ຫ້ອງຮຽນສຳລັບຜູ້ອາຍຸສູງຢູ່ໄທ

(VOVWORLD) - ນສະພາບການທີ່ມີອັດຕາສ່ວນປະຊາກອນໃນເກນອາຍຸສູງເພີ່ມຂຶ້ນຢ່າງວ່ອງໄວໃນໄລຍະ 10 ປີມໍ່ໆມານີ້, ລັດຖະບານໄທເວົ້າລວມ ແລະ ບັນດາທ້ອງຖິ່ນຢູ່ປະເທດໄທເວົ້າສະເພາະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຍົກອອກມາດຕະການມີປະສິດທິພາບເພື່ອແກ້ໄຂສະພາບການນີ້, ພ້ອມກັນນັ້ນ, ກໍ່ຍົກສູງຄຸນນະພາບປະຊາກອນ.
ຫ້ອງຮຽນສຳລັບຜູ້ອາຍຸສູງຢູ່ໄທ - ảnh 1 ຫ້ອງຮຽນສຳລັບຜູ້ອາຍຸສູງຢູ່ຫົວຫີນ

ໃນຫ້ອງຮຽນສຳລັບຜູ້ອາຍຸສູງຢູ່ໂຮງຮຽນ ວິໄລ ໄວຫວັນ ຢູ່ເທດສະບານ ຫົວຫີນ, ແຂວງ ປຣະຈວບ ກີຣີຂັນ ແມ່ນຮູບແບບດີເດັ່ນກ່ຽວກັບໂຮງຮຽນສະຫງວນໃຫ້ຜູ້ອາຍຸສູງຢູ່ປະເທດໄທ. ເຊີນທ່ານຜູ້ຟັງ, ຜູ້ອ່ານພ້ອມກັບນັກຂ່າວ VOV ໄປຢ້ຽມຢາມຫ້ອງຮຽນພິເສດນີ້ໃນລາຍການ “ຊາຍຄາອາຊຽນ”.

        ໃນຫ້ອງຮຽນມີເນື້ອທີ່ກ່ວາ 30 ຕາແມັດທີ່ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ຟົດຟື້ນ. ຈຸດພິເສດຢູ່ແຫ່ງນີ້, ນັ້ນແມ່ນ, ບັນດານັກຮຽນລ້ວນແຕ່ຢູ່ໃນເກນອາຍຸສູງ - ກ່ວາ 60 ປີ. ທ່ານຜູ້ຟັງທີ່ເຄົາລົບ, ນີ້ແມ່ນຫ້ອງຮຽນຂອງໂຮງຮຽນ ວິໄລ ໄວຫວັນ ຢູ່ເທດສະບານ ຫົວຫີນ, ແຂວງ ປຣະຈວບ ຄີຣີຂັນ. ໄປຮຽນໄດ້ນຸ່ງຊຸດນັກຮຽນດ້ວຍເສື້ອຂາວ, ໂສ້ງລາຍ ແລະ ກະໂປ່ງສັ້ນ, ບ່າພາຍກະເປົາເປັນຕາຮັກແມ່ນຄວາມເບີກບານມ່ວນຊື່ນທີ່ສຸດຂອງບັນດານັກຮຽນຢູ່ທີ່ນີ້.

        ໂຮງຮຽນ ວິໄລ ໄວຫວັນ ໄດ້ຈັດຕັ້ງ 2 ຊຸດຮຽນມາແລ້ວ, ແຕ່ລະຊຸດຮຽນແມ່ນພາຍໃນເວລາ 4 ເດືອນ, ແຕ່ລະອາທິດຮຽນເທື່ອໜຶ່ງເທົ່ານັ້ນ, ແຕ່ເວລາ 8 ໂມງເຊົ້າຫາ 12 ໂມງຕອນທ່ຽງຂອງວັນຈັນ. ບັນດາຊຸດຮຽນຢູ່ທີ່ນີ້ລ້ວນແຕ່ບໍ່ເກັບຄ່າຮຽນ. ຊຸດຮຽນທຳອິດໄດ້ດຶງດູດກ່ວາ 200 ຄົນເຂົ້າຮ່ວມ, ຊຸດທີ 2 ມີປະມານ 250 ຄົນ ແລະ ປະຈຸບັນ, ໂຮງຮຽນ ພວມເລີ່ມຈັດຕັ້ງຊຸດຮຽນທີ 3. ທ່ານ ນົບພອນ ວຸດທິຄຸນ, ປະທານເທດສະບານ ຫົວຫີນ, ໃຫ້ຮູ້ວ່າ:

        “ຄວາມຈິງແລ້ວ, ເລື່ອງເບິ່ງແຍງດູແລໃຫ້ຜູ້ອາຍຸສູງໃນຫຼາຍທ້ອງຖິ່ນຂອງປະເທດໄທ, ໃນນັ້ນມີ ຫົວຫີນ ແມ່ນສະຖານທີ່ທົດລອງຮູບແບບໂຮງຮຽນສຳລັບຜູ້ອາຍຸສູງ. ປັດໄຈທີ່ສ້າງເປັນຜົນສຳເລັດຂອງການເບິ່ງແຍງດູແລນັ້ນແມ່ນເລີ່ມມາຈາກນ້ຳໃຈ. ເພາະວ່າປະຕິບັດໂຄງການນີ້ບໍ່ມີງົບປະມານຈາກລັດ, ເງິນທັງໝົດເຫຼົ່ານັ້ນແມ່ນເອົາມາຈາກການບໍລິຈາກຂອງປະຊາຊົນ”

ຫ້ອງຮຽນສຳລັບຜູ້ອາຍຸສູງຢູ່ໄທ - ảnh 2 ທ່ານ ນົບພອນ ວຸດທິຄຸນ, ປະທານເທດສະບານ ຫົວຫີນ (ເບື້ອງຂວາ)

        ບັນດາຜູ້ອາຍຸສູງຢູ່ທີ່ນີ້ມີຄວາມແຕກຕ່າງກັນໃນການດຳລົງຊີວິດ. ມີບາງຄົນໂຊກດີໄດ້ຮັບການເບິ່ງແຍງດູແລຈາກຄອບຄົວ, ບາງຄົນຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ອຸ້ມຊູຊ່ວຍເຫຼືອເທົ່າທີ່ຄວນເທື່ອ. ຍ້ອນຄວາມແຕກຕ່າງຄືແນວນັ້ນໄດ້ເຮັດໃຫ້ເຂົາເຈົ້າມີຄວາມເຂົ້າອົກເຂົ້າໃຈ, ແບ່ງປັນນຳກັນ ແລະ ມີຄວາມຄິດເຫັນທີ່ຕັ້ງໜ້າກ່ວາ. ລຸງ ຄຳຣອນ, ອາຍຸ 61 ປີ, ໄດ້ເຂົ້າຮ່ວມທັງ 2 ຊຸດຮຽນໄດ້ແບ່ງປັນວ່າ:

        ສຽງປະກອບພາສາໄທ ຂອງລຸງ ຄຳຣອນ

ຫ້ອງຮຽນສຳລັບຜູ້ອາຍຸສູງຢູ່ໄທ - ảnh 3 ລຸງ ຄຳຣອນ, ອາຍຸ 61 ປີ

ນັ້ນແມ່ນສຽງຂອງຫົວໜ້າຫ້ອງ “ຢາຢາ” ພິທູນ ສິງອຳພົນ. ຖ້າຫາກໄດ້ຍິນແຕ່ສຽງເວົ້າແຮງໆຂອງປ້າ, ບໍ່ມີໃຜຄິດວ່າເອື້ອຍຄູຜູ້ນີ້ໄດ້ພັກບຳນານເປັນເວລາຫຼາຍປີແລ້ວ. ປ້າ “ຢາຢາ” ພິທູນ ສິງອຳພົນ ໄດ້ເຂົ້າຮ່ວມ 2 ຊຸດຮຽນສະຫງວນໃຫ້ຜູ້ອາຍຸສູງ ໄດ້ແບ່ງປັນວ່າ:

ສຽງປະກອບພາສາໄທ ຂອງ ປ້າ “ຢາຢາ” ພິທູນ ສິງອຳພົນ

       “ດຳລົງຊີວິດຢ່າງເບີກບານມ່ວນຊື່ນ, ເຂັ້ມແຂງ, ສືບຕໍ່ອຸທິດສ່ວນ” ແມ່ນທິດນຳຂອງບັນດານັກສຳມະນາກອນອາຍຸສູງຢູ່ໂຮງຮຽນ ວິໄລ ໄວຫວັນ. ເມື່ອເຂົ້າຮ່ວມການຮຽນຢູ່ນີ້ບໍ່ພຽງແຕ່ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃນຊີວິດການເປັນຢູ່ໃຫ້ແກ່ຜູ້ອາຍຸສູງເທົ່ານັ້ນ ຫາກຍັງໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າໃນສັງຄົມອີກດ້ວຍ. ທ່ານ ສະຫງ່າ ເຈນກິດງາມ, ອາຍຸ 76 ປີໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:

ສຽງປະກອບພາສາໄທຂອງ ສະຫງ່າ ເຈນກິດງາມ

        ສຽງຫົວຂອງພວກລຸງປ້າ, ອ່າວອາໃນຫ້ອງຮຽນແມ່ນຜົນງານໃຫຍ່ຫຼວງຂອງລາຍການໂຮງຮຽນສຳລັບຜູ້ອາຍູສູງ. ຜົນສຳເລັດຂອງຮູບແບບນີ້ບໍ່ພຽງແຕ່ມາຈາກບຸກຄົນໃດໜຶ່ງເທົ່ານັ້ນ ຫາກແມ່ນການປະກອບສ່ວນເຫື່ອແຮງຂອງຫຼາຍອົງການ, ຂອງຄະນະການນຳ, ບັນດາພະນັກງານພະແນກສະຫວັດດີການສັງຄົມ ແລະ ສິ່ງສຳຄັນທີ່ສຸດແມ່ນເລີ່ມມາຈາກບັນດາຜູ້ອາຍຸສູງທີ່ມາດຳເນີນຊີວິດຢູ່ແຫ່ງນີ້ເອງ.

ຕອບກັບ

ຂ່າວ/ບົດ​ອື່ນ