ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) -ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ເມື່ອວັນທີ 30 ທັນວາ 1955, 5 ປີຕໍ່ມາວັນທີ 17 ພຶດສະພາ 1960, ສະມາົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ກໍໄດ້ຮັບການສ້າງຕັ້ຂຶ້ນສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງປະທານ ໂຮ່ຈີມິນ ແລະ ລັດຖະບານ ຫວຽດນາມ ໃນການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍພ້ອມດຽວກັນນັ້ນ ກໍແມ່ນການຕີລາຄາສູງບົດບາດຂອງ “ການທູດປະຊາຊົນ”. 

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນມາຮອດປັດຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຍາມໃດກໍປະຕິບັດບົດບາດຂອງຕົນໄດ້ເປັນຢ່າງດີເພື່ອແນໃສ່ເພີ່ມທະວີ ແລະ ຍົກສູງສາຍພົວພັນລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍກວ່າອີກ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 1ຄະນະບໍລິຫານງານຊຸດໃໝ່ຂອງ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ

ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ IV ເຊິ່ງຖືກຈັດຂຶ້ນໃນວັນທີ 27 ຕຸລາ ຜ່ານມາຢູ່ ຮ່າໂນ້ຍ, ບັນດາຜູ້ແທນໄດ້ດຳເນີນການສະຫຼຸບ ແລະ ຕີລາຄາການເຄື່ອນໄຫວ, ໝາກຜົນຕ່າງໆທີ່ບັນລຸໄດ້ໃນອາຍຸການທີ III (2015 – 2020). ຕາມນັ້ນແລ້ວ, ໂດຍສືບທອດມູນເຊື້ອຂອງອາຍຸການກ່ອນໆ, ໃນອາຍຸການທີ III ນີ້, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ມີການເຄື່ອນໄຫວຫຼາຍຢ່າງ ແລະ ມີການປະກອບສ່ວນໃດໜຶ່ງເຂົ້າໃນການເພີ່ມທະວີ, ຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງປະເທດ. ພິເສດ, ອາຍຸການ 2015 – 2020 ຜ່ານມາ ແມ່ນສະໄໝທີ່ມີຄວາມພິເສດທີ່ສຸດ ເມື່ອສະພາບການພາຍໃນປະເທດ ແລະ ໃນໂລກມີການຜັນແປ, ປ່ຽນແປງຢ່າງໄວວາ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ຫັນໄປສູ່ຮູບແບບໃໝ່ທີ່ເໝາະສົມກວ່າ ຕາມທິດນຳທີ່ວ່າ “ເປັນເຈົ້າການ, ຄ່ອງຕົວມີໄຫວພິບ, ປະດິດຄິດສ້າງ ແລະ ມີປະສິດທິຜົນ”. ທ່ານ ຫງວຽນດັງກວາງ, ອະດີດຫົວໜ້າກົມ ອາຊີຕາເວັນອອກສ່ຽງເໜືອ, ກະຊວງການຕ່າງປະເທດ ຫວຽດນາມ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ອາຍຸການທີ III ໃຫ້ຮູ້ວ່າ:

ປີ 2020 ແມ່ນປີທີ່ມີຄວາມໝາຍເປັນພິເສດ, ເຊິ່ງເປັນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 65 ປີ. ສະມາຄົມໄດ້ຕັ້ງໜ້າສົມທົບ ແລະ ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ, ໃນນັ້ນ ມີກອງປະຊຸມສຳມະນາຫວນຄືນການພົພັນ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 65 ປີ ແລະ ເສັ້ນທາງໃນຕໍ່ໜ້າ”. ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ, ການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆຖືກຈັດຂຶ້ນຕາມຮູບການໂດຍກົງສົມທົບກັບທາງໄກ, ແທເໝາະກັບສະພາບການຕົວຈິງ. ນອກຈາກນັ້ນ, ສະມາຄົມກໍໄດ້ຈັດການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະຫຼາຍຢ່າງ ຜ່ານນັ້ນ ກໍເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳ, ປະຊາຊົນຂອງກັນ. ເອົາໃຈໃສ່ ແລະ ຕັ້ງໜ້າົມທົບກັບສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ເພື່ອແບ່ງປັນຂໍ້ມູນຂ່າວສານ, ຈັດຕັ້ງ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆນາໆ, ປະກອບສ່ວນເຂົ້າໃນຂົງເຂດຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ກາທ່ອງທ່ຽວ ໂດຍຜ່ານຮູບແບບຕ່າງຄື ກອງຊຸມ, ກອປະຊຸມສໍມະນາ, ການທັດສະນະສຶກສາ, ພົວພັນແລກປ່ຽນ, ການເສັງຊອກຮູ້ກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງສອງປະເທດ ເປັນຕົ້ນ.”

ໜຶ່ງໃນບັນດາການປະກອບສ່ວນພົ້ນເດັ່ນຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ນັ້ນແມ່ນ ຍາມໃດສະມາຄົມກໍຮ່ວມເດີນທາງ, ສະໜັບສະໜູນວິວັດການພັດທະນາຂອງ ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ, ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ. ອາດຢັ້ງຢືນໄດ້ວ່າ, ໃນໄລຍະຜ່ານມາ, ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ແມ່ນພາກສ່ວນສຳຄັນຂອງການຕ່າງປະເທດປະຊາຊົນ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ ແລະ ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 2ທ່ານ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເປັນປະທານສະມາຄົມ ອາຍຸການ 2021 – 2026
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ IV ໄດ້ເລືອກຕັ້ງ ທ່ານ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເປັນປະທານສະມາຄົມ ອາຍຸການ 2021 – 2026. ກ່າວຄຳເຫັນທີ່ພິທີສະເໜີຕົວ ຄະນະບໍລິຫານງານຊຸດທີ IV, ທ່ານ ເຈິ່ນມິງຮຸ່ງ ໃຫ້ຮູ້ວ່າ:

ໂດຜ່ານ 61 ປີແຫ່ງເຕີບໃຫຍ່ ແລະ ຂະຫຍາຍຕົວ, ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ກໍເສີມຂະຫຍາຍບົດບາດເປັນຂົວຕໍ່ແຫ່ງໄມຕີຈິດມິດຕະພາບ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີນ້ຳໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ, ສ້າງພື້ນຖານອັນໝັ້ນແກ່ນ ແລະ ຍາວນານໃຫ້ແກ່ສາຍພົພັນລະຫວ່າງສອງປະເທດ.”

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 3ທ່ານ Denny Abdi ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ຫວຽດນາມ
ໂດຍຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໃນຕະຫຼອດໄລຍະຜ່ານມາໃນການຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ທ່ານ Denny Abdi ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ຫວຽດນາມ, ເຊື່ອໝັ້ນວ່າ:

ໃນຖານະເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າລັດຖະບານ ແລະ ປະຊາຊົນ ອິໂດເນເຊຍ ປະຈຳ ຫວຽດນາມ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ທ່ານປະທານຄົນໃໝ່ຈະສືບຕໍ່ຊຸກຍູ້ການເຄື່ອນໄຫວ ແລະ ລາຍການຮ່ວມມື, ພົວພັນແລກປ່ຽນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອແນະນຳ ແລະ ໜູນຊ່ວຍໃຫ້ການຈັດການພົບປະ, ແລກປ່ຽນໂດຍກົງ ຫຼື ຕາມຮູບການທາງໄກ ລະຫວ່າງປະຊາຊົນສອງປະເທດ. ຕາມຂ້າພະເຈົ້າແລ້ວ, ໄປຄຽງຄູ່ກັບການຮ່ວມມືລະຫວ່າງສອງສະມາຄົມມິດຕະພາບແລ້ວ, ສອງຝ່າຍຄວນເພີ່ມທະວີການຮ່ວມມືກັບສະຫະສະມາຄົມ, ອົງການຈັດຕັ້ງອື່ນໆ ເປັນຕົ້ນແມ່ນ ສະມາຄົມວິສາຫະກິດ, ອົງການຈັດຕັ້ງວັດທະນະທຳ, ສະຫະສະມາຄົມກິລາໂລກລະບາດໂຄວິດ - 19 ໄດ້ຊ່ວຍໃຫ້ພວກເຮົາເຫັນວ່າ ການຮ່ວມມືບໍ່ພຽງຖືກຈຳກັດໃນການຢ້ຽມຢາມໂດຍກົງເທົ່ານັ້ນ, ຫາກປັດຈຸບັນນີ້ ຜ່ານສື່ສັງຄົມອອນລາຍຕ່າງໆ ກໍຍັງສາມາດຮ່ວມມືກັນໄດ້ຢ່າງງ່າຍໆ ແລະ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ”.

ໄລຍະຈະມາເຖິງ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຈະສົມທົບກັບສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ໂດຍອີງໃສ່ສະພາບການຕົວຈິງເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດຢ່າງແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ