ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ

(VOVWORLD) -ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.
ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ - ảnh 1ບັນດາສະມາຊິກໃນສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ແນະນຳ ແລະ ໂຄສະນາກ່ຽວກັບພາບພົດຂອງບ້ານເກີດເມືອງນອນ

ໂດຍໄດ້ຮັບການສ້າງຕັ້ງແຕ່ເດືອນທັນວາ ປີ 2017, ດ້ວຍຈຳນວນສະມາຊິກທັງໝົດແມ່ນເກືອບ 200 ຄົນ ຢູ່ມະຫາວິທະຍາໄລ ແລະ ວິທະຍາໄລປະມານ 20 ແຫ່ງຂອງ ໄທ, ສະມາຄົມນັກສຶກສາຫວຽດນາມ ຢູ່ ໄທ ແມ່ນໜຶ່ງບັນດາອົງການຈັດຕັ້ງທີ່ເຄື່ອນໄຫວພາຍໃຕ້ການຊີ້ນຳຂອງສະຖານທູດ ຫວຽດນາມ ປະຈຳ ໄທ ແລະ ສູນກາງສະມາຄົມນັກສຶກສາຫວຽດນາມ. ໃນໄລຍະເກືອບ 3 ປີຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ເປັນບ່ອນອີງທີ່ໝັ້ນແກ່ນ, ສ້າງຄວາມສະໜິດຕິດພັນ ແລະ  ຄວາມສາມັກຄີ, ຊ່ວຍໜູນເຊິ່ງກັນແລະກັນ ລະຫວ່າງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ໂຮງຮຽນແຫ່ງຕ່າງໆຂອງ ໄທ ແລະ ເປັນຂົວຕໍ່ຊ່ວຍນັກສຶກສາ ໃຫ້ມີຄວາມສະໜິດຕິດພັນກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ໄທ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ຫຼາຍກິດຈະກຳຂອງສະມາຄົມຖືກຈັດຕັ້ງຂຶ້ນຄື: ການເສັງຂຽນຊອກຮູ້ກ່ຽວກັບຊີວິດປະຕິວັດຂອງປະທານ ໂຮ່ຈີມິນ, ວັນບຸນເຕັດປະຊາຄົມ, ບຸນເຂົ້າປະດັບດິນ, ບໍລິຈາກເງິນຊ່ວຍເຫຼືອນັກສຶກສາທີ່ປະສົບເຄາະຮ້າຍໃນເຫດໄຟໄໝ້ອາພາດເມັນ ຣັດທະເທວີ ຢູ່ ບາງກອກ, ມອບປຶ້ມອ່ານໃຫ້ແກ່ເຍົາວະຊົນຢູ່ໂຮງຮຽນແຫ່ງຕ່າງໆທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ... ແລະ ຫຼ້າສຸດແມ່ນຈັດກິດຈະກຳບໍລິຈາກຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນໄລຍະເກີດຝົນຕົກ, ນ້ຳຖ້ວມຢູ່ພາກກາງ ຫວຽດນາມ ແລະ ລາຍການ: ຂອງຂວັນທີ່ເຕັມໄປດ້ວຍຄວາມຮັກຢູ່ໂຮງຮຽນສົງ MCU... ເພື່ອນ ຫງວຽນຮຸຍຮວ່າງ - ປະທານ ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ:

“ໃນຖານະເປັນອົງການຜູ້ຕາງໜ້ານັກສຶກສາ ຫວຽດນາມ ປະຈຳ ໄທ, ທາງສະມາຄົມໄດ້ສົມທົບກັບສະຖາທູດຢ່າງໃກ້ຊິດ ກຳແໜ້ນສະພາບການຂອງນັກສຶກສາແຕ່ລະຄົນເພື່ອຊອກຮູ້ໃຫ້ການຊ່ວຍເຫຼືອນັກສຶກສາ. ໃນການຮ່ຳຮຽນ, ທາງສະມາຄົມໄດ້ສ້າງຕັ້ງກຸ່ມວິຊາການກ່ຽວກັບພາສາສະເພາະກິດເພື່ອຮຽນຮູ້, ແບ່ງປັນປະສົບການເຊິ່ງກັນແລະກັນ ແລະ ເພີ່ມທະວີຄວາມສາມາດໃນການຄົ້ນຄວ້າ ແລະ ປະດິດຄິດສ້າງໃນໝູ່ນັກສຶກສາ. ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພວກຂ້າພະເຈົ້າໄດ້ສ້າງເວັບໄຊ, fanpage ເພື່ອຕັ້ງໜ້າສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກສຶກສາຢ່າງຄົບຖ້ວນທີ່ສຸດ ແລະ ທັນການ ຊ່ວຍເຂົາເຈົ້າມີຄວາມເປັນເຈົ້າການໃນການຮ່ຳຮຽນ”.

ນັບແຕ່ຕົ້ນປີ, ເມື່ອໂລກລະບາດໂຄວິດ - 19 ເລີ່ມແຜ່ລາມອອກສູ່ວົງກວ້າງ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ໄດ້ສ້າງຕັ້ງກອງໂຄສະນາກ່ຽວກັບໂລກລະບາດ ໂຄວິດ - 19, ສ້າງບັນດາຊ່ອງທາງເຊື່ອມຕໍ່ກັບປະຊາຄົມນັກສຶກສາຫວຽດນາມ, ໂອ້ລົມສົນທະນາເປັນກຸ່ມຜ່ານທາງອິນເຕີແນັດ ເພື່ອແນໃສ່ປະຕິບັດວຽກງານໂຄສະນາຂໍ້ມູນຂ່າວສານ, ພິເສດແມ່ນໂລກລະບາດໂຄວິດ - 19, ຮຽກຮ້ອງບັນດານັກສຶກສາທີ່ຮຽນສາຍແພດສາດ ໃຫ້ຄຳປຶກສາໂດຍກົງກ່ຽວກັບສຸຂະພາບໃຫ້ແກ່ນັກສຶກສາ; ຜູ້ໃດທີ່ຮູ້ພາສາໄທກໍຕິດຕາມ ແລະ ແປຂ່າວ ກໍຄືນະໂຍບາຍ ແລະ ຄຳກ່າວເຕືອນຂອງລັດຖະບານໄທ ແລ້ວສະໜອງຂໍ້ມູນຂ່າວດັ່ງກ່າວໃຫ້ແກ່ວົງຄະນະຍາດນັກສຶກສາ. ທາງສະມາຄົມກໍສົມທົບກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ໄທ ຈັດຕັ້ງມອບແຜ່ນກັ້ນບັງ, ຜ້າອັດປາກອະນາໄມ, ນ້ຳຢາຂ້າເຊື້ອ, ເງິນ ແລະ ວັດຖຸອຸປະກອນ... ໜູນຊ່ວຍບັນດານັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ... ຕີລາຄາກ່ຽວກັບບັນດາການປະກອບສ່ວນ ແລະ ປະສິດທິຜົນຂອງການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ, ເພື່ອນ ໂຕນໜືງອກເຮິນ, ອະດີດປະທານສະມາຄົມໃຫ້ຮູ້ວ່າ:

“ບັນດາການເຄື່ອນໄຫວຂອງສະມາຄົມໄດ້ສະແດງໃຫ້ເຫັນກຳລັງແຮງໜຸ່ມ, ພູມປັນຍາ, ການແບ່ງປັນ ແລະ ແຜ່ກະຈາຍຄວາມຮູ້, ຮັບໃຊ້ວົງຄະນະຍາດຂອງນັກສຶກສາ ຫວຽດນາມ ຢູ່ ໄທ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດຄັ້ງປະຫວັດສາດ. ສິ່ງດັ່ງກ່າວ ຍິ່ງສະແດງໃຫ້ເຫັນຄວາມສາມັກຄີຂອງວົງຄະນະຍາດປັນຍາຊົນຫວຽດນາມ ຢູ່ ຕ່າງປະເທດ. ປັນຍາຊົນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ກໍຄື ປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດ.”

ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ - ảnh 2ສະມາຊິກສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ຖ່າຍຮູບເປັນທີ່ລະນຶກໃນການພົບປະແລກປ່ຽນກັບນັກສຶກສາ ການທະຫານ ບັນດາປະເທດ ອາຊຽນ

ດ້ວຍບັນດາການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍນັ້ນ, ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ກາຍເປັນຂົວຕໍ່ ແລະ ບ່ອນອີງໝັ້ນແກ່ນໃຫ້ແກ່ນັກສຶກສາທີ່ຫ່າງໄກຈາກບ້ານເກີດເມືອງນອນຢ່າງແທ້ຈິງ.

  ສະມາຄົມນັກສຶກສາໄດ້ຈັດຕັ້ງການເຄື່ອນໄຫວມ່ວນຊື່ນ ແລະ ມີຄວາມໝາຍຫຼາຍຢ່າງ ໂດຍມີການປະກອບສ່ວນຂອງນັກສຶກສາຈາກໂຮງຮຽນແຫ່ງຕ່າງໆ. ພວກຂ້າເຈົ້າພ້ອມກັນແຕ່ງກິນ, ສ້າງກອງທຶນມູນນິທິ ແລະ ເຂົ້າຮ່ວມກິດຈະກຳສະແດງສິລະປະ, ວັດທະນະທຳ, ອາຫານການກິນຂອງບັນດາປະເທດ ຢູ່ ບາງກອກໃນໄລຍະເກີດໂລກລະບາດໂຄວິດ - 19 ່ານມາ, ພວກຂ້າພະເຈົ້າຍັງຮຽກຮ້ອງ ແລະ ລະດົມໄດ້ວັດຖຸອຸປະກອນ ແລະ ເງິນຈຳນວນບໍ່ໜ້ອຍ ເພື່ອຊ່ວຍເຫຼືອບຸກຄົນທີ່ຖືກຕິດຄ້າງຢູ່ ໄທ ແລະ ປະສົບກັບຄວາມຫຍຸ້ງຍາກຂ້າພະເຈົ້າເຫັນວ່າ ເປັນປະໂຫຍດຫຼາຍ ເມື່ອເຂົ້າຮ່ວມສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ”.

ຫວ່າງມໍ່ໆມານີ້, ຂ້າພະເຈົ້າໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ຍ້ອນົນຕົກ, ນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງໃນໄລຍະຜ່ານມາ. ຕາມຂ້າພະເຈົ້າແລ້ວ ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍຂອງສະມາຄົມນັກສຶກສາ, ່ວຍໃຫ້ສະມາຄົມນັກສຶກສາ ວ່າຍໜ້າເມືອຫາບ້ານເກີດເມືອງນອນ. ເຂົ້າຮ່ວມກຸ່ມຄົ້ນຄວ້າຂອງສະມາຄົມ, ຂ້າພະເຈົ້າ ໄດ້ເຊື່ອມຕໍ່, ແລກປ່ຽນກັບສ່ວນບຸກຄົນ ຫຼື ກຸ່ມຄົ້ນຄວ້າອື່ນໆຢູ່ໄທ. ສິ່ງດັ່ງກ່າວ ເປັນປະໂຫຍດຫຼາຍສຳລັບ ຂ້າພະເຈົ້າ ໃນການເຄື່ອນໄຫວຄົ້ນຄວ້າ ຢູ່ ໄທ ໃນໄລຍະຈະມາເຖິງ.”

ໃນໄລຍະໂລກລະບາດໂຄວິດ - 19 ແຜ່ລະບາດ, ສະມາຄົມນັກສຶກສາ ໄດ້ລະົມກຳລັງໃຈ ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກມີຄວາມອຸ່ນອ່ຽນໃຈກວ່າ ແລະ ບັນເທົາຄວາມຄິດຮອດບ້ານ. ພາຍຫຼັງ ໂລກລະບາດຢູ່ ໄທ ໄດ້ຮັບການຄວບຄຸມເປັນຊົ່ວຄາວ, ວກ້າພະເຈົ້າກໍ່ໄດ້ເຂົ້າຮ່ວມບາງກິດຈະກຳຂອງສະມາຄົມຄືລາຍການ ຂອງຂວັນທີ່ເຕັມໄປດ້ວຍຄວາມຮັກ ເຊິ່ງຈັດຂຶ້ນຢູ່ ໂຮງຮຽນສົງ MCU, ສ້າງກຸ່ມໂຄສະນາເພື່ອສ້າງກອງທຶນມູນນິທິ ຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດາກກາງ ຫວຽດນາມ…”.

  ເພື່ອນ ຫງວຽນຮຸຍຮວ່າງ - ປະທານ ສະມາຄົມ ໃຫ້ຮູ້ຕື່ມອີກວ່າ: ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນກໍຕາມ ແຕ່ໃນໄລຍະຈະມາເຖິງ, ທາງສະມາຄົມຈະສືບຕໍ່ພະຍາຍາມເພີ່ມທະວີການເຄື່ອນໄຫວຂອງກຸ່ມອາສາສະໝັກ, ຄະນະເລຂາ ແລະ ຄະນະບໍລິຫານງານໃຫ້ຫຼາຍກວ່າອີກ ເພື່ອສາມາດສ້າງຄວາມສະໜິດຕິດພັນ ແລະ ຊ່ວຍເຫຼືອນັກສຶກສາໃຫ້ໄດ້ຫຼາຍກວ່າ, ເລິກກວ່າ ແລະ ກວ້າງກວ່າ, ສ້າງກາລະໂອກາດເຊື່ອມຕໍ່ວົງຄະນະຍາດນັກສຶກສາ ຫວຽດນາມ ຢູ່ ໄທ ກັບ ວົງຄະນະຍາດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ຕ່າງປະເທດໃຫ້ຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ