ສາມັກຄີ, ຮ່ວມມືເພື່ອວັດທະນາຖາວອນລວມ

(vovworld)- ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 7 (ADMM7)ຫາ​ກໍ່ອັດ​ລົງ​ຢູ່ ບຣູ​ໄນ ​ໄດ້ບັນລຸ​ໝາກຜົນ​ອັນ​ດີ​ງາມຫລາຍ​ຢ່າງ. ດ້ວຍ​ຂໍ້​ສະ​ເຫ​ນີຮ່ວມ​ມື​ຢ່າງລະອຽດ, ອີກ​ຄັ້ງ​ຫນຶ່ງ ADMM7 ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຂງ​ແຮງ​ຂອງ​ກຸ່ມ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື​ອ່ການ​ພັດທະນາ, ຄວາມວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ ກໍ​ຄື​ແຕ່ລະ​ປະ​ເທດ​ສະມາຊິກ.

        ກອງ​ປະຊຸມ ADMM7 ດຳ​ເນີນ​ໄປ​ໃນ​ວັນ​ທີ 6 ​ແລະ 7/5 ຢູ່​ນະຄອນຫລວງ Bandar Seri Begawan ຂອງ​ບຣູ​ໄນ, ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ມາ​ຈາກ 10 ປະ​ເທດ ອາ​ຊຽນ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ເອກະສານ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ລາຍການ​ພົບ​ປະ​ແລກປ່ຽນ​ປ້ອງ​ກັນ​ຊາດບັນດາ​ປະ​ເທດ ອາ​ຊຽນ; ສ້າງ​ຂອບ​ເຂດ​ຫນູນ​ຊ່ວຍ​ພະລາທິການ​ບັນດາ​ປະ​ເທດ ອາ​ຊຽນ; ສ້າງ​ຫນ່ວຍ​ຊ່ຽວຊານ ADMM+ ເຄື່ອນ​ໄຫວມະນຸດ​ສະ​ທຳ​ໃນ​ການ​​ເກັບ​ກູ້ລູກ​ລະ​ເບີດ. ກອງ​ປະຊຸມ ADMM7 ກໍ​ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງການ​ຮ່ວມ​“ພ້ອມ​ກັນ​ປົກ​ປ້ອງ​ປະຊາຊົນ ​ແລະ ອະນາຄົດ​ຂອງ​ພວກ​ເຮົາ”.

ສາມັກຄີ, ຮ່ວມມືເພື່ອວັດທະນາຖາວອນລວມ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ
ພາບ:internet

        ຕໍ່ຫນ້າ​ການ​ປ່ຽນ​ແປງ​ຢ່າງ​ວ່ອ​ງ​ໄວ​ຂອງ​ສະພາບ​​ໃນພາກ​ພື້ນ ​ແລະ ສາກົນ, ການ​ແກ້ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ພວມ​ວາງ​ອອກ​ຫລາຍ​ກາລະ​ໂອກາດ​ກໍ​ຄື​ສິ່ງ​ທ້າ​ທາຍ​​ສຳລັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ອາ​ຊຽນ. ​ເພາະສະ​ນັ້ນ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການຮ່ວມ​ມື​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ລວມ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​​ເຖິງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃຫຍ່​ຄື: ຈີນ ​ແລະ ອາ​ເມ​ລິ​ກາ, ຊື່​ງ​ແມ່ນ​ສອງ​ປະ​ເທດມີ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ, ມີ​ຜົນ​ສະທ້ອນ​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ນັ້ນ​ແມ່ນ​ການ​ຮັບ​ຮູ້​ລວມຂອງ​ທຸກ​ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ກອງ​ປະຊຸມ ADMM7. ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອາດຊະຍາ​ກຳ​ຂ້າມ​ຊາດ, ກອງ​ປະຊຸມ​ຄັ້ງ​ນີ້​ກໍ​ສະ​ເຫ​ນີຫລາຍ​ມາດ​ຕະການ​ຮ່ວມ​ມື​ຢ່າງ​ລະອຽດຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະຫານ​ເຮືອ, ສ້າງ​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ​ທະຫານ​ເຮືອ​ຂອງບັນດາ​ປະ​ເທດ​ອາ​ຊຽນ, ຈັດ​ຕັ້ງ​ການ​ລາດຕະ​ເວນ​ຮ່ວມ​ບົນ​ທະ​ເລ, ການພົບ​ປະ​ແລກປ່ຽນລະຫວ່າງ​ກຳລັງ​ທະຫານ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ. ດ້ວຍ​ຖານະ​ເປັນ​ປະ​ເທດ​ຍົກ​ອອກ​ຂໍ້​ລິ​ເລີ່​ມ ​ແລະ ຈັດ​ຕັ້ງ​ປະຕິບັດການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ທະຫານ​ເຮືອ ອາ​ຊຽນ ຄັ້ງ​ປະຖົມມະ​ເລີກ​ເມື່ອ ປີ 2012 ສຳ​ເລັດ​ຜົນ, ພັນ​ເອກ ​ໂດ໋ມີນທາຍ, ຮອງ​ຫົວຫນ້າ​ເສນາ​ທິການ​ເຫຼົ່າທັບ​ເຮືອ ຫວຽດນາມ ຖື​ວ່າ:

        “ການ​ເຄື່ອນ​ໄຫວ​ນີ້ ດ້ານ​ຫນຶ່ງ​ແມ່ນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ສັນຕິພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​​ເຊິ່ງກັນ ​ແລະ ກັນ ລະ​ຫວ່າງ​ທະຫານ​ເຮືອ​ບັນດາ​ປະ​ເທດ ພ້ອມ​ທັງ​ສ້າງ​ປະຖົມ​ປັດ​ໃຈ​ເພື່ອ​ໃຫ້​ທະຫານ​ເຮືອສາມາດ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຕ້ານ​ຈົນ​ສະ​ຫລັດ, ການ​ຄ້າ​​ເຖື່ອນ, ການ​ຄ້າ​ມະນຸດ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ… ​ນອກ​ນັ້ນ ຍັງຊອກ​ຫາ​ມາດ​ຕະການ​ແກ້​ໄຂ​​ເຫດການ​ດ່ວນ​ທີ່ເກີດ​ຂຶ້ນບົນ​ທະ​ເລ​ໃຫ້​ສົມ​ເຫດ​ສົມ​ຜົນ.”

        ​ໃນ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ພວມ​ຊ້ອນ​ແຝງບັນດາບັນຫາ​ສັບສົນ, ກອງ​ປະຊຸມ ADMM7 ​ໄດ້​ສະ​ເຫ​ນີຂໍ້​ຕົກລົງ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດກ່ອນ​ໃນ​ການ​ພິພາດ​ອະທິປະ​ໄຕ​ບົນ​ທະ​ເລ, ​ເປັນ​ຕົ້ນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ​ມີ​ກຳລັງ​ທະຫານ​ຕັ້ງ​ທັບ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ. ນີ້​ຈະ​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ເພື່ອ​ເພີ່ມ​ທະວີ​ສັນຕິພາບ, ສະຖຽນ​ລະ​ພາບ, ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ການ​ສູ້​ຢັນ​ໃນ​ພາກ​ພື້ນ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ມານະ​ພະຍາຍາມ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ບົນ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ວີ​ທີ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນມີ​ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຄວນຄົ້ນ​ຄ້ວາ​ເພື່ອ​ລົງ​ນາມ​ໃນ​ຄຳ​ໝັ້ນ​ສັນຍາ​​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ​ກ່ອນ ​ໃນ​ການ​ພິພາດ​ອະທິປະ​ໄຕ, ​​ໃນການ​ແກ້​ໄຂ​ກໍລະນີ​ທີ່​ເກີດ​ຂຶ້ນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ, ​ເພື່ອ​ຫລີກ​ລ້ຽງ​ຄວາມ​ເຄັ່ງ​ຕຶງ, ຫລີກ​ລ້ຽງ​ການ​ປະ​ທະ​ກັນ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ. ນັ້ນ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ​.”

        ດ​້ວຍທັດສະນະ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຕົນ ​ແມ່ນ​ຢືດໝັ້ນ​​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ທັດສະນະ​ຂອງ​ຫວຽດນາມ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ກອງ​ທັບ​ບັນດາ​ປະ​ເທດ​ສະມາຊິກ. ADMM7 ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ: ບັນດາ​ຝ່າຍ​ຄວນ​ພ້ອມ​ກັນ​ມານະ​ພະຍາຍາມ​ປະຕິບັດ​ຖະ​ແຫລງການ DOC, ຖະ​ແຫລ​ງຫລັກການ 6 ຂໍ້ ຂອງ​ອາ​ຊຽນກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ບົນ​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງ ອາ​ຊຽນ ​ແລະ ຈີນ.

        ກອງ​ປະຊຸມ​ໄດ້​ເຫັນ​ດີ​ຕໍ່​ວິວັດ​ການ​ພັດທະນາ​ຂອງ ADMM ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ ຫາກ​ພັດທະນາ​ອອກ​ສູ່​ພາຍ​ນອກ​ອີກ​ດ້ວຍ ​ເພື່ອ​ເຊື່ອມ​ຈອດ​ແຫລ່ງກຳລັງ​​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ອາດຊະຍາ​ກຳ​ຂ້າມ​ຊາດ. ສະ​ນັ້ນ ​ເປັນ​ຄັ້ງ​ທຳ​ອິດ​ໃນປະຫວັດສາດ​ແຫ່ງ​ການ​ຮ່ວມມື​ຂອງ​ອາ​ຊຽນ, ​ເວທີ​ປ​າ​ໄສ​ຫນູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​ໄພ​ກູ້​ຊີບ ສົມທົບ​ກັບ​ເສນາ​ຮັກ​ຈະ​ຖື​ດຈັດ​ຕັ້ງ​ຂຶ້ນ​ຢູ່ ບຮູ​ໄນ ​ໃນ​ທ້າຍ​ເດືອນ 6 ຈະ​ມາ​ເຖິງ. ນີ້​ແມ່ນ​ການ​ຊ້ອມ​ຮົບ​ມີ​ຂອບ​ຂະຫນາດ​ໃຫຍ່ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ ADMM +, ​ເປັນ​ຂີດ​ໝາຍ​​ແຫ່ງບາດ​ກ້າວ​ພັດທະນາ​ສຳຄັນ ​ແມ່ນ​ສັນຍາ​ລັກ​ຂອງ​ການ​ເຊື່ອມ​ຈອດ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ.

        ປາດ​ຖະຫນາ​ຢາກ​ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ສະ​ເພາະ​ຂອງ​ປະ​ເທດ​ໃດ​ຫນຶ່ງ​​ເທົ່າ​ນັ້ນ ຫາກ​ຂອງ​ປະ​ເທດ​ທັງ​ໝົດ​ໃນ​ພາກ​ພື້ນ​ອາ​ຊຽນ ອີກ​ດ້ວຍ. ດ້ວຍ​ບັນດາ​ໝາກຜົນ​ບັນລຸ​ໄດ້​ທີ່​ກອງ​ປະຊຸມ ADMM7 ຄັ້ງ​ນີ້, ອາ​ຊຽນ ພວມ​ມານະ​ພະຍາຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມດ້ວຍ​ຖານະ​ແມ່ນ​ກຸ່ມ​ທີ່​ເປັນ​ເອກະ​ພາບ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ຄວາມ​ໝັ້ນຄົງ​ລວມ​ໃນ​ປີ 2015, ອາ​ຊຽນ ​ເຂັ້ມ​ແຂງ​, ​ເປັນ​ເອກະ​ພາບ ​ແລະ ສາມັກຄີ.

ຕອບກັບ

ຂ່າວ/ບົດ​ອື່ນ