ເພີ່ມທະວີການຮ່ວມມືພັດທະນາການຄ້າຊາຍແດນລະຫວ່າງ ຫວຽດນາມ ແລະ ລາວ

(VOVWORLD) -ປະຈຸບັນ, ຫວຽດນາມ ມີ 214 ໂຄງການລົງທຶນຢູ່ ລາວ, ດ້ວຍຈຳນວນທຶນຈົດທະບຽນປະມານ 5,33 ຕື້ USD. ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດທີ່ລົງທຶນຢູ່ ລາວ
ເພີ່ມທະວີການຮ່ວມມືພັດທະນາການຄ້າຊາຍແດນລະຫວ່າງ ຫວຽດນາມ ແລະ ລາວ - ảnh 1ຮອດປີ 2021, ວົງການການຄ້າ 2 ສົ້ນບັນລຸ 1,37 ຕື້ USD
(ພາບປະກອບ)

ໃນໄລຍະຜ່ານມາ, ເລື່ອງນຳໃຊ້ບຸລິມະສິດຈາກສັນຍາການຄ້າ 2 ຝ່າຍ ແລະ ສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ໄດ້ປະກອບສ່ວນຊຸກຍູ້ດ້ານການຄ້າສິນຄ້າ ແລະ ການບໍລິການ, ກໍ່ຄືພັດທະນາການເຊື່ອມຕໍ່ເສດຖະກິດລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບສະໜິດແໜ້ນ, ຍາວນານ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ.

        ນັບແຕ່ກອງປະຊຸມຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ - ລາວ ຄັ້ງທີ 11 ປີ 2018, ເຊິ່ງຈັດຂຶ້ນຢູ່ແຂວງ ກວາງບິ່ງ, ຫວຽດນາມ, ມາຮອດປະຈຸບັນ, ສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ  ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ເປີດກວ້າງ, ແທດຈິງ ແລະ ສືບຕໍ່ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງໃນທຸກຂົງເຂດ.

        ໄລຍະແຕ່ປີ 2018 ຫາປີ 2021, ຍອດວົງເງິນນຳເຂົ້າ - ສົ່ງອອກ 2 ສົ້ນ ຫວຽດນາມ - ລາວ ບັນລຸ 4,5 ຕື້ USD, ສະເລ່ຍກວ່າ 1 ຕື້ USD/ປີ, ເຕີບໂຕກວ່າ 10%/ປີ. ຮອດປີ 2021, ວົງການການຄ້າ 2 ສົ້ນບັນລຸ 1,37 ຕື້ USD, ເຕີບໂຕ 33,32% ເມື່ອທຽບໃສ່ປີ 2020, ລື່ນກາຍຄາດໝາຍເຊິ່ງ 2 ປະເທດໄດ້ວາງອອກ. ໂດຍຕີລາຄາກ່ຽວກັບໝາກຜົນການຮ່ວມມືການຄ້າຊາຍແດນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ:

        ປະຈຸບັນ, ຫວຽດນາມ ມີ 214 ໂຄງການລົງທຶນຢູ່ ລາວ, ດ້ວຍຈຳນວນທຶນຈົດທະບຽນປະມານ 5,33 ຕື້ USD. ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດທີ່ລົງທຶນຢູ່ ລາວ (ຖັດຈາກ ຈີນ, ໄທ). ການເຄື່ອນໄຫວລົງທຶນຂອງ ຫວຽດນາມ ຢູ່ລາວ ແມ່ນມີຢູ່ເກືອບທຸກຂະແໜງ, ຂົງເຂດເສດຖະກິດສຳຄັນຄື: ກະສິກຳ, ພະລັງງານ, ການຜະລິດ, ຈຳໜ່າຍສິນຄ້າທີ່ຈຳເປັນຄື: ໄຟຟ້າ, ນ້ຳມັນ… ຢູ່ບັນດາແຂວງທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນ, ພິເສດແມ່ນຢູ່ບັນດາແຂວງທາງພາກໃຕ້ຂອງ ລາວ. ມາຮອດປະຈຸບັນ, ທົ່ວເຂດຊາຍແດນ ຫວຽດນາມ - ລາວ ມີ 9 ດ່ານຊາຍແດນສາກົນ, 6 ດ່ານຊາຍແດນຫຼັກ, 18 ດ່ານຊາຍແດນສຳຮອງ ພ້ອມກັບ 27 ດ່ານທ້ອງຖິ່ນ ແລະ ສ້າງເຂດເສດຖະກິດດ່ານຊາຍແດນ 9 ແຫ່ງ, ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການພັດທະນາການເຄື່ອນໄຫວດ້ານການຄ້າ, ການບໍລິການຂອງບັນດາແຂວງເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ.

        ເຖິງວ່າລັດຖະບານ, ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາແຂວງຕິດກັບຊາຍແດນຂອງ 2 ປະເທດມີຫຼາຍນະໂຍບາຍ, ກົນໄກໃຫ້ບຸລິມະສິດ ເພື່ອສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີຂໍ້ຈຳກັດ, ຄວາມຫຍຸ້ງຍາກຈຳນວນໜຶ່ງທີ່ຕ້ອງແກ້ໄຂຄື: ນະໂຍບາຍດຶງດູດການລົງທຶນເຂົ້າໃນການຜະລິດ, ການປຸງແຕ່ງ, ພື້ນຖານໂຄງລ່າງ, ຄົມມະນາຄົມ, logistics ຢູ່ເຂດດ່ານຊາຍແດນຍັງບໍ່ທັນບັນລຸປະສິດທິຜົນເທື່ອ. ພິເສດ, ໃນປີ 2020 ແລະ 2021, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ສະນັ້ນ ເລື່ອງຜັນຂະຫຍາຍບັນດາໂຄງການ ແລະ ຂໍ້ຕົກລົງລະຫວ່າງ 2 ຝ່າຍຍັງມີສິ່ງຈຳກັດຫຼາຍຢ່າງ. ໃນນັ້ນ, ແຂວງ ຫົວພັນ ຢູ່ທາງພາກເໜືອຂອງລາວ, ແມ່ນແຂວງມີເສັ້ນຊາຍແດນຕິດກັບແຂວງ ເງະອານ, ແທັງຮວາ ແລະ ເຊີນລາ. ຍ້ອນເຫດນັ້ນ, ເລື່ອງແລກປ່ຽນການຄ້າຜ່ານຊາຍແດນຂອງທ້ອງຖິ່ນຕ່າງໆແມ່ນໃຫຍ່ຫຼວງທີ່ສຸດ. ທ່ານ ໂພສີ ບຸນຄຳ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫົວພັນ ໄດ້ຍົກອອກມາບາງບັນຫາທີ່ຍັງບໍ່ແທດເໝາະທີ່ຈະຕ້ອງໄດ້ຮັບການແກ້ໄຂໃນໄລຍະຈະມາເຖິງ. ທ່ານໃຫ້ຮູ້ວ່າ:

(ທ່ານ ໂພສີ ບຸຄຳ)

ເພີ່ມທະວີການຮ່ວມມືພັດທະນາການຄ້າຊາຍແດນລະຫວ່າງ ຫວຽດນາມ ແລະ ລາວ - ảnh 2(ກອງປະຊຸມຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ - ລາວ ຄັ້ງທີ 12)

ທີ່ກອງປະຊຸມຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ - ລາວ ຄັ້ງທີ 12 ເຊິ່ງດຳເນີນໃນຕົ້ນເດືອນ ເມສາ ຜ່ານມາ ຢູ່ນະຄອນຫຼວງ ວຽງຈັນ, ການນຳ 2 ຝ່າຍໄດ້ຮັບຟັງຜູ້ຕາງໜ້າທ້ອງຖິ່ນ, ວິສາຫະກິດຂອງ 2 ປະເທດຍົກອອກຈຸດອ່ອນ, ຄວາມຈຳກັດເຮັດໃຫ້ການຄ້າ ລາວ - ຫວຽດນາມ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ. ພ້ອມກັນນັ້ນ, ກໍ່ຍົກອອກບັນດາສາຍເຫດ, “ຈຸດຂ້ອງຄາ” ຕ້ອງໄດ້ຮັບການແກ້ໄຂກ່ຽວກັບກຳລັງຄວາມສາມາດລົງທຶນ, ແຫຼ່ງງົບປະມານ; ການລະດົມທຶນ ແລະ ດຶງດູດການລົງທຶນພັດທະນາພື້ນຖານໂຄງລ່າງເຂດຊາຍແດນ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ຖືວ່າ:

        “ເອົາໃຈໃສ່, ປະຕິບັດວຽກງານກວດກາ, ສ້າງ, ສ້າງບັນດາກົນໄກ, ນະໂຍບາຍກ່ຽວກັບການຄຸ້ມຄອງ ແລະ ພັດທະນາການຄ້າຊາຍແດນໃຫ້ສອດຄ່ອງກັບສະພາບຕົວຈິງເປັນຢ່າງດີ. ສືບຕໍ່ຜັນຂະຫຍາຍເຜີຍແຜ່, ແນະນຳການຈັດຕັ້ງປະຕິບັດບັນດາເອກະສານເຊິ່ງໄດ້ຮັບການລົງນາມແລ້ວ. ເພີ່ມທະວີວຽກງານສົມທົບກັນຢູ່ທຸກຂະແໜງ, ທຸກຂັ້ນ, ທ້ອງຖິ່ນ, ວິສາຫະກິດໃນທຸກຂົງເຂດໃຫ້ເປັນຢ່າງດີ ຄືດັ່ງ 2 ຝ່າຍໄດ້ເປັນເອກະພາບນຳກັນແລ້ວ”.

        ອາດເຫັນໄດ້ວ່າ, ຄວາມສາມາດບົ່ມຊ້ອນພັດທະນາເຂດຊາຍແດນຍັງໃຫຍ່ຫຼວງຢູ່, ເພື່ອໃຫ້ການຮ່ວມມືດ້ານການຄ້າຊາຍແດນ ຫວຽດນາມ - ລາວ ບັນລຸໄດ້ເປົ້າໝາຍທີ່ວາງອອກນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ 2 ປະເທດໄດ້ຍົກອອກການກຳນົດທິດຮ່ວມມືພັດທະນາຄື: ສຸມໃສ່ເຂົ້າໃນການສຳຫຼວດກວດຄືນ, ຄົ້ນຄວ້າ, ສະເໜີບັນດາກົນໄກ, ນະໂຍບາຍໃຫ້ບຸລິມະສິດບຸກທະລຸ; ຄົ້ນຄວ້າ, ດັດປັບ, ເພີ່ມເຕີມເອກະສານທີ່ໄດ້ລົງນາມແລ້ວ; ສະເໜີທິດທາງແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນວິວັດການປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ - ລາວ; ສ້າງຄວາມສະດວກໃຫ້ແກ່ສິນຄ້າແຕ່ລະປະເທດຈາລະຈອນ; ສົມທົບກັນສະກັດກັ້ນ, ຕໍ່ສູ້ຕ້ານການຄ້າເຖື່ອນ, ການສໍ້ໂກງການຄ້າ. ແນ່ນອນວ່າ, ວົງການເງິນການຄ້າ 2 ຝ່າຍໃນປີນີ້ ແລະ ຊຸມປີຕໍ່ໄປຈະສືບຕໍ່ລື່ນກາຍຄາດໝາຍເຊິ່ງ 2 ປະເທດໄດ້ວາງອອກ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງທະນົງແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ