ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບເອີລົບ

(vovworld)- ບັນດາ​ການ​ປ່ຽນ​ແປງ​ໃນ​ໂລກ​ປະຈຸ​ບັນ ພວມ​​ເຮັດ​ໃຫ້ ​ເອີ​ລົບ ​ແລະ ອາຊີ ປະສົບ​ກັບ​ບາດ​ລ້ຽວ​​ໃຫຍ່, ກາຍ​ເປັນ​ປັດ​ໄຈ​ຊັງຈູງການ​ພັດທະນາ​ທົ່ວ​ໂລກ. ດ້ວຍ​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ລະດັບ​ການ​ພັດທະນາ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ, ສະຫະພາບ​ເອີ​ລົບ ​ແລະ ອາ​ຊຽນ, ຕາງຫນ້າ​ໃຫ້ 2 ​ພາກ​ພື້ນ ລວມມີ 37 ປະ​ເທດ ​ດ້ວຍພົນລະ​ເມືອງ​ກວ່າ 1 ຕື້​ຄົນ, ຈະ​ມີ​ກາລະ​ໂອກາດ​ຫລາຍຢ່າງເພື່ອ​ຮ່ວມ​ມື ​ແລະ ​ເພີ່ມ​ເຕີມ​ໃຫ້​ກັນ​ບົນ​ໄລຍະທາງໃຫມ່​ນີ້.

ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບເອີລົບ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ
ທ່ານ
José Manuel Barroso, ປະທານຄະນະກຳມະການເອີລົບ
ພາບ:baocongthuong.vn

        ອີ​ຢູ ​ແມ່ນຄູ່ເຈລະຈາທຳ​ອິດ ​ແລະ ຍາວ​ນານ​ທີ່​ສຸດ​ຂອງ ອາ​ຊຽນ. ປີ 1977, ​ເມື່ອ​ກົນ​ໄກ​ເຈລະຈາ​ຂອງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ໃນ​ໂລກ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ​ໃນຄວາມຈິງ ອີຢູ(ເວລານັ້ນເອີ້ນວ່າ EC) ​ແມ່ນ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ ​ແຕ່​ປີ 1972, ​ເມື່ອ​ຄະນະ​ກຳມະການ​ສົມທົບ​ພິ​ເສດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເພື່ອ​ເຈລະຈາ​ກັບ ອີ​ຢູ ກ່ຽວ​ກັບ​ບັນດາ​ບັນຫາ​ການ​ຄ້າ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ ​ໄດ້​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ​ຄື: ການ​ເມື​ອງ, ​ເສດຖະກິດ, ວັດທະນະທຳ, ຄວາມ​ໝັ້ນຄົງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ສາດສະດາ​ຈານ Josi Damuri, ສູນ​ຄົ້ນ​ຄ້ວາ​ສາກົນ ​ແລະ ຍຸດ​ທະ​ສາດ ອິນ​ໂດ​ເນ​ເຊຍ ​ໄດ້​ຢືນຢັນ​ວ່າ:​ ຫລາຍ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ຖື​ສະຫະພາບ​ເອີ​ລົບ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

        “ສະຫະພາບ​ເອີ​ລົບ ​ເຄີຍ​ຢືນ​ອັນ​ດັບ 1 ຫລື ອັນ​ດັບ 2 ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ ​ແລະ  ພາກ​ພື້ນ ​ນຳ​ເຂົ້າ​ສິນຄ້າ​ຈາກ​ຫລາຍ​ປະ​ເທດອາ​ຊຽນຄື: ຫວຽດນາມ, ​ໄທ, ອິນ​​ໂດ​ເນ​ເຊຍ. ນັ້ນ​ແມ່ນ​ດ້ານ​ການ​ຄ້າ, ສຳລັບການ​ລົງທຶນ, ສະຫະພາບ ​ເອີ​ລົບ ກໍ​ສະຫນອງ​ທຶນຮອນ​ຫລາຍ​ຢ່າງ ​ແລະ ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ຊຽນ. ມີ​ບໍ​ລິ​ສັດ​ຫລາຍ​ແຫ່ງ​ຂອງ​ກຸ່ມ​ນີ້ ​ໄດ້​ຕັ້ງ​ຮາກ​ຖານ​ການ​ຜະລິດ​ຢູ່​ທີ່​ນີ້.”

        ຊຸກຍູ້​ດ້ານ​ການ​ຄ້າ​ກາ​ນລົງທຶນ ຍາມ​ໃດ​ກໍ​ແມ່ນ​ຂົງ​ເຂດ ຊື່​ງອາ​ຊຽນ ​ແລະ ອີ​ຢູ ​ໄດ້ສຸມ​ໃສ່​ໃນ​ໄລຍະ​ຜ່ານ​ມາ. ການ​ພົວພັນ​ກ່ຽວ​ກັບ​ດ້ານ​ເສດຖະກິດ​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​​ໃຫມ່​ພາຍຫລັງ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ເກີດ​ຂຶ້ນ​ເມື່ອ​ປີ 2008. ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ການ​ກະທົບ ​ແລະ ອາໄສເຊິ່ງກັນ ​ແລະ​ກັນ ລະຫວ່າງ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ. ພິ​ເສດ ​ເມື່ອ​ອາຊຽນ ສ້າງ​ປະຊາ​ຄົມ​ເສດຖະກິດ​ໃນ​ປີ 2015 ຈະ​ເປ​ີດຕະຫລາດ​ໃຫຍ່​ໃຫ້​ແກ່ ອີ​ຢູ. ຄຽງ​ຄູ່​ກັນ​ນັ້ນ, ປະຈຸ​ບັນ ທັງ​ອີ​ຢູ ​ແລະ ອາ​ຊຽນ ລ້ວນ​ແຕ່​ພວມ​ຊອກ​ຫາ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ​ໃຫມ່, ບົດຮຽນ​ກ່ຽວ​ກັບ​ການ​ປະ​ເຊີນ​ຫນ້າ​ກັບ​ວິ​ກິດ​ການ​ຫນີ້​ສາທາລະນະ​ຢູ່ ອີ​ຢູ ຈະ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ສຳລັບ ອາ​ຊຽນ ກໍ​ຄື​ໂລກ. ທ່ານ David Osullivan, ຜູ້ອຳນວຍການ​ບໍລິຫານ ອົງການ​ພົວພັນຕ່າງປະ​ເທດ ສະຫະພາບ​ເອີ​ລົບ ຢືນຢັນ​ວ່າ: ອີ​ຢູ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ເພາະວ່າ ຫວຽດນາມ ​ແມ່ນ​ຂົວ​ຕໍ່​ລະຫວ່າງ 2 ກຸ່ມ.

        “​ໃນ​ປີ 2012, ອີ​ຢູ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ. ນີ້​ແມ່ນ​ເຄື່ອງ​ມືທີ່ມີ​ຜົນ​ປະໂຫຍດເພື​່ອຍົກ​ລະດັບ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຂອງ​ພວກ​ເຮົາ. ສອງ​ຝ່າຍພະຍາ​ຍາມ ສິ້ນ​ສຸດ​ຮອບ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ໃນ​ປີ​ນີ້. ນີ້​ແມ່ນ​ຈຸດປະສົງ​ທີ່​ວາງ​ອອກ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້ ”

        ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ຈະ​ນຳ​ມາ​ເຊິ່ງບັນດາ​ຜົນ​ປະ​ໂຫຍ​ດ​ແບບ​ຍືນ​ຍົງ​ໃຫ້​ແກ່​ທັງ​ສອງ​ຝ່າຍ, ​ໃນ​ນັ້ນ ສະ​ເພາະ​ການ​ຫລຸດ​ຜ່ອນ​ອັດຕາ​ພາສີ​ຈະ​ເຮັດ​ໃຫ້​ສິນຄ້າ​ຂອງ​ຫວຽດນາມ ສົ່ງ​ອອກ​ໄປ​ຍັງ​ອີ​ຢູ ​ເພີ່ມ​ຂຶ້ນ​ແຕ່ 30-40%. ປີ 2013, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຢືນ​ອັນ​ດັບ​ທີ 4 ຂອງ​ອີ​ຢູ ​ໃນ​ກຸ່ມ ອາ​ຊຽນ. ອີ​ຢູ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ​ລົງທຶນ​ໂດຍ​ກົງ​ຕ່າງປະ​ເທດຕົ້ນຕໍ​ຂອງ​ຫວຽດນາມ ດ້ວຍ​ລະດັບ​ຄຳ​ໝັ້ນ​ໝາຍ​ກວ່າ 1 ຕື້ ​ເອີ​ໂຣ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ສຳລັບ ອີ​ຢູ, ອາ​ຊຽນ, ​ໃນ​ນັ້ນ ມີ​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​​ໃຫຍ່ ​ແລະ ມີ​ມູນ​ຄ່າ. ສ່ວນ ອີ​ຢູ ​ແມ່ນ​ຕະຫລາດ​ນຳ​ເຂົ້າບັນດາ​ຜະລິດ​ຕະພັນ​ຕົ້ນຕໍຈາກ​ບັນດາ​ປະ​ເທດ ອາ​ຊຽນ. ​ເພາະສະ​ນັ້ນ, ຊຸກຍູ້​ການ​ຮ່ວມ​ມື ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ ຊ່ວຍ​ໃຫ້​ສອງ​ຝ່າຍ ຜ່ານ​ຜ່າ​ວິ​ກິດ​ການ​ເສ​ດຖະກິດ ​ແລະ ກ້າວ​ໄປ​ເຖິງ​ໄລຍະ​ເຕີບ​​​ໂຕ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ