ສະໂມສອນວັດທະນະທຳລາວ - ເຊື່ອມຕໍ່ຄວາມຮັກແພງ

(VOVWORLD) -ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາເກືອບ 2  ປີ ແລະ ເຄື່ອນໄຫວໃນເວລາ  2 ອາທິດ ເທື່ອຫນຶ່ງ ດ້ວຍການເຄື່ອນໄຫວວັດທະນະທຳ, ສິ ລະປະ ແລະ ການສອນພາສາລາວໃຫ້ນັກສຶກສາຫວຽດນາມ, “ສະໂມສອນວັດທະນະທຳລາວ” ຂອງສະຖາບັນພົວພັນຕ່າງປະເທດໄດ້ຊ່ວຍໃຫ້ສະມາຊິກໃນສະໂມສອນກວ່າ  60 ຄົນ ມີໂອກາດໄດ້ພົບປະກັນ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສະຫນິດຕິດພັນກວ່າ. ບໍ່ພຽງແຕ່ຊ່ວຍໃຫ້ບັນດານັກສຶກສາຫວຽດນາມມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ລາວ ເທົ່ານັ້ນ ຫາກບັນດານັກສຶກສາລາວດຳເນີນຊີວິດໃນສະໂມສອນນີ້ກໍ່ໄດ້ຝືກຝົນຫລໍ່ຫລອມດ້ານພາສາຫວຽດອີກດ້ວຍ. ໃນລາຍການຊາຍຄາອາຊຽນພາກນີ້ ພວກເຮົາຂໍແນະ ສະໂມສອນວັດທະນະທຳລາວ. 
ສະໂມສອນວັດທະນະທຳລາວ - ເຊື່ອມຕໍ່ຄວາມຮັກແພງ - ảnh 1ຫ້ອງຮຽນມີປະມານ 10 ຄົນ 

ເມື່ອຮອດ 6 ໂມງແລງຂອງວັນພຸດ, ໃນຫ້ອງຫນຶ່ງກວ້າງປະມານ 60 ຕາແມັດ, ກຽນ ພ້ອມກັບໝູ່ເພື່ອນຂອງຕົນ ພວມຫັດອ່ານພາສາລາວ. ຫ້ອງນີ້ ແມ່ນຫ້ອງປະຊຸມຂອງນັກສຶກສາລາວກວ່າ 70 ຄົນທີ່ພວມຮ່ຳຮຽນຢູ່ສະຖາບັນພົວພັນຕ່າງປະເທດ. ຢູ່ຕາມຝາເຮືອນ ໄດ້ປະດັບປະດາຮູບພາບ, ໃບຍ້ອງຍໍ, ທຸງລາງວັນ ຊື່ງຄະນະນັກສຶກສາລາວ ຮ່ຳຮຽນ ຢູ່ ສະຖາບັນພົວພັນຕ່າງປະເທດ ຍາດໄດ້ ພ້ອມກັບບັນດາຮູບພາບຂອງການນຳລາວ. ກຽນ, ເປັນນັກສຶກສາຮຽນປີທີ 3 ຢູ່ສະຖາບັນພົວພັນຕ່າງປະເທດ ນັ່ງຄຽງຂ້າງເພື່ອນລາວຜູ້ຫນຶ່ງ ຊື່ງແມ່ນຜູ້ແນະນຳວິທີຜັນສຽງພາສາລາວ. ເຖິງວ່າ ກຽນໄດ້ລື້ງເຄີຍກັບເພື່ອນລາວມາເປັນເວລາ 2 ປີແລ້ວ ກໍຕາມ ແຕ່ ກຽນສາມາດເວົ້າພາສາລາວໄດ້ບາງປະໂຫຍກ ເຊັ່ນວ່າ: ກິນເຂົ້າແລ້ວບໍ່, ຢູ່ດີມີແຮງບໍ່, ລຸກຂຶ້ນແມ, ຊ້າແລ້ວ.. ກຽນ ແລະ ຍຸງ, ພວມຮຽນປີທີ 2 ໃນສະຖາບັນພົວພັນຕ່າງປະເທດ ແລະ ແມ່ນສະມາຊິກຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະໂມສອນວັດທະນະທຳ ລາວ ມາເປັນເວລາກວ່າ 1 ປີແລ້ວ.

      “ນ້ອງເຂົ້າຮ່ວມສະໂມສອນນີ້ ກ່ອນອື່ນໝົດແມ່ນເພື່ອສະຫນັບສະຫນູນຂໍ້ລິເລີ່ມສ້າງຕັ້ງສະໂມສອນວັດທະນະທຳລາວ, ຕໍ່ມານ້ອງຢາກຮຽນພາສາລາວອີກ.”

        “ນ້ອງມີຄວາມປິຕິຊົມຊື່ນເມື່ອໄດ້ຮຽນພາສາລາວ, ມານີ້ ນ້ອງໄດ້ລື້ງເຄີຍກັບອ້າຍເອື້ອຍນັກສຶກສາລາວ ຫລາຍຄົນ. ພວກອ້າຍເອື້ອຍແມ່ນຄົນໃຈດີທີ່ສຸດ ແລະ ຍາມໃດກໍຖືພວກນ້ອງຄືດັ່ງນ້ອງຄີງຂອງຕົນ. ຜ່ານຫນຶ່ງປີທີ່ເຂົ້າຮ່ວມສະໂມສອນ ພວກນ້ອງໄດ້ແອບຟ້ອນລຳວົງລາວ, ປະຈຸບັນ ນ້ອງຟ້ອນເປັນແລ້ວ ແລະ ມີຄວາມຄ່ອງແຄ້ວດີ.”

ນາງຍຸງຜັນສຽງພາສາລາວບໍ່ແຈ້ງປານໃດ ສະນັ້ນຈຶ່ງເຮັດໃຫ້ໝູ່ເພື່ອນເປັນຕາຢາກຫົວ. ເຖິງວ່າ ມື້ນີ້ ເຂົ້າຮ່ວມ ຍ້ອນສະມາຊິກໃນສະໂມສອນຫລາຍຄົນພວມກະກຽມການເສັງ ມີພຽງ 10 ຄົນ ກໍຕາມ ແຕ່ບັນຍາກາດໃນຫ້ອງກໍ່ຟົດຟື້ນທີ່ສຸດ. ເພື່ອນ ກົ້ງເມັ່ງຊົ່ງ ຢົ້ວນູ, ປະທານ ທັງແມ່ນຜູ້ກໍ່ຕັ້ງສະໂມສອນ ແລະ ກໍ່ແມ່ນອາຈານສອນຕົ້ນຕໍໃນຫ້ອງນີ້, ນອກນັ້ນ ຍັງມີນັກສຶກສາລາວອີກ 3 ຄົນ ພວມສອນພາສາລາວ ໃຫ້ເພື່ອນນັກສຶກສາ ຫວຽດນາມ ທີ່ຫາກໍ່ຮຽນໃຫມ່. ເພື່ອນ ກົ້ງເມັ່ງຊົ່ງ ຢົ້ວນູ ໃຫ້ຮູ້ວ່າ: ແຕ່ລະມື້ ເມື່ອໄດ້ສອນພາສາລາວໃຫ້ພວກເພືື່ອນນັກສຶກສາຫວຽດນາມ ທີ່ມີຄວາມ ສົນໃຈຮຽນພາສາລາວ ນິຍົມວັດທະນະທຳລາວ ນັ້ນແມ່ນຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈ.

ສຽງ ເພື່ອນ ກົ້ງເມັ່ງຊົ່ງ

ສຳລັບເພື່ອນ ບຸດສະບາ ທານອກ ແລ້ວ, ເມື່ອໄດ້ເຂົ້າຮ່ວມການສອນພາສາລາວໃຫ້ໝູ່ເພື່ອນນັກສຶກສາຫວຽດນາມ ແມ່ນສິ່ງທີ່ມີຄວາມໝາຍທີ່ສຸດ.

ສຽງ ເພື່ອນ ບຸດສະບາ

ສະໂມສອນວັດທະນະທຳລາວ - ເຊື່ອມຕໍ່ຄວາມຮັກແພງ - ảnh 2 ມີເພືຶ່ອນລາວຜູ້ໜຶ່ງນັ່ງຂ້າງນັກຮຽນຄົນໃໝ່

 ການເຄື່ອນໄຫວຢ່າງແທດຈິງທີ່ສຸດໃນຕົ້ນເດືອນ ເມສາ ຜ່ານມາ ເພື່ອຕ້ອນຮັບບຸນປີໃຫມ່ລາວ, ແລະ ສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງຫວຽດນາມ - ລາວ, ສະໂມສອນວັດທະນະທຳລາວ ໄດ້ຈັດຕັ້ງການເສັງ “ຊອກຮູ້ວັດທະນະທຳລາວ” ຄັ້ງທີຫນຶ່ງ. ທ່ານນາງ ຫງວຽນທາຍງວຽນເຮືອງ, ຮອງຜູ້ອຳນວຍການສະຖາບັນ, ແມ່ນຫນຶ່ງໃນສະມາຊິກ 3 ຄົນໃນຄະນະກຳມະໃຫ້ຄະແນນການເສັງໃຫ້ຮູ້ວ່າ:

        “ເຖິງວ່າ ສະໂມສອນວັດທະນະທຳລາວ ຫາກໍ່ໄດ້ຮັບການສ້າງຕັ້ງໃນທ້າຍປີ 2015 ກໍຕາມ ແຕ່ໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງຫລາຍຢ່າງ. ບັນດາການເຄື່ອນໄຫວນີ້ ນອກຈາກຈະຊ່ວຍໃຫ້ນັກສຶກສາຫວຽດນາມ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳລາວແລ້ວນັ້ນ ຍັງຊ່ວຍໃຫ້ນັກສຶກສາໃນສະຖາບັນ ມີທັກສະໃນການເຮັດວຽກເປັນກຸ່ມ, ການພົວພັນແລກປ່ຽນ, ຖອດຖອນບົດຮຽນກັບບັນດານັກສຶກສາຢູ່ໂຮງຮຽນອອ້ມຂ້າງອີກດ້ວຍ. ນີ້ແມ່ນການເຄື່ອນໄຫວດີທີ່ສຸດ ແລະ ຄວນໄດ້ຮັບການເສີມຂະຫຍາຍຫລາຍກວ່າ.”

ສິ້ນສຸດຊົ່ວໂມງຮຽນພາສາລາວ ແມ່ນເວລາ 8 ໂມງຄ່ຳ, ນັກສຶກສາລາວແລະຫວຽດນາມບາງຄົນ ໄດ້ພາກັນໄປກິນເຂົ້າ, ສ່ວນບາງຄົນກັບຄືນຫໍພັກ, ພວກເພື່ອນນັດກັນວ່າ ຈະພົບກັນໃຫມ່ໃນຊົ່ວໂມງຮຽນຕໍ່ໄປ ດ້ວຍຄຳວ່າ ລາກອ່ນເດີ.

ຕອບກັບ

yerxiong youanou

ອ້າຍເຮັດໄດ້ດີຫລາຍນ້ອງດີນຳເດີ້ ທີ່ອ້າຍຕັ້ງໜ້າເຮັດທີ່ຂອງຕົນໃຫ້ໄດ້ດີທີ່ສຸດແບບນີ້
ຂໍໃຫ້ອ້າຍຈົງມີສຸຂະພາບແຂງແຮງປະສົບຜົນສຳເລັດຕາມທີ່ຕັ້ງໃຈ ແລະ ຈະເລີນກ້າວໜ້າໃນໜ້າທີ່ ແລະ ການສຶກສາ
ອ້າຍຮັກສາສຸຂະພາບແດ່ເດີ້.

ຂ່າວ/ບົດ​ອື່ນ