ໄຂກອງປະຊຸມສານບັນດາແຂວງເຂດຊາຍແດນ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ

ໄຂກອງປະຊຸມສານບັນດາແຂວງເຂດຊາຍແດນ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ - ảnh 1
ພາບປະກອບ:internet

(vovworld) – ຕອນ​ເຊົ້າ​ວັນ​ທີ  25/12, ກອງ​ປະຊຸມ​ສານ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ ລະຫວ່າງ 3 ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ຖືກ​ໄຂ​ຂຶ້ນ​ທີ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງຄະນະ​ຜູ້​ແທນ​ປະມານ 150 ຄົນ​ທີ່​ມາ​ຈາກ 3 ປະ​ເທດ. ຄະນະຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ ​ເຈືອງ​ຮ່ວາ​ບິງ, ​ເລຂາ​ສູນ​ກາງ​ພັກ, ປະທານ​ສານ​ປະຊາຊົນ​ສູງ​ສຸດນຳ​ໜ້າ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

          ກອງ​ປະຊຸມ​ສຸມ​ໃສ່​ແລກປ່ຽນ​ການ​ສົບ​ທົບ​​ປະຕິບັດ​ແຈ້ງ​ການ​ຮ່ວມຂອງ​ບັນ​ດາ ກ​ອງປະຊຸມ​ປີ 2010 ຢູ່​ຫວຽດນາມ ​ແລະ ກອງ​ປະຊຸມ​ປີ 2012 ຢູ່ກຳ​ປູ​ເຈຍ ​ໃນ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ​ ​ແລະ ຕ້ານ​ອາດຊະຍາ​ກຳ, ພິ​ເສດ​ແມ່ນ​ອາດຊະຍາ​ກຳຢາ​ເສບ​ຕິດ, ການຄ້າມະນຸດ​ຜ່ານ​ຊາຍ​ແດນ; ວຽກ​ງານ​ແລກປ່ຽນ​ຄະນະ​ຜູ້​ແທນ​ຢູ່ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ກົນ​ໄກ​ສົມທົບ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ການ​ລົງ​ນາມ​ໃນ​​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສານ 3 ປະ​ເທດ. ພ້ອມ​ທັງ, ​ເປັນ​ເອກະ​ພາບ​ກັນ​​ການ​ກຳນົດ​ທິດຈຳນວນ​ໜຶ່ງ ​ແລະ ຍຸດ​ທະ​ສາດ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ​ແລະ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ