ຮ່ວມແຮງຮ່ວມໃຈຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດ

(VOVWORLD) - ສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດແມ່ນໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ສົ່ງຜົນສະທ້ອນຫຍໍ້ທໍ້ເຖິງສິ່ງແວດລ້ອມ ແລະ ລະບົບຊີວະພາບ. ສິ່ງດັ່ງກ່າວໄດ້ ແລະ ພວມວາງອອກບັນດາສິ່ງທ້າທາຍບໍ່ໜ້ອຍຕໍ່ອຳນາດການປົກຄອງຢູ່ຫຼາຍປະເທດ, ໃນນັ້ນມີ ຫວຽດນາມ.

ເພື່ອແນໃສ່ຍົກສູງສະຕິຄວາມຮູ້ຂອງປະຊາຊົນກ່ຽວກັບບັນຫາດັ່ງກ່າວ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ, ຫວ່າງມໍ່ໆມານີ້, ສື່ເອເລັກໂຕນິກ VTC News ໄດ້ສົມທົບກັບຄະນະຄຸ້ມຄອງໂຄງການກ່ຽວກັບ “ຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດ” ຢູ່ ຫວຽດນາມ, ອົງການຈັດຕັ້ງສາກົນກ່ຽວກັບການອະນຸລັກຮັກສາທຳມະຊາດປະຈຳ ຫວຽດນາມ (WWF- ຫວຽດນາມ), ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ (UNDP-ຫວຽດນາມ), ພະແນກຮ່ວມມືສາກົນ (ວິທະຍຸກະຈາຍສຽງ ຫວຽດນາມ) ຈັດການມອບລາງວັນສື່ມວນຊົນດ້ວຍຫົວຂໍ້ວ່າ “ຫລຸດຜ່ອນມົນລະພິດປຼາລາສຕິກຢູ່ມະຫາສະໝຸດ” ຄັ້ງທີ 2 ແລະ ງານປະກວດຮູບຖ່າຍພາກພື້ນ ອາຊຽນ ດ້ວຍຫົວຂໍ້ວ່າ “ມົນລະພິດຂາວ ແລະ ບັນດາຜົນສະທ້ອນເຖິງລະບົບຊີວະພາບທາງທະເລ”.

ພາຍຫຼັງປຸກລະດົມມາເປັນເວລາ 2 ອາທິດ (ແຕ່ວັນທີ 30 ກັນຍາ – 15 ຕຸລາ), ລາງວັນສື່ມວນຊົນດ້ວຍຫົວຂໍ້ວ່າ “ຫລຸດຜ່ອນມົນລະພິດປຼາລາສຕິກຢູ່ມະຫາສະໝຸດ” ຄັ້ງທີ 2 ແລະ ງານປະກວດຮູບຖ່າຍພາກພື້ນ ອາຊຽນ ດ້ວຍຫົວຂໍ້ວ່າ “ມົນລະພິດຂາວ ແລະ ບັນດາຜົນສະທ້ອນເຖິງລະບົບຊີວະພາບທາງທະເລ” ໄດ້ດຶງດູດຄວາມສົນໃຈຈາກປະຊາຄົມ ແລະ ສັງຄົມ, ພິເສດແມ່ນປະຊາຊົນພາກພື້ນ ອາຊຽນ. ເມື່ອຕີລາຄາກ່ຽວກັບການສອບເສັງ 2 ຄັ້ງນີ້, ທ່ານ ໂງວັນຫາຍ, ຫົວໜ້າບັນນາທິການສື່ເອເລັັກໂຕນິກ VTC News, ໄດ້ແບ່ງປັນວ່າ: ເມື່ອທຽບໃສ່ປີກ່ອນ, ປີນີ້, ຈຳນວນ ແລະ ຄຸນນະພາບຂອງບັນດາຜົນງານທີ່ເຂົ້າຮ່ວມການສອບເສັງສູງກ່ວາ, ທ່ານໃຫ້ຮູ້ວ່າ:

“ຄືພວກເຮົາຮູ້ນຳກັນແລ້ວວ່າ ສິ່ງເສດເຫຼືອປຼາລາສຕິກບໍ່ມີພົມແດນ, ຄວາມສ່ຽງເກີດວິກິດການຈາກສິ່ງເສດເຫຼືອທົ່ວໂລກພວມນັບມື້ນັບປະກົດຢ່າງຈະແຈ້ງ. ດັ່ງນັ້ນ, ພວກເຮົາຄວນມີວິທີການແກ້ໄຂຕັ້ງໜ້າກວາໂດຍອີງໃສ່ການຮ່ວມມືສາກົນ. ດັ່ງນັ້ນ, ປີນີ້ ໄປຄຽງຄູ່ກັບລາງວັນສື່ມວນຊົນ, ຄະນະຈັດຕັ້ງໄດ້ປຸກລະດົມງານປະກວດຖ່າຍຮູບຢູ່ພາກພື້ນ ອາຊຽນ ດ້ວຍຫົວຂໍ້ວ່າ “ມົນລະພິດຂາວ ແລະ ບັນດາຜົນສະທ້ອນເຖິງລະບົບຊີວະພາບທາງທະເລ”  ເພື່ອມຸ່ງໄປເຖິງການໂຄສະນາດ້ານສື່ສານແນໃສ່ຍົກສູງສະຕິຄວາມຮູ້ກ່ຽວກັບຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດຂອງວົງຄະນະຍາດບັນດາປະເທດໃນພາກພື້ນ ອາຊຽນ”.

ຮ່ວມແຮງຮ່ວມໃຈຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດ - ảnh 1ທ່ານ ໂງວັນຫາຍ, ຫົວໜ້າບັນນາທິການສື່ເອເລັັກໂຕນິກ VTC News ກ່າວຄຳເຫັນທີ່ພິທີ

ດ້ວຍຮູບຖ່າຍກ່ວາ 7.500 ແຜ່ນຂອງນັກຖ່າຍຮູບກ່ວາ 2.700 ຄົນທີ່ມາຈາກບັນດາປະເທດ ອາຊຽນ (ຄື: ຫວຽດນາມ, ໄທ, ອິນໂດເນເຊຍ, ກຳປູເຈຍ), ງານປະກວດ ຖ່າຍຮູບ “ມົນລະພິດຂາວ ແລະ ບັນດາຜົນສະທ້ອນເຖິງລະບົບຊີວະພາບທາງທະເລ”  ໄດ້ນຳມາເຊິ່ງບັນດາຮູບຖ່າຍທີ່ມີຊີວິດຊີວາ, ສະແດງໃຫ້ເຫັນຄວາມສົນໃຈຂອງປະຊາຊົນບັນດາປະເທດ ອາຊຽນ ເປັນຈຳນວນຫຼວງຫຼາຍ. ພົ້ນເດັ່ນຄື ຜົນງານ “The Plastic sea grass” ທີ່ຍາດໄດ້ລາງວັນທີສອງຂອງນັກຖ່າຍຮູບ ຊີລິເລີດ ຜົນສິນ ເຊິ່ງໄດ້ຮັບການຕີລາຄາຈາກຄະນະຈັດຕັ້ງວ່າ ໄດ້ວາດພາບຄວາມງາມຂອງເຂດທະເລຢູ່ເຂດທ່ອງທ່ຽວແຫ່ງໜຶ່ງຂອງປະເທດໄທ ຖືກທຳລາຍຍ້ອນການກະທຳຂອງມະນຸດ. ຫຼືວ່ານັກຖ່າຍຮູບ ວິນນິວັດ ໄຕຣຕົງທະນະລັດ ດ້ວຍຜົນງານຮູບຖ່າຍ “Plastic” - ເຊິ່ງເປັນຮູບຖ່າຍໄດ້ຮັບລາງວັນທີໜຶ່ງໃນງານປະກວດ - ໄດ້ວາດພາບການປະພຶດຂອງບັນດາໂຕລີງທີ່ດຳລົງຊີວິດໃນເກາະຕໍ່ສິ່ງເສດເຫຼືອປຼາລາສຕິກ. ໂດຍສົ່ງຜົນສະທ້ອນຢ່າງແຮງເຖິງສະຕິຄວາມຮູ້ຂອງມະນຸດ, ບັງຄັບໃຫ້ມະນຸດຕ້ອງຄິດໄລ່ຊັ່ງຊາເຖິງບັນຫາປົກປັກຮັກສາສິ່ງແວດລ້ອມຊີວະພາບທະເລໃນປະຈຸບັນ, ເພື່ອໃຫ້ລະບົບຊີວະພາບຂອງສັດສາວາສິ່ງໃນໂລກໄດ້ຮັບການຮັບປະກັນ. ນັກຖ່າຍຮູບ ວິນນິວັດ ໄຕຣຕົງທະນະລັດ ໃຫ້ຮູ້ວ່າ:

“ຮູບຖ່າຍຂອງຂ້າພະເຈົ້າແມ່ນຮູບພາບທະເລໃນເກາະ Samae San ຫຼືຍັງເອີ້ນວ່າເກາະເປັດໃນແຂວງ ຊົນບູຣີ. ເຖິງວ່າໄດ້ເອີ້ນວ່າເກາະເປັດກໍ່ຕາມ ແຕ່ຢູ່ທີ່ນີ້ບໍ່ມີເປັດ, ແຕ່ມີໂຕລີງນັບຮ້ອຍໂຕໄດ້ດຳລົງຊີວິດ. ແຂກທ່ອງທ່ຽວໄດ້ແກ່ວງຖົງຢ່າງມີໝາກໄມ້ໃຫ້ລີງກິນຄື: ໝາກໂມ, ໝາກກ້ວຍ... ແຕ່ວ່າ, ການກະທຳດັ່ງກ່າວເຮັດໃຫ້ທະເລນັບມື້ນັບມີມົນລະພິດກ່ວາອີກ ຍ້ອນຖົງຢ່າງຖືກຖິ້ມລົງທະເລ, ຖົງຢາງລະລາຍຍາກ. ຂ້າພະເຈົ້າຫວັງວ່າ ທຸກຄົນອາດຈະຖິ້ມໝາກໄມ້ລົງທະເລ, ລີງຈະເອົາກິນເອງ. ບໍ່ຄວນຖິ້ມທັງຖົງຢາງມີໝາກໄມ້ລົງທະເລ, ນັ້ນແມ່ນວິທີໜຶ່ງທຳລາຍສິ່ງແວດລ້ອມທະເລ. ຂ້າພະເຈົ້າຢາກສົ່ງສານດັ່ງກ່າວເຖິງແຂກທ່ອງທ່ຽວເມື່ອມາທ່ຽວຢູ່ເກາະແຫ່ງນີ້”.

ສ່ວນນັກຖ່າຍຮູບ ຟ້າມດັ້ງຄຽມ, ຜູ້ຖ່າຍພາບທີ່ມີຊື່ວ່າ “ແຂກທ່ອງທ່ຽວສາກົນເກັບມ້ຽນສິ່ງເສດເຫຼືອພາຍຫຼັງພາຍຸ Noru ຢູ່ໂຫ້ຍອານ” ທີ່ຍາດໄດ້ລາງວັນທີ 2 ເລົ່າໃຫ້ຟັງວ່າ:

“ຕອນເຊົ້າວັນທີ 28 ກັນຍາຜ່ານມາ, ພາຍຸ Noru ພັດເຂົ້ານະຄອນ ໂຫ້ຍອານ. ລົມແຮງ, ຝົນຕົກໜັກເຮັດໃຫ້ຕົ້ນໄມ້ລົ້ມ, ນ້ຳຂຶ້ນສູງເຮັດໃຫ້ຂີ້ເຫຍື້ອໄຫຼໄປຢູ່ທຸກບ່ອນ. ເຫັນສະພາບແນວນີ້ແລ້ວ, ກຸ່ມນັກທ່ອງທ່ຽວຕ່າງປະເທດຈຳນວນໜຶ່ງກໍ່ພ້ອມກັບປະຊາຊົນທ້ອງຖິ່ນອອກແຮງເກັບມ້ຽນຂີ້ເຫຍື້ອເພື່ອໃຫ້ກະແສນ້ຳໄຫຼໄດ້ສະດວກ. ເພື່ອຖ່າຍຊຸດຮູບນີ້ໃນເງື່ອນໄຂດິນຟ້າອາກາດຄືແນວນີ້ແມ່ນອັນຕະລາຍທີ່ສຸດ ແຕ່ຊຸດຮູບຖ່າຍນີ້ມີລັກສະນະສະຖານະການ, ໄດ້ໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນການຍົກສູງສະຕິຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ”.

ຮ່ວມແຮງຮ່ວມໃຈຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດ - ảnh 2ຮູບຖ່າຍ “Plastic” ຂອງນັກຖ່າຍຮູບ ວິນນິວັດ ໄຕຣຕົງທະນະລັດ

ລາງວັນສື່ມວນຊົນ “ຫຼຸດຜ່ອນມົນລະພິດປຼາລາສຕິກຢູ່ມະຫາສະໝຸດ” ປີ 2022, ມີກ່ວາ 300 ຜົນງານມາຈາກ 19 ແຂວງ, ນະຄອນດ້ວຍການເຂົ້າຮ່ວມຂອງ 70 ອົງການສື່ສານ, ວາລະສານ ແລະ ນັກປະພັນ, ຜູ້ເຂົ້າຮ່ວມກ່ວາ 145 ຄົນດ້ວຍຫົວຂໍ້ທີ່ມີຫຼາຍຮູບແບບຊື່ງໄດ້ສ່ອງແສງໃຫ້ເຫັນສະພາບການຕົວຈິງ ກໍ່ຄືສະເໜີຫຼາຍມາດຕະການເພື່ອແນໃສ່ຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດ. ບັນດາຜູ້ເຂົ້າຮ່ວມງານສອບເສັງລາງວັນສື່ມວນຊົນ “ຫຼຸດຜ່ອນມົນລະພິດປຼາລາສຕິກຢູ່ມະຫາສະໝຸດ” ປີ 2022 ໄດ້ມີຫຼາຍວິທີການສະແດງທີ່ມີຫົວຄິດປະດິດສ້າງດຶງດູດຜູ້ອ່ານຜູ້ຊົມໃຫ້ມີຄວາມສົນໃຈເຖິງຂົງເຂດສິ່ງແວດລ້ອມທາງທະເລກ່ວາອີກ. ຕົວຢ່າງຄືຜົນງານ “ບັ້ນຮົບຂອງສິ່ງເສດເຫຼືອ ປຼາລາສຕິກ” - ຍາດໄດ້ລາງວັນທີໜຶ່ງຂອງງານສອບເສັງ - ຂອງ ໂດ້ທິຮ່ວາ - ຟ້າມງອັກຟືກ, ພະແນກ VTV24, ໂທລະພາບ ຫວຽດນາມ ໄດ້ວາດພາບສານຢ່າງເຂັ້ມແຂງ, ສ້າງຄວາມປະທັບໃຈກ່ຽວກັບຄວາມມານະພະຍາຍາມປົກປັກຮັກສາມະຫາສະໝຸດ ແລະ ສິ່ງແວດລ້ອມຂອງແຂວງ ກ໋ວາງນິງ. ນັກຂ່າວ ໂດ້ທິຮ່ວາ ໃຫ້ຮູ້ວ່າ:

“ນີ້ແມ່ນບັນດາເລືື່ອງລາວທີ່ໄດ້ຮັບຮູ້ຄວາມມານະພະຍາຍາມໃນຂັ້ນຕອນເກັບມ້ຽນ, ບຳບັດຂີ້ເຫຍື້ອຢູ່ອ່າວຮ້າລອງ ກໍ່ຄືເຂດໃກ້ຄຽງ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຄົງຄ້າງໃນຂັ້ນຕອນຫລຸດຜ່ອນສິ່ງເສດເຫຼືອປຼາລາສຕິກຢູ່ເຂດນີ້. ດ້ວຍບັນດາເລື່ອງລາວຕົວຈິງທີ່ພວກຂ້າພະເຈົ້າເກັບມາໄດ້ນັ້ນ ແນ່ນອນວ່າບັ້້ນເຄື່ອນໄຫວຕ້ານສິ່ງເສດເຫຼືອປຼາລາສຕິກໃນຂັ້ນຕອນຫລຸດຜ່ອນສິ່ງເສດເຫຼືອແມ່ນອີງໃສ່ສະຕິຄວາມຮັບຮູ້ຂອງແຕ່ລະຄົນແມ່ນສຳຄັນທີ່ສຸດ”.

ດ້ວຍຈຳນວນຜົນງານເຂົ້າຮ່ວມງານເສັງທີ່ນັບມື້ນັບເພີ່ມຂຶ້ນໄດ້ສະແດງໃຫ້ເຫັນບົດບາດຂອງສື່ມວນຊົນໃນວຽກງານໂຄສະນາສື່ສານ, ແຜ່ຂະຫຍາຍບັນດາສານທີ່ມີຄວາມໝາຍກ່ຽວກັບການຫລຸດຜ່ອນມົນລະພິດປຼາລາສຕິກຢູ່ມະຫາສະໝຸດ, ດຶງດູດຄວາມສົນໃຈຂອງປະຊາຄົມ. ນີ້ກໍ່ແມ່ນໜຶ່ງໃນບັນດາວິທີການເພື່ອພ້ອມກັບລັດຖະບານ ແລະ ປະຊາຄົມຮ່ວມແຮງຮ່ວມໃຈແກ້ໄຂບັນຫາມົນລະພິດ ປຼາລາສຕິກ ເວົ້າລວມ ແລະ ສິ່ງເສດເຫຼືອປຼາລາສຕິກຢູ່ມະຫາສະໝຸດເວົ້າສະເພາະ ຢ່າງມີປະສິດທິຜົນກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ