ແຜ່ຂະຫຍາຍຈິດໃຈປະຊາຄົມ ອາຊຽນ

(VOVWORLD) - ທຸງ ອາຊຽນ, ດ້ວຍສັນຍາລັກ “ຕົ້ນເຂົ້າສຸກເຫລືອງ 10 ຕົ້ນ ມັດລວມກັນໄວ້”, ເປັນສັນຍາລັກໃຫ້ແກ່ສັນຕິພາບ, ຄວາມສາມັກຄີ ແລະ ຂະຫຍັນຂັນເຄື່ອນຂອງ ອາຊຽນ

ໃນວິໄສທັດປະຊາຄົມ ອາຊຽນ 2025, ເປົ້າໝາຍແຖວໜ້າຂອງບັນດາປະເທດ ອາຊຽນ ແມ່ນກໍ່ສ້າງປະຊາຄົມທີ່ຖືປະຊາຊົນເປັນໃຈກາງ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບກັນລະຫວ່າງບັນດາປະເທດສະມາຊິກ. ກຳນົດບັນດາຄຸນຄ່າລວມ, ບັນດາມາດຕະຖານລວມຂອງປະຊາຄົມ, ສ້າງສີສັນລວມ ອາຊຽນ ຊຶ່ງ 10 ປະເທດສະມາຊິກ ອາຊຽນ ພວມມານະພະຍາຍາມສ້າງສາ, ແນໃສ່ສ້າງຄວາມຜູກພັນຍາວນານລະຫວ່າງປະຊາຊົນບັນດາປະເທດສະມາຊິກ.

ໃນຊຸມປີມໍ່ໆມານີ້, ພາບພົດພິທີຊັກທຸງ ອາຊຽນ ຂຶ້ນຄຽງຂ້າງທຸງຊາດຂອງປະເທດຕົນ ກໍ່ບໍ່ແມ່ນສິ່ງທີ່ໃໝ່ອ່ຽມສຳລັບປະຊາຊົນບັນດາປະເທດສະມາຊິກ ອາຊຽນ ແຕ່ລະຄົນ.

ແຜ່ຂະຫຍາຍຈິດໃຈປະຊາຄົມ ອາຊຽນ - ảnh 1 ພິທີຊັກທຸງ ອາຊຽນ ຢູ່ກະຊວງການຕ່າງປະເທດ ຫວຽດນາມ

ນັບແຕ່ປີ 2011, ນີ້ແມ່ນການເຄື່ອນໄຫວປະຈຳປີ, ໄດ້ດຳເນີນໃນວັນທີ 08 ສິງຫາ (ວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້) ຢູ່ບັນດາປະເທດ ອາຊຽນ. ທຸງ ອາຊຽນ, ດ້ວຍສັນຍາລັກ “ຕົ້ນເຂົ້າສຸກເຫລືອງ 10 ຕົ້ນ ມັດລວມກັນໄວ້”, ເປັນສັນຍາລັກໃຫ້ແກ່ສັນຕິພາບ, ຄວາມສາມັກຄີ ແລະ ຂະຫຍັນຂັນເຄື່ອນຂອງ ອາຊຽນ, ທຸງໄດ້ຊັກຂຶ້ນຍອດເສົາ ດ້ວຍບົດດົນຕີ ອາຊຽນ ການເຄື່ອນໄຫວນີ້ ນອກຈາກຄວາມໝາຍວ່າ ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດ ອາຊຽນ ແລ້ວ, ກໍ່ຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຂອງບັນດາປະເທດ ອາຊຽນ ແມ່ນຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2025 ເຊື່ອມໂຍງເຂົ້າກັບສາກົນ, ສັນຕິພາບ ແລະ ສະຖຽນລະພາບ. ນອກຈາກບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງ (08/08) ໃນແຕ່ລະປີແລ້ວ, ໃນຊຸມປີມໍ່ໆມານີ້ ລັດຖະບານ ແລະ ບັນດາອົງການທຸຕານຸທູດຂອງບັນດາປະເທດສະມາຊິກ ອາຊຽນ ຍັງຈັດຕັ້ງບັນດາການເຄື່ອນໄຫວເພີ່ມທະວີການແລກປ່ຽນ, ໂຄສະນາຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບປະຊາຄົມ ອາຊຽນ ກ່ວາອີກ.

ຢູ່ຂັ້ນລະດັບປະຊາຄົມ, ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບມີບາງການເຄື່ອນໄຫວເຊີດຊູຜູ້ລິເລີ່ມສ້າງຕັ້ງ ອາຊຽນ, ເຊີດຊູບັນດາວິສາຫະກິດໜຸ່ມທີ່ມີການປະກອບສ່ວນໃຫ້ແກ່ສັງຄົມ, ເຊີດຊູບັນດາສ່ວນບຸກຄົນທີ່ມີຜົນງານໃນການອະນຸລັກຮັກສາຊີວະນາໆພັນ. ຢູ່ລະດັບຊາດ, ບັນດາປະເທດລ້ວນແຕ່ມີແຜນການຈັດຕັ້ງພິທີສະເຫຼີມສະຫຼອງສະເພາະ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນຊອກຮູ້ເພື່ອຍົກສູງສະຕິຄວາມຮັບຮູ້ກ່ຽວກັບ ອາຊຽນ.

ທີ່ກອງປະຊຸມສຳມະນາຊຶ່ງຖືກຈັດຕັ້ງຢູ່ ຮ່າໂນ້ຍ ໃນໄລຍະມໍ່ໆມານີ້, ທ່ານ ເລເລືອງມິງ ອະດີດເລຂາທິການໃຫຍ່ ອາຊຽນ ໄດ້ເນັ້ນໜັກເຖິງການເພີ່ມທະວີສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບປະຊາຄົມ ອາຊຽນ ແມ່ນໜ້າທີ່ສຳຄັນໃນປັດຈຸບັນ. ປະຊາຄົມ ອາຊຽນ ປະສົບຜົນສຳເລັດ ແມ່ນປະຊາຄົມນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ. ຢາກເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດ ປະຊາຊົນຕ້ອງມີຄວາມເຂົ້າໃຈແຈ້ງກ່ຽວກັບປະຊາຄົມນັ້ນ. ທ່ານ ເລເລືອງມິງ ຖືວ່າ:

ແຕ່ລະປະເທດ ອາຊຽນ ມີລະບອບການເມືອງແຕກຕ່າງກັນ, ລະດັບການພັດທະນາເສດຖະກິດແຕກຕ່າງກັນ ແຕ່ກ່ຽວກັບພື້ນຖານ ພວກເຮົາແມ່ນກຸ່ມກ້ອນສັງລວມ. ສະນັ້ນ, ພວກເຮົາຄວນສ້າງສີສັນສະເພາະ ອາຊຽນ ແລະ ທັງໝົດຕ້ອງພ້ອມກັນມີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນອາຊຽນ.

ຢ່າຄິດວ່າຕົນເອງແມ່ນພົນລະເມືອງຂອງປະເທດໃດໜຶ່ງ ຫຼື ຂອງແຂວງ, ນະຄອນໃດໜຶ່ງຄືເມື່ອກ່ອນ, ຈົ່ງຄິດວ່າ ຕົນເອງເປັນພົນລະເມືອງ ອາຊຽນ. ບົນຈິດໃຈນັ້ນ, ປັດຈຸບັນ ຫລາຍປະເທດ ອາຊຽນ ພວມຜັນຂະຫຍາຍບັນດາມາດຕະການ ເພື່ອສ້າງທັກສະ, ຄວາມຮູ້ໃຫ້ແກ່ປະຊາຊົນກ່ຽວກັບປະຊາຄົມ ອາຊຽນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບປະຊາຄົມຂອງເຂົາເຈົ້າ ແຕ່ບໍ່ພຽງແຕ່ແມ່ນຂອງຜູ້ໃດຜູ້ໜຶ່ງເທົ່ານັ້ນ. ບັນດາລາຍການພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາ ອາຊຽນ, ການແຂ່ງຂັນສີມື ອາຊຽນ, ງານມະໂຫລານສຽງເພງ ອາຊຽນ, ງານວາງສະແດງຮູບຖ່າຍ, ບັນດາການເສັງຊອກຮູ້ກ່ຽວກັບວັດທະນະທຳ ອາຊຽນ…, ໄດ້ ແລະ ພວມປະກອບສ່ວນໂດຍກົງ ເຂົ້າໃນການເພີ່ມທະວີສະຕິຄວາມຮັບຮູ້ຂອງປະຊາຊົນ ອາຊຽນ ແຕ່ລະຄົນກ່ຽວກັບປະຊາຄົມ.

ອາຊຽນ ແມ່ນຕະຫລາດໃຫຍ່ ດ້ວຍພົນລະເມືອງກ່ວາ 630 ລ້ານຄົນ, ປັດຈຸບັນພວມມີບັນດາປັດໄຈທັງໝົດຄື: ຊັບພະຍາກອນທຳມະຊາດ, ເຕັກໂນໂລຊີ ເພື່ອຫັນ ອາຊຽນ ກາຍເປັນກຸ່ມກ້ອນເອກະພາບພັດທະນາຢ່າງແຮງ. ໄວໜຸ່ມແມ່ນອະນາຄົດຂອງ ອາຊຽນ ແລະ ແມ່ນບຸກຄົນຕັດສິນຊາຕະກຳຂອງປະຊາຄົມ. ເພື່ອຍາດແຍ່ງໄດ້ບັນດາກາລະໂອກາດ ເຊິ່ງປະຊາຄົມນຳມາໃຫ້ນັ້ນ, ປັດຈຸບັນ ບັນດາພົນລະເມືອງໜຸ່ມ ອາຊຽນ ພວມຕັ້ງໜ້າປ່ຽນແປງຄວາມນຶກຄິດຂອງຕົນຄື: ປັບປຸງຄວາມຮູ້, ສ້າງສະມັດຕະພາບແຮງງານ ແລະ ທັກສະການເຊື່ອມໂຍງເຂົ້າກັບສາກົນທີ່ຈຳເປັນຕ່າງໆ. ບັນດາພົນລະເມືອງໜຸ່ມ ອາຊຽນ ພວມມີການປ່ຽນແປງກ່ຽວກັບຄວາມນຶກຄິດ. ເຂົາເຈົ້າບໍ່ພຽງແຕ່ນຶກຄິດເຖິງການພັດທະນາໃນຂອບເຂດຂອງປະເທດເຂົາເຈົ້າເທົ່ານັ້ນ ຫາກຍັງຂອງປະຊາຄົມກ້ວາງໃຫຍ່ ອາຊຽນ ອີກດ້ວຍ, ມີລັກສະນະເຊື່ອມຕໍ່ຫລາຍກ່ວາ. ນາງ ຫງວຽນທິມິງເຫ້ວ, ໄວໜຸ່ມ ຫວຽດນາມ ແບ່ງປັນວ່າ:

ປັດຈຸບັນ ອາຊຽນ ມີທ່າແຮງແມ່ນພົນລະເມືອງໜຸ່ມ, ເພື່ອນໜຸ່ມຫລາຍຄົນໄດ້ມີໂອກາດນຳໃຊ້ບັນດາເຕັກໂນໂລຊີ ແລະ ຄວາມຮູ້ໃໝ່ໆ, ມີຄວາມຂະຫຍັນຂັນເຄື່ອນທີ່ສຸດ ແລະ ເອົາໃຈໃສ່ເຖິງນະໂຍບາຍຫລາຍກ່ວາ. ແລະ ນະໂຍບາຍໄດ້ສວມບົດບາດສຳຄັນທີ່ສຸດເຖິງ ອາຊຽນ ເວົ້າລວມ ແລະ ແຕ່ລະປະເທດ ອາຊຽນ ເວົ້າສະເພາະ.

ຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດຢ່າງເລິກເຊິ່ງກ່ວາ ແມ່ນຂອດຕົ້ນຕໍໃນຍຸດທະສາດຂອງ ອາຊຽນ ມຸ່ງໄປເຖິງບົດບາດທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ທຸກເປົ້າໝາຍຂອງ ອາຊຽນ ຈະປະສົບຜົນສຳເລັດຖ້າຫາກຮັບໃຊ້ມະນຸດ. ເມື່ອຄວາມຮັບຮູ້ກ່ຽວກັບປະຊາຄົມ ອາຊຽນ ຂອງປະຊາຊົນໄດ້ຍົກລະດັບຂຶ້ນ, ປະຊາຊົນຈະກາຍເປັນສ່ວນໜຶ່ງຂອງວິວັດການອອກລັດຖະນະໂຍບາຍ, ກໍ່ຄືຊ່ວຍເຂົາເຈົ້າໄດ້ຊົມໃຊ້ບັນດາຜົນປະໂຫຍດ ເຊິ່ງປະຊາຄົມນຳມາ, ຈາກນັ້ນຈຶ່ງກາຍເປັນປັດໄຈຕົ້ນຕໍ່ໃນວິວັດທະນະການສ້າງສາ ແລະ ພັດທະນາ ອາຊຽນ. ນີ້ແມ່ນທິດທາງກ້າວເດີນ ເຊິ່ງ ອາຊຽນ ໄດ້ ແລະ ພວມມານະພະຍາຍາມສືບຕໍ່ຜັນຂະຫຍາຍໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ