ໂຮງຮຽນມິດຕະພາບ T80 - ສະຖານທີ່ບຳລຸງພູມປັນຍາ

(vovworld)- ໂດຍ​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ທາງ​ທິດ​ຕ​າ​ເວັນ​ຕົກ​ປະ​ມານ 42 ກິ​ໂລ​ແມັດ, ໂຮງ​ຮຽນ​ມິດ​ຕະ​ພາບ T80 ແມ່ນ​ໂຮງ​ຮຽນ​ແຫ່ງ​ຄວາມ​ສາ​ມັກ​ຄີ, ຮ່ວມ​ມື, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສາມ​ປະ​ເທດ ອ້າຍ​ນ້ອງ​ໃນ​ແຫລມ​ອິນ​ດູ​ຈີນ. ໂຮງ​ຮຽນ T80 ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 1980, ມີ​ຫນ້າ​ທີ່​ ສຶກ​ສາຄວາມ​ຮູ້​ຊັ້ນ​ມັດ​ທະ​ຍົມ​ໃຫ້​ແກ່​ນັກ​ຮຽນ ລາວ, ກຳ​ປູ​ເຈຍ. ນັບ​ແຕ່ 6 ປີ​ມານີ້, ໂຮງ​ຮຽນ​ດັ່ງ​ກ່າວ​ໄດ້​ເປີດກວ້າງ​ເປົ້າ​ໝາຍ​ສິດ​ສອນ​ໃຫ້​ແກ່​ບັນ​ດາ​ຄູ​ອາ​ຈານ​ບາງ​ແຂວງ​ຂອງ​ລາວ ມາ​ຮ່ຳ​ຮຽນ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ສິດ​ສອນ.

        ສົກ​ຮຽນ 2016-2017 ໂຮ​ງ​ຮຽນ​ມິດ​ຕະ​ພາບ T80 ໄດ້​​ຮັບ​ນັກ​ຮຽນ 380 ຄົນ​ມາ​ຮຽນ​ກຽມ​ພາ​ສາ​ຫວຽດ​ເພື່ອ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ​ເຫນືອມະ​ຫາ​ວິ​ທະ​ຍາ​ໄລ, ໃນ​ນັ້ນ ມີ ນັກ​ສຶກ​ສາ​ກຳ​ປູ​ເຈຍ 93 ຄົນ, ນັກ​ສຶກ​ສາ ລາວ 287 ຄົນ. ແລະ ປີ 2016, ໂຮ​ງ​ຮຽນ​ມິດ​ຕະ​ພາບ T80 ໄດ​້​ຮັບ​ພະ​ນັກ​ງານຄູ​ອາ​ຈານ​ຫລັກ​ແຫລ່ງ​ຂອງ​ລາວ 40 ຄົນ​​ທີ່ສອນບັນ​ດາ​ວິ​ຊາ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ​ຊັ້ນ​ມັດ​ທະ​ຍົມ​ຂອງ​ລາວ ມາ​ແລກ​ປ່ຽນ​ບົດ​ຮຽນ, ບຳ​ລຸງ, ​ຝືກອົບ​ຮົມ​ກ່ຽວ​ກັບ​ວິ​ຊາ​ສະ​ເພາະ, ວິ​ຊາ​ການ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໃນ​ຊຸດ​ຮຽນ​ນີ້​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ບັນ​ດາ​ແຂວງ​ຄື: ວຽງ​ຈັນ, ສະ​ຫວັນ​ນະ​ເຂດ, ໄຊ​ຍະ​ບູ​ລີ, ຊຽງ​ຂວາງ.. ທ່ານ​ນາງ ຫວູ​ທິ​ແອງ, ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ T80 ໄດ້​ແບ່ງ​ປັນ​ບັນ​ດາ​ການ​ປ່ຽນ​ແປງ​ຕົ້ນ​ຕໍ​ໃນ​ສົກ​ຮຽນ 2016-2017 ວ່າ:

ໂຮງຮຽນມິດຕະພາບ T80 - ສະຖານທີ່ບຳລຸງພູມປັນຍາ - ảnh 1
(ທ່ານ​ນາງ ຫວູ​ທິ​ແອງ, ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ T80)

“ສຳ​ລ​ັບ​ວຽກ​ງານ​​ຝືກອົບ​ຮົມ​ບຳ​ລຸງ​​ໃຫ້ຄູ​ອາ​ຈານ​ລາວ, ໂຮ​ງ​ຮຽນ​ມິດ​ຕະ​ພາບ T80 ໄດ້​ສົມ​ທົບ​ກັບ​ບັນ​ດາ​ຄູ​ອາ​ຈານ ແນະ​ນຳ​ບັນ​ດາ​ຫົວ​ເລື່ອງ​ຂອງວິ​ຊາ​ເຄ​ມີ​ສາດ, ວິ​ຊາ​ຊີ​ວະສາດ​ຊັ້ນ​ມັດ​ທະ​ຍົມ, ບັນ​ດາ​ບັນ​ຫາ​ພື້ນ​ຖານ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ວິ​ທີ​ການ​ສິດ​ສອນ, ປ່ຽນ​ໃຫມ່​ການກວດ​ກາ, ​ການຕີ​ລາ​ຄາ; ​ການໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​​ເຂົ້າໃນ​ການ​ສິດ​ສອນ. ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ, ແລກ​ປ່ຽນ​ບົດ​ຮຽນ, ເຂົ້າ​ຮ່ວມ​ຊົ່ວ​ໂມງ​ສອນ, ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ບັນ​ດາ​ໂຮງ​ຮຽນ​ມັດ​ທະ​ຍົມ​ທີ່​ມີ​ຊື່​ສຽງ​ຢູ່​ນະ​ຄອນ​ຮ່າ​ໂນ້ຍ. ຕອບ​ສະ​ຫນອ​ງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ບັນ​ດາ​ຄູ​ອາ​ຈານ​ລາວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ພາ​ລະ​ກິດ​​ການສຶກ​ສາ​ບຳ​ລຸງ​ສ້າງ​ຂອງ ປະ​ເທດ ສ​ປ​ປ ລາວ.”

        ນອກ​ຈາກ​ຊົ່ວ​ໂມງ​ຂຶ້ນ​ຫ້ອງ, ຄູ​ອາ​ຈານ​ລາວ 40 ຄົນ​ຍັງ​ໄດ້​ຮັບ​ການ​ສັບ​ຊ້ອນ​ໃຫ້​ກິ​ນນອນ​ໃນ​ຫໍ​ພັກ​ຂອງ​ໂຮງ​ຮຽນ ເພື່ອ​ມີ​ຄວາມ​ສະ​ດວກກວ່າ​ໃນ​ການ​ແລກ​ປ່ຽນ​ບົດ​ຮຽນ. ນີ້​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ໂຮງ​ຮຽນ​ທີ່​ມີ​ຕໍ່ບັນ​ດາ​ຄູ​ອາ​ຈານ​ມາ​ເຝີກ​ຫັດ. ພິ​ເສດ ໂຮງ​ຮຽນ T80 ຍັງ​ແຕ່ງ​ຄາບ​ອາ​ຫານ​ປະ​ຈຳ​ວັນ​ໃຫ້​ແກ່​ຄູ​ອາ​ຈານ​ລາວ.


(ສຽງ​ອາ​ຈານ​ລາວ)

        ພາຍ​ຫລັງ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ໃນ​ໄລ​ຍະ 3 ເດືອນ, ຄູ​ອາ​ຈານ​ລາວ ແຕ່​ລະ​ຄົນ​ເມື່ອ​ກັບ​ຄືນ​ເມືອ​ປະ​ເທດ​ຈະ​ໝູນ​ໃຊ້​ບັນ​ດາ​ຄວາມ​ຮູ້​ໃຫມ່ ຊື່ງ​ໄດ້​ຮ່ຳ​ຮຽນ​ໃນ​ເວ​ລາ​ຮຽນ​ຢູ່​ ໂຮ​ງ​ຮຽນ​ມິດ​ຕະ​ພາບ T80 ເຂົ້າ​ໃນ​ວຽກ​ງານ​​ການສິດ​ສອນ​ຂອງ​ຕົນ. ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

ໂຮງຮຽນມິດຕະພາບ T80 - ສະຖານທີ່ບຳລຸງພູມປັນຍາ - ảnh 2
(ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ຫວຽດ​ນາມ)

(ສຽງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ)

        ພາຍ​ຫລັງ​ສິ້ນ​ສຸດ​ຊຸດ​ອົບ​ຮົມ​ໃນ​ເດືອນ 12 ຜ່ານ​ມາ, ຄູ​ອາ​ຈານລາວ ​ຈຳ​ນວນ 40 ຄົນ ຈະ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ບຳ​ລຸງ​ສ້າງ​ນັກ​ຮຽນ​ລາວ​ລຸ້ນ​ຕ່າງໆ ປະ​ສົບ​ຜົ​ນ​ສຳ​ເລັດ​ກວ່າ. ເປັນ​ອັນ​ວ່າ ໂຮ​ງ​ຮຽນ​ມິດ​ຕະ​ພາບ T80 ໄດ້​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ເຂົ້າ​ໃນ​ການ​ບຳ​ລຸງ​ສ້າງ, ​ຝືກອົບ​ຮົມ​ຜູ້​ປີ​ຊາ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ. 


ຕອບກັບ

ຂ່າວ/ບົດ​ອື່ນ