ຫວຽດນາມ ແລະ ໄທເພີ່ມທະວີການຮ່ວມມືພ້ອມກັນພັດທະນາ

(vovworld)- ວັນ​ທີ 6/8/1976, ຫ​ວຽດ​ນາມ ແລະ ໄທ ເປັນ​ຄັ້ງ​ທຳ​ອິດ​ ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ສ້າງ​ບາດ​ລ້ຽວ, ເປີດ​ເສັ້ນ​ທາງ​ພັດ​ທະ​ນາ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ. ຂີດ​ໝາຍນັ້ນ​ໄດ້​ນຳ​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ຍິ່ງ​ສະ​ຫ​ນິດ​ຕິດ​ພັນ, ໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ. ໃນ​ໄລ​ຍະ​ກວ່າ 40 ປີ​ຜ່ານ​ມາ, ​ ການ​ພົວ​ພັນ​ສອງ​ຝ່າຍ​ ພັດ​ທະ​ນາ​ຢ່າງ​ແຮງ​ນັບ​ທັງ​ລວງກວ້າງ ແລະ ລວງ​ເລິກ ໃນ​ຫລາຍ​ຂົງ​ເຂດ, ຈາກ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ ສັງ​ຄົມ, ການ​ປ້ອງ​ກັ​ນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ​ບຳ​ລຸງ​ສ້າງ.

ຫວຽດນາມ ແລະ ໄທເພີ່ມທະວີການຮ່ວມມືພ້ອມກັນພັດທະນາ - ảnh 1
​ງານ​ຕະ​ຫລາດ​ນັດ​ວາງ​ສະ​ແດງ​ສິນ​ຄ້າ​ໄທ​ຢູ່​ຫວຽດ​ນາມ

        ຫວຽດ​ນາມ ແລະ ໄທ ມີ​ຫລາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ ແລະ ໃກ້​ຊິດ​​ກັນທາງ​ພູມ​ສາດ, ນີ້​ແມ່ນ​ບັນ​ດາ​ທ່າ​ໄດ້​ປຽບ​ສ້າງ​ທ່ວງທ່າ​ໃຫ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ສອງ​ຝ່າຍ. ຖ້າ​ຫາກ 20 ປີ​ກ່ອນນີ້ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ພຽງ​ປະ​ມານ 1,5 ຕື້​ໂດ​ລາ​ສະ​ຫະ​ລັດ/ປີ ມາ​ຮອດ​ປະ​ຈຸ​ບັນ ແມ່ນ 11 ຕື້​ໂດ​ລາ​ສະ​ຫະ​ລັດ/ປີ ແລະ ສູ້​ຊົນ​ຮອດ​ປີ 2020 ບັນ​ລຸ 20 ຕື້​ໂດ​ລາ​ສະ​ຫະ​ລັດ/ປີ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຫວຽດ​ນາມ ມີ​ຄວາມ​ນິ​ຍົມ​ສິນ​ຄ້າ​ຂອງ​ໄທ​ຄື: ເກີບ, ໝາກ​ໄມ້, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ ແລະ ກົງ​ກັນ​ຂ້າມ, ຊາວ​ໄທ ກໍ່​ນິ​ຍົມ​ບາງ​ປະ​ເພດ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ຄື: ກາ​ເຟ, ຊາ.. ຕາມ​ທ່ານ​ ຫວູ​ຮົ່ງ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ຫ​ນ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແລ້ວ, ​ ຫວຽດ​ນາມ ພວມ​ແມ່ນສະ​ຖານ​ທີ່​ລົງ​ທຶນ​ອັນ​ດູ​ດ​ດື່ມ​ສຳ​ລັບ​ວິ​ສາ​ຫະ​ກິດ​ໄທ​ຈຳ​ນວນ​ຫ​ນຶ່ງ ດ້ວຍ​ບັນ​ດາ​ໂຄງ​ການ​ໃຫ​ຍ່. ປະ​ຈຸ​ບັນ ໄທ ແມ່ນ​ນັກ​ລົງ​ທຶນ​ຢືນ​ອັນ​ດັບ 10 ໃນ​ຍອດ​ຈຳ​ນວນ​​ນັກ​ລົງ​ທຶນ​ຢູ່​ຫວຽດ​ນາມ ດ້ວຍ ເກືອບ 500 ໂຄງ​ການ, ຍອດ​ເງິນ​ລົງ​ທຶນ​ເກືອບ 10 ຕື້​ໂດ​ລາ​ສະ​ຫະ​ລັດ.

        “ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຄູ່​ຄ້າ​ລາຍ​ໃຫ​ຍ່​ທີ​ສອງ​ຂອງ​ໄທ ໃນ​ອາ​ຊຽນ. ກົງ​ກັນ​ຂ້າມ ໄທ​ແມ່ນ​ຄູ່​ຄ້າ​ລາຍ​ໃຫ​ຍ່​ສຸດ​ຂອງ​ຫວຽດ​ນາມ ພາຍ​ໃນ​ກຸ່ມ. ສິ່ງ​ດັ່ງ​ກ່າວ​ພິ​ສູດ​ໃຫ້​ເຫັນ ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ. ນອກ​ນັ້ນ ນະ​ໂຍ​ບາຍ​ຂອງ​ສອງ​ປະ​ເທດ​ແມ່ນ​ສະ​ດວກ​ທີ່​ສຸດ. ໃນກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຮ່ວມ 3 ຄັ້ງ, ລັດ​ຖະ​ບານ​ສອງ​ປະ​ເທດ ລ້ວນ​ແຕ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຫລຸດ​ຜ່ອນ​ຮົ້ວ​ກີດ​ຂວາງ​ໃຫ້​ແກ່​ສິນ​ຄ້າ​ສອ​ງ​ປະ​ເທດ.”

ຫວຽດນາມ ແລະ ໄທເພີ່ມທະວີການຮ່ວມມືພ້ອມກັນພັດທະນາ - ảnh 2
ທ່ານ​ ຫວູ​ຮົ່ງ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ


        ຈຸດ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ ແມ່ນ​ພື້ນ​ຖານ​ສະ​ດວກ​ເພື່ອ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ສ້າງ​ການ​ພົວ​ພັນ​ແລກ​ປ່ຽນ​ລ​ະ​ຫວ່າງ​ປະ​ຊາ​ຊົນ. ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ໄທ​ຫລາຍ​ສົມ​ຄວນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ບັນ​ຫາ​ຄົນ​ງານ​ຫວຽດ​ນາມ ເຮັດ​ວຽກ​ຢູ່​ໄທ ກໍ​ຄື ​ການ​ຂຸດ​ຄົ້ນ​ເຂດ​ທະ​ເລ​ຫາ​ປາ​ຍັງ​ມີ​ບາງ​ບັນ​ຫາ​ຂາດ​ຕົກ​ບົກ​ຜ່ອງ. ສະ​ນັ້ນ​ລັດ​ຖະ​ບານ​ສອງ​ປະ​ເທດ ໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ເພື່ອ​ຊອກ​ບັນ​ດາ​ມາດ​ຕະ​ການ​ສົມ​ທົບ, ບໍ່​​ສົ່ງຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ຮົ່ງ​ນາມ ໃຫ້​ຮູ້​ວ່າ:

        “ສອງ​ປະ​ເທດ ໄດ້​ປຶກ​ສາ​ຫາ​ລື ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ສອງ​ຝ່າຍ MOU ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ. ພວກ​ເຮົາ​ໄດ້​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້​​ຄົນງານ​ຫວຽດ​ນາມ ທີ່​ເຮັດ​ວຽກ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ໄທ ມີ​ເງື່ອນ​ໄຂ​ຈົດ​ທະ​ບ​ຽນ​​ເຮັດ​ວຽກຖື​ກ​ກັບກົດ​ໝາຍ. ບັນ​ຫາ​ທີ​ສອງ ແມ່ນ​ບັນ​ຫາ​ຊາວ​ປະ​ມົງ​ຂອງ​ສອງ​ປະ​ເທດ ໄດ້​ລ່ວງ​ລ້ຳ​ເຂດ​ທະ​ເລ​ຂອງ​ກັນ. ຝ່າຍ​ຫວຽດ​ນາມ ໄດ້​ປຶກ​ສາ​ຫາ​ລື​ກັບ​ໄທ​ຫລາຍ​ຄັ້ງ ເພື່ອ​ຊອກ​ຫາ​ກົນ​ໄກ​ສ້າງ​ໂທ​ລະ​ສັບ​ສາຍ​ດ່ວນ​ເພື່ອ​ໃຫ້​ຊາວ​ປະ​ມົງ​ປະ​ເທດນີ້​ລ່ວງ​ລ້ຳ​ເຂດ​ທະ​ເລປະ​ເທດນັ້ນ ສາ​ມາດ​ພົວ​ພັນ​ຕິດ​ຕໍ່​ນຳ​ກັນ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ.”

        ສຳ​ລັບ​ການ​ພົວ​ພັນ​ໃນ​ຂອບ​ເຂດ ອາ​ຊຽນ ແລະ ພາກ​ພື້ນ, ໃນ​ຫລາຍ​ປີ​ຜ່ານ​ມາ, ຫວຽດ​ນາມ ແລະ​ໄທ ກໍ່​ມີ​ຫລາຍ​ນະ​ໂຍ​ບາຍ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕາມ​ການ​ຕີ​ລາ​ຄາ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ຮົ່ງ​ນາມ​ແລ້ວ, ເຖິງວ່າບໍ່​ແມ່ນ​ປະ​ເທດ​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແຕ່​ໄທ ຍາມ​ໃດ​ກໍ​ຕັ້ງ​ຫ​ນ້າ ແລະ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

        “ໃນ​ຊຸມ​ປີ ແຕ່​ປີ 2012-2015, ເມື່ອ​ໄທ ແມ່​ນ​ປະ​ເທດ​ປະ​ສານ​ງານ​ລະ​ຫວ່າງ​ການ​ພົວ​ພັນ ອາ​ຊຽນ - ຈີນ, ໄທ ໄດ້​ສ້າງ​ບາດ​ກ້າວ​ເດີນ, ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ຫ​ຍັບ​ມໍ່​ໃກ້​ກັນ​ກວ່າ​ໃນ​ການ​ຊອກ​ຫາ​ຄວາມ​ເຂົ້າ​ໃຈ​ລວມ​ລະ​ຫວ່າງ ອາ​ຊຽນ ກັບ​ຈີນ ໃນ​ການ​ສ້າງ COC. ອາດ​ຈະ​ເວົ້າ​ໄດ້​ວ່າ ພື້ນ​ຖານ​ການ​ທູດ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຂໍ້​ລິ​ເລີ່ມ​ຫລາຍ​ຢ່າງ ແລະ ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ທະ​ເລ​ຕາ​ເວັນ​ອອກ, ໄທ ສືບ​ຕໍ່​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊອກ​ຫາ​ມາດ​ຕະ​ການ​ແບບ​ຍືນ​ຍົງ ແລະ ຍາວ​ນານ​ໃຫ້​ແກ່​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ, ດ້ວຍ​ບັນ​ດາ​ຜົນ​ງານ​ບັນ​ລຸ​ໄດ້​ໃນ​ກວ່າ 40 ປີ​ຜ່ານ​ມາ ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ຄົງ​ເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ໄທ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ. ດ້ວຍ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ, ດ້ວຍ​ຄວາມ​ຕ້ອງ​ການ​ການ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ກໍ​ຄື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ​ແລະ​ໄທ ຈະ​ມີ​ກຳ​ລັງ​ຫ​ນູນ​ໃຫມ່​ເພື່ອ​ພັດ​ທະ​ນາ​ຮອບ​ດ້ານ ແລະ ໝັ້ນ​ຄົງ​ກວ່າ​ໃນ​ອະ​ນາ​ຄົດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ ກໍ​ຄື​ໃນ​ໂລກ. 


ຕອບກັບ

ຂ່າວ/ບົດ​ອື່ນ