ຫວຽດ​ນາມ ແລະ ອາ​ຊຽ​ນ: ປັບ​ປຸງ​ທີ່​ຕັ້ງບົດ​ບາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

(VOVWORLD) - ຜ່ານໄລຍະເວລາ 53 ປີແຫ່ງການເຕີບໃຫ່ຍ ແລະ ພັດທະນາ, ຖືກຕ້ອງຕາມພາລະກຳປະຫວັດສາດທີ່ໄດ້ລະບຸໄວ້ໃນຖະແຫຼງການບາງກອກ ເມື່ອວັນທີ 8 ສິງຫາປີ 1967, ອາຊຽນ ໄດ້ກາຍເປັນອົງການຕາງໜ້າໃຫ້ບັນດາປະເທດໃນພາກພື້ນຢ່າງແທ້ຈິງ, ຊຸກຍູ້ຄວາມສະໜິດຕິດພັນ ບົນນ້ຳໃຈບ້ານໃກ້ເຮືອນຄຽງ, ມິດຕະພາບ, ການຮ່ວມມື, ເຄົາລົບ, ເຂົ້າໃຈຊື່ງກັນ ແລະ ກັນ, ເພື່ອສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນຂອງປະຊາຊົນ. ໃນຖານະບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອາຊຽນ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ພ້ອມກັບບັນດາປະເທດສະມາຊິກ ເພື່ອແນໃສ່ປັບປຸງ, ຍົກສູງທີ່ຕັ້ງບົດບາດຂອງອາຊຽນ, ເຊື່ອໝັ້ນຕໍ່ຕົນເອງ ຜ່ານຜ່າບັນດາສິ່ງທ້າທາຍໃນຍຸກສະໄໝໃໝ່.
ຫວຽດ​ນາມ ແລະ ອາ​ຊຽ​ນ: ປັບ​ປຸງ​ທີ່​ຕັ້ງບົດ​ບາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ - ảnh 1

  (ພາບປະກອບ)

  ຈາກອົງການທີ່ມີ 5 ປະເທດສະມາຊິກ, ອາຊຽນ ໄດ້ພັດທະນາເປັນປະຊາຄົມລວມມີ 10 ປະເທດສະມາຊິກດ້ວຍປະຊາກອນ 650 ລ້ານຄົນ, ຂອບຂະໜາດເສດຖະກິດປີ 2019 ແມ່ນໃຫ່ຍອັນດັບທີ 5 ໃນໂລກດ້ວຍຍອດ GDP ກ່ວາ 3000 ຕື້ USD. ອາຊຽນ ໄດ້ເປີດກ້ວາງການພົວພັນກັບຫຼາຍປະເທດຄູ່ຮ່ວມມື, ລວມມີບັນດາປະເທດມະຫາອຳນາດແຖວໜ້າຂອງໂລກ. ບັນດາກົນໄກຮ່ວມມືພາກພື້ນ ໂດຍອາຊຽນນຳພາ ຍາມໃດກໍ່ໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມມື. ແຕ່ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ອາຊຽນກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ. ຕາມທ່ານ Kim Phea,  ຜູ້ອຳນວຍການສະຖາບັນການພົວພັນສາກົນກຳປູເຈຍແລ້ວ, ມີ 4 ບັນຫາຕົ້ນຕໍທີ່ອາຊຽນຕອ້ງປະເຊີນໜ້າໃນປະຈຸບັນ ກໍ່ຄືໃນອະນາຄົດ:

    ທີ 1 ແມ່ນບັນຫາທະເລຕາເວັນອອກ. ນີ້ແມ່ນບັນຫາໃຫ່ຍໃນປະຈຸບັນກໍ່ຄືໃນ 10 ປີຈະມາເຖິງ ຍ້ອນມີການກ່ຽວຂ້ອງເຖິງຫຼາຍປະເທດໃນພາກພື້ນ ແລະ ຈີນ. ປະຈຸບັນອາຊຽນຢາກສ້າງກົດແຫ່ງການປະພຶດໃນທະເລຕາເວັນອອກ (COC)  ໄດຍໄວເພື່ອແກ້ໄຂບັນຫານີ້. ທີ 2 ແມ່ນບັນຫາຊາຍແດນ, ເຮັດແນວໃດເພື່ອໃຫ້ເຂດຊາຍແດນລະຫວ່າງບັນດາປະເທດອາຊຽນ ກາຍເປັນພາກພື້ນແຫ່ງສັນຕິພາບ, ຮ່ວມມື ແລະ ມິດຕະພາບ. ທີ 3 ແມ່ນການຮັດແຄບຊ່ອງວ່າງໃນອາຊຽນ, ລະຫວ່າງກຸ່ມບັນດາປະເທດອາຊຽນເກົ່າ ແລະ ໃໝ່, ປະເທດຮັ່ງມີ ແລະ ທຸກຍາກ. ທີ 4 ແມ່ນບັນຫາການທະຫານ, ພວກເຮົາບໍ່ທັນມີກຳລັງປ້ອງກັນຄວາມສະຫງົບລວມ, ເມື່ອມີບັນຫາເກີດຂຶ້ນ ຈະບໍ່ສາມາດຊ່ວຍເຫຼືອກັນໄດ້.

   ຄຽງຂ້າງນັ້ນ, ການປ່ຽນແປງສະພາບດ້ານການເມືອງ ແລະ ເສດຖະກິດ, ຍຸກສະໄໝດີຈີຕອນ, ການອາລັກຂາ, ໂລກລະບາດ, ໄພທຳມະຊາດ, ພິເສດແມ່ນການແກ່ງແຍ້ງກັບບັນດາປະເທດໃຫ່ຍກໍ່ມີການກະທົບບໍ່ແມ່ນໜ້ອຍຕໍ່ວິວັດການພັດທະນາຂອງອາຊຽນ. ໃນບົດກ່າວປາໄສສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊັວນຟຸກ ໄດ້ຊີ້ແຈ້ງວ່າ, ມີພຽງແຕ່ການຮ່ວມແຮງຮ່ວມໃຈ ແລະ ຕັດສິນໃຈຢ່າງແຮງຂອງທຸກປະເທດສະມາຊິກເທົ່ານັ້ນ, ອາຊຽນຈຶ່ງຈະສາມາດຮັກສາ ແລະ ພັດທະນາຄຸນຄ່າ, ກຳລັງແຮງທີ່ໝັ້ນຄົງຄືໄລຍະທາງພັດທະນາກ່ວາເຄິ່ງສັດຕະວັດທີ່ຜ່ານມາໄດ້.

   ບັນດາຫຼັກການພື້ນຖານຂອງອາຊຽນ, ບັນດາມາດຖານທີ່ໄດ້ຮັບຮູ້ໃນພາກພື້ນ ແລະ ກ່ອນອື່ນໝົດແມ່ນກົດໝາຍສາກົນ, ບົນເນື້ອໃນຈິດໃຈຂອງການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມສຳພັນໃນພາກພື້ນ, ບົດບາດໃຈກາງຂອງອາຊຽນ ຕ້ອງສືບຕໍ່ໄດ້ຮັບການຍົກສູງຂຶ້ນ. ຄຸນຄ່າຂອງອາຊຽນ ຄືຕະຫຼາດລວມ, ດ້ວຍຮາກຖານການຜະລິດເອກະພາບ, ການເຮັດວຽກແບບເປີດກ້ວາງ, ປະຊາຄົມທີ່ມີຄວາມເອົາໃຈໃສ່, ແບ່ງປັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ ຕ້ອງໄດ້ຮັບການແຜ່ຂະຫຍາຍອອກຢ່າງກ້ວາງຂວາງ, ເພື່ອໃຫ້ປະຊາຊົນທຸກຊັ້ນຄົນ, ວິສາຫະກິດລ້ວນແຕ່ໄດ້ຊົມໃຊ້ ແລະ ປະກອບສ່ວນເຂົ້າໃນວິວັດທະນະການພັດທະນາຂອງອາຊຽນ.

   ໂດຍແມ່ນປະທານອາຊຽນປີ 2020, ດ້ວຍນ້ຳໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມືນັ້ນ, ຫວຽດນາມ ໄດ້ສະຫງວນບຸລິມະສິດສູງ ເພື່ອຍູ້ແຮງຄວາມສາມັກຄີ, ຄວາມເອກະພາບ, ປະສານສົມທົບກັນເຄື່ອນໄຫວຢ່າງມີປະສິດທິຜົນໃນອາຊຽນ ກໍ່ຄືເພີ່ມທະວີການພົວພັນຄູ່ຮ່ວມມື ເພື່ອຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດຮັບມືກັບບັນດາສິ່ງທ້າທາຍຂອງອາຊຽນ ຢ່າງມີປະສິດທິຜົນ. ວິທີທີ່ ອາຊຽນ ຜ່ານຜ່າບັນດາພາຍຸຄວາມຫຍຸ້ງຍາກແບບກະທັນຫັນ ແລະ ບໍ່ເຄີຍມີມາກ່ອນຄືໂລກລະບາດໂຄວິດ-19 ແມ່ນການສະແດງໃຫ້ເຫັນກຸ່ມອາຊຽນທີ່ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ເດັດດ່ຽວ ແລະ ບໍ່ຍອມຈຳນົນຕໍ່ສະພາບການທີ່ຫຍຸ້ງຍາກ. ທ່ານປະລິນຍາເອກ Chheang Vannarith - ກຳມະການຄະນະບໍລິຫານ ສະຖາບັນວະິໄສທັດອາຊີ (AVI), ອົງການ think-tank (ຄົ້ນຄ້ວາ, ໃຫ້ຄຳປຶກສານະໂຍບາຍ) ອັນດັບໜຶ່ງຂອງກຳປູເຈຍ ຕີລາຄາວ່າ:

   ໂລກລະບາດໂຄວິດ-19 ຄັ້ງນີ້ແມ່ນການທົດສອບເພື່ອໃຫ້ອາຊຽນ ໄດ້ສະແດງຄວາມອາດສາມາດນຳພາ ໃນການຊຸກຍູ້ປະຕິກິລິຍາໂຕ້ຕອບຂອງພາກພື້ນຕໍ່ວິກິດການ. ບັນດາປະເທດຄູ່ຮ່ວມມືອາຊຽນ+3 ຄືຈີນ, ຍີ່ປຸ່ນ, .ເກົາຫຼີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີປະສົບການຫຼາຍໃນການແກ້ໄຂວິກິດການ, ສະນັ້ນ ເຮັດແນວໃດເພື່ອລະດົມການໜູນຊ່ວຍ ຂອງບັນດາປະເທດເຫຼົ່ານີ້ ແມ່ນສຳຄັນທີ່ສຸດ, ພິເສດແມ່ນບ້ວງເງິນປະກອບເຂົ້າກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອາຊຽນ. ອາດເວົ້າໄດ້ວ່າ ໃນບົດບາດເປັນປະທານອາຊຽນ, ຫວຽດນາມ ໄດ້ປະຕິບັດການເຊື່ອມຕໍ່ອາຊຽນ ກັບ 3 ປະເທດຄູ່ຮ່ວມມືນີ້ເປັນຢ່າງດີທີ່ສຸດ.

   ໃນປະຫວັດສາດກ່ວາ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ພາຍຫຼັງບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ອາຊຽນ ກໍ່ມີຄວາມເຂັ້ມແຂງກ່ວາອີກ. ປະຈຸບັນນີ້ ກໍ່ແມ່ນຈຸດເວລາເພື່ອໃຫ້ອາຊຽນ ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ມີຄ່າດັ່ງກ່າວ, ສ້າງປະຊາຄົມມຸ່ງໄປສູ່ປະຊາຊົນ ແລະ ເອົາປະຊາຊົນເປັນກົກ. ສິ່ງດັ່ງກ່າວຈະປະສົບຜົນສຳເລັດໄດ້ ຖ້າຫາກວ່າ ທຸກປະເທດສະມາຊິກອາຊຽນ ພ້ອມກັນມີຈິນຕະການ ເພື່ອປະຊາຄົມ ແລະ ມີການກະທຳເພື່ອປະຊາຄົມ. ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ປະຕິບັດເປົ້າໝາຍທີ່ສູງສົ່ງນີ້ ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ