ຫວຽດນາມ ແລະ ໄທ ຊຸກຍູ້ຍຸດທະສາດ “ສາມເຊື່ອມຕໍ່” ພ້ອມກັນເຕີບໂຕແບບຍືນຍົງ

(VOVWORLD) - ຫວຽດນາມ ແລະ ໄທ ແມ່ນສອງປະເທດທຳອິດໃນກຸ່ມ ອາຊຽນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແລະ ແມ່ນຄູ່ປະເທດໜຶ່ງດຽວໃນພາກພື້ນຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ວົງເງິນການຄ້າລະຫວ່າງສອງປະເທດເພີ່ມຂຶ້ນຈາກລະດັບ 9,4 ຕື້ USD ໃນປີ 2013 ຂຶ້ນເປັນເກືອບ 21 ຕື້ USD ໃນປີ 2022, ມຸ່ງໄປເຖິງເປົ້າໝາຍບັນລຸແຕ່ 25 30 ຕື້ USD ໃນປີ 2025.

 ພິເສດ, ການນຳສອງປະເທດເຫັນດີເປັນເອກະພາບຮັບຮອງເອົາຍຸດທະສາດ “ສາມເຊື່ອມຕໍ່”, ເຊິ່ງລວມມີການເຊື່ອມຕໍ່ກ່ຽວກັບລະບົບການສະໜອງ; ເຊື່ອມຕໍ່ຮາກຖານການຜະລິດ, ກ່ອນອື່ນໝົດແມ່ນບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸລະວິສາຫະກິດ ຢູ່ທ້ອງຖິ່ນຂອງສອງປະເທດ; ການເຊື່ອມຕໍ່ນະໂຍບາຍພັດທະນາແບບຍືນຍົງຂອງສອງປະເທດ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈໃນການສຳພາດທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ສສ ຫວຽດນາມ ຂອງນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນການພົວພັນຄູ່ຮ່ວມມືຍຸດທະສາດ (2013 -2023). ເຊີນທ່ານຕິດຕາມຮັບຟັງ.

ຫວຽດນາມ ແລະ ໄທ ຊຸກຍູ້ຍຸດທະສາດ “ສາມເຊື່ອມຕໍ່” ພ້ອມກັນເຕີບໂຕແບບຍືນຍົງ - ảnh 1ທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ກັບນັກຂ່າວ VOV

    ສຽງ  ທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ

 

        ດ້ວຍຂີດໝາຍ 10 ປີການພົວພັນຄູ່ຮ່ວມມືຍຸດທະສາດ (2013 – 2023), ໃນປີ 2023, ສະຖານທູດ ໄທ ຈະຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ. ກ່ຽວກັບດ້ານການເມືອງ, ຊຸກຍູ້ການຈັດກອງປະຊຸມຄະນະລັດຖະບານຮ່ວມ ໄທ - ຫວຽດນາມ ຄັ້ງທີ 4 ຢູ່ ຫວຽດນາມ, ກອງປະຊຸມຂັ້ນລັດຖະມົນຕີ ແລະ ຮອງລັດຖະມົນຕີການຕ່າງປະເທດລະຫວ່າງສອງປະເທດ. ກ່ຽວກັບດ້ານເສດຖະກິດ, ສົມທົບກັບສະມາຄົມວິສາຫະກິດໄທ (ThaiCham) ເພື່ອແນໃສ່ສົ່ງເສີມການຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 25 ຕື້ USD ໃນປີ 2025. ກ່ຽວກັບການລົງທຶນ, ເພີ່ມທະວີການລົງທຶນບັນດາໂຄງການພະລັງງານຜະລິດຄືນໃໝ່ໂດຍບັນດາບໍລິສັດໃຫຍ່ກ່ຽວກັບພະລັງງານຂອງ ໄທ ໃນປະຈຸບັນລ້ວນແຕ່ມີໜ້າຢູ່ ຫວຽດນາມ. ກ່ຽວກັບການພົບປະແລກປ່ຽນປະຊາຊົນ, ສືບຕໍ່ຈັດການເຄື່ອນໄຫວພົບປະແລກປ່ຽນຊາວໜຸ່ມ ແລະ ການເຄື່ອນໄຫວ Amazing Leader, ໃນນັ້ນ, ໄດ້ເຊີນບັນດາການນຳໜຸ່ມຂອງ ຫວຽດນາມ ໄປຊອກຫາບັນດາການເຄື່ອນໄຫວຢູ່ ໄທ. ກ່ຽວກັບດ້ານວັດທະນະທຳ, ຈະເຊີນວົງດົນຕີປະສານສຽງ Thailand Philharmonic Orchestra ຂອງມະຫາວິທະຍາໄລ Mahidol ມາສະແດງຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ກ່ຽວກັບແຜນການຮ່ວມມືກັບ ຫວຽດນາມ ໃນການປະຕິບັດໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໄລຍະ 2022 – 2027, ທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ສສ ຫວຽດນາມ, ໃຫ້ຮູ້ວ່າ:

ສຽງ  ທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ

 
ຫວຽດນາມ ແລະ ໄທ ຊຸກຍູ້ຍຸດທະສາດ “ສາມເຊື່ອມຕໍ່” ພ້ອມກັນເຕີບໂຕແບບຍືນຍົງ - ảnh 2ທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ແລະ ນັກຂ່າວ Minh Ly

  ພິເສດ, ໃນການຢ້ຽມຢາມ ໄທ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃນເດືອນ ພະຈິກ 2022, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງກ່ຽວກັບເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ ແລະ ໄທ ເພື່ອແນໃສ່ປະກອບສ່ວນສ້າງດ້ານເສດຖະກິດ - ສັງຄົມສອງປະເທດໃຫ້ໝັ້ນຄົງເຂັ້ມແຂງ ຜ່ານຍຸດທະສາດ “ສາມເຊື່ອມຕໍ່”:

ສຽງ  ທ່ານ ນິຄອນເດັດ ພລາງຄຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ
 

        ປີ 2023, ຫວຽດນາມ ແລະ ໄທ ລ້ວນແຕ່ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ກຽມພ້ອມຮ່ວມມືເພື່ອພ້ອມກັນພັດທະນາ. ຜ່ານການຕິດຕາມການເຕີບໂຕດ້ານເສດຖະກິດ ຫວຽດນາມ ໃນໄຕມາດ 4 ປີ 2022, ທ່ານ ນິຄອນເດັດ ພລາງຄຸນ ຍັງສະແດງຄວາມເຊື່ອໝັ້ນວ່າ: ຫວຽດນາມ ຈະກ້າວເດີນໄກກ່ວາລະດັບເຕີບໂຕເກືອບ 8% ຂອງປີ 2022. ສ່ວນສຳລັບຝ່າຍ ໄທ, ດ້ວຍການເປີດປະຕູປະເທດຢ່າງສົມບູນຄືນໃໝ່ ແລະ ບັນດາການເຄື່ອນໄຫວຮ່ວມມືຟົດຟື້ນເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຍຸດທະສາດ ຫວຽດນາມ - ໄທ, ທັງສອງປະເທດຈະສືບຕໍ່ບັນລຸໄດ້ບັນດາຜົນສຳເລັດສຳຄັນໃນການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ./.

ຕອບກັບ

ຂ່າວ/ບົດ​ອື່ນ