ສີສັນວັດທະນະທຳ ກຳປູເຈຍ ຢູ່ ຮ່າໂນ້ຍ

(VOVWORLD) -ໂດຍແມ່ນສ່ວນຫນຶ່ງໃນຂອບເຂດ “ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ” ປີ 2017, ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງກອງສິລະປະກອນ ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນຫວ່າງແລ້ວນີ້ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ບັນດາສິ່ງທີ່ຍອດຢ້ຽມຂອງສິລະປະການສະແດງ ຂອງ ກຳປູເຈຍຄື: “ຟ້ອນໝວກເຮັດດ້ວຍໃບຕານ, ຟ້ອນວີ, ຟ້ອນຈັງຫວະແມງມ້າ” ຄືດັ່ງຂົວຕໍ່ນຳຜູ້ຊົມຫວຽດນາມໃກ້ຊິດກັບປະເທດບ້ານໃກ້ເຮືອນຄຽງກຳປູເຈຍກວ່າ ແລະ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວກຳປູເຈຍ ກວ່າ.

ສີສັນວັດທະນະທຳ ກຳປູເຈຍ ຢູ່ ຮ່າໂນ້ຍ - ảnh 1 ລາຍການສະແດງສິລະປະໃນສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຮ່າໂນ້ຍ

ພາບ:toquoc.vn

ຂຶ້ນຕົ້ນລາຍການສະແດງສິລະປະ ແມ່ນລາຍການ “ຟ້ອນໝວກເຮັດດ້ວຍໃບຕານ” ພາຍໃຕ້ແສງສີຂອງເວທີສະແດງ, ຕໍ່ຫນ້າຜູ້ຊົມເກືອບ 200 ຄົນ, ບັນດານັກສິລະປິນຫນຸ່ມ ກຳປູເຈຍ, ຜູ້ຊາຍນຸ່ງຊຸດອາພອນສະແດງດ້ວຍສີຂຽວ, ຜູ້ຍິງນຸ່ງກະຕຽວ ມືຈັບໝວກເຮັດດ້ວຍໃບຕານ ໄດ້ສະແດງທ່າຟ້ອນທີ່ອ່ອນຊອ້ຍໃນທ່າມກາງສຽງດົນຕີທີ່ຟົດຟື້ນ. ທ່ານ Pok Sa Ran ຜູ້ທີ່ປຶກສາ ສັງກັດ ກະຊວງສິລະປະ ລາຊະອານາຈັກ ກຳປູເຈຍ, ຊື່ງແມ່ນຜູ້ປະດິດສ້າງວາດຟ້ອນ “ ໝວກເຮັດດ້ວຍໃບຕານ”ໃຫ້ຮູ້ວ່າ: ວາດຟ້ອນນີ້ແມ່ນຕິດພັນກັບຕົ້ນໄມ້ປະເພດຫນຶ່ງ ແລະ ອາດຈະຖືວ່າແມ່ນຕາງຫນ້າໃຫ້ປະເທດກຳປູເຈຍ:

        “ຕົ້ນຕານ ແມ່ນຕົ້ນໄມ້ປະເພດຫນຶ່ງຖືກປູກເປັນສ່ວນຫລາຍຢູ່ ກຳປູເຈຍ. ບັນດາພາກສ່ວນຂອງຕົ້ນຕານຄື: ຮາກ, ລຳຕົ້ນ, ໃບ, ໝາກ, ນ້ຳ ລ້ວນແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ກຳປູເຈຍ, ແມ່ນຕິດພັນກັບຊີວິດ ແລະ ວັດທະນະທຳ ກຳປູເຈຍ. ໝວກທີ່ພວກຂ້າພະເຈົ້ານຳໃຊ້ເພື່ອສະແດງບົນເວທີກໍ່ໄດ້ນຳໃຊ້ຈາກຕົ້ນຕານ. ຊາວກະສິກອນ ກຳປູເຈຍ ຍັງຄົງໃຊ້ໝວກເວລາໄປໄຮ່ໄປນາ. ສະນັ້ນ ຂ້າພະເຈົ້າຄິດວ່າ ຕົນເອງ ຕ້ອງປະດິດສ້າງວາດຟ້ອນຫນຶ່ງກ່ຽວກັບຕົ້ນຕານ ເພື່ອຜ່ານນັ້ນ ເພື່ອນມິດສາກົນ, ພິເສດ ແມ່ນເພື່ອນບ້ານໃກ້ເຮືອນຄຽງມິດຕະພາບຄື: ຫວຽດນາມ ຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງ ກຳປູເຈຍກວ່າ.”

       ເມື່ອເຂົ້າຊົມລາຍການສະແດງສິລະປະ  ຫວຽດແອງ, ນັກສຶກສາປີທີ 2 ສະຖາບັນດົນຕີ ຫວຽດນາມ ຮູ້ສຶກປະທັບໃຈທີ່ສຸດ ແລະ ແບ່ງປັນວ່າ:

“ນ້ອງນິຍົມລາຍການສະແດງໝວກທີ່ເຮັດດ້ວຍໃບຕານຂອງກອງສິລະປະກອນ ກຳປູເຈຍ. ຈາກຮູບພາບຕົ້ນຕານທຳມະດາ, ໃກ້ຊິດຕິດແທດກັບປະຊາຊົນ ກຳປູເຈຍ, ຜ່ານການສະແດງດ້ວຍໝວກທີ່ເຮັດດ້ວຍໃບຕານຂອງບັນດານັກສິລະປີນ, ວາດຟ້ອນນີ້ແມ່ນສ້າງຄວາມປະທັບໃຈທີ່ສຸດ.”

ຖ້າຫາກວ່າ ລາຍການສະແດງຟ້ອນ “ໝວກທີ່ເຮັດດ້ວຍໃບຕານ” ຄືເປັນຄຳແນະນຳຂອງພວກເພື່ອນກຳປູເຈຍກ່ຽວກັບປະເທດຕົນ, ບົດເພງ “ Hello Vietnam ສະບາຍດີ ຫວຽດນາມ” ໂດຍນັກສິລະປິນ Tiengmom Sotheavy ສະແດງດ້ວຍພາສາຫວຽດນາມ ແລະ ພາສາອັງກິດ ແມ່ນແທນໃຫ້ຄຳສະບາຍດີຈາກບັນດາເພື່ອນມິດກຳປູເຈຍ ສົ່ງເຖິງຜູ້ຊົມຫວຽດນາມ. ຮູບພາບແມ່ນ້ຳ, ເຂດທົ່ງນາຂຽວອຸ່ມທຸ່ມ ຫລື ບັນດາທຳນອງເພງພື້ນເມືອງຂອງຫວຽດນາມໄດ້ສະແດງຢ່າງມີຊີວິດຊີວາຜ່ານສຽງຂັບຮ້ອງທີ່ອອນຊອນຂອງນັກຮ້ອງ Sotheavy.

        “ຂ້າພະເຈົ້າບໍ່ຮູ້ພາສາຫວຽດ. ຂ້າພະເຈົ້າຝືກແອບບົດເພງນີ້ຜ່ານ Youtube ດ້ວຍການຮັບຟັງນັກຮ້ອງຫວຽດສະແດງບົດເພງນີ້. ຂ້າພະເຈົ້າແອບຜັນສຽງແຕ່ລະສັບ, ແລະ ຮູ້ສຶກຍາກຫລາຍ ແຕ່ຝືກແອບຫລາຍເທື່ອກໍ່ຮ້ອງເປັນ. ເມື່ອໄດ້ຮັບຄວາມຊົມເຊີຍຈາກຜູ້ຊົມຫວຽດນາມ ຂ້າພະເຈົ້າຮູ້ສຶກດີໃຈຫລາຍ”

ສີສັນວັດທະນະທຳ ກຳປູເຈຍ ຢູ່ ຮ່າໂນ້ຍ - ảnh 2ລາຍກາຍສະແດງ ວາດຟ້ອນ “ຈັງຫວະແມງມ້າ” 

ລາຍການສະແດງສິລະປະດຳເນີນໃນເວລາ 1 ຊົ່ວໂມງເຄິ່ງ, ຜູ້ຊົມຫວຽດນາມ ໄດ້ຮັບຟັງ, ເຫັນປະຈັກຕາບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງປະເທດກຳປູເຈຍ ຜ່ານບັນດາໄລຍະ. ນັ້ນແມ່ນວາດຟ້ອນວີ Makara Dance ທີ່ມີຊື່ສຽງ ດ້ວຍຄວາມໝາຍແມ່ນຫວນຄືນໄຊຊະນະຂອງທະຫານເຮືອ ຂະແມ ໃນສະໄຫມ ອັງກໍ, ນອກນັ້ນ ແມ່ນວາດຟ້ອນ “ຈັງຫວະແມງມ້າ” ແລະ ບົດເພງ “ພະນົມເປັນທີ່ສວຍງາມ” ແມ່ນສ່ອງແສງໃຫ້ເຫັນປະເທດ ກຳປູເຈຍ ເຕັມໄປດ້ວຍມູນເຊື້ອ ແຕ່ກໍ່ກຳລັງເຊື່ອມໂຍງ ແລະ ພັດທະນາຢ່າງເຂັ້ມແຂງ. ທ່ານ ຟ້າມກົງຮວານ, ອະດີດຜູ້ຊ່ຽວຊານ ຫວຽດນາມ ຢູ່ ກຳປູເຈຍ ມີຄວາມປະທັບໃຈ:

        “ລາຍການສະແດງສິລະປະມື້ນີ້ ຊ່ວຍໃຫ້ຂ້າພະເຈົ້າຫວນຄືນກ່ຽວກັບພື້ນຖານວັດທະນະທຳ ກຳປູເຈຍ ດ້ວຍບັນດາວາດຟ້ອນທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວກຳປູເຈຍ. ວັດທະນະທຳ ຫວຽດນາມ ແລະ ກຳປູເຈຍ ມີຫລາຍຈຸດທີ່ຄ້າຍຄືກັນ. ຊາວເຜົ່າຂະແມຢູ່ພາກໃຕ້ຫວຽດນາມ ເມື່ອມີງານບຸນ ກໍ່ເຄີຍສະແດງບັນດາວາດຟ້ອນຄືແນວນີ້.”

        ກອງສິລະປະກອນ ກຳປູເຈຍ ເຂົ້າຮ່ວມລາຍການສະແດງສິລະປະໃນໂອກາດນີ້ ແມ່ນສ່ວນຫນຶ່ງໃນແຜນການຮ່ວມມືດ້ານວັດທະນະທຳ, ສິລະປະ ລະຫວ່າງສອງປະເທດໄລຍະ 2012 – 2017 ໃນຂອບເຂດການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ Hab Touch, ຫົວຫນ້າກົມໃຫຍ່ກົມເຕັກໂນໂລຊີ ແລະ ວັດທະນະທຳ ກຳປູເຈຍ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້ ສອງປະເທດໄດ້ສືບຕໍ່ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານວັດທະນະທຳໄລຍະ 2018- 2023.

        “ເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳ ປະກອບສ່ວນນຳການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ ນັບມື້ນັບພັດທະນາຢ່າງຈົບງາມ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ໃນໂອກາດສະແດງສິລະປະ, ພົວພັນແລກປ່ຽນດ້ານວັດທະນະທຳຄືແນວນີ້ ກໍ່ເປັນການປະກອບສ່ວນດຶງດູດແຂກທ່ອງທ່ຽວຂອງປະເທດນີ້ມາຊອກຮູ້, ຢ້ຽມຢາມປະເທດນັ້ນ ຍ້ອນສອງປະເທດລ້ວນແຕ່ມີພື້ນຖານວັດທະນະທຳອັນລ້ຳຄ່າ, ລວມທັງວັດທະນະທຳແມ່ນວັດຖຸ ແລະ ບໍ່ແມ່ນວັດຖຸ”

ພາຍຫລັງລາຍການສະແດງສິລະປະຢູ່ ຮ່າໂນ້ຍ, ກອງສິລະປະກອນ ລາຊະອານາຈັກ ກຳປູເຈຍ ສືບຕໍ່ເຂົ້າຮ່ວມລາຍການສະແດງສິລະປະຢູ່ ນະຄອນ ຮ້າລອງ ແຂວງ ກວ໋າງນີງ. ນີ້ແມ່ນເຫດການວັດທະນະທຳມີຄວາມໝາຍ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະຫນິດຕິດພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃນສະພາບການສອງປະເທດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ປີມິດຕະພາບຫວຽດນາມ ກຳປູເຈຍ 2017.

ຕອບກັບ

ຂ່າວ/ບົດ​ອື່ນ