ອິນໂດເນເຊຍ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວກັບ ຫວຽດນາມ

(VOVWORLD) - ຕາມການສະຖິຕິຂອງກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ໃນ 9 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວ ຫວຽດນາມ ໄປຍັງ ອິນໂດເນເຊຍ ມີຫລາຍກ່ວາ 66.000 ເທື່ອຄົນ, ເພີ່ມຂຶ້ນ 109,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

ປີ 2019, ອິນໂດເນເຊຍ ໄດ້ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ໃຫ້ໄດ້ 100.000 ເທື່ອຄົນ. ດ້ວຍສະພາບການເຊື່ອມຕໍ່ສາຍການບິນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການເພີ່ມທະວີ, ພ້ອມດ້ວຍບັນດາຄວາມສະດວກທີ່ມີຢູ່ແລ້ວກ່ຽວກັບພູມສາດ, ວັດທະນະທຳ, ທັດສະນີຍະພາບ…ໃນໄລຍະຈະມາເຖິງ, ບັນດາການເຄື່ອນໄຫວເພື່ອຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວລະຫວ່າງ 2 ຝ່າຍ ຈະໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍປະຕິບັດ.

ອິນໂດເນເຊຍ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວກັບ ຫວຽດນາມ - ảnh 1ອິນໂດເນເຊຍ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວກັບ ຫວຽດນາມ (ພາບປະກອບ/VGP) 

ໂດຍເປັນປະເທດໝູ່ເກາະ, ດ້ວຍຈຳນວນເກາະໃຫຍ່ ແລະ ນ້ອຍກ່ວາ 17.000 ແຫ່ງ, ອິນໂດເນເຊຍ ມີຊື່ສຽງດ້ວຍເຂດເກາະແດນສະຫວັນ ບາລີ ທີ່ສວຍສົດງົດງາມ ຫຼື ບັນດາວິຫານແຫ່ງສັກສິດທີ່ມີສະຖາປັດຕະຍະກຳເປັນເອກະລັກສະເພາະ, ພ້ອມດ້ວຍພື້ນຖານວັດທະນະທຳເປັນຫລາຍຮູບຫລາບແບບ. ອິນໂດເນເຊຍ ແມ່ນຈຸດນັດພົບທີ່ດູດດື່ມສຳລັບແຂກທ່ອງທ່ຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີແຂກທ່ອງທ່ຽວ ຫວຽດນາມ. ຕາມການສະຖິຕິຂອງກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ໃນ 9 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວ ຫວຽດນາມ ໄປຍັງ ອິນໂດເນເຊຍ ມີຫລາຍກ່ວາ 66.000 ເທື່ອຄົນ, ເພີ່ມຂຶ້ນ 109,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ເມື່ອຕີລາຄາຕະຫລາດການທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນຂອງ ອິນໂດເນເຊຍ, ທ່ານ ຟ້າມຕ໋ຽນຢຸງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນທ່ອງທ່ຽວ Golden Tour ແບ່ງປັນວ່າ:

ຕາມການສຳຫລວດບັນດາ tour ທ່ອງທ່ຽວໄປ ອິນໂດເນເຊຍ ແລ້ວ, ພວກຂ້າພະເຈົ້າຮູ້ສຶກວ່າ ອິນໂດເນເຊຍ ມີທັດສະນີຍະພາບທີ່ສວຍສົດງົດງາມຫລາຍແຫ່ງ ແລະ ຍາມໃດກໍ່ຮັກສາສີສັນວັດທະນະທຳ ອິນໂດເນເຊຍ. ໃນບັນດາ tour ທ່ອງທ່ຽວນັ້ນ, ຈິດໃຈຂອງປະຊາຊົນ, ການຮັບໃຊ້ກໍ່ຄືພື້ນຖານໂຄງລ່າງຂອງ ອິນໂດເນເຊຍ ແມ່ນດີທີ່ສຸດ.

ປີ 2019, ກະຊວງທ່ອງທ່ຽວ ອິນໂດເນເຊຍ ໄດ້ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ໄປຍັງ ອິນໂດເນເຊຍ 100.000 ເທື່ອຄົນ. ສິ່ງດັ່ງກ່າວ ແມ່ນມີພື້ນຖານຢ່າງແນ່ນອນ, ນັບແຕ່ປີ 2003 – 2004, 2 ປະເທດໄດ້ຍົກເວັ້ນວິຊາເຂົ້າເມືອງ (visa) ໃຫ້ພົນລະເມືອງຂອງກັນ. ໄປຄຽງຄູ່ກັນນັ້ນ, ປັດຈຸບັນມີ 2 ບໍລິສັດການບິນພວມຂຸດຄົ້ນສາຍການບິນໂດຍກົງລະຫວ່າງນະຄອນ ໂຮ່ຈີມິນ (ຫວຽດນາມ) ແລະ ຈາກາຕາ (ນະຄອນຫລວງ ອິນໂດເນເຊຍ), ນັ້ນແມ່ນບໍລິສັດການບິນ Vietnam Arilines ແລະ Vietjet Air, ໄດ້ສ້າງເງື່ອນໄຂສະດວກເພື່ອເພີ່ມຈຳນວນແຂກທ່ອງທ່ຽວໄປມາລະຫວ່າງ 2 ປະເທດ. ຄາດວ່າ: ເດືອນ ພຶດສະພາຈະມາເຖິງ, Vietjet Air ຈະສືບຕໍ່ເປີດສາຍການບິນໂດຍກົງລະຫວ່າງນະຄອນ ໂຮ່ຈີມິນ (ຫວຽດນາມ) ແລະ ບາລີ (ອິນໂດເນເຊຍ). ການເປີດສາຍການບິນໂດຍກົງທີ 2 ຢ່າງເປັນທາງການຈາກນະຄອນ ໂຮ່ຈີມິນ ໄປຍັງເກາະ ບາລີ - ແດນສະຫວັນແຫ່ງການທ່ອງທ່ຽວຂອງ ອິນໂດເນເຊຍ, ຈະສ້າງກາລະໂອກາດຄວາມສາມາດບົ່ມຊ້ອນໃຫ້ແກ່ການພັດທະນາທ່ອງທ່ຽວລະຫວ່າງ 2 ປະເທດ. ທ່ານ Ferry J.Murdiansyah, ເລຂາຜູ້ທີ 2 ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ນີ້ແມ່ນເຫດການ ຊຶ່ງພວກຂ້າພະເຈົ້າຕັ້ງຄວາມຫວັງທີ່ສຸດ. ສິ່ງກີດຂວາງຂອງບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ເມື່ອຂາຍ tour ທ່ອງທ່ຽວໄປ ອິນໂດເນເຊຍ ແມ່ນການແກ່ງແຍ້ງກ່ຽວກັບດ້ານລາຄາ ເມື່ອທຽບໃສ່ບັນດາສະຖານທີ່ດູດດື່ມອື່ນຄື: ຍີ່ປຸ່ນ, ສ.ເກົາຫຼີ…ຍ້ອນເຫດນັ້ນ, ເລື່ອງເປີດສາຍການບິນໂດຍກົງດ້ວຍລາຄາຖືກລະຫວ່າງ ໂຮ່ຈີມິນ ແລະ ບາລີ, ແນ່ນອນວ່າ ຈຳນວນແຂກທ່ອງທ່ຽວ ອິນໂດເນເຊຍ ມາ ຫວຽດນາມ ຈະເພີ່ມຂຶ້ນ ແລະ  ກົງກັນຂ້າມ. ດ້ວຍບັນດາບຸລິມະສິດການພັດທະນາ ໂດຍກະຊວງທ່ອງທ່ຽວ ອິນໂດເນເຊຍ ຍົກອອກມາຄື: ພັດທະນາສາຍການບິນ, ພັດທະນາການທ່ອງທ່ຽວດີຈີຕອນ, ຮູບແບບ homestay…ຈະສ້າງເງື່ອນໄຂການຮ່ວມມືທ່ອງທ່ຽວລະຫວ່າງ 2 ປະເທດພັດທະນາ.

ອິນໂດເນເຊຍ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວກັບ ຫວຽດນາມ - ảnh 2ເຮືອບິນຂອງບໍລິສັດການບິນ  Vietjet Air (ພາບ: KT)

ເພື່ອປະຕິບັດເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ໃນສະເພາະໜ້າ, ອິນໂດເນເຊຍ ໄດ້ມີບັນດາໂຄງການໂຄສະນາເນື່ອງໃນໂອກາດງານຕະຫລາດນັດທ່ອງທ່ຽວສາກົນ ຫວຽດນາມ (VITM 2019) ເຊິ່ງຈະຈັດຕັ້ງໃນລະຫວ່າງວັນທີ 27 - 30 ມີນາ ຢູ່ ຮ່າໂນ້ຍ. VITM 2019 ມີຂອບຂະໜາດຮ້ານວາງສະແດງກ່ວາ 500 ຮ້ານ, ໃນນັ້ນ ຮ້ານວາງສະແດງ ອິນໂດເນເຊຍ ເຂົ້າຮ່ວມງານຕະຫລາດນັດ VITM ຮ່າໂນ້ຍ ໃນເດືອນ ມີນາ 2019 ຈະມີເນື້ອທີ່ກ້ວາງກ່ວາ 70 ຕາແມັດ, ດ້ວຍການເຂົ້າຮ່ວມຂອງເກືອບ 30 ຫົວໜ່ວຍລວມມີອົງການສົ່ງເສີມການຄ້າຂອງບາງນະຄອນ ແລະ ບັນດາວິສາຫະກິດທ່ອງທ່ຽວໃນຂົງເຂດ tour ທ່ອງທ່ຽວ, ໂຮງແຮມ, ສະຖານທີ່ພັກເຊົາ, ການບິນ… ທ່ານ Ferry J.Murdiansyah, ເລຂາຜູ້ທີ 2 ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

ທີ່ງານຕະຫລາດນັດ, ຂະແໜງທ່ອງທ່ຽວ ອິນໂດເນເຊຍ ຈະນຳມາເຊິ່ງສານທີ່ວ່າ “Beyond Bali”: ອິນໂດເນເຊຍ ບໍ່ພຽງແຕ່ມີ ບາລີ ເທົ່ານັ້ນ ຫາກຍັງມີຄວາມງາມຫລາຍຢ່າງຕື່ມອີກ, ຈຸດພົ້ນເດັ່ນແມ່ນ “ສະຖານທີ່ໃໝ່ 10 ແຫ່ງ” ຄືວິຫານ Borobudur, ພູເຂົາໄຟ Bromo, ເກາະ Morotai, ໜອງ Taba. ນີ້ແມ່ນບາດກ້າວທຳອິດ ເພື່ອເພີ່ມທະວີການໂຄສະນາຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນ ຫວຽດນາມ ຕໍ່ປະເທດ ອິນໂດເນເຊຍ.

ເນື່ອງໃນໂອກາດນີ້, ຝ່າຍ ອິນໂດເນເຊຍ ຈະຈັດຕັ້ງບັນດາການເຄື່ອນໄຫວພົບປະກັບວິສາຫະກິດຕື່ມອີກ ເພື່ອແລກປ່ຽນ, ຊອກຫາກາລະໂອກາດຮ່ວມມື ແລະ ເປີດບໍລິການຂໍ້ມູນຂ່າວສານ, ຂາຍ tour ທ່ອງທ່ຽວ, ລົງຊອກຮູ້ຕົວຈິງກ່ຽວກັບວັດທະນະທຳອາຫານການກິນ ອິນໂດເນເຊຍ…ເພື່ອຮັບໃຊ້ແຂກຜູ້ຊົມ. ໄປຄຽງຄູ່ກັນນັ້ນ, ກະຊວງທ່ອງທ່ຽວ ອິນໂດເນເຊຍ ກໍ່ຈະສືບຕໍ່ຈັດຕັ້ງບັນດາຄະນະ Famtrip ໃຫ້ວິສາຫະກິດທ່ອງທ່ຽວ ແລະ ສື່ມວນຊົນ ຫວຽດນາມ ໄປສຳຫລວດຕົວຈິງຢູ່ ອິນໂດເນເຊຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ