ເວທີປາໄສປະຊາທິປະໄຕ ບາລີ ປີ 2017: ສະຖານທີ່ແບ່ງບັນຄວາມຄິດ ແລະ ບົດຮຽນກ່ຽວກັບການຊຸກຍູ້ພື້ນຖານປະຊາທິປະໄຕ

(VOVWORLD) -ແຕ່ວັນທີ 7-8 ທັນວາ ຜ່ານມາ ຢູ່ Serpong, Banten ປະເທດ ອິນໂດເນເຊຍ ໄດ້ດຳເນີນເວທີປາໄສປະຊາທິປະໄຕ ບາລີ ຄັ້ງທີ 10 (BDF-X). ນີ້ແມ່ນເວທີປາໄສປະຈຳປີ ໂດຍກະຊວງການຕ່າງປະເທດ ອິນໂດເນເຊຍ ຈັດຕັ້ງແຕ່ປີ 2008 ເພື່ອແນໃສ່ຍົກສູງຄຸນນະພາບປະຊາທິປະໄຕໃຫ້ແກ່ບັນດາປະເທດໃນພາກພື້ນ ອາຊີ ປາຊີຟີກ. ໃນລາຍການອາຊຽນມື້ນີ້ ພວກຂ້າພະເຈົ້າຂໍແນະນຳບັນດາບັນຫາທີ່ໄດ້ຮັບການປຶກສາຫາລືທີ່ເວທີປາໄສ . 
ເວທີປາໄສປະຊາທິປະໄຕ ບາລີ ປີ 2017: ສະຖານທີ່ແບ່ງບັນຄວາມຄິດ ແລະ ບົດຮຽນກ່ຽວກັບການຊຸກຍູ້ພື້ນຖານປະຊາທິປະໄຕ - ảnh 1 ເວທີປາໄສປະຊາທິປະໄຕ ບາລີ ປີ 2017

ໄລ່ມາຮອດທ້າຍປີ 2016 ໃນທົ່ວໂລກ ມີ 97 ປະເທດ ໃນຍອດຈຳນວນ 167 ປະເທດໄດ້ຮັບການຮັບຮອງແມ່ນປະເທດປະຊາທິປະໄຕ. ລະບອບປະຊາທິປະໄຕ ໄດ້ຮັບ ຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ມີປະສິດທິຜົນຢ່າງຕັ້ງຫນ້າໃນທົ່ວໂລກຫລືບໍ່? ນີ້ແມ່ນຫົວຂໍ້ຕົ້ນຕໍຊື່ງໄດ້ຍົກອອກມາປຶກສາຫາລືທີ່ເວທີປາໄສປະຊາທິປະໄຕບາລີ ປີ 2017(BDF-X) ຜ່ານຫົວຂໍ້ “ພື້ນຖານປະຊາທິປະໄຕອາດຈະໄດ້ເຜີຍແຜ່ຫລືບໍ່”. (Does democracy deliver?).

        “ຫົວຂໍ້ຂອງເວທີປາໄສແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ປະຈຸບັນສະພາບການປະຊາທິປະໄຕ ຕ້ອງປະເຊີນຫນ້າກັບສິ່ງທ້າທາຍ ແລະ ປະສິດທິຜົນຂອງມັນ ແມ່ນບັນຫາພວມໄດ້ຮັບຄວາມສົນໃຈ. ບໍ່ມີມາດຕະການຫນຶ່ງດຽວໃດໃຫ້ທຸກປະເທດໃນການໝູນໃຊ້ປະຊາທິປະໄຕ, ສະນັ້ນ ບັນດາເວທີປາໄສ ຄື ເວທີປາໄສປະຊາທິປະໄຕ ບາລີ ຈະແມ່ນສະຖານທີ່ແບ່ງປັນຄວາມຄິດ ແລະ ບົດຮຽນກ່ຽວຂ້ອງເຖິງການຊຸກຍູ້ພື້ນຖານປະຊາທິປະໄຕ”

ນັ້ນແມ່ນຄຳແບ່ງປັນຂອງທ່ານ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ທີ່ພິທີໄຂເວທີປາໄສ BDFX. ແລະ ຕາມທ່ານນາງ Retno Marsudi ແລ້ວ, ເວທີປາໄສຄັ້ງນີ້ ຈຳນວນຜູ້ແທນຂອງບັນດາປະເທດເຂົ້າຮ່ວມແມ່ນເພີ່ມຂຶ້ນຫລາຍ, ມີຜູ້ແທນກວ່າ 100 ຄົນ, ລວມທັງ ປະທານາທິບໍດີ, ລັດຖະມົນຕີ ແລະ ບັນດາເຈົ້າຫນ້າທີ່ ທີ່ມາຈາກ 96 ປະເທດໃນໂລກ ພ້ອມກັບ 7 ອົງການຈັດຕັ້ງສາກົນຄື: ອາຊຽນ, ສະຫະພາບເອີລົບ, ສະຫະປະຊາຊາດ, ຄະນະກຳມະການກາແດງສາກົນ (ICRC), ສະຖາບັນສາກົນ ຫນູນຊ່ວຍປະຊາທິປະໄຕ ແລະ ການເລືອກຕັ້ງ (IDEA)…

ເວທີປາໄສປະຊາທິປະໄຕ ບາລີ ປີ 2017: ສະຖານທີ່ແບ່ງບັນຄວາມຄິດ ແລະ ບົດຮຽນກ່ຽວກັບການຊຸກຍູ້ພື້ນຖານປະຊາທິປະໄຕ - ảnh 2  ເຂົ້າຮ່ວມເວທີປາໄສຄັ້ງນີ້ມີຜູ້ແທນກວ່າ 100 ຄົນ, ລວມທັງ ປະທານາທິບໍດີ, ລັດຖະມົນຕີ ແລະ ບັນດາເຈົ້າຫນ້າທີ່ ທີ່ມາຈາກ 96 ປະເທດໃນໂລກ 

        ປີນີ້ ແມ່ນປີສະເຫລີມສະຫລອງ 10 ປີແຫ່ງວັນສ້າງຕັ້ງ, BDFX ມີການປ່ຽນໃຫມ່ເພື່ອເພີ່ມປະສິດທິຜົນ ແລະ ການເຂົ້າຮ່ວມຢ່າງຕັ້ງຫນ້າຂອງບັນດາການນຳ. ທີ່ວາລະປຶກສາຫາລືຂັ້ນລັດຖະມົນຕີກ່ຽວກັບປະຊາທິປະໄຕ, ບັນດາປະເທດເຂົ້າຮ່ວມໄດ້ຍົກໃຫ້ເຫັນສະພາບຕົວຈິງ ແລະ ບັນດາບັນຫາຊື່ງປະເທດຕົນປະສົບ ກໍ່ຄືມາດຕະການໃນວິວັດການປະຕິບັດປະຊາທິປະໄຕ. ທ່ານ Thaung Htun ທີ່ປຶກສາຄວາມສະຫງົບປອດໄພແຫ່ງຊາດ ມຽນມາ ຖືວ່າ: ການກໍ່ການຮ້າຍແມ່ນຫນຶ່ງໃນບັນດາສິ່ງທ້າທາຍຊື່ງບັນດາປະເທດປະຊາທິປະໄຕພວມປະສົບ, ໃນນັ້ນ ມີ ມຽນມາ.

        ຄຽງຄູ່ກັນນັ້ນ ມີຫລາຍບັນຫາກໍ່ໄດ້ຍົກອອກມາປຶກສາຫາລືທີ່ເວທີປາໄສຄື: ເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ພື້ນຖານປະຊາທິປະໄຕ ໃນນັ້ນ ມີບັນຫາເລືອກຕັ້ງ, ຄວາມເຫັນດີເຫັນພ້ອມແຫ່ງຊາດ, ບັນດາເງື່ອນໄຂຢູ່ພາຍນອກສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງພື້ນຖານປະຊາທິປະໄຕ, ຄວາມກົມກຽວ ແລະ ການເຂົ້າຮ່ວມຂອງສັງຄົມ, ບັນດາປັດໄຈຄື: ຄວາມໝັ້ນຄົງ, ຄວາມຍຸດຕິທຳໃນສັງຄົມ ແມ່ນສວມບົດບາດສຳຄັນສຳລັບວິວັດການປະຊາທິປະໄຕ, ຄວາມກ້າວຫນ້າເສດຖະກິດແມ່ນຫນຶ່ງໃນບັນດາໝາກຜົນຂອງປະຊາທິປະໄຕ.. ຄວາມມານະພະຍາຍາມຂອງ ອາຊຽນ ໃນການປັບປຸງພື້ນຖານປະຊາທິປະໄຕກໍ່ແມ່ນບັນຫາໄດ້ຮັບຄວາມສົນໃຈຂອງພາກພື້ນ. ໃນບົດກ່າວປາໄສຂອງຕົນ, ທ່ານ ເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ເນັ້ນຫນັກວ່າ: ພື້ນຖານປະຊາທິປະໄຕໄດ້ເຜີຍແຜ່ໃນອາຊຽນ” ແລະ ຄວາມເສລີສິດພົນລະເມືອງ, ປະຊາທິປະໄຕ ແມ່ນຄຳໝັ້ນສັນຍາຂອງ ອາຊຽນ.

        “ການສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ປີ 2009 ໄດ້ເພີ່ມທະວີວຽກງານສອດຫ້ອຍ ແລະ ຊຸກຍູ້ສິດທິມະນຸດໃນ ອາຊຽນ ກໍຄືບັນດາບັນຫາກ່ຽວຂ້ອງເຖິງໄພການຄ້າມະນຸດຂ້າມຊາຍແດນ, ສິດຂອງຄົນພິການ ແລະ ສິດຂອງເດັກນ້ອຍ. ພື້ນຖານປະຊາທິປະໄຕໄດ້ຍົກອອກມາໃນໂຄງການດຳເນີນງານຂອງອາຊຽນ ໂດ້ ໄດ້ຮັບການຢັ້ງຢືນໃນກົດບັດ ອາຊຽນ. ປະຊາທິປະໄຕໃນກົດບັດ ອາຊຽນ ແມ່ນຕິດພັນກັບຄຳໝັ້ນສັນຍາຂອງ ອາຊຽນ ໃນການເພີ່ມທະວີການຄຸ້ມຄອງ ແລະ ອຳນາດດ້ານກົດໝາຍ, ເຄົາລົບບັນດາຫລັກການປະຊາທິປະໄຕ ແລະ ລັດຖະບານລັດຖະທຳມະນູນ, ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ຄວາມເສລີພື້ນຖານ.”

        ສິ້ນສຸດເວທີປາໄສ, ທ່ານ A.M Fachir ຮອງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ຖືວ່າ: ເວທີປາໄສ BDF 2017 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ສິ່ງທີ່ບັນລຸໄດ້ຜ່ານເວທີປາໄສນີ້ແມ່ນກຳແຫນ້ນສານທັງໝົດຊື່ງບັນດາປະເທດເຂົ້າຮ່ວມໄດ້ເຜີຍແຜ່. ທ່ານ A.M Fachir ສະຫລຸບວ່າ “ປະຊາທິປະໄຕ ຕ້ອງໄດ້ພັດທະນາຈາກພາຍນອກໃນແຕ່ລະປະເທດ ແລະ ຮັບຮູ້ຄວາມເປັນຫລາຍຮູບແບບຂອງປະຊາທິປະໄຕຢູ່ແຕ່ລະປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ