​ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

(VOVWORLD) - ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ຕາແສງ ຊຽງເມືອງ, ເມືອງ ໜອງບົກ ແຂວງຄໍາມ່ວນ, ຕັ້ງຢູ່ແຄມແມ່ນໍ້າຂອງທີ່ສວຍງາມ. ກ່ອນນີ້ 90 ກວ່າປີ, ປະທານໂຮ່ຈີມິນໄດ້ມີຊຸມວັນເດືອນເຄື່ອນໄຫວການປະຕິວັດຢູ່ແຫ່ງນີ້. ປັດຈຸບັນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ຄໍາມ່ວນ ໄດ້ກາຍເປັນສັນຍາລັກອັນສັກກະລະບູຊາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບຂອງປະຊາຊົນ 2 ປະເທດ ລາວ - ຫວຽດນາມ.

​ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ - ảnh 1ເຂດອະນຸສອນສະຖານປະທານໂຮ່ຈີມິນຢູ່ ຄໍາມ່ວນ: ບ່ອນສ້າງສາຍສໍາພັນຄວາມສາມັກຄີ ລະຫວ່າງລາວ - ຫວຽດນາມ 

  ທຸກໆວັນ, ພິເສດແມ່ນຊຸມວັນບຸນ, ວັນພັກການ ແຂກຄົນ ແລະ ຊາວທ້ອງຖິ່ນໄດ້ມາຖະຫວາຍທູບທຽນ, ໄຫວ້ອາໄລ ປະທານໂຮ່່ຈີມິນຢ່າງເປັນປະຈໍາ, ເພາະເພິ່ນບໍ່ພຽງແຕ່ແມ່ນຜູ້ນໍາຂອງຊາດຫວຽດນາມ ເທົ່ານັ້ນ ຫາກຍັງເປັນຜູ້ນໍາຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງອີກດ້ວຍ.

        ທ່ານ ຈັນທະຄິດ ມະນີປະກອນ, ນາຍບ້ານ ຊຽງວາງ, ຜູ້ທີເຂົ້າໃຈແຈ້ງການອຸທິດສ່ວນ ແລະ ອາລົມຈິດຂອງປະທານໂຮ່ຈີມິນ ທີ່ມີຕໍ່ປະເທດຫວຽດນາມ ແລະ ກໍແມ່ນຜູ້ທີ່ມີຄວາມມານະອົດທົນກໍ່ສ້າງ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມ - ລາວ. ເພາະສະນັ້ນ, ສໍາລັບທ່ານ ຈັນທະຄິດ ແລ້ວ ມາຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ກໍ່ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖື ແລະ ຄວາມຮັກແພງຂອງປະຊາຊົນລາວ ທີ່ມີຕໍ່ປະທານໂຮ່ຈີມິນ.

​ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ - ảnh 2ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ຊຽງວາງ ມີເນື້ອທີ່ກວ້າງປະມານ 1,6 ແຮັກຕາ 

        ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ຊຽງວາງ ມີເນື້ອທີ່ກວ້າງປະມານ 1,6 ແຮັກຕາ, ເຊິ່ງໄດ້ກໍ່ສ້າງສໍາເລັດເມື່ອປີ 2012 ໂດຍມີຫຼາຍກິດຈະກໍາຍ່ອຍ. ໃນນັ້ນ ພົ້ນເດັ່ນແມ່ນຫ້ອງບູຊາ ເຊິ່ງໄດ້ກໍ່ສ້າງຕາມການອອກແບບຂອງຫວຽດນາມ, ສ່ວນຫໍວາງສະແດງເອກະສານ, ພາບຖ່າຍກ່ຽວກັບປະທານໂຮ່ຈີມິນນັ້ນ ພັດໄດ້ອອກແບບ ແລະ ກໍ່ສ້າງຕາມສະຖາປັດຕະຍາກໍາຂອງລາວ. ໃນເຂດອະນຸສອນສະຖານປະທານໂຮ່ຈີມິນຍັງມີຫ້ອງຮັບແຂກ, ຫໍອະນຸສາວະລີ, ບໍລິເວນປູກຕົ້ນໄມ້ປະດັບ ແລະ ມີໜອງປາອີກດ້ວຍ. ເອື້ອຍ ເມກສະຫວັນ ສຸວັນນະພູມີ , ຜູ້ນໍາທ່ຽວຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ຊຽງວາງ ໃຫ້ຮູ້ວ່າ:

        “ເມື່ອແຂກທ່ອງທ່ຽວມາຢ້ຽມຢາມເຂດອະນຸສອນສະຖານແຫ່ງນີ້ ຈະມີຜູ້ແນະນໍາ, ບັນລະຍາຍດ້ວຍພາສາລາວ ແລະ ພາສາຫວຽດ ກ່ຽວກັບບັນດາເອກະສານປະຫວັດສາດ ກໍຄື ໄລຍະທີ່ປະທານໂຮ່ຈີມິນເຄື່ອນໄຫວປະຕິວັດຢູ່ທີ່ນີ້. ຢູ່ບ້ານຊຽງວາງ, ປະຊາຊົນຊຽງວາງ ຍາມໃດກໍສະໜັບສະໜູນ, ຮັກແພງ ແລະ ຮູ້ສຶກຕື້ນຕັນໃຈເມື່ອມາແຫ່ງນີ້. ຂ້າພະເຈົ້າເຫັນໄດ້ຊັດນໍ້າໃຈຄວາມຮັກແພງ, ການຊ່ວຍເຫຼືອຂອງປະຊາຊົນຫວຽດນາມທີ່ມີຕໍ່ປະຊາຊົນລາວ. ປະຊາຊົນສອງປະເທດ ຍາມໃດກໍມີຄວາມສາມັກຄີກັນ”.   

         ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ໄດ້ວາງສະແດງພາບຖ່າຍເອກະສານ, ປຶ້ມ, ໜັງສືພິມ ທີ່ຂຽນກ່ຽວກັບປະທານໂຮ່ຈີມິນ; ພາບຖ່າຍກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຄັ້ງຕ່າງໆຂອງການນໍາຂັ້ນສູງສອງປະເທດໃນເມື່ອກ່ອນ ແລະ ປັດຈຸບັນ. ມີວັດຖຸພັນຫຼາຍຢ່າງທີ່ກ່ຽວຂ້ອງເຖິງປະທານໂຮ່ຈີມິນ ໂດຍຊາວຫວຽດນາມອາໄສຢູ່ບ້ານຊຽງວາງມອບໃຫ້... ທ່ານ ຄັນໄຊ ພົມມະວົງ, ຫົວໜ້າຄະນະຄຸ້ມຄອງເຂດອະນຸສອນສະຖານປະທານໂຮ່ຈີມິນ ໃຫ້ຮູ້ວ່າ ເຂດອະນຸສອນແຫ່ງນີ້ ບໍ່ພຽງແຕ່ແມ່ນສັນຍາລັກເທົ່ານັ້ນ ຫາກຍັງແມ່ນບ່ອນສ້າງຄວາມຜູກພັນສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ອີກດ້ວຍ. ທ່ານ ຄັນໄຊ ເວົ້າຄວາມໃນໃຈສູ່ຟັງວ່າ, ຍິ່ງຄົ້ນຄວ້າ, ຍິ່ງເຂົ້າໃຈແຈ້ງກ່ຽວກັບປະທານໂຮ່ຈີມິນ, ຍິ່ງຢາກປະຕິບັດພາລະກິດຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງເຂດອະນຸສອນສະຖານແຫ່ງນີ້ໃຫ້ດີທີ່ສຸດ.

        ຢູ່ໃຈກາງເຂດພູຜ່າປາໄມ້ແມ່່ນໍ້າລໍາເຊ ຄໍາມ່ວນທີ່ສວຍງາມນີ້, ເຂດອະນຸສອນສະຖານປະທານໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງຂອງນໍ້າໃຊຮັກຊາດ, ເອກະລາດ, ເສລີພາບ, ນັ້ນກໍແມ່ນຄວາມເຄົາລົບສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຂອງປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ປະທານໂຮ່ຈີມິນ. ໂດຍມີແມ່ນໍ້າຂອງທີ່ສວຍງາມດັ່ງໃນຝັນ ແລະ ທົ່ງນາທີ່ສະຫງົບງຽບອ້ອມຮອບນັ້ນ ຍິ່ງເຮັດໃຫ້ເຂດອະນຸສອນສະຖານແຫ່ງນີ້ມີຄວາມສັກສິດຂຶ້ນຕື່ມ.

        ເຂດອະນຸສອນສະຖານປະທານໂຮ່ຈີມິນ ແມ່ນສັນຍາລັກຂອງໄມຕີຈິດມິດຕະພາບ ແລະ ກາຍເປັນສະຖານທີ່ປະຫວັດສາດສໍາຄັນເພື່ອສຶກສາ, ເຜີຍແຜ່ໃຫ້ຄົນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງຫວຽດນາມ - ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ