ແບບຢ່າງກ່ຽວກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ນັກສຶກສາ ກໍາປູເຈຍ

(VOVWORLD) -   ໂດຍປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການສຶກສາ ໄລຍະ 2016  2020 ລະຫວ່າງ ກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ແລະ ກະຊວງສຶກສາຊາວໜຸ່ມ ແລະ ກິລາ ກໍາປູເຈຍ, ແຕ່ລະປີ, ຫວຽດນາມ ໄດ້ຮັບນັກສຶກສາ ກໍາປູເຈຍ ຈໍານວນ 120 ຄົນ ມາຮຽນມາຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ, ຝຶກອົບຮົບ ແລະ ຮຽນກຽມພາສາ ຫວຽດ ກ່ອນຈະເຂົ້າຮຽນມະຫາວິທະຍາໄລ. ນັກສຶກສາກໍາປູເຈຍ ສ່ວນຫຼາຍຮຽນຢູ່ບັນດາໂຮງຮຽນ ຄື: ມະຫາວິທະຍາໄລແພດສາດຮ່າໂນ້ຍ, ມະຫາວິທະຍາໄລກໍ່ສ້າງ, ມະຫາວິທະຍາໄລ ສັບພະວິຊາ, ມະຫາວິທະຍາໄລສະຖາປັດຕະຍາກໍາຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ  ແລະ ມະຫາວິທະຍາໄລການຢາ ຖ໊າຍບິ່ງ.  ແລະ ເພື່ອນ Nguon Mengheang ຫົວໜ້າຄະນະນັກສຶກສາກໍາປູເຈຍ ຢູ່ ຫວຽດນາມ ແມ່ນໜຶ່ງໃນຈໍານວນນັກສຶກສາ ດ່ັງກ່າວ. ຕໍ່ໄປນີ້ ຈົ່ງພ້ອມກັບນັກຂ່າວ ກວາງແອັງ ທໍາຄວາມລື້ງເຄີຍກັບ Nguon Mengheang ແດ່ເດີ!
ແບບຢ່າງກ່ຽວກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ນັກສຶກສາ ກໍາປູເຈຍ - ảnh 1Nguon Mengheang ຫົວໜ້າຄະນະນັກສຶກສາກໍາປູເຈຍ ຢູ່ ຫວຽດນາມ 

        Nguon Mengheang ເລີ່ມມາຮຽນຢູ່ຫວຽດນາມ ນັບແຕ່ປີ 2015. ພາຍຫຼັງຮຽນກຽມພາສາ ຫວຽດ ຢູ່ໂຮງຮຽນມິດຕະພາບ 80 (T80) ມາໄດ້ໜຶ່ງປີ, Nguon Mengheang ໄດ້ກາຍເປັນນັກສຶກສາຂອງມະຫາວິທະຍາໄລເສດຖະກິດແຫ່ງຊາດ ຫວຽດນາມ, ລົງເລິກຂະແໜງບໍລິຫານທຸລະກິດ ຢ່າງເປັນທາງການ. ປີ 2019, Nguon Mengheang ມີອາຍຸ 24 ປີ ແລະ ພວມເປັນນັກສຶກສາປີທີ 3. ເມື່ອເວົ້າເຖິງເຫດຜົນທີ່ເລືອກມາຮຽນ ມະຫາວິທະຍາໄລ ຢູ່ຫວຽດນາມ, Nguon Mengheang ແບ່ງປັນວ່າ:

        “ເມື່ອນ້ອງຮຽນຊັ້ນມັດທະຍົມຕອນປາຍ, ນ້ອງພ້ອມກັບໝູ່ຂອງຕົນ ໄດ້ຮັບການໃຫ້ຄໍາປຶກສາ ແລະ ແນະນໍາກ່ຽວກັບການເລືອກວິຊາໃດທີ່ເໝາະສົມກັບຄວາມຊົມຊອບຂອງຕົນ ກໍຄື ກາລະໂອກາດຊອກຫາວຽກເຮັດງານທໍາໃນພາຍພາກໜ້າ, ນັບທັງບັນດາລາຍການທຶນການສຶກສາຂອງລັດຖະບານ... ນ້ອງເຫັນວ່າ ຕົນເອງມີຄວາມຊົມຊອບກັບຂະແໜງເສດຖະກິດ. ຜ່ານການຊອກຮູ້, ນ້ອງໄດ້ຮັບຮູ້ວ່າ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແມ່ນໜຶ່ງໃນບັນດາມະຫາວິທະຍາໄລແຖວໜ້າກ່ຽວກັບການບໍາລຸງສ້າງກຸ່ມຂະແໜງເສດຖະກິດ ແລະ ການຄຸ້ມຄອງຢູ່ພາກເໜືອຫວຽດນາມ.”

ແບບຢ່າງກ່ຽວກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ນັກສຶກສາ ກໍາປູເຈຍ - ảnh 2Nguon Mengheangພ້ອມດ້ວຍໝຼ່ຂອງຕົນໄປທັດສະນະຕົວຈິງຢູ່ ຊາປາ, ຫວຽດນາມ

        ກໍຄືກັນກັບນັກສຶກສາຄົນອື່ນໆ, ໄລຍະທໍາອິດ Nguon Mengheang ກໍປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ ເມື່ອມາຮຽນຢູ່ຫວຽດນາມ. ນັ້ນແມ່ນຄວາມຄິດຮອດຄິດເຖິງຄອບຄົວ, ບ້ານເກີດເມືອງນອນ, ຄວາມແປກໃໝ່ໃນການໄປມາ. ໃນຊຸມວັນນັ້ນ, Mengheang ຈື່ບໍ່ໄດ້ວ່າ ຈັກວ່າເປັນເທົ່າໃດເທື່ອທີ່ຕົນຢາກໂຈະການຮໍ່າຮຽນຢູ່ຫວຽດນາມ, ຢາກກັບບ້ານເຕົ້າໂຮມກັບຄອບຄົວ. ບໍ່ພຽງແຕ່ເທົ່ານັ້ນ, ດິນຟ້າອາກາດຢູ່ພາກເໜືອຫວຽດນາມກໍມີຄວາມແຕກໂຕນກັນຢ່າງຈະແຈ້ງ: ລະດູໜາວແມ່່ນໜາວແຮງ, ລະດູຮ້ອນກໍຮ້ອນເອົາແທ້ເອົາວ່ານັ້ນ ກໍແມ່ນສິ່ງທ້າທາຍບໍ່ນ້ອຍສໍາລັບຜູ້ບ່າວຄົນນີ້. ແຕ່ສິ່ງທ້າທາຍທີ່ໃຫຍ່ຫຼວງກວ່າໝູ່ ນັ້ນແມ່ນ ຄວາມແຕກຕ່າງດ້ານພາສາ. ບາງເທື່ອ, ຢາກທໍາຄວາມລື້ງເຄີຍກັບໝູ່ເພື່ອນ ແຕ່ຍ້ອນຄວາມແຕກຕ່າງດ້ານພາສາ ໄດ້ເຮັດໃຫ້ Mengheang ຄິດງໍ້. ແຕ່ສຸດທ້າຍ, ດ້ວຍຄວາມມົວເມົາ ແລະ ມານະຈິດຂອງຕົນ, Mengheang ກໍປະຕິບັດໄດ້ທຸກສິ່ງທຸກຢ່າງ ທີ່ຕົນບໍ່ເຄີຍຄາດຄິດ. ເມື່ອຫວນຄືນຊຸມວັນທໍາອິດນັ້ນ, Nguon Mengheang ແບ່ງປັນວ່າ:

        “ເພື່ອບັນລຸໄດ້ບັນດາຜົນງານໃນເບື້ອງຕົ້ນຄືໃນປັດຈຸບັນ, ນ້ອງມີຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອທີ່ສຸດອົກສຸດໃຈ, ຄວາມຮັດຜິດຊອບ ທີ່ເຕັມໄປດ້ວຍເປັນມິດສະໜິດສະໜົມຂອງບັນດາຄູອາຈານ ແລະ ບັນດານັກສຶກສາຫວຽດນາມທີ່ສຸດ, ໂດຍສະເພາະແມ່ນໃນຊ່ວງເວລາທໍາອິດ ຢູ່ໂຮງຮຽນ T80. ໂດຍໄດ້ຮູ້ວ່າ ພວກນ້ອງຫາກໍມາ, ສະນັ້ນ ຄູອາຈານໄດ້ມີຄວາມເອົາໃສ່ທີ່ສຸດ, ຖືພວກນ້ອງເໝືອນດັ່ງລູກ, ຫຼານຄີງ ແລະ ເບິ່ງແຍງດູແລພວກນ້ອງໃນຍາມເຈັບຍາມເປັນ, ສອນວິທີຮຽນ, ການດໍາເນີນຊີວິດໃຫ້ພວກນ້ອງ... ບັນດາການກະທໍາທີ່ລຽບງ່າຍ ແຕ່ເຕັມໄດ້ດ້ວຍຄວາມຮັກແພງ, ເໝືອນດັ່ງຄົນໃນຄອບຄົວດຽວກັນນັ້ນ ໄດ້ຊ່ວຍໃຫ້ພວກນ້ອງຮູ້ສຶກມີຄວາມອົບອຸ່ນ ເມື່ອຢູ່ຫ່າງໄກຈາກຄອບຄົວ, ບ້ານເກີດເມືອງນອນ. ໄປຄຽງຄູ່ກັນນັ້ນ, ພວກນ້ອງຍັງໄດ້ໄປທ່ອງທ່ຽວ, ຊອກຮູ້ກ່ຽວກັບຮີີດຄອງປະເພນີຂອງຊາວຫວຽດນາມ, ຈາກນັ້ນ, ບັນດານັກສຶກສາ ກໍາປູເຈຍ ຄືພວກນ້ອງ ຈຶ່ງສາມາດເຊື່ອມຕົວເຂົ້າກັບສະພາບແວດລ້ອມ ແລະ ປັບປຸງທັກສະຮຽນພາສາຫວຽດໄດ້ຢ່າງວ່ອງໄວ”.

        ເຂົ້າໃຈບັນດາຄວາມຫຍຸ້ງຍາກນັ້ນ ແລະ ເພື່ອຕອບບຸນແທນຄຸນຕໍ່ຄອບຄົວ, ຄູອາຈານ, ໝູ່ເພື່ອນ, Mengheang ໄດ້ມານະພະຍາຍາມ ແລະ ບືນຕົວຂຶ້ນໃນການຮໍ່່າຮຽນ ຢ່າງບໍ່ຢຸດຢັ້ງ. ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນການຮໍ່າຮຽນ ແລະ ປະສົບການຂອງຕົນ, Mengheang ໄດ້ຮັບການເລືອກຕັ້ງເປັນຫົວໜ້າຄະນະນັກສຶກສາ ກໍາປູເຈຍ ຢູ່ ຫວຽດນາມ. ສໍາລັບ Mengheang ແລ້ວ, ນີ້ທັງແມ່ນຄວາມເປັນກຽດ ທັງແມ່ນໜ້າທີ່ສໍາຄັນ ແລະ ສູງສົ່ງ. ເມື່ອຕີລາຄາກ່ຽວກັບ Mengheang, ອາຈານ ຕະວັນເລີ້ຍ, ຄູສອນວິຊາ ວິຊາສະເພາະການຄ້າຕ່າງປະເທດ ແລະ ເພື່ອນ ເຈິ່ນທິລານ, ນັກສຶກສາ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຮູ້ວ່າ:

        “Mengheang ແມ່ນນັກສຶກສາທີ່ມີມາລະຍາດດີ, ດຸໝັ່ນຂະຫຍັນພຽນ ແລະ ເຕັມໄປດ້ວຍນໍ້າໃຈຄວາມຮັບຜິດຊອບ, ບໍ່ຫວາດຫວັ່ນຕໍ່ຄວາມທຸກຍາກລໍາບາກ. ບໍ່ພຽງແຕ່ບັນລຸໄດ້ຜົນງານສູງໃນການຮໍ່າຮຽນເທົ່ານັ້ນ, ຫາກຍັງມີຄວາມຫ້າວຫັນໃນບັນດາການເຄື່ອນໄຫວລວມໝູ່, ພິເສດແມ່ນໃນບົດບາດເປັນຫົວໜ້າຄະນະນັກສຶກສາດ້ວຍໜ້າທີ່ຄຸ້ມຄອງ, ຕັກເຕືອນ, ແກ້ໄຂບັນດາບັນຫາໃຫ້ແກ່ນັກສຶກສາ ກໍາປູເຈຍ ທີ່ດໍາລົງຊີວິດ ແລະ ຮໍ່າຮຽນຢູ່ ຫວຽດນາມ. ບໍ່ວ່າໃນຂົງເຂດໃດໆກໍຕາມ, Mengheang ລ້ວນແຕ່ສະແດງໃຫ້ທຸກຄົນເຫັນໄດ້ເຖິງຄວາມຕັດສິນໃຈຂອງຕົນ. Mengheang ແມ່ນແບບຢ່າງທີ່ດີເດັ່ນ ເພື່ອໃຫ້ບັນດານັກສຶກສາອື່ນໆປະຕິບັດຕາມ”.

        “ນັບແຕ່ຊຸມວັນພົບ Mengheang ຢູ່ ມະຫາວິທະຍາໄລ ເປັນຄັ້ງທໍາອິດ, ນ້ອງຮູ້ສຶກວ່າ Mengheang ເປັນເພື່ອນຄົນໜຶ່ງທີ່ມີຄວາມເປັນມິດ ແລະ ຮັກຕາແພງ. ທໍາອິດ, ລາວຍັງບໍ່ມີຄວາມກ້າຫານປານໃດ, ແຕ່ປັດຈຸບັນ ລາວກາຍເປັນໜຶ່ງໃນບັນດານັກສຶກສາທີ່ມີຄວາມຈູບຈ້າວຫ້າວຫັນທີ່ສຸດໃນການເຄື່ອນໄຫວລວມໝູ່. ລາວ ດຸໝັ່ນຊອກຮູ້ ແລະ ມີນໍ້າໃຈບຸກບືນໃນການຮໍ່າຮຽນ. ຄວາມສະໜິດສະໜົມ ແລະ ສຸດອົກສຸດໃຈຂອງລາວ ໄດ້ຊ່ວຍໃຫ້ການພົວພັນລະຫວ່າງບັນດານັກສຶກສາ ຫວຽດນາມ ແລະ ບັນດານັກສຶກສາໃນໂຮງຮຽນ ສະໜິດສະໜົມ ແລະ ມີຄວາມຜູກພັນກັນຫຼາຍຕື່ມ”.

        ປີ 2020, Mengheang ຈະຮຽນຈົບມະຫາວິທະຍາໄລເສດຖະກິດແຫ່ງຊາດ, ພະແນກບໍລິຫານທຸລະກິດ. ພາຍຫຼັງຮຽນຈົບ, ລາວມີແຜນຈະເຮັດວຽກຢູ່ຫວຽດນາມ 2 – 3 ປີ ເພື່ອຮຽນຮູ້ປະສົບການຈາກຕົວຈິງກ່ອນທີ່ຈະກັບເມືອປະເທດ. ລາວເຊື່ອໝັ້ນວ່າ ນັ້ນແມ່ນການຕັດສິນທີ່ເໝາະສົມ ແລະ  ສະຫຼາດສ່ອງໃຫ້ແກ່ຕົນເອງ./.

ຕອບກັບ

ຂ່າວ/ບົດ​ອື່ນ