄທມີຄຸນນະພາບດີ, ຂ້າພະເຈົ້ານິຍົມຫລາຍ”

 

        ສ່ວນປ້າຮວ່າ ຢູ່ ເມືອງ ຮ່ວາງມາຍ ພວມທາບທາມບັນດາໝໍ້ຫຸງເຂົ້າຂອງໄທ.

        “ຄອບຄົວຂ້າພະເຈົ້າພວມໃຊ້ໝໍ້ຫຸງເຂົ້າ Toshiba ຂອງໄທໄດ້ກວ່າ 2 ປີແລ້ວ, ໃຊ້ດີຫລາຍ. ຂ້າພະເຈົ້າພວມຊອກເບິ່ງເພື່ອຊື້ໃຫ້ລູກຊາຍຂອງຕົນ. ບັນດາຜະລິດຕະພັນຂອງໄທຄື:  ພັດລົມຫລືເກີບໄທມີຄຸນນະພາບດີຫລາຍ, ໃຊ້ໄດ້ດີ, ທົນທານ. ລາຄາເໝາະສົມກັບລາຍຮັບຂອງຊາວຫວຽດນາມ”

        ສ່ວນຫລາຍຜູ້ມາຕະຫລາດນັດສິນຄ້າໄທ ລ້ວນແຕ່ກຳນົດຢ່າງຈະແຈ້ງວ່າຜະລິດຕະພັນຄວນຊື້ ເພາະອິດທິພົນຊື່ສຽງ ແລະ ຄຸນນະພາບສິນຄ້າໄທ ໄດ້ຮັບການຢັ້ງຢືນ. ເມື່ອທຽບໃສ່ສິນຄ້າຈາກບັນດາປະເທດ ອາຊີ ພັດທະນາຄື: ຍີ່ປຸ່ນ, ສເກົາຫລີ, ສິນຄ້າຂອງໄທ ລາຄາຖືກກວ່າຫລາຍ ແຕ່ຄຸນນະພາບກໍ່ຮັບປະກັນ. ເອື້ອຍ ແຫ້ງ ຢູ່ ເມືອງດົງດາ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ຄອບຄົວຂ້າພະເຈົ້າໃຊ້ເຄື່ອງປລາສະຕິກຂອງຈີນ ເຫັນວ່າ ບໍ່ທົນທານຄືຂອງໄທ. ເຄື່ອງປລາສະຕິກຂອງໄທມີຮູບຊົງສວຍງາມ, ລາຄາເໝາະສົມ.”

ສິນຄ້າໄທ ດຶງດູດຜູ້ໃຊ້ສອຍຫວຽດນາມ - ảnh 2 ຮ້ານວາງສະແດງ ແລະ ຂາຍສິນຄ້າໃນງານຕະຫລາດນັດ

ຕາມສະຖິຕິຂອງກົມໃຫຍ່ພາສີຫວຽດນາມແລ້ວ, ປີ 2016 ວົງເງິນນຳເຂົ້າສົ່ງອອກ 2 ສົ້ນ ຫວຽດນາມ - ໄທ ບັນລຸ 12,49 ຕື້ USD ໃນນັ້ນ ສິນຄ້ານຳເຂົ້າຈາກໄທ ມີມູນຄ່າ 8,8 ຕື້ USD. ອ້າຍເລວັນຫາຍ, ຫົວຫນ້າພະແນກທຸລະກິດ ບໍລິສັດ ການຄ້າ ຜະລິດ ຫວ້ານທິ້ງ ຈຳກັດ ສາຂາ ຢູ່ ຮ່າໂນ້ຍ ນຳເຂົ້າສະເພາະສິນຄ້າ ແລະ ຈຳຫນ່າຍຜະລິດຕະພັນໄທ ຢູ່ ຫວຽດນາມ ມາເປັນເວລາ 16 ປີ ໃຫ້ຮູ້ວ່າ:

        “ບໍລິສັດຂ້າພະເຈົ້ານຳເຂົ້າເຄື່ອງກີນດື່ມຫລາຍປະເພດຈາກໄທ. ຊາວຫວຽດນາມ ນິຍົມໃຊ້ສິນຄ້າໄທຫລາຍ, ເພາະລາຄາເໝາະສົມ. ລາຍຮັບຂອງ ບໍລິສັດຂ້າພະເຈົ້າສາຂາຢູ່ ຮ່າໂນ້ຍ ຂາຍສິນຄ້າໄທໃນເດືອນຫນຶ່ງໄດ້ 4 ຕື້ດົງ, ສ່ວນຢູ່ ໄຊງ່ອນ ຂາຍໄດ້ 20 ຕື້ດົງ.”

        ສ່ວນວິສາຫະກິດ ໄທ, ຄຸນນະພາບສິນຄ້າ ແລະ ການຕອບສະຫນອງຄວາມນິຍົມຂອງລູກຄ້າໄດ້ຮັບຖືວ່າ ແມ່ນບຸລິມະສິດຕົ້ນຕໍໃນການພັດທະນາຕະຫລາດຫວຽດນາມ. ທ່ານ ປະກອນຍົດວິສິດສັກ ຜູ້ອຳນວຍການບໍລິສັດ Parkorn Leather, ຜະລິດ ແລະ ຂາຍຍ່ອຍບັນດາຜະລິດຕະພັນກະເປົາຫນັງ ແລະ ຜະລິດຕະພັນເຮັດດ້ວຍຫນັງສັດ, ເຂົ້າຮ່ວມງານຕະຫລາດນັດສິນຄ້າໄທ ຢູ່ຫວຽດນາມ ມາເປັນ 4 ຄັ້ງໃຫ້ຮູ້ວ່າ:

        ສຽງທ່ານ

        ທ່ານ ປະກອນຍົດວິສິດສັກ ໃຫ້ຮູ້ຕື່ມອີກວ່າ ຊາວຫວຽດນາມ ນັບມື້ນັບນິຍົມຜະລິດຕະພັນມີຄຸນນະພາບດີ. ໄທ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອຂອງຫວຽດນາມ. ສະນັ້ນ ຊາວຫວຽດນາມ ມີຄວາມເຂົ້າໃຈແຈ້ງກ່ຽວກັບຄຸນນະພາບຂອງຜະລິດຕະພັນໄທ. ສິ່ງທີ່ວິສາຫະກິດໄທຕ້ອງເຮັດ ນັ້ນແມ່ນຜະລິດສິນຄ້າໃຫ້ນັບມື້ນັບມີຄຸນນະພາບກວ່າ ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຊາວຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ