ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ບັກ​ຢາງ ແລະ ສະ​ມາ​ຄົ​ມ​ນັກ​ຂ່າວ​ແຂວງ ​ເພັດຊະບູນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -ເດືອນກຸມພາຜ່ານມາ, ສະມາຄົມນັກຂ່າວແຂວງ ເພັດຊະບູນ, ປະເທດໄທ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມນັກຂ່າວແຂວງ ບັກຢາງ, ຫວຽດນາມ. ນີ້ແມ່ນການຢ້ຽມຢາມສ້າງຂີດໝາຍແຫ່ງການຮ່ວມມືຄືນໃໝ່ຂອງສອງປະເທດພາຍຫຼັງຖືກຂາດວັກຂາດຕອນມາເປັນເວລາ 3 ປີຍ້ອນພະຍາດໂຄວິດ - 19. ໂຄງການນີ້ກໍ່ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນ, ສະໜິດຕິດພັນປະຊາຊົນລະຫວ່າງບັນດາປະເທດອາຊຽນ, ໃນນັ້ນມີສະມາຄົມນັກຂ່າວບັນດາທ້ອງຖິ່ນໃນພາກພື້ນ.