ອາຊຽນ ແລະ ຈີນ ບັນລຸບາດກ້າວເດີນກ່ຽວກັບ COC

ອາຊຽນ ແລະ ຈີນ ບັນລຸບາດກ້າວເດີນກ່ຽວກັບ COC - ảnh 1
ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ ທ່ານ Enrique Manalo
(ພາບ​ປະ​ກອບ: EPA)

(vovworld) - ​​ວັນ​ທີ 04/04, ​ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ ທ່ານ Enrique Manalo ໃຫ້​ຮູ້​ວ່າ, ອາ​ຊຽນ ແລະ ຈີນ ໄດ້​ບັນ​ລຸ​ບາດ​ກ້າວ​ເດີນ​ໃນ​ບັນ​ດາ​ການ​ເຈ​ລະ​ຈ​າ​ກ່ຽວ​ກັບ​ ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ຕາມ​ເຈົ້າ​ໜ້າ​ທີ່​​ທ່ານນີ້​ແລ້ວ, ອາ​ຊຽນ ແລະ ຈີນ ​ບັນ​ລຸ​ໄດ້​ກວ່າເ​ຄິ່ງ​ໄລ​ຍະທາງ​​​ແລ້ວ​ກ່ຽວ​ກັບ​ການ​ກຳ​ນົດ​ບັນ​ດາ​ເນື້ອ​ໃນ​ຂອງ​ຮ່າງ​ COC. ຄາດ​ວ່າ, ມາ​ນີ​ລາ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ປັກ​ກິງ ໃນ​ເດືອນ 05 ຈະ​ມາ​ເຖິງ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ນັກ​ເຈ​ລະ​ຈາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຈີນ ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ອິນ​ໂດ​ເນ​ເຊຍ ແລະ ກຳ​ປູເຈຍ ໃນ​ໄລ​ຍ​ະ 2 ເດືອນ​ຜ່ານ​ມາ ເພື່ອ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ຮ່າງ​​ COC ສະ​ບັບ​ສຸດ​ທ້າຍ. ເອ​ກະ​ສານ​ດັ່ງ​ກ່າວ​ອາດ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ກ່ອນ​ທີ່​ຈະ​ດຳ​ເນີນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ຢູ່ ມາ​ນີ​ລາ ໃນ​ເດືອນ 08 ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ