ຫວຽດນາມເຂົ້າຮ່ວມລາຍການສະແດງຊຸດເຊື້ອຍາວທີ່ງານວາງສະແດງອາພອນສະໄຫມອາຊຽນ-ຈີນປີ2014

ຫວຽດນາມເຂົ້າຮ່ວມລາຍການສະແດງຊຸດເຊື້ອຍາວທີ່ງານວາງສະແດງອາພອນສະໄຫມອາຊຽນ-ຈີນປີ2014 - ảnh 1


(vovworld) -​ໃນ​ຂອບ​ເຂດ​ປີ​ພົວພັນ​ແລກປ່ຽນ​ວັດທະນະທຳ​ອາ​ຊຽນ-ຈີນ 2014, ຕອນ​ບ່າຍ​ວັນ​ທີ 8/4 ຢູ່ ນະຄອນຫລວງ ປັກ​ກີ່​ງ ປະ​ເທດ​ຈີນ ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ ​ເດີນແບບແລະ ວາງສະ​ແດງ​ອາພອນ​ສະ​ໄຫມ ອາ​ຊຽນ - ຈີນ. ມີ​ຊຸດ​ອາພອນ​ນັບ​ຮ້ອຍ​ຊຸດ ທີ່​ເຂັ້ມ​   ຂົ້​ນ​ໄປ​ດ້ວຍສີສັນ​ຂອງ 10 ປະ​ເທດ ອາ​ຊຽນ ​ແລະ ຈີນ ​​​ໄດ້​ຮັບ​ການສະ​ແດງ ​ເດີນແບບແລະ ວາງສະ​ແດງ​ໃນ​ບໍລິ​ເວນ​ຂອງ​ຫໍພິພິດທະພັນ​ແມ່ຍິງ ​ເດັກ​ນ້ອຍ ຈີນ ຢູ່ ປັກ​ກີ່​ງ. ນັກ​ອອກ​ແບບ ລານ​ເຮືອງ, ຕາງຫນ້າ​ໃຫ້​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ​ພ້ອມ​ກັບ 10 ປະ​ເທດ ອາ​ຊຽນ ​ແລະ ຈີນ, ຂ້າພະ​ເຈົ້າ​ໄດ້​ກະກຽມ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ​. ຂ້າພະ​ເຈົ້າ​ໄດ້​ນຳ​ເອົາ​ບັນດາ​ຊຸດ​ເຊື້ອ​ຍາວ​ພື້ນ​ເມືອງ​ຂອງ​ຫວຽດນາມ ຊື່​ງ​ໄດ້​ຮັບ​ການ​ຜະລິດ​ຈາກ​ແພ​ໄຫ​ມຂອງ​ໝູ່​ບ​້ານ ຫວ້ານ​ຟຸກ, ຮ່າ​ດົງ ​ແລະ ບັນດາ​ຜະລິດ​ຕະພັນ​ປັ    ກ​ແສ່ວ ດ້ວຍ​ມື​ຂອງ​ບັນດາ​ນັກ​ສິລະປະການໃນໝູ່ບ້ານ ຄວັດ​ດົ້ງ, ​ເທືອງ​ຕີນ ​ເພື່ອ​ແນະນຳ​ກັບ​ໝູ່​ເພື່ອນ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ໂລກ”.                       

ຂ່າວ/ບົດ​ອື່ນ