ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖີ່ນຂຶ້ນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ


 (vovworld) - ໂຄງການແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ (EWEC) ຖືກ​ສ້າງ​ຂຶ້ນ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 8 ລັດຖະມົນຕີ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື, ​ເຊິ່ງຈັດ​ຂຶ້ນ​ຢູ່​ມາ​ນີລາ​ ໃນ​ເດືອນ 10/1998. EWEC ຍາວ 1450 ກມ ​ແລະ ຂ້າມ​ຜ່ານ 19 ​ແຂວງ​ຂອງ 4 ປະ​ເທດ: ມຽນມາ, ​ໄທ, ລາວ ​ແລະ ຫວຽດນາມ. ຈຸດປະສົງ​ຂອງ​ການ​ສ້າງ​ຕັ້ງ EWEC ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ.

ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖີ່ນຂຶ້ນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ - ảnh 1

ລາຍການທ່ອງທ່ຽວມໍລະດົກພາກກາງ   

ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ສະດວກ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ນີ້​ແມ່ນ​​ເຂດ​ທີ່​ມີຫຼາຍ​ສີສັນ, ດ້ວຍ​ພື້ນຖານ​ວັດທະນະທຳ​ຫຼາຍ​ຮູບ​ຫຼາຍ​ແບບ, ອຸດົມສົມ​ບຸນ, ມີ​ທັດສະນີ​ຍະ​ພາບ, ປູຊະນີຍະສະຖານ​ປະຫວັດສາດ​ທີ່​ລື​ຊື່​ຫຼາຍ​ແຫ່ງ. ປະຈຸ​ບັນ, ​ເລື່ອງ​​ຮ່ວມ​ສຳພັນ​ໃນການທ່ອງທ່ຽວ​ລະຫວ່າງ​ແຂວງ​ຕ່າ​ງໆ​ທີ່​ຂຶ້ນ​ກັບ 3 ປະ​ເທດ: ຫວຽດນາມ - ລາວ - ​ໄທ ​ເຊິ່ງຂຶ້ນ​ກັບ​ແລວ​ເສດຖະກິດ​ນີ້ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ນັບ​ມື້​ນັບ​ພັດທະນາ. ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ກວາງ​ຈີ້ (ຫວຽດນາມ) - ສະຫວັນ​ນະ​ເຂດ (ລາວ) - ມຸກດາ​ຫານ (​ໄທ) ກັບ​ບັນດາ​ແຂວງ​ຢູ່​ອ້ອມ​ຂ້າງ, ​ໄດ້ສ້າງ​ເປັນ​ຕະຫຼາດ​ທ່ອງ​ທ່ຽວທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ. ​ເລື່ອງ​ຂຸດ​ຄົ້ນ​ການທ່ອງທ່ຽວ​ຜ່ານ​ ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ຢ່າງ​ມີ​ປະສິດທິ​ຜົນ ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ຮູບ​ແບບ​ບໍລິການ​ທ່ອງ​ທ່ຽວ, ນຳ​ມາ​ເຊິ່ງກາລະ​ໂອກາດ​ດຳ​​ເນີນທຸລະ​ກິດ​ໃຫ້​ແກ່​ປະຊາຊົນ, ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ​ຕ່າງໆ​ໃນແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ທ້ອງ​ຖີ່​ນຢ່າງ​ມີ​ປະສິດທິ​ຜົນອີກ​ດ້ວຍ. ທ່ານ ຫງວຽນ​ຫື້ວທັ໋ງ, ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “ຢູ່​ພາກ​ກາງ​ຫວຽດນາມ ມີ​ສະຖານ​ທີ່ທ່ອງ​ທ່ຽວ 3 ​ແຫ່ງ​ທີ່​ສ້າງ​ຄວາມ​ດຶງ​ດູດ​ຊາວ​ໄທ ​ເມື່ອ​ມາ​ຢ້ຽມຢາມ​ຫວຽດນາມ ທີ່​ສຸດ, ​​ນັ້ນ​ແມ່ນ: ຟອງ​ຍາ​, ຕົວ​ເມືອງ​ດ່າ​ນັ້ງ ​ແລະ ທາງອຸ​ໂມງວິ້ງ​ມົກ ທີ່ບໍ່​ເຄີຍ​ມີ​ຢູ່​ແຫ່ງ​ໃດ“.

ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖີ່ນຂຶ້ນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ - ảnh 2

ຖຳ້ຟອງຍາແຂວງກວາງບິ່ງ

ກວາງ​ຈີ້ ​ແມ່ນ​ແຫ່ງ​ເຊື່ອມ​ຕໍ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ພາກ​ກາງ​ຫວຽດນາມ. ນັກ​ທ່ອງ​ທ່ຽວ ​ໄທ ​ແລະ ລາວ ​ມາຢ້ຽມຢາມ​ພາກ​ກາງ​ຫວຽດນາມ ​ຜ່ານ​ດ່ານ​ຊາຍ​ແດນ​ລາວ​ບາ​ວ ແຂວງ​ກວາງ​ຈີ້ ລ້ວນ​ແຕ່​ຢາກໄປ​ທ່ອງ​ທ່ຽວທາງອຸ​ໂມງວິ້ງ​ມົກ ກໍ່​ຄື​ບັນດາ​ຫາດ​ອາບ​ນຳ້​ທະເລ​ເຊັ່ນ: ​ເກືອຕຸ່ງ, ​ເກືອ​ຫວຽດ. ​ແຜນ​ພັດທະນາ​ການທ່ອງທ່ຽວ​ແຂວງ​ກວາງ​ຈີ້​ ຮອດ​ປີ 2015 ​ແມ່ນຕ້ອງເພີ່​ມຈຳນວນ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ 2 ລ້ານ​ກວ່າເທື່ອ​ຄົນ.

        ຈາກ​ກວາງ​ຈີ້, ນັກ​ທ່ອງ​ທ່ຽວ​ໄທ ​ແລະ ລາວ​​ເຄີຍ​ຄົ້ນ​ຫາ​ສະຖານ​ທີ່​ທ່ອງ​ທ່ຽວ​ຈຳນວນ​ໜຶ່ງ​ຢູ່​ແຂວງ​ກວາງ​ບິ່ງ, ​ໃນນັ້ນ​ມີ​ຖຳ້​ຟອງ​ຍາ​ແກ​ບ່າງ, ​ເຊິ່ງ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ໂລກ, ທີ່​ມີ​ມາ​ກ່ອນ​ນີ້ 400 ລ້ານ​ກວ່າປີ, ​ໃນ​ນັ້ນ​ມີ​ຖຳ້​ໃຫຍ່​ນ້ອຍ 300 ​ກວ່າແຫ່ງ​ ທີ່​ມີ​ຄຸນຄ່າ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ເຊັ່ນ, ຖຳ້​ເຊີນ​ດ່ອງ, ຖ້ຳ​ຟອງ​ຍາ, ຖ້ຳ​ທຽນ​ເດື່ອງ, ຖ້ຳ ​ແອ໋ນ….

ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖີ່ນຂຶ້ນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ - ảnh 3

ທາງອຸໂມງວິ້ງມົກ

ແລະ ກໍ່​ນອນ​ໃນ​ແລວ​ເສດຖະກິດ​ນີ້, ນະຄອນ​ທ່ອງ​ທ່ຽວ​ດ່າ​ນັ້ງ, ​ແຂວງ​ເທື່ອ​ທຽນ​ເຫວ໋ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້​​ສຳລັບ​ນັກ​ທ່ອງ​ທ່ຽວ​​ໄທ ​ແລະ ລາວ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ເຫວ໋ ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ. ຫວ່າງ​ແລ້ວ​ນີ້​ບັນດາ​ແຂວງ​ພາກ​ກາງຫວຽດນາມ ​ແລະ ​ພາກ​ເໜືອ​ຂອງ​ໄທ ​ໄດ້​ມີ​ການ​ພົວພັນ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ ຜ່ານ​ຮູບ​ການ​ພົບ​ປະ​ແລກປ່ຽນ, ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ. ບັນດາ​ແຂວງ​ພາກ​ເໜືອ​ຂອງ​ໄທ​ກໍ່​ໄດ້​ມາ​ຊອກ​ຮູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງ ທ່ຽວ, ວັດທະນະທຳ, ປະຫວັດສາດ ຢູ່​ເຫວ໋ ​​ແລະ ບັນດາ​ທ້ອງ​ຖີ່​ນພາກ​ກາງ​ຫວຽດນາມ.

        ​ບັນດາ​ບໍລິສັດ​ທ່ອງ​ທ່ຽວດ່າ​ນັ້ງ ກໍ່​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ທາງບົກ​ເພື່ອ​ຮັບແຂກ​ທ່ອງ​ທ່ຽວ​ຈາກ​ໄທ​ ມາ. ບັນດາ​ບໍລິສັດ​ທ່ອງ​ທ່ຽວກໍ່​ມີ​ການ​ປ່ຽນ​ແປງ​ເປັນ​ປະຈຳ ​ແລະ ​ເຮັດ​ການ​ບໍລິການ​ໃໝ່ອີກ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ທ່ານ ​ເລ​ເຕິ໋ນ​ແທງ​ຕຸ່ງ, ຮອງ​ຜູ້ອຳນວຍການ​ໃຫຍ່ Vitours ດ່າ​ນັ້ງ ​ໃຫ້​ຮູ້​ວ່າ:

        “Vitours ​ເປັນ​ເຈົ້າ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ບໍລິສັດ​ການບິນ​ເພື່ອ​ຊື້ປີ້​ຍົນ​ລາຄາ​ຖືກ ​ແລະ ​ເປັນ​ເຈົ້າ​ການ​ເຮັດ​ວຽກ​ກັບ​ບັນດາ​ບໍລິສັດ​ສະໜອງ​ການ​ບໍລິການ, ສ້າງ​ເປັນ​ຜະລິດ​ຕະພັນ​ລວມ. ​ໂດຍ​ລະອຽດ​ແມ່ນ, “ລາຍການ​ທ່ອງ​ທ່ຽວມໍລະດົກ“, ​ແມ່ນ​ຢ້ຽມຢາມ​ບັນດາ​ມໍລະ​ດົກ​ຢູ່​ພາກ​ກາງ, ສ່ວນ “​ແດນ​ສະ​ຫວັນ​ພາກ​ກາງ“ ​ແມ່ນ​ ທ່ອງ​ທ່ຽວ​ຊີວະ​ພາບ, ພັກຜ່ອນ​ຢ່ອນ​ອາລົມ​, ​ຖືກຈັດ​ຕັ້ງສັບປະດາ/2 ​ເທື່ອ. ​ແທນ​ທີ່​ຫຼຸດ​ລາຄາ​ແມ່ນ​ຈະ​ເພີ່ມ​ຄຸນ​ນະພາ​ບຂຶ້ນ, ຫຼື​ກໍ່ມີ​ລາຍການ​ທ່ອງ​ທ່ຽວ​ຈຳນວນ​ໜຶ່ງຫຼຸດ​ລາຄາ​ແຕ່ 10-20%“.

ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖີ່ນຂຶ້ນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ - ảnh 4

ຕົວເມືອງເກົ່າໂຮ້ຍອານ - ດ່ານັ້ງ

ໃນ​ຂະນະ​ນັ້ນ​, ການ​ນຳ​ແຂວງ​ກວາງ​ຈີ້​ກໍ່​ວາງ​ຄາດໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້  2 ລ້ານ​ຄົນ​ໃນ​ປີ 2015 ​ແລະ ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ປະຕິບັດ​ຄາດໝາຍ​ນີ້. ທ່ານ ຫງວຽນ​ຫື້​ວທັ໋ງ, ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ໄດ້​ຈັດການ​ຮ່ວມ​ສຳພັນ​ພັດທະນາການທ່ອງທ່ຽວ​ລະຫວ່າງ 3 ​ແຂວງ ຂອງ 3 ປະ​ເທດມາ​ແຕ່​ດົນ​ແລ້ວ.  ​ໃນ​ມື້ໜຶ່ງ​ນັກ​ທ່ອງ​ທ່ຽວ​ສາມາດ​ຮັບ​ປະທານ​ອາຫານ​ຢູ່​ທັງ 3 ປະ​ເທດ, ຕອນ​ເຊົ້າ​ຮັບ​ປະທານ​ອາຫານ​ຢູ່​ໄທ, ຕອນ​ທ່ຽງ​ຢູ່​ລາວ ​ແລະ ຕອນ​ຄຳ່​ແມ່ນ​ຢູ່​ຫວຽດນາມ. ຊາວ​ໄທ​ ຢູ່​ເຂດ​ອີສານຖ້າຢາກໄປ​ທະ​ເລ, ​ເມື່ອ​ຜ່ານ​ດ່ານລາວ​ບາ​ວມາ​ຫວຽດນາມ ​ຈະໃກ້​ກວ່າ​ຫຼາຍ ​ເມື່ອ​ທ່ຽບ​ໃສ່​ໄປ​ທະ​ເລ​ຢູ່​ພາກ​ໃຕ້​​ໄທ. ມາ​ຫວຽດນາມ ​ເຂົາ​ເຈົ້າຍັງ​ມີ​ໂອກາດ​ໄດ້​ຢ້ຽມຢາມ​ຟອງ​ຍາ, ດ່າ​ນັ້ງ, ​ເຫວ໋ ອີກ“.

        ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ - ສັງຄົມ​ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເວົ້າລວມ ​ແລະ ບັນດາ​ທ້ອງ​ຖີ່​ນ​ເວົ້າ​ສະ​ເພາະ. ​ໃນ​ອະນາຄົດ, ມຽນມາ​ ຈະ​ເຂົ້າ​ຮ່ວມ​ສຳພັນ​ກັບ​ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ອັນ​ຈະຫັນ​ຄາດໝາຍ “4 ປະ​ເທດຮ່ວມ​ລາຍການທ່ອງ​ທ່ຽວ​ໜຶ່ງ​ດຽວ“​​​ໃຫ້ປະກົດ​ຜົນ​ເປັນ​ຈິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ