ສະມາຄົມນັກຂ່າວຫວຽດນາມແລະໄທເປີດກວ້າງການຮ່ວມມືໃນຂົງເຂດບຳລຸງສ້າງພາສາຕ່າງປະເທດໃຫ້ແກ່ນັ

(VOVWORLD) -ພາຍຫລັງປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ຄວາມຕ້ອງການດ້ານຂໍ້ມູນຂ່າວສານກ່ຽວກັບບັນດາປະເທດສະມາຊິກ ອາຊຽນ ຂອງປະຊາຊົນບັນດາປະເທດແມ່ນເພີ່ມຂຶ້ນສູງ. ສິ່ງດັ່ງກ່າວຮຽກຮ້ອງບັນດາຜູ້ເຮັດວຽກງານການຂ່າວ ຕ້ອງຝຶກຝົນຫລໍ່ຫລອມໃຫ້ຕົນເອງມີຄວາມຮູ້ດ້ານພາສາຕ່າງປະເທດ ແລະ ຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງແຕ່ລະປະເທດ. ໂດຍກຳແຫນ້ນຄວາມຕ້ອງການນັ້ນ, ສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມນັກຂ່າວໄທ ໄດ້ມີການຮ່ວມມືໃນການຈັດຕັ້ງບັນດາຊຸດບຳລຸງພາສາໄທ ແລະ ພາສາຫວຽດນາມ ໃຫ້ແກ່ນັກຂ່າວຂອງສອງປະເທດ. ເຂົ້າຮ່ວມຊຸດຮຽນນີ້, ບັນດານັກຂ່າວສອງປະເທດ ຈະມີໂອກາດໄດ້ສຳຜັດກັບພາສາຕ່າງປະເທດໃຫມ່, ມີຄວາມເຂົ້າໃຈຕືື່ມອີກກ່ຽວກັບພື້ນຖານວັດທະນະທຳຂອງກັນ.

ໃນຫ້ອງຮຽນ ຢູ່ ສຳນັກງານສະມາຄົມນັກຂ່າວຫວຽດນາມ, ມີນັກສຳມະນາກອນ 20 ກວ່າ ຄົນ ພວມຕັ້ງໃຈຮັບຟັງອາຈານແນະນຳວິທີຜັນສຽງພາສາໄທ. ບັນດານັກສຳມະນາກອນເຂົ້າຮ່ວມຊຸດຮຽນນີ້ ສ່ວນຫລາຍແມ່ນບັນດານັກຂ່າວມາຈາກຊ່ອງກະຈາຍສຽງ, ໂທລະພາບ, ຫນັງສືພິມອື່ນໆຢູ່ຫວຽດນາມ. ໃນນັ້ນ ມີບັນດາພະນັກງານເຮັດວຽກຢູ່ສະມາຄົມນັກຂ່າວຫວຽດນາມ. ຊຸດຮຽນພາສາໄທ ແມ່ນເລີ່ມຕົ້ນທ້າຍເດືອນກັນຍາ ແລະ ດຳເນີນໃນຕອນເຊົ້າວັນເສົາປະຈຳອາທິດ ດ້ວຍເວລາກວ່າ 3 ຊົ່ວໂມງ. ສຳລັບບັນດານັກສຳມະນາກອນແລ້ວ, ນີ້ເປັນຄັ້ງທຳອິດເຂົາເຈົ້າມີໂອກາດໄດ້ສຳຜັດກັບພາສາຕ່າງປະເທດໃຫມ່. ນັກຂ່າວຫງວຽນວັນບີງ ມາຈາກຫນັງສືພິມກົດໝາຍ ແລະ ນັກຂ່າວຫງວຽນຢູຍແທງ ມາຈາກວິທະຍຸກະຈາຍສຽງໂທລະພາບ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ສະມາຄົມນັກຂ່າວນະຄອນ ຮ່າໂນ້ຍ ມີການພົວພັນອັນດີງາມກັບສະມາຄົມນັກຂ່າວໄທ, ພິເສດ ສະມາຄົມນັກຂ່າວໄທ ສາຂາ ຢູ່ ຊຽງໃຫມ່. ແຕ່ລະປີ, ພວກຂ້າພະເຈົ້າ ຈັດຕັ້ງບັນດາລາຍການພົບປະແລກປ່ຽນລະຫວ່າງບັນດາສາຂາສະມາຄົມນັກຂ່າວ. ຂ້າພະເຈົ້າເຂົ້າຮ່ວມຊຸດຮຽນພາສາໄທນີ້ ເພື່ອສາມາດແລກປ່ຽນໂດຍກົງກັບນັກຂ່າວໄທກ່ຽວກັບວິຊາສະເພາະ ແລະ ການພົວພັນລະຫວ່າງສະມາຊິກສະມາຄົມນັກຂ່າວສອງປະເທດ. ຂ້າພະເຈົ້າມັກຮຽນພາສາໄທທີ່ສຸດ.”

ສະມາຄົມນັກຂ່າວຫວຽດນາມແລະໄທເປີດກວ້າງການຮ່ວມມືໃນຂົງເຂດບຳລຸງສ້າງພາສາຕ່າງປະເທດໃຫ້ແກ່ນັ - ảnh 1 ນັກຂ່າວໄທເຂົ້າຮ່ວມຊຸດບຳລຸງພາສາຫວຽດ

“ຂ້າພະເຈົ້າແມ່ນນັກຂ່າວ ສະນັ້ນ ເຄີຍມີໂອກາດໄດ້ພົບປະກັບເພື່ອນມິດສາກົນຫລາຍຄົນ, ໃນນັ້ນ ມີນັກຂ່າວໄທ. ຂ້າພະເຈົ້າຄິດວ່າ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ພາສາຂອງບັນດາປະເທດສະມາຊິກ ອາຊຽນ ແມ່ນມີຄວາມຈຳເປັນທີ່ສຸດ ສະນັ້ນ ແນ່ນອນວ່າ ຂ້າພະເຈົ້າຈະສືບຕໍ່ຮຽນພາສາໄທ ແລະ ຈະນຳໃຊ້ພາສາໄທເພື່ອຮັບໃຊ້ວຽກງານຂອງຕົນ.”

ເມື່ອຕີລາຄາກ່ຽວກັບຊຸດຮຽນພາສາໄທ, ອາຈານ ຈີ້ງທິທູຮ່າ, ຄູສອນພາສາໄທ ສັງກັດ ສູນພາສາຕ່າງປະເທດ ແລະ ວັດທະນະທຳໄທ - ມະຫາວິທະຍາໄລ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ແຕ່ລະຊົ່ວໂມງຮຽນ, ບັນດານັກສຳມະນາກອນ ໄດ້ຮຽນຕາມບັນດາຫົວເລື່ອງຄື: ການທັກທາຍສະບາຍດີ, ແນະນຳກ່ຽວກັບຕົນເອງ, ບັນດາການດຳເນີນຊີວິດປະຈຳວັນ.. ຄຽງຄູ່ກັນນັ້ນ ຂ້າພະເຈົ້າພະຍາຍາມແນະນຳ ງານບຸນຕ່າງໆຂອງໄທອີກ. ບັນດານັກສຳມະນາກອນ ມີຄວາມຕັ້ງໃຈຮຽນ ແລະ ມັກຮຽນພາສາໄທທີ່ສຸດ.”

        ນີ້ເປັນຄັ້ງທຳອິດ ສະມາຄົມນັກຂ່າວຫວຽດນາມ ສົມທົບກັບສະມາຄົມນັກຂ່າວໄທ ຈັດຕັ້ງຊຸດບຳລຸງພາສາໄທໃຫ້ແກ່ນັກຂ່າວຫວຽດນາມ. ສິ້ນສຸດຊຸດຮຽນ, ນັກສຳມະນາກອນສອງຄົນທີ່ຍາດໄດ້ຄະແນນສູງສຸດຈະມີກາລະໂອກາດໄດ້ໄປຝຶກຫັດຢູ່ບັນດາອົງການສື່ມວນຊົນຂອງໄທໃນເວລາ ອາທິດຫນຶ່ງ. ທ່ານ ອະນຸຈາ ຈະເຣີນໂພ ຮອງປະທານຮັບຜິດຊອບບັນຫາສາກົນ ສະມາຄົມນັກຂ່າວໄທ ໃຫ້ຮູ້ວ່າ:

ສຽງທ່ານອະນຸຈາ

ຖ້າຫາກນີ້ແມ່ນຊຸດບຳລຸງພາສາໄທທຳອິດໃຫ້ແກ່ນັກຂ່າວຫວຽດນາມ, ບັນດາຊຸດບຳລຸງພາສາຫວຽດ ໃຫ້ແກ່ນັກຂ່າວ ໄທ ກໍ່ໄດ້ຈັດຕັ້ງນັບແຕ່ປີ 2013. ໄລ່ມາຮອດຈຸດເວລານີ້, ໄດ້ມີ 4 ຊຸດຮຽນແລ້ວ. ໄລຍະມໍ່ມານີ້ ຊຸດຮຽນບຳລຸງພາສາຫວຽດ ໃນປີ 2017 ຫາກໍ່ດຳເນີນໃນທ້າຍເດືອນມີນາ ຢູ່ ບາງກອກ. ກໍ່ເຊັ່ນດຽວກັນກັບຊຸດບຳລຸງພາສາໄທຢູ່ຫວຽດນາມ, ບັນດານັກສຳມະນາກອນ ໄທ ເສັງໄດ້ຄະແນນສູງ ກໍ່ຈະມີໂອກາດໄປຝຶກຫັດຢູ່ ຫວຽດນາມ ໃນເວລາ 1 ອາທິດ. ເມື່ອຕີລາຄາກ່ຽວກັບໝາກຜົນການບຳລຸງພາສາຫວຽດນາມຂອງບັນດານັກຂ່າວໄທ, ທ່ານ ຈະວະຣົງ ລິມພັດທຳພານີ, ທີ່ປຶກສາຂັ້ນສູງຂອງສະມາຄົມນັກຂ່າວໄທ ໃຫ້ຮູ້ວ່າ:

ສຽງທ່ານ ຈະວະຣົງ

ສະມາຄົມນັກຂ່າວຫວຽດນາມແລະໄທເປີດກວ້າງການຮ່ວມມືໃນຂົງເຂດບຳລຸງສ້າງພາສາຕ່າງປະເທດໃຫ້ແກ່ນັ - ảnh 2 ນັກຂ່າວຫວຽດນາມ ເຂົ້າຮ່ວມຊຸດບຳລຸງພາສາໄທ

ຈາກບັນດາໝາກຜົນທີ່ບັນລຸໄດ້, ສະມາຄົມນັກຂ່າວ ຫວຽດນາມ ແລະ ໄທ ໄດ້ວາງແຜນການເປີດຊຸດບຳລຸງພາສາຫວຽດ ແລະ ພາສາໄທຕື່ມອີກຢູ່ແຕ່ລະປະເທດ. ທີ່ການເຈລະຈາລະຫວ່າງສະມາຄົມນັກຂ່າວສອງປະເທດ ຊື່ງດຳເນີນຢູ່ ຮ່າໂນ້ຍ ໃນກາງເດືອນຕຸລາ ຜ່ານມາ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດນີ້ກວ່າອີກ. ກ່ຽວກັບແຜນການຮ່ວມມືລະຫວ່າງສະມາຄົມນັກຂ່າວ ຫວຽດນາມ ແລະ ສະມາຄົມນັກຂ່າວໄທ ເພື່ອແນໃສ່ບຳລຸງດ້ານພາສາຕ່າງປະເທດ, ທ່ານ ມາຍດຶກລົກ, ຮອງປະທານສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຖືວ່າ ນີ້ແມ່ນການເລີ່ມຕົ້ນເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງສະມາຄົມມີປະສິດທິຜົນກວ່າ. ຈາກໝາກຜົນນີ້ ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ປີຈະມາເຖິງ ຈະເປີດຊຸດບຳລຸງພາສາໄທໃຫ້ແກ່ນັກຂ່າວຫວຽດນາມ ຕື່ມອີກ ຄືດັ່ງບັນດານັກຂ່າວໄທເວົ້າວ່າ ຈະສືບຕໍ່ເປີດບັນດາຊຸດບຳລຸງພາສາຫວຽດໃຫ້ແກ່ນັກຂ່າວໄທ. ຜ່ານຊຸດຮຽນນີ້ ຈະເລືອກເຟັ້ນໃຫ້ບັນດານັກສຳມະນາກອນຍາດໄດ້ຄະແນນສູງເພື່ອໄປຝຶກຫັດຢູ່ແຕ່ລະປະເທດ. ບັນດານັກສຳມະນາກອນນີ້ຈະເປັນຂົວຕໍ່ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.”

ໃນປີຈະມາເຖິງ, ສະມາຄົມນັກຂ່າວຫວຽດນາມແລະ ສະມາຄົມນັກຂ່າວໄທ ຈະ ສ້າງແຜນການເປີດຊຸດບຳລຸງພາສາໄທໃຫ້ແກ່ນັກຂ່າວຫວຽດນາມ ຢູ່ ພາກໃຕ້ຫວຽດນາມ. ຜ່ານນັ້ນ ບັນດານັກຂ່າວ ຈະໄດ້ຮຽນພາສາໄທ, ມີໂອກາດໄດ້ຊອກຮູ້ ກ່ຽວກັບວັດທະນະທຳໄທ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ