ເປີດ Go-Viet - ຜະລິດຕະພັນຂອງການຮ່ວມມືເຕັກໂນໂລຊີລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

(VOVWORLD) -  ພາຍໃນເວລາພຽງແຕ່ 2 ເດືອນທີ່ໄດ້ຮັບການກໍ່ຕັ້ງຢູ່ ຫວຽດນາມ ດ້ວຍການດາວໂຫຼດແອັບ (App) 1,5 ລ້ານເທື່ອ ພ້ອມກັບອັດຕາສ່ວນກວມເອົາ 35% ຂອງການບໍລິການລົດຈັກຮັບຈ້າງຜ່ານເຕັກໂນໂລຊີຢູ່ນະຄອນ ໂຮ່ຈີມິນ ນັ້ນ, 

Go-Viet ແມ່ນ App ທີ່ມີຫລາຍການບໍລິການຮັບໃຊ້ຕາມຄວາມຕ້ອງການ, ເຊິ່ງໄດ້ເປີດຕົວຢູ່ ຮ່າໂນ້ຍ ໃນຕອນບ່າຍວັນທີ 12 ກັນຍາ ຜ່ານມາ. ນີ້ແມ່ນການປະສານສົມທົບເຕັກໂນໂລຊີລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເມື່ອ Go Viet ແມ່ນຄູ່ຮ່ວມມືຍຸດທະສາດຂອງ Go Jek - ອິນໂດເນເຊຍ.

ເປີດ Go-Viet - ຜະລິດຕະພັນຂອງການຮ່ວມມືເຕັກໂນໂລຊີລະຫວ່າງ  ຫວຽດນາມ ແລະ ອິນໂດເນເຊຍ - ảnh 1ພິທີເປີດຕົວຢູ່ ຮ່າໂນ້ຍ ໃນຕອນບ່າຍວັນທີ 12 ກັນຍາ ຜ່ານມາ

ໂດຍໄດ້ເປີດຕົວຢູ່ນະຄອນ ໂຮ່ຈີມິນ ໃນເດືອນ ສິງຫາ 2018 ແລະ ເປີດກ້ວາງຕະຫລາດອອກສູ່ ຮ່າໂນ້ຍ ຢ່າງເປັນທາງການນັ້ນ, Go-Viet ແມ່ນການບໍລິການລົດຮັບຈ້າງຜ່ານເຕັກໂນໂລຊີທີ່ຄ້າຍຄື Grab ເຊິ່ງໄດ້ຮັບຄວາມນິຍົມຈາກປະຊາຊົນເປັນຈຳນວນຫລາຍ. ພາຍຫລັງການເປີດຕົວມາເປັນເວລາ 2 ເດືອນ,  ປັດຈຸບັນ Go-Viet ໄດ້ຮ່ວມມືກັບຜູ້ຂັບລົດຮັບຈ້າງກ່ວາ 25.000 ຄົນ ແລະ ມີອັດຕາສ່ວນກວມ 35% ຂອງການບໍລິການລົດຮັບຈ້າງຢູ່ນະຄອນ ໂຮ່ຈີມິນ. Go-Viet ໄດ້ຮັບການກໍ່ຕັ້ງ ແລະ ພັດທະນາຈາກຖັນແຖວແຮງງານ ຫວຽດນາມ ດ້ວຍ App ແລະ ການບໍລິການຮັບໃຊ້ເຊິ່ງໄດ້ພັດທະນາໃຫ້ຕະຫລາດ ຫວຽດນາມ ສະເພາະ. ພື້ນຖານຊອບແວຂອງ Go-Viet ໄດ້ຮັບການໜູນຊ່ວຍຈາກເຕັກໂນໂລຊີຂັ້ນສູງລະດັບໂລກຂອງ Go-Jek ພ້ອມດ້ວຍການໃຫ້ຄຳປຶກສາດ້ານວິຊາສະເພາະ ແລະ ແຫຼ່ງທຶນຈາກບໍລິສັດນີ້. ທ່ານ ຫງວຽນຫວູດຶກ, ຜູ້ອຳນວຍການໃຫຍ່ Go-Viet ຢືນຢັນວ່າ.

“Go-Viet ມຸ່ງໄປເຖິງພາລະກຳສ້າງສາປະເທດ ຫວຽດນາມ ວັດທະນາຖາວອນ, ຮັ່ງມີເຂັ້ມແຂງ, ຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ສ້າງຄຸນຄ່າທາງສັງຄົມຢ່າງຕັ້ງໜ້າ, Go-Viet ໄດ້ ແລະ ພວມຈະສືບຕໍ່ພັດທະນາຊອບແວລະບົບເຕັກໂນໂລຊີ. ໃນວິວັດ ການສ້າງເປົ້າໝາຍ, Go Viet ຍາມໃດກໍ່ຢາກໝູນໃຊ້ຜົນງານການປະຕິວັດອຸດສາຫະກຳ 4.0 ໃນໂລກ ເພື່ອພັດທະນາຢູ່ບ້ານເກີດເມືອງນອນຂອງຕົນ. ດັ່ງນັ້ນ, Go Viet ຈຶ່ງຕັດສິນໃຈກາຍເປັນຄູ່ຮ່ວມມືຍຸດທະສາດຂອງ Go Jek. ກ່ຽວກັບຖັນແຖວຜູ້ຄຸ້ມຄອງຂອງ Go Viet ນັ້ນລ້ວນແຕ່ແມ່ນຊາວ ຫວຽດນາມ, ເຊິ່ງມີຄວາມເຂົ້າໃຈຕໍ່ກັນຕະຫລາດ ຫວຽດນາມ. ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຂອງ Go Jek ກ່ຽວກັບດ້ານເຕັກໂນໂລຊີ ແລະ ການເງິນ.”

ໃນ 4 ເດືອນຈະມາເຖິງ, Go-Viet ຈະຜັນຂະຫຍາຍການບໍລິການ 4 ການບໍລິການຕົ້ນຕໍຂອງວິສາຫະກິດ ນັ້ນແມ່ນ: Go Car (ລົດໂອໂຕ), Go Bike (ລົດຈັກ), Go Food (ສັ່ງອາຫານ) ແລະ Go Pay (ກະເປົາເງິນເອເລັກໂຕນິກ) ຢູ່ ຫວຽດນາມ. ບັນດາການບໍລິການອື່ນໆຄື: ຊ່ວຍໄປຕະຫລາດຊື້ເຄື່ອງ, ຈ້າງແມ່ບ້ານ, ເອີ້ນໃຊ້ການບໍລິການເສີມສວຍ ຈະໄດ້ຜັນຂະຫຍາຍໃນອະນາຄົດແລ້ວແຕ່ຕາມຄວາມຕ້ອງການຂອງຕະຫລາດ ຫວຽດນາມ. ທ່ານ Nadiem Makarim, ຜູ້ອຳນວຍການຝ່າຍບໍລິຫານຂອງ Go-Jek ມີຄວາມປະທັບໃຈຕໍ່ຄວາມເຊື່ອໝັ້ນໃນການນຳໃຊ້ ແລະ ການເຕີບໂຕທີ່ໄວຂອງ Go-Viet ພາຍຫລັງການເປີດຕົວມາເປັນເວລາ 2 ເດືອນ.

“Go-Viet ບໍ່ພຽງແຕ່ຕອບສະໜອງໃຫ້ການຊີວິດການເປັນຢູ່ເທົ່ານັ້ນ ຫາກຍັງເປັນຂີດໝາຍປະຫວັດສາດໃຫ້ Go Jek ແລະ ການພົວພັນມິດຕະພາບລະຫວ່າງ 2 ປະເທດອີກດ້ວຍ ຍ້ອນວ່າ ຫວຽດນາມ ເປັນປະເທດທຳອິດ ທີ່ນອນໃນໂຄງການເປີດກ້ວາງຂອງ Go Jek ໃນໂລກ. ສິ່ງພິເສດໜຶ່ງອີກຂອງ Go-Viet ນັ້ນແມ່ນມີຈິດໃຈໃນການຮ່ວມມືດີເລີດ. ການຕ້ອນຮັບເປັນຢ່າງດີຂອງປະຊາຊົນ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕ້ອງການຂອງຊາວ ຫວຽດນາມ ກ່ຽວກັບຜະລິດຕະພັນການບໍລິການທີ່ປອດໄພ, ມີຄວາມໄວ້ເນື້ອເຊື່ອໃຈກ່ວາ ກໍ່ຄືມີຄວາມຫລາກຫລາຍໃນການເລືອກເຟັ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ການແກ່ງແຍ້ງຈະສ້າງຄວາມໝັ້ນຄົງ ແລະ ດຸ່ນດ່ຽງ ກໍ່ຄືນຳມາເຊິ່ງຜົນປະໂຫຍດໃຫ້ລູກຄ້າ.”

Go-Jek ແມ່ນວິສາຫະກິດ ອິນໂດເນເຊຍ ເຊິ່ງນຳໃຊ້ App Go-Jek ເອີ້ນລົດຕາມຄວາມຕ້ອງການ. ນີ້ແມ່ນໜຶ່ງໃນບັນດາວິສາຫະກິດ Start up ທຳອິດຂອງ ອິນໂດເນເຊຍ ທີ່ລື່ນກາຍລະດັບກຳນົດມູນຄ່າ 1 ຕື້ USD ແລະ ໃນເດືອນ ກໍລະກົດ 2018, Deal Street Asia ໄດ້ກຳນົດມູນຄ່າຂອງ Go-Jek ປະມານກ່ວາ 5 ຕື້ີ້USD.

ເປີດ Go-Viet - ຜະລິດຕະພັນຂອງການຮ່ວມມືເຕັກໂນໂລຊີລະຫວ່າງ  ຫວຽດນາມ ແລະ ອິນໂດເນເຊຍ - ảnh 2

ໃນພິທີເປີດຕົວ Go-Viet ຢູ່ ຮ່າໂນ້ຍ, ໄດ້ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມວິງກວາງ ແລະ ບັນດາເຈົ້າໜ້າທີ່ກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ຝ່າຍ, ເຊິ່ງສະແດງໃຫ້ເຫັນເຖິງຄວາມສົນໃຈຂອງລັດຖະບານສຳລັບການຮ່ວມມືດ້ານເຕັກໂນໂລຊີລະຫວ່າງ 2 ປະເທດ. ທ່ານ ຟ້າມວິງກວາງ ແບ່ງປັນວ່າ:

“ບົນຈິດໃຈລັດຖະບານ ຫວຽດນາມ ແລະ ລັດ ອິນໂດເນເຊຍ ຖືເປັນສຳຄັນການພັດທະນາເສດຖະກິດ, ພິເສດແມ່ນນຳໃຊ້ພາຫະນະເຕັກໂນໂລຊີ ແລະ ພູມປັນຍາຂອງການປະຕິວັດ 4.0, Go Jek (ອິນໂດເນເຊຍ) ບັນລຸໄດ້ບັນດາຜົນງານໃນເບື້ອງຕົ້ນຢູ່ ອິນໂດເນເຊຍ ແລະ ກວມເອົາອັດຕາສ່ວນການບໍລິການສ່ວນຫລາຍຢູ່ ອິນໂດເນເຊຍ ແລະ ການຮ່ວມມືກັບ Go Viet ຢູ່ ຫວຽດນາມ ແມ່ນຮູບແບບການດຳເນີນທຸລະກິດໃໝ່, ຄວນສົ່ງເສີມໃຫ້ 2 ປະເທດ.”

        ເນື່ອງໃນໂອກາດນີ້, Go-Viet  ກໍ່ຈັດລາຍການໂປຣໂມຊັ່ນ ສະຫງວນໃຫ້ຄົນນຳໃຊ້ການບໍລິການນີ້ຢູ່ ຮ່າໂນ້ຍ ດ້ວຍລາຄາພຽງແຕ່ 1.000 ດົ່ງ/ຖ້ຽວ, ເຊິ່ງໝູນໃຊ້ໃຫ້ແກ່ການຈ້າງລົດທີ່ມີໄລຍະທາງຕ່ຳກ່ວາ 6 ກມ . ນີ້ແມ່ນລະດັບລາຄາ ໂປຣໂມຊັ່ນ ທີ່ຕ່ຳກ່ວາລະດັບ 5.000 ດົ່ງ/ຖ້ຽວ ຊຶ່ງ Grab ພວມໝູນໃຊ້ໃນໄລຍະດຽວກັນຢູ່ ຮ່າໂນ້ຍ./.

ຕອບກັບ

ຂ່າວ/ບົດ​ອື່ນ