ໂຮງ​ຮຽນ “Green School” - ໂຮງ​ຮຽນ​ສີ​ຂຽວ ສອນ​ເດັກ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) -ນອກຈາກວິກິດການໄພເງິນເຟີ້ແລ້ວສະພາບສິ່ງແວດລ້ອມເປັນມົນລະພິດ ແລະ ການປ່ຽນແປງຂອງດິນຟ້າອາກາດ ກໍແມ່ນຄວາມສົນໃຈຂອງທົ່ວໂລກເວົ້າລວມ ແລະ ບັນດາປະເທດ ອາຊຽນ ເວົ້າສະເພາະພິເສດຢູ່ ອິນໂດເນເຊຍເກາະ ບາລີ ທີ່ສວຍງາມ ຍາມໃດກໍມີຈຳນວນແຂກທ່ອງທ່ຽວເພິ່ມຂຶ້ນສູງ ດ້ວຍຄວາມສ່ຽງກ່ຽວກັບສິ່ງເສດເຫຼືອ ແລະ ວິທີການຄຸ້ມຄອງແຫຼ່ງນ້ຳ ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຕໍ່ໜ້າບັນຫານີ້, ປະຊາຊົນ ອິນໂດເນເຊຍ ໄດ້ປະຕິບັດວິໄສທັດຂອງຕົນຜ່ານໂຮງຮຽສີຂຽວພິເສດຢູ່ເກາະ ບາລີ. ນັ້ນແມ່ນໂຮງຮຽນຫຼວງ ດ້ວຍຫຼັກສູດການສຶກສາ ເນັ້ນໃສ່ການສອນນັກຮຽນໃຫ້ຮູ້ຈັກດຳລົງຊີວິດຮ່ວມກັບທຳມະຊາດແບບຍືນຍົງ, ສະໜອງຄວາມຮູ້ກ່ຽວກັບຄຸນຄ່າຂອງທຳມະຊາດ. ໃນລາຍການ ຊາຍຄາອາຊຽນ າກນີ້, ເຊີນທ່ານພ້ອມກັບນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ຊອຮູ້ກ່ຽວກັບຮູບແບບໂຮງຮຽນທີ່ມີເອກະລັກນີ້ ຜ່ານບົດຂຽນ: Green School” - ໂຮງຮຽນສີຂຽວ ສອນເດັກນ້ອຍກ່ຽວກັບວິທີປົກປັກຮັກສາສິ່ງແວລ້ອມ ຢູ່ ອິນໂດເນເຊຍ”.

ໂຮງ​ຮຽນ “Green School” - ໂຮງ​ຮຽນ​ສີ​ຂຽວ ສອນ​ເດັກ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຢູ່ ອິນ​ໂດ​ເນ​ເຊຍ - ảnh 1ໂຮງຮຽນ “Green School” - ໂຮງຮຽນສີຂຽວ ສອນເດັກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ ອິນໂດເນເຊຍ (ພາບ: Green School)

ເຊື່ອມຕົວຢູ່ກ້ອງຮົ່ມຂອງຕົ້ນໄມ້ຂຽວຢູ່ເກາະ ບາລີ ທີ່ສວຍງາມຢູ່ ອິນໂດເນເຊຍ ແມ່ນໂຮງຮຽນພິເສດ - ບ່ອນທີ່ເດັກນ້ອຍໄດ້ນັ່ງຮຽນຢູ່ໃນຫ້ອງຮຽນມີເຄື່ອງອຸປະກອນທີ່ເຮັດດ້ວຍໄມ້ໄຜ່ ແລະ ກະດານໄດ້ເຮັດດ້ວຍວັດຖຸຜະລິດຄືນໃໝ່. “Green School” ຕັ້ງຢູ່ແຄມແມ່ນ້ຳ Ayung, ເຊິ່ງເປັນແມ່ນ້ຳສາຍຍາວທີ່ສຸດຢູ່ ບາລີ, ຫ່າງຈາກເຂດທ່ອງທ່ຽວທີ່ມີຊື່ສຽງ Ubud ປະມານ 30 ກິໂລແມັດ. ຫ້ອງຮຽນຢູ່ທີ່ນີ້ ຈະບໍ່ມີຝາເຮືອນ ເພື່ອຊ່ວຍໃຫ້ນັກຮຽນຮູ້ສຶກວ່າ ຕົນເອງມີຄວາມຜູກພັນກັບທຳມະຊາດຫຼາຍກວ່າ. ສະຖານທີ່ແຫ່ງນີ້ໄດ້ຮັບການຂະໜານນາມວ່າ “ໂຮງຮຽນສີຂຽວທີ່ສຸດຂອງໜ່ວຍໂລກ”. ເມື່ອມາຢ້ຽມຢາມໂຮງຮຽນແຫ່ງນີ້, ທ່ານ Ban Ki – Moon ອະດີດເລຂາທິການໃຫຍ່ ສປຊ  ໄດ້ແບ່ງປັນວ່າ:

ໃນຖານະເປັນເລຂາທິການໃຫຍ່ , ຂ້າພະເຈົ້າໄດ້ໄປຢ້ຽມຢາມຫຼາຍແຫ່ງແລ້ວ, ແຕ່ສະຖານແຫ່ງນີ້ແມ່ນບ່ອນທີ່ມີຄວາມເປັນເອກະລັກສະເພາະທີ່ສຸດ ແລະ ປະທັບໃຈທີ່ສຸດໃນຈຳນວນໂຮງຮຽນຫຼາຍແຫ່ງເຊິ່ງຂ້າພະເຈົ້າໄດ້ໄປ. ພວກເພື່ອນປະຕິບັດຄຳໝັ້ນສັນຍາກ່ຽວກັບວິໄສທັດໂລກແຫ່ງສີຂຽວໄດ້ດີຫຼາຍ”.

ໂຮງ​ຮຽນ “Green School” - ໂຮງ​ຮຽນ​ສີ​ຂຽວ ສອນ​ເດັກ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຢູ່ ອິນ​ໂດ​ເນ​ເຊຍ - ảnh 2ຫ້ອງຮຽນຢູ່ “Green School”  ຈະບໍ່ມີຝາເຮືອນ ເພື່ອຊ່ວຍໃຫ້ນັກຮຽນຮູ້ສຶກວ່າ ຕົນເອງມີຄວາມຜູກພັນກັບທຳມະຊາດຫຼາຍກວ່າ (ພາບ: Green School)

“Green School” ໂດຍສອງຜົວເມຍເສດຖີຊາວ ອາເມລິກາ ນັ້ນແມ່ນທ່ານ John ແລະ ທ່ານນາງ Cynthia Hardy ໄດ້ສ້າງຕັ້ງຂຶ້ນເມື່ອປີ 2006 ແລະ ເປີດປະຕູຕ້ອນຮັບນັກຮຽນແຕ່ປີ 2009. ນັບແຕ່ເມື່ອສ້າງຕັ້ງໂຮງຮຽນແຫ່ງນີ້ມາຮອດປະຈຸບັນ,  ກໍໄດ້ຮັບຄຳຍ້ອງຍໍຊົມເຊີຍເປັນຈຳນວນຫຼາຍ ກ່ຽວກັບວິທີສຳຜັດທີ່ປະດິດສ້າງໃນການສຶກສາ. ຢູ່ທີ່ນີ້, ນັກຮຽນກໍໄດ້ຮຽນບັນດາວິຊາພື້ນຖານຄື: ພາສາອັງກິດ, ຄະນິດສາດ, ວິທະຍາສາດ… ນອກຈາກນັ້ນແລ້ວ ຍັງມີຊຸດຮຽນວິຊາລົງເລິກສະເພາະທີ່ໜ້າຈັບໃຈ ເຊິ່ງພຽງແຕ່ສອນສຳລັບນັກຮຽນຂອງໂຮງຮຽນເທົ່ານັ້ນ ຄື ການໂຕ້ຄື້ນ, ລຸຍຕົມ, ພັດທະນາທົ່ວໂລກ, ຄຸ້ມຄອງສິ່ງແວດລ້ອມ… ເດັກໆແຕ່ອະນຸບານຫາມັດທະຍົມຕອນຕົ້ນ ລ້ວນແຕ່ໄດ້ຮຽນຮູ້ກ່ຽວກັບການປົກປັກຮັກສາທຳມະຊາດ, ບໍ່ນໍາໃຊ້ຖົງຢາງພລາດສະຕິກ, ຈຳກັດການຖີ້ມຂີ້ຫຍື້ອອອກສູ່ສິ່ງແວດລ້ອມ. ອ້າຍຄູ Putu Witsen  ແບ່ງປັນວ່າ:

ເດັກນ້ອຍຈະມີພະລັງງານຫຼາຍກວ່າ ພິເສດແມ່ນເວລາທີ່ເຂົາເຈົ້າໄດ້ເຊື່ອມຕົວເຂົ້າກັບທຳມະຊາດ, ພ້ອມກັນລະຫຼີ້ນກັບສັດສາວາສິ່ງ, ຕົ້ນໄມ້ໃບຫຍ້າ. ມີບາງເມື່ອພວກຂ້າພະເຈົ້າໄດ້ສ້າງຫຼັກສູດຕ່າງໆ ເພື່ອໃຫ້ພວກນ້ອງເຂົ້າໃຈໄດວ່າ ຄວາມກ້າຫານ,ຄວາມດຸ່ນດ່ຽງໃນຊີວິດ ແລະ ຄວາມໝັ້ນໃຈແມ່ນແນວໃດ, ພວກ້າພະເຈົ້າພວມມຸ່ງໄປເຖິງເປົ້າໝາຍທີ່ວ່າ ເມື່ອພວກນ້ອງຮຽຈົບແລ້ວ ເຮັດແນວໃດຈະຜ່ານຜ່າສິ່ງທ້າທາຍນັ້ນໄດ້

ນອກຈາກນັ້ນແລ້ວ, ນັກຮຽນຢູ່ທີ່ນີ້ ຍັງມີໂອກາດສຳຜັດການປະດິດສ້າງທີ່ທັນສະໄໝ, ປະກອບສ່ວນເຂົ້າໃນການເຮັດໃຫ້ໂລກ ສີຂຽວ, ສົດໃສ ແລະ ສະອາດ. ພິເສດ, ລະບົບລົດເມຂອງໂຮງຮຽນ ແມ່ນໄດ້ນຳໃຊ້ເຊື້ອເພີງທີ່ຜະລິດຈາກນ້ຳມັນທີ່ໃຊ້ແລ້ວຢູ່ທ້ອງຖິ່ນ. ສະເລ່ຍແຕ່ລະອາທິດ, ບັນດາສະມາຊິກຂອງໂຮງຮຽນຈະເກັບມາຈາກເຮືອນປະຊາຊົນຢູ່ເຂດອ້ອມຂ້າງ ໄດ້ປະມານ 300 ລິດ. ນອກຈາກນັ້ນແລ້ວ, ລາຍການ “ລາກ່ອນຖົງຢາງພະລາດສະຕິກ” ຂອງໂຮງຮຽນ ຍັງໄດ້ຮັບຄວາມຕອບສະໜອງຈາກປະຊາຊົນທ້ອງຖິ່ນຈຳນວນຫຼາຍ. ບໍລິເວນຂອງໂຮງຮຽນ ໄດ້ອອກແບບຄືກັບເຂດປູກຝັງກະສິກຳນິເວດທີ່ມີເຂດສວນນ້ອຍຫຼາຍເຂດ, ດ້ວຍຈຸດປະສົງ ສ້າງສະພາບແວດລ້ອມທີ່ຕິດພັນກັບທຳມະຊາດຮ້ອຍສ່ວນຮ້ອຍ ແລະ ປັບປຸງຊັບພະຍາກອນທີ່ດິນ. ນີ້ຍັງແມ່ນບ່ອນປູກຕົ້ນໄມ້ຂອງນັກຮຽນ. ເອື້ອຍ Sri Darwiati ເຊິ່ງເປັນຜູ້ປົກຄອງນັກຮຽນແບ່ງປັນວ່າ:

ນັ້ນແມ່ນໂຮງຮຽນສີຂຽວຢ່າງແທ້ຈິງ. ໂຮງຮຽນແຫ່ງນີ້ໄດ້ຊ່ວຍໃຫ້ເດັກໆເຂົ້າໃຈໄດ້ວ່າ ເຮັດແນວໃດເພື່ອດຳລົງຊີວິດແບບຍືນຍົງ, ເຮັດແນວໃດເພື່ອປົກປັກຮັກສາຊັບພະຍາກອນທີ່ດິນ. ຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຟັງເຂົາເຈົ້າເວົ້າເຖິງໂຮງຮຽນແຫ່ງນີ້, ຂ້າພະເຈົ້າກໍຮູ້ສຶກກະຕືລືລົ້ນແລ້ວ ແລະ ກໍຄິດວ່າ ຈະເຮັດແນວໃດເພື່ອໃຫ້ລູກຂອງຕົນສາມາດມາຮຽນຢູ່ໂຮງຮຽນສີຂຽວແຫ່ງນີ້ໄດ້”.

ຫຼັກສູດການສຶກສາຂອງ ໂຮງຮຽນ “Green School” ແມ່ນສຸມໃສ່ການສອນເດັກຮູ້ວິທີດຳລົງຊີວິດແບບຍືນຍົງພ້ອມກັບທຳມະຊາດ ພວມດຶງດູດນັກຮຽນທີ່ມາຈາກຫຼາຍປະເທດ ແລະ ປັດຈຸບັນ ໄດ້ຮັບການຮອງຮັບຈາກສາກົນ. ໂຮງຮຽນແຫ່ງນີ້ ກໍໄດ້ຮັບຄວາມຊົມເຊີຍຈາກກອງປະຊຸມກ່ຽວກັບດິນຟ້າອາກາດໂລກ. ຜູ້ປົກຄອງຈຳນວນບໍ່ໜ້ອຍທີ່ມາຈາກຫຼາຍປະເທດໃນໂລກ ເມື່ອໄປເຮັດວຽກຢູ່ ບາລີ ລ້ວນແຕ່ໄດ້ຝາກລູກເຂົ້າຮຽນຢູ່ Green School. ບັນດາບັນຫາເຊິ່ງພວກເຮົາພວມປະເຊີນໜ້າໃນປັດຈຸບັນ ແມ່ນມີຄວາມແຕກຕ່າງຫຼາຍເມື່ອທຽບໃສ່ກ່ອນນີ້, ພິເສດໃນສະພາບທີ່ສິ່ງທ້າທາຍກ່ຽວກັບມົນລະພິດສິ່ງແວດລ້ອມພວມພົ້ນເດັ່ນຂຶ້ນ. ເພາະສະນັ້ນ, ໂຮງຮຽນ Green School ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ສຶກສາບຳລຸງສ້າງນັກຮຽນທີ່ມີຄວາມຮູ້ຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບພະລັງງານປ່ຽນແທນ ແລະ ການພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ