ເກາະ​ໝາກ ແລະ ກົດ​ບັດ “ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ”

(VOVWORLD) - ປິດປະຕູ ແລະ ມອດໄຟພາຍຫຼັງ 8 ໂມງຄ່ຳ, ບໍ່ມີການເຄື່ອນໄຫວໃນ Club ແລະ ຮ້ານ karaoke ກໍ່ຄືຮ້ານສັບພະສິນຄ້າ. ວິທີການເດີນທາງຫຼັກໆແມ່ນຍ່າງໄປ, ລົດຖີບ ແລະ ລົດໄຟຟ້າ. ແຕ່ວ່າ ເກາະໝາກ ເກາະແບບຮົກເຮື້ອປະຖົມປະຖານ ຢູ່ແຂວງ ຕຣາດ ຢູ່ທາງທິດຕາເວັນອອກໄທ ທີ່ພວມດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ ເປັນຈຳນວນຫຼວງຫຼາຍມາລົງພຶດຕິກຳຕົວຈິງດ້ວຍຄວາມຮູ້ສຶກ “ໃຊ້ຊີວິດຢ່າງຊ້າໆ”, ເຊື່ອມຕົວເຂົ້າກັບທຳມະຊາດ, ຫຼຸດຜ່ອນການປ່ອຍອາຍກາກບອນ ແລະ ພ້ອມກັນປົກປັກຮັກສາໜ່ວຍໂລກ. ເພື່ອບັນລຸໄດ້ຜົນສຳເລັດນີ້ ແມ່ນຕ້ອງມີຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈບໍ່ແມ່ນໜ້ອຍຂອງຫຼາຍຂະແໜງການ, ອຳນາດການປົກຄອງທຸກຂັ້ນ ແລະ ພິເສດ ແມ່ນຄວາມເອົາໃຈໃສ່ຂອງຊາວທ້ອງຖິ່ນ ດ້ວຍກົດບັດ “ການທ່ອງທ່ຽວແບບຍືນຍົງ”.

ເກາະ​ໝາກ ແລະ ກົດ​ບັດ “ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ” - ảnh 1ເກາະໝາກ

ໂດຍຫ່າງຈາກດິນຕໍ່ແຜ່ນປະມານ 38 ກີໂລແມັດ, ເກາະໝາກແມ່ນເກາະໃຫຍ່ອັນດັບທີ 3 ຂອງແຂວງ ຕຣາດ ຖັດຈາກເກາະຊ້າງ ແລະ ເກາະກູດ. ບໍ່ພຽງແຕ່ມີຊື່ສຽງດ້ວຍຄວາມງາມແບບທຳມະຊາດ, ຮົກເຮື້ອເທົ່ານັ້ນ ປັດຈຸບັນ ເກາະໝາກຍັງດຶງດູດແຂກທ່ອງທ່ຽວດ້ວຍການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ ແລະ ບັນດາຄວາມມານະພະຍາຍາມຊຸກຍູ້ການທ່ອງທ່ຽວແບບຍືນຍົງ, ປົກປັກຮັກສາທຳມະຊາດທີ່ສວຍສົດງົດງາມ ແຕ່ສ້າງແຫຼ່ງລາຍຮັບຈາກການທ່ອງທ່ຽວແບບຍືນຍົງໃຫ້ແກ່ລຸ້ນຄົນໃນອະນາຄົດອີກດ້ວຍ. ທ່ານນາງ Panupan Suvachananonda, ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ໄທ ແຂວງ ຕຣາດ ໃຫ້ຮູ້ວ່າ:

ແຂກທ່ອງທ່ຽວທີ່ມາເກາະໝາກ ກໍ່ສາມາດເຂົ້າຮ່ວມຊຸດການຮຽນທັກສະຍ້ອມສີຜ້າທີ່ເປັນມິດກັບສິ່ງແວດລ້ອມ, ຫ້ອງສອນວິທີການແຕ່ງອາຫານອໍແກນນິກຢູ່ຟາມຕ່າງໆ, ສູດອາກາດທີ່ບໍລິສຸດ ເມື່ອຖີບລົດຖີບ ຫຼື ຍ່າງຢູ່ເກາະ, ຮັບປະທານເຍື່ອງອາຫານທ້ອງຖິ່ນ, ເຂົ້າຮ່ວມບັນດາການເຄື່ອນໄຫວຄື ດຳນ້ຳທະລ. ແຂກທ່ອງທ່ຽວສ່ວນຫຼາຍໄດ້ກັບຄືນມາທ່ຽວເກາະໝາກເປັນຫຼາຍຄັ້ງ ດ້ວຍຫຼາຍມື້ກວ່າ.

ລັດຖະບານ ໄທ ໄດ້ເລືອກເອົາ ເກາະໝາກແມ່ນສະຖານທີ່ທົດລອງ ນະໂຍບາຍການທ່ອງທ່ຽວສີຂຽວຕາມຮູບແບບເສດຖະກິດ ຊີວະສາດ - ໝູນວຽນ - ສີຂຽວ, ຕາມນັ້ນແລ້ວ, ເກາະແຫ່ງນີ້ ໄດ້ກຳນົດທິດພັດທະນາກາຍເປັນສະຖານທີ່ທ່ອງທ່ຽວ ເຊິ່ງອາດຈະສ້າງລາຍຮັບແບບຍືນຍົງ ໃຫ້ແກ່ປະຊາຊົນ, ທັງຊຸກຍູ້ຮູບແບບຄຸ້ມຄອງເປັນຢ່າງດີ ແລະ ຍິ່ງກ່ວາສິ່ງໃດໝົດແມ່ນ ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍກາກບອນລົງຫຼາຍທີ່ສຸດໃນທຸກການເຄື່ອນໄຫວທ່ອງທ່ຽວ. ທ່ານ Chumpol Musiganont ຮອງຫົວໜ້າອົງການຄຸ້ມຄອງບັນດາເຂດພາກ ໄດ້ຮັບການບົ່ງຕົວແກ່ການພັດທະນາການທ່ອງທ່ຽວແບບຍືນຍົງຂອງລັດຖະບານ ໄທ ໃຫ້ຮູ້ວ່າ:

ຂ້າພະເຈົ້າຖືວ່າ ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດຢູ່ ເກາະໝາກ ແມ່ນມີກົດບັດການທ່ອງທ່ຽວແບບຍືນຍົງ ໂດຍປະຊາຊົນສ້າງຂຶ້ນ, ເຊິ່ງແມ່ນສິ່ງຮັບປະກັນການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບຂອງປະຊາຊົນໃນທຸກຂົງເຂດພັດທະນາການທ່ອງທ່ຽວໃນເກາະ.

ເກາະ​ໝາກ ແລະ ກົດ​ບັດ “ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ” - ảnh 2ຜູ້ອາສາສະໝັກເກັບຂີ້ເຫຍື້ອ Trash Hero

ໂດຍແມ່ນຄົນລຸ້ນທີສີ່ທີ່ດຳລົງຊີວິດຢູ່ເກາະໝາກ, ທ່ານນາງ Piriya Suvachananonda ຜູ້ຕາງໜ້າອຳນາດການປົກຄອງເມືອງ ເກາະໝາກ ໃຫ້ຮູ້ວ່າ ທ່ານນາງຮູ້ສຶກເອກອ້າງທະນົງໃຈ ເມື່ອບັນພະບູລຸດຂອງທ່ານນາງ ແມ່ນບັນດາຜູ້ຄົນທຳອິດທີ່ຕັ້ງຖິ່ນຖານດຳລົງຊີວິດຢູ່ເກາະແຫ່ງນີ້ ກ່ອນນີ້ 100 ປີກ່ອນ.

ໃນເກາະ 90%ການເຄື່ອນໄຫວ ໂດຍເອກະຊົນເປັນກຳມະສິດ. ບັນດາຄອບຄົວຢູ່ແຫ່ງນີ້ ໄດ້ຮັກສາປ່າຢາງປາລາ ແລະ ປ່າໝາກພ້າວ. ພວກຂ້າພະເຈົ້າປະກອບສ່ວນສີຂຽວ ແລະ ອົກຊີໃຫ້ແກ່ເກາະແຫ່ງນີ້. ແຂກທ່ອງທ່ຽວມາທີ່ນີ້ ສາມາດຍ່າງໄປໃນປ່າໄດ້ຢ່າງສະດວກສະບາຍ. ອຳນາດການປົກຄອງທ້ອງຖິ່ນ ຮັບປະກັນວ່າ ແຂກທ່ອງທ່ຽວຍາມໃດກໍ່ມີຄວາມປອດໄພ. 

ໂດຍແມ່ນສະມາຊິກຮ່ວມສ້າງຕັ້ງອົງການເກັບຂີ້ເຫຍື້ອ Trash Hero ໃນເກາະ, ນາງ Rong Rong Zhu ໃຫ້ຮູ້ວ່າ: ລາວ ແລະ ເພື່ອນຂອງຕົນ ໄດ້ມີຄວາມຮັກຕໍ່ເກາະໝາກແຕ່ເວລາທຳອິດທີ່ມາເກາະ ແລະ ຍາມໃດກໍ່ປາດຖະໜາຢາກຮັກສາເກາະແຫ່ງນີ້ໃຫ້ມີຄວາມສວຍສົດງົດງາມ, ສະອາດງາມຕາຕະຫຼອດໄປ. Trash Hero ໄດ້ວາງຖັງຂີ້ເຫຍື້ອຢູ່ລຽບຕາມຫາດຊາຍໃນເກາະ, ພ້ອມທັງໄດ້ຈັດບັນດາການເຄື່ອນໄຫວເກັບຂີ້ເຫຍື້ອທຳຄວາມສະອາດໃນເກາະເປັນປະຈຳ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ອາສາສະໝັກ. ນາງແບ່ງປັນວ່າ:

ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ສຸດວ່າ Trash Hero ອາດຈະແຜ່ຂະຫຍາຍສານການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ, ສະອາດຂອງຕົນ ຜ່ານການສຶກສາ. ຖ້າພວກເຮົານຳເດັກນ້ອຍເຂົ້າຮ່ວມບັ້ນເກັບຂີ້ເຫຍື້ອໃນເກາະ, ໃຫ້ພວກນ້ອງນ້ອຍເຫັນປະຈັກຕາວ່າ ຖ້າມີຂີ້ເຫຍື້ອ ຫາດຊາຍຈະຂີ້ຮ້າຍຄືແນວໃດ, ຂີ້ເຫຍື້ອປຼາດສະຕິກ ກໍ່ຜົນເສຍຫາຍຕໍ່ດິນ ແລະ ທະເລຄືແນວໃດ, ໃນອະນາຄົດ ພວກນ້ອງຈະຊ່ວຍໄທ ຫຼຸດຜ່ອນການນຳໃຊ້ຖົງປຼາດສະຕິກ, ຕຸກນ້ຳ.

ເກາະໝາກ ໄດ້ຮັບການເຊີດຊູເມື່ອໄດ້ຈັດຢູ່ອັນດັບທີ 2 ໃນບັນຊີລາຍຊື່ບັນດາສະຖານທີ່ເປັນມິດກັບສິ່ງແວດລ້ອມ ຢູ່ງານຕະຫຼາດນັດ ການທ່ອງທ່ຽວສາກົນ Berlin 2023. ເກາະແຫ່ງນີ້ ໂດຍອົງການ Green Destination Foundation ເລືອກເອົາເປັນໜຶ່ງໃນ 100 ສະຖານທີ່ນັດພົບທີ່ເປັນມິດກັບສິ່ງແວດລ້ອມແຖວໜ້າໂລກ ແລະ ແມ່ນຮູບແບບການທ່ອງທ່ຽວແບບຍືນຍົງຂອງໄທ.

ຕອບກັບ

ຂ່າວ/ບົດ​ອື່ນ