ເພື່ອ​ໃຫ້​ພາ​ສາຫວຽດ​ ເຊື່ອມ​ຕົວ​ເຂົ້າ​ດິນແດນ​ ໄທ

(VOVWORLD) -ດ້ວຍເນື້ອໃນຈິດໃຈທີ່ວ່າ “ພາສາຫວຽດ ຍັງຢູ່ຄົນ ຫວຽດ ກໍຍັງຢູ່”, ຂະບວການສອນ ແລະ ການຮຽນພາສາຫວຽດ ໃນປະຊາຄົຊາວ ຫວຽດນາມ ອາໄສຢູ່ ໄທ ຍາມໃດກໍໄດ້ຮັບການຕອບສະໜອງ ຈາກພໍ່ແມ່ພີ່ນ້ອງເປັນຈຳນວນຫຼາຍໄປຄຽງຄູ່ກັນນັ້ນປັດຈຸບັນພາສາຫວຽດ ໄດ້ຮັບຖືວ່າ ແມ່ນພາສາຕ່າງປະເທດທີ່ສອນຢູ່ໂຮງຮຽນຫຼາຍແຫ່ງຂອງ ໄທ
   ຕາມການຕີລາຄາຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ), ໃນຊຸມວັນມໍ່ໆມານີ້, ຄວາມຕ້ອງການຮຽນພາສາຫວຽດ, ພັດທະນາການຮຽນພາສາຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນໃຫຍ່ຫຼວງທີ່ສຸດ. ດ້ວຍເນື້ອໃນຈິດໃຈທີ່ວ່າ “ພາສາຫວຽດ ຍັງຢູ່, ຄົນ ຫວຽດ ກໍຍັງຢູ່”, ຂະບວນການສອນ ແລະ ການຮຽນພາສາຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ຍາມໃດກໍໄດ້ຮັບການຕອບສະໜອງ ຈາກພໍ່ແມ່ພີ່ນ້ອງເປັນຈຳນວນຫຼາຍ. ໄປຄຽງຄູ່ກັນນັ້ນ, ປັດຈຸບັນ, ພາສາຫວຽດ ໄດ້ຮັບຖືວ່າ ແມ່ນພາສາຕ່າງປະເທດທີ່ສອນຢູ່ໂຮງຮຽນຫຼາຍແຫ່ງຂອງ ໄທ.
ເພື່ອ​ໃຫ້​ພາ​ສາຫວຽດ​ ເຊື່ອມ​ຕົວ​ເຂົ້າ​ດິນແດນ​ ໄທ - ảnh 1ບັນຍາກາດຫ້ອງຮຽນພາສາ ຫວຽດ ຢູ່ ແຂວງ ນະຄອນ ພະນົມ

ຕອນຄ່ຳວັນເສົາ ແລະ ວັນອາທິດຂອງທຸກໆທິດ, ຢູ່ເຮືອນຂອງ ອາຈານ ຮັ່ງ ຢູ່ແຂວງ ນະຄອນ ພະນົມ ລ້ວນແຕ່ມີແສງໄຟຮຸ່ງແຈ້ງ ແລະ ຄຶກຄື້ນມ່ວນຊື່ນກວ່າທຸກໆມື້ ຍ້ອນມີລູກຫຼານຊາວ ຫວຽດນາມ ອາໄສຢູ່ ໄທ ກ່ວາ 10 ຄົນ ແລະ  ບໍ່ພຽງແຕ່ເທົ່ານັ້ນ ຍັງມີທັງພໍ່ທັງລູກຄືຄອບຄົວອ້າຍ ເລິມວັນດຶກ ກໍມາຮຽນພາສາ ຫວຽດ ຢູ່ທີ່ນີ້. ທຸກຄົນມາທີ່ນີ້ ດ້ວຍຄວາມປາດຖະໜາຢາກຮຽນພາສາຫວຽດ ໃຫ້ດີຂຶ້ນ ແລະ ຊ່ວຍໃຫ້ລູກຫຼານມີຄວາມເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຕື່ມອີກ.

ຂ້າພະເຈົ້າມີລູກຊາຍ 3 ຄົນ ພວມຮຽນຢູ່ທີ່ນີ້. ພໍ່ລູກທັງ 4 ຄົນລ້ວນແຕ່ຮຽນຢູ່ນີ້. ດົນແລ້ວທີ່ບໍ່ໄດ້ເວົ້າພາສາຫວຽດ ຂ້າພະເຈົ້າກໍລືມໄປຫຼາຍ. ລູກ 3 ຄົນຂອງຂ້າພະເຈົ້າຮຽນຢູ່ນີ້ໄດ້ 4 ເດືອນແລ້ວ. ຢູ່ເຮືອນກໍລົມກັນດ້ວຍທັງພາສາ ໄທ ແລະ ພາສາຫວຽດ. ຂ້າເຈົ້າຄິດວ່າ ເຮົາຊາວ ຫວຽດນາມ ຢູ່ຕ່າງປະເທດ, ຖ້າເຮົາບໍ່ຮຽນ, ບໍ່ສອນໃຫ້ລູກຫຼານຂອງເຮົາ, ໃນພາຍພາກໜ້າເຂົາຈະລືມພາສາຫວຽດ, ພາຂອງປູຍ່າຕາຍາຍ.”

ເພື່ອ​ໃຫ້​ພາ​ສາຫວຽດ​ ເຊື່ອມ​ຕົວ​ເຂົ້າ​ດິນແດນ​ ໄທ - ảnh 2ອ້າຍດຶກ ແລະ ລູກ 3 ຄົນ ລ້ວນແຕ່ເຂົ້າຮ່ວມຫ້ອງຮຽນພາສາ ຫວຽດ

ຄົນ ໄທ ເຂົາກໍຮຽນພາສາຫວຽດ ແລະ ຮູ້ພາສາຫວຽດ. ລູກຫຼານຢູ່ໃນບ້ານຍັງອ່ອນພາສາຫວຽດ ຢູ່. ຂ້າພະເຈົ້າກໍພ້ອມກັບລຸ້ນອ້າຍ, ລຸງປ້າອາວອາໃນສະມາຄົມ ແລະ ສ້າງຕັ້ງໂຮງຮຽນຢູ່ໃນບ້ານເພື່ອຮຽນພາສາຫວຽດ. ໃນການຢ້ຽມຢາມຄັ້ງກ່ອນນີ້, ທ່ານນາຍົກລັດຖະມົນຕີ ກໍເວົ້າວ່າ ຍັງມີພາສາຫວຽດ, ແມ່ນຍັງມີປະເທດຫວຽດນາມ ພວກເຮົາ. ຂ້າພະເຈົ້າຮຽນພາສາຫວຽດ ແຕ່ຄາວອາຍຸ 5 – 6 ປີ, ແມ່ເຖົ້າໄດ້ສອນໃຫ້ຂ້າພະເຈົ້າຢູ່ເຮືອນ. ປີນີ້, ຂ້າພະເຈົ້າມີອາຍຸ 46 ປີແລ້ວ. ປະມານ 20 ປີມານີ້, ຂ້າພະເຈົ້າບໍ່ໄດ້ຮຽນພາສາ ຫວຽດ. ຂ້າພະເຈົ້າກໍລືມໄປຫຼາຍແລ້ວ”.

ນີ້ແມ່ນຫ້ອງຮຽນພາສາຫວຽດ ໂດຍບໍ່ຕ້ອງເສຍເງິນ ຊື່ງອະດີດອ້າຍຄູເອື້ອຍຄູຊາວ ຫວຽດນາມ ອາໄສຢູ່ ໄທ, ສະມາຊິກສະມາຄົມຊາວ ຫວຽດນາມ ຢູ່ ນະຄອນ ພະນົມ ສິດສອນ ແຕ່ບໍ່ຮັບເງິນເດືອນ. ອ້າຍຄູ ຟ້າມວັນເຊົາ ໜຶ່ງໃນບັນດາຄູສອນພາສາຫວຽດ ໃນຫ້ອງຮຽນດັ່ງກ່າວເວົ້າວ່າ:

“ນັບແຕ່ປີ 1975, ຂ້າພະເຈົ້າເປັນຄູສອນໄດ້ 10 ກວ່າປີ. ໄລຍະຫຼັງປີ 1976 ຂ້າພະເຈົ້າເຫັນວ່າ ລູກຫຼານຊາວ ຫວຽດນາມ ອາໄສຢູ່ ໄທ ບໍ່ຮູ້ພາສາຫວຽດ, ລຸ້ນທີ 3 ແມ່ນບໍ່ຮູ້ພາສາຫວຽດ ເລີຍ. ດັ່ງນັ້ນ, ພວກຂ້າພະເຈົ້າພ້ອມກັບອ້າຍນ້ອງໃນຄະນະບໍລິຫານງານຂອງສະມາຄົມຊາວ ຫວຽດນາມ ອາໄສຢູ່ ນະຄອນ ພະນົມ ໄດ້ລົມກັນ ເພື່ອຊ່ວຍໃຫ້ລູກຫຼານຂອງເຮົາຮູ້ພາສາຫວຽດ. ເອື້ອຍຄູຮັ່ງ ໃຫ້ຢືມສະຖານທີ່ເປີດຫ້ອງຮຽນໂດຍບໍ່ເກັບຄ່າ. ສ່ວນອ້າຍ ຕູ່ງ ຊ່ວຍເຫຼືອໂຕະຕັ່ງ. ພວກຂ້າພະເຈົ້າ ຊ່ວຍເຫຼືອປຶ້ມຂຽນ ແລະ ບິກ. ປັດຈຸບັນ, ບໍ່ພຽງແຕ່ມີລູກຫຼານຄົນຫວຽດ ມາຮຽນເທົ່ານັ້ນ ຫາກຍັງມີລູກຫຼານຄົນໄທ ອີກ. ເມື່ອເຫັນຮອຍຍີ້ມຂອງນ້ອງໆເຮົາກໍຫາຍເມື່ອຍເລີຍ”.

ເພື່ອ​ໃຫ້​ພາ​ສາຫວຽດ​ ເຊື່ອມ​ຕົວ​ເຂົ້າ​ດິນແດນ​ ໄທ - ảnh 3ທັງຜູ້ໃຫຍ່ກໍໄດ້ມາຮຽນພາສາ ຫວຽດ ເຊັ່ນດຽວກັນ

ໄທ ແມ່ນໜຶ່ງໃນບັນດາປະເທດທີ່ມີຊາວ ຫວຽດນາມ ດຳລົງຊີວິດ ແລະ ຮ່ຳຮຽນເປັນຈຳນວນຫຼາຍ. ມີຫຼາຍຄອບຄົວຊາວ ຫວຽດນາມ ໄດ້ດຳລົງຊີວິດຢູ່ ໄທ ເປັນ 3 – 4 ລຸ້ນຄົນແລ້ວ. ດັ່ງນັ້ນ, ວຽກງານສອນພາສາຫວຽດ ໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ. ໃນແຕ່ລະຫ້ອງສອນພາສາຫວຽດ ນີ້ ລ້ວນແຕ່ມີສະມາຊິກຂອງສະມາຄົມ ໄທ - ຫວຽດ ມາສອນເປັນອາສາສະໝັກ. ໄປຄຽງຄູ່ກັນນັ້ນ, ຮາກຖານສອນພາສາ ຫວຽດ ແຫ່ງຕ່າງໆ ຍັງໄດ້ປະກອບໂຕະຕັ່ງ ແລະ ສະຖານທີ່ຮຽນດ້ວຍການຊ່ວຍເຫຼືອຂອງສະມາຄົມວິສາຫະກິດ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ໄທ. ດັ່ງນັ້ນ, ຫ້ອງຮຽນພາສາຫວຽດ ໄດ້ດຶງດູດທັງຜູ້ໃຫຍ່ ແລະ ເດັກນ້ອຍຄົນໄທ ເຂົ້າຮ່ວມ. ບໍ່ພຽງແຕ່ເທົ່ານັ້ນ, ພາສາຫວຽດ ຍັງໄດ້ຖືວ່າ ແມ່ນວິຊາພາສາຕ່າງປະເທດທີ່ຫຼັກໆໃນຫຼັກສູດການສຶກສາຢູ່ ໄທ. ທ່ານ ຈະຣຸນ ພິທັກພົງ ພະນັກງານຮັບຜິດຊອບວຽກງານການສຶກສາແຂວງ ນະຄອນ ພະນົມ ໃຫ້ຮູ້ວ່າ:

 
 

ໂຮງຮຽນປະຖົມ ນະຄອນ ພະນົມ ສອນພາສາຫວຽດ ໄດ້ 10 ກວ່າປີແລ້ວ. ເມື່ອປະຊາຄົມອາຊຽນ ພັດທະນາ, ການຮຽນພາສາຫວຽດ ກາຍເປັນວິຊາຫຼັກໆໃນຫຼັກສູດການຮຽນ - ການສອນຢູ່ໂຮງຮຽນແຫ່ງນີ້. ນອກຈາກສອນພາສາຫວຽດ ຕາມປົກກະຕິແລ້ວ, ອ້າຍຄູເອືື້ອຍຄູຢູ່ທີ່ນີ້ ຍັງຈັດສອນຮ້ອງເພງ, ບົດຟ້ອນຂອງຫວຽດນາມຫຼາຍບົດ; ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ. ຈາກນັ້ນ, ປຸກລຸກນໍ້າໃຈຮັກມັກການຮຽນພາສາຫວຽດ ແລະ ຊອກຮູ້ກ່ຽວກັບປະເທດ ຫວຽດນາມ. ເອື້ອຍຄູ ຈິ້ງທິແທັງ - ຄູສອນຢູ່ໂຮງຮຽນປະຖົມ ນະຄອນ ພະນົມ ໃຫ້ຮູ້ວ່າ:

“ຂ້າພະເຈົ້າປາດຖະໜາວ່າ ລູກຫຼານຊາວ ຫວຽດນາມ ອາໄສຢູ່ ໄທ ກໍຄື ລູກຫຼານຄົນໄທ ຈະຮູ້ຈັກ ແລະ ມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍກວ່າອີກ. ການສອນພາສາຫວຽດ ໃຫ້ນ້ອງໆນັກຮຽນ ກໍປະສົບກັບຄວາມຫຍຸ້ງຍາກ ຍ້ອນເວລາສອນໜ້ອຍເກີນໄປ. ເວລາຮຽນໜ້ອຍ, ສະນັ້ນ, ເຂົາເຈົ້າເວົ້າຍັງບໍ່ທັນເກັ່ງ. ຫວັງວ່າ ໃນໄລຍະຈະມາເຖິງ ຈະນັບມື້ນັບມີຄົນໄທ ຫຼາຍຄົນມີຄວາມສົນໃຈຮຽນພາສາຫວຽດ ຫຼາຍກວ່າອີກ ເພາະວ່າ ປັດຈຸບັນ, ການແລກປ່ຽນການຄ້າ ແລະ ການພົວພັນລະຫວ່າງສອງປະເທດກໍນັບມື້ນັບໝັ້ນແກ່ນ”.

ທ່ານ ຫງວຽນເຈື່ອງທີ, ຮອງປະທານສະມາຄົມ ໄທ - ຫວຽດ ແຂວງ ນະຄອນ ພະນົມ ຮັບຜິດຊອບວຽກງານການສຶກສາ ໃຫ້ຮູ້ວ່າ: ນັບແຕ່ເມື່ອສະມາຄົມໄດ້ຮັບການສ້າງຕັ້ງມາເປັນເວລາປະມານ 10 ກວ່າປີມານີ້, ປະຊາຄົມອາຊຽນ ພັດທະນາ, ການພົວພັນທາງການທູດລະຫວ່າງສອງປະເທດກໍພັດທະນາເປັນຢ່າງດີທີ່ສຸດ, ສະນັ້ນ, ທາງສະມາຄົມກໍກັບມາສອນພາສາ ຫວຽດ ໃຫ້ແກ່ລູກຫຼານ ແລະ ຄວາມຕ້ອງການຢາກຮຽນພາສາຫວຽດ ຢູ່ ໄທ ກໍພັດທະນາຢ່າງເຫັນໄດ້ຊັດ.

ປັດຈຸບັນ, ນອກຈາກມີໂຮງຮຽນແຫ່ງຕ່າງໆທີ່ສອນພາສາຫວຽດ ຄືດັ່ງວິຊາຫຼັກແລ້ວ, ຢູ່ແຂວງນະຄອນ ພະນົມ ຍັງມີສູນມິດຕະພາບ ຮ່າໂນ້ຍ - ນະຄອນ ພະນົມ ກໍໄດ້ຈັດຫ້ອງສອນພາສາຫວຽດ ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ແລະ ຄົນໄທ ທີ່ມີຄວາມສົນໃຈຢາກຮຽນພາສາ ຫວຽດ ອີກດ້ວຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ພາສາຫວຽດ ນັບມື້ນັບໄດ້ຮັບຄວາມສົນໃຈ ແລະ ເອົາໃຈໃສ່ພັດທະນາຢູ່ປະເທດໄທ./.

ຕອບກັບ

ຂ່າວ/ບົດ​ອື່ນ