ໄທ ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ການ​ສຶກ​ສາກັບ ຫວຽດ​ນາມ

(VOVWORLD) - ນັບແຕ່ເວລາຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ໄທ ໄດ້ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານການສຶກສາບຳລຸງສ້າງ. ບັນດາການເຄື່ອນໄຫວເຊື່ອມຕໍ່ການສຶກສາ ລະຫວ່າງສອງປະເທດ ຄືຈັດການໂອ້ລົມສົນທະນາກ່ຽວກັບການສຶກສາ, ບັນດາບົບັນທຶກຊ່ວຍຈຳລະຫວ່າງ ວິສາຫະກິດ ໄທ ກັບບັນດາມະຫາວິທະຍາໄລຂອງ ຫວຽດນາມ, ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ… ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທັງສອງປະເທດ.

ໄທ ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ການ​ສຶກ​ສາກັບ ຫວຽດ​ນາມ - ảnh 1ພິທີລົງນາມບົດບັກທຶກຊ່ວຍຈຳລະຫວ່າງກຸ່ມບໍລິສັດຈຳກັດ ວັດສະດຸກໍ່ສ້າງ ຊີແມງ SCG ຫວຽດນາມ ກັບ ມະຫາວິທະຍາໄລ ສັບພະວິຊາ ນະຄອນ ໂຮ່ຈີມີນ (ພາບ: tuoitrethudo.com.vn)

Ảnh 1: Lễ ký  Biên bản Ghi nhớ  giữa  Công ty TNHH Vật liệu xây dựng xi măng SCG Việt Nam với Đại học Bách Khoa Thành phố Hồ Chí Minh (Photo: Tuoi tre thu do)

ປັດຈຸບັນກຸ່ມບໍລິສັດ SCG- ໜຶ່ງໃນບັນດາກຸ່ມບໍລິສັດໃຫຍ່ທີ່ສຸດຂອງ ໄທ ພວມລົງທຶນ, ດຳເນີນທຸລະກິດໃນຂົງເຂດວັດສະດຸກໍ່ສ້າງ, ປຸງແຕ່ງນ້ຳມັນດິບ ຢູ່ ຫວຽດນາມ. ປັດຈຸບັນ, ກຸ່ມບໍລິສັດ SCG ພວມນຳໃຊ້ແຮງງານ ຫວຽດນາມ ຂຶ້ນເຖິງ 15.000 ຄົນ ຢູ່ບັນດາຮາກຖານການຜະລິດ, ດຳເນີນທຸລະກິດຂອງກຸ່ມບໍລິສັດ. ດ້ວຍການກຳນົດ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນໃນການລົງທຶນພັດທະນາ, SCG ມີແຜນການເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ຕື່ືມອີກ.

ໄປຄຽງຄູ່ກັນນັ້ນ, ຄວາມຕ້ອງການແຫຼ່ງຊັບພະຍາກອນມະນຸດທີ່ໄດ້ຮັບການປະກອບຄວາມຮູ້ ແລະ ຮູ້ພາສາໄທ ຂອງກຸ່ມບໍລິສັດກໍ່ເພີ່ມຂຶ້ນ. ດັ່ງນັ້ນ, ການເຊື່ອມຕໍ່ກັບບັນດາມະຫາວິທະຍາໄລ, ວິທະຍາໄລ ຫວຽດນາມ ເພື່ອແນໃສ່ຊອກຫາແຫຼ່ງແຮງງານ ພວມແມ່ນໜຶ່ງໃນບັນດາບຸລິມະສິດຂອງກຸ່ມບໍລິສັດ. ໄລຍະຜ່ານມາ, ບໍລິສັດ ວັດສະດຸກໍ່ສ້າງ ຊີມັງ SCG ຫວຽດນາມ ຈຳກັດ ໄດ້ເຊັນບົດບັນທຶກຊ່ວຍຈຳກັບມະຫາວິທະຍາໄລ ສັບພະວິຊາ ນະຄອນ ໂຮ່ຈີມິນ ກ່ຽວກັບໂຄງການຮ່ວມມືສອງຝ່າຍໃນໄລຍະ 3 ປີໃນຫຼາຍຂົງເຂດລວມມີ: ໂຄງການຄົ້ນຄ້ວາ, ການພັດທະນາເຕັກໂນໂລຢີ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານນາງ Napit Teparak, ຜູ້ອຳນວຍການຝ່າຍບຸກຄະລາກອນຂອງ ບໍລິສັດ ປຸງແຕ່ງນ້ຳມັນດິບ SCG ຫວຽດນາມ ແບ່ງປັນວ່າ:

ພວກຂ້າພະເຈົ້າມີຄວາມປາດຖະໜາຢາກຮ່ວມມື ເພື່ອພ້ອມກັນສ້າງຫຼັກສູດບຳລຸງສ້າງກັບບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ ຫວຽດນາມ. ດ້ວຍການເຄື່ອນໄຫວດຳເນີນທຸລະກິດຂອງພວກຂ້າພະເຈົ້າໃນປັດຈຸບັນຢູ່ ຫວຽດນາມ, ພວກຂ້າພະເຈົ້າ ຈະຍັງຕ້ອງການແຮງງານ ຫວຽດນາມ ຫຼາຍກ່ວາອີກ. ອີກຢ່າງໜຶ່ງ ນັ້ນແມ່ນແຮງງານ ຫວຽດນາມ ມີທ່າແຮງໃຫຍ່ທີ່ສຸດ ເຊິ່ງຢູ່ຫຼາຍປະເທດບໍ່ມີ ນັ້ນແມ່ນມີຄວາມດຸໝັ່ນຂະຫຍັນພຽນ ແລະ ຢາກຊອກຮູ້ຮ່ຳຮຽນເພື່ອເພີ່ມຄວາມຮູ້ໃຫ້ແກ່ຕົນເອງຢ່າງເປັນຢຸດຢັ້ງ, ອາດເວົ້າໄດ້ວ່າ ເປັນແຫຼ່ງແຮງງານດີທີ່ສຸດໃນສະພາບການ ແລະ ທ່າອ່ຽງທີ່ມີການປ່ຽນແປງຢ່າງຕໍ່ເນື່ອງຄືໃນປັດຈຸບັນ.

ໄປຄຽງຄູ່ກັບການເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ໄທ ກັບມະຫາວິທະຍາໄລ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໄທ ສືບຕໍ່ຮັກສາການສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຂອງ ໄທ. ແຕ່ລະປີ ກະຊວງການອຸດົມສຶກສາ, ວິທະຍາສາດ, ວິໄຈ ແລະ ນະວັດຕະກຳຂອງໄທ ກໍ່ຄືຫຼາຍມະຫາວິທະຍາໄລຂອງໄທ ລ້ວນແຕ່ສະຫງວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ດ້ວຍຄວາມຫວັງຢາກດຶງດູດບັນດານັກສຶກສາດີເດັ່ນມາຮ່ຳຮຽນຢູ່ໄທ ກໍ່ຄືສະຖາບັນເຕັກໂນໂລຢີສາກົນ Sirindhorn,  ໄດ້ສະໜອງທຶນການສຶກສາຂັ້ນປະລິນຍາຕີ 100 ທຶນໃຫ້ແກ່ບັນດາປະເທດ ອາຊຽນ ໃນນັ້ນມີ ຫວຽດນາມ.

ໄທ ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ການ​ສຶກ​ສາກັບ ຫວຽດ​ນາມ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ

ໄທ ເພີ່ມທະວີການໜູນຊ່ວຍກຳລັງຄວາມສາມາດບຳລຸງສ້າງ ແລະ ສິດສອນພາສາໄທ ຢູ່ມະຫາວິທະຍາໄລຂອງ ຫວຽດນາມ ຈຳນວນໜຶ່ງ, ພິເສດແມ່ນການສະໜັບສະໜູນແຜນຮ່າງສ້າງສູນພາສາ ແລະ ການສຶກສາ ຫວຽດນາມ ຢູ່ໄທ ແລະ ສະເໜີສ້າງບັນດາສູນຄົ້ນຄ້ວາ ໄທ ຢູ່ໃນບັນດາມະຫາວິທະຍາໄລ ຫວຽດນາມ. ຄືທ້າຍເດືອນກຸມພາ ຜ່ານມາ, ໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືດ້ານການສຶກສາທີ່ພົ້ນເດັ່ນຂອງສອງປະເທດ, ນັ້ນແມ່ນການໂອ້ລົມສົນທະນາເຊື່ອມຕໍ່ການສຶກສາ ຫວຽດນາມ - ໄທ ໂດຍສະຖານທູດ ຫວຽດນາມ ປະຈຳ ໄທ ສົມທົບກັບຫ້ອງການການຄ້າ ໄທ ຈັດຂຶ້ນ. ກ່າວຄຳເຫັນທີ່ນີ້, ທ່ານ Sanan Angubolkul, ຮອງປະທານຫ້ອງການການຄ້າ ໄດ້ກ່າວວ່າ:

ການຈັດການໂອ້ລົມສົນທະນາເຊື່ອມຕໍ່ການສຶກສາ ຫວຽດນາມ - ໄທ ແມ່ນໂອກາດທີ່ດີທີ່ສຸດ ແລະ ກໍ່ແມ່ນຈຸດເວລາທີ່ດີເພື່ອເຊື່ອມຕໍ່ກັບບັນດາວິສາຫະກິດ. ສິ່ງນີ້ຈະຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ປະຊາຄົມວິສາຫະກິດ ກັບບັນດາຮາກຖານການສຶກສາຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່າວາອີກ. ແນ່ນອນວ່າ ການຮ່ວມມືຂອງພວກເຮົາຈະນຳຜົນປະໂຫຍດຫຼາຍຢ່າງມາໃຫ້ທັງສອງປະເທດ ແລະ ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ພວກເຮົາຈະສາມາດສືບຕໍ່ກ້າວຂຶ້ນໃນບັນດາຄວາມມານະພະຍາຍາມລວມ ເພື່ອການພັດທະນາຂອງປະຊາຊົນສອງປະເທດ.

ການຮ່ວມມືດ້ານການສຶກສາ ສວມບົດບາດສຳຄັນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງໄທ ແລະ ຫວຽດນາມ ແມ່ນພື້ນຖານຂອງການພັດທະນາເສດຖະກິດ, ຄືສ່ວນໜຶ່ງຂອງແຜນການປັບປຸງ ແລະ ພັດທະນາການສຶກສາຢູ່ແຕ່ລະປະເທດໃນປັດຈຸບັນ. ເປົ້າໝາຍຊຸກຍູ້ການຮ່ວມມືແມ່ນເພື່ອແນໃສ່ຮ່ຳຮຽນເອົາຄວາມຮູ້ ແລະ ບົດຮຽນປະສົບການຂອງກັນໃຫ້ແກ່ເປົ້າໝາຍພັດທະນາປະເທດຊາດແຫ່ງວັດທະນາຖາວອນ, ກໍ່ຄືນຳໃຊ້ການສຶກສາຄືເຄື່ອງມືເພື່ອຊຸກຍູ້ຂົງເຂດການຮ່ວມມືສາກົນ. ເມື່ອຕີລາຄາກ່ຽວກັບລະດັບຄວາມສຳຄັນຂອງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ ຫວຽດນາມ ແລະ ໄທ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ຢັ້ງຢືນວ່າ:

ຂ້າພະເຈົ້າຖືວ່າ ມະນຸດແມ່ນກຸນແຈຂອງຜົນສຳເລັດໃນທຸກຮູບແບບການຮ່ວມມື. ນັ້ນແມ່ນສາຍເຫດທີ່ເປັນຫຍັງພວກເຮົາຕ້ອງປຶກສາຫາລືກ່ຽວກັບວິທີການຊຸກຍູ້ທຸກຄົນເຂົ້າຮ່ວມການຮ່ວມມືຂອງສອງປະເທດ ແລະ ວິທີການບຳລຸງສ້າງເພື່ອໃຫ້ປະຊາຊົນປະກອບສ່ວນຫຼາຍກ່ວາອີກເຂົ້າໃນອະນາຄົດພັດທະນາຂອງສອງປະເທດ. ພວກຂ້າພະເຈົ້າຖືວ່າ ການສຶກສາບຳລຸງສ້າງ ແມ່ນກຸນແຈໃຫ້ແກ່ອະນາຄົດຂອງການພົວພັນຮ່ວມມື ຫວຽດນາມ - ໄທ.

ຕາມຂໍ້ມູນຂອງກະຊວງການອຸດົມສຶກສາ, ວິທະຍາສາດ, ວິໄຈ ແລະ ນະວັດຕະກຳໄທ ແລ້ວ, ຈຳນວນນັກສຶກສາ ຫວຽດນາມ ຮຽນຮູ້ຢູ່ໄທພວມຢືນຢູ່ອັນດັບທີ 5, ຖັດຈາກຈີນ, ມຽນມາ, ກຳປູເຈຍ ແລະ ລາວ. ມີຫຼາຍມະຫາວິທະຍາໄລ ໄທ ກໍ່ພວມມີການພົວພັນຮ່ວມມື, ແລກປ່ຽນກັບຫຼາຍມະຫາວິທະຍາໄລຂອງ ຫວຽດນາມ. ນັ້ນກໍ່ແມ່ນພື້ນຖານເພື່ອໃຫ້ສອງປະເທດ ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງໃຫ້ຫຼາຍກ່ວາອີກ, ມຸ່ງໄປເຖິງເປົ້າໝາຍຍົກຈຳນວນນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ໄທ ຂຶ້ນເຖິງ 5.000 ຄົນໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ