ໄທ ພັດທະນາກະສິກຳ 4.0

(VOVWORLD) - ປະຈຸບັນ, ໄທ ແມ່ນປະເທດທີ່ຮູ້ຈັກກັນດີແມ່ນໜຶ່ງໃນບັນດາປະເທດ ສົ່ງອອກຜະລິດຕະພັນກະເສດແຖວໜ້າໃນໂລກ, ແຕ່ເຖິງຢ່າງໃດກໍ່ຕາມ, ໃນວິວັດການພັດທະນານັ້ນ, ປະເທດນີ້ກໍ່ບໍ່ອາດຫຼີກລ້ຽງຈາກການຕົກຢູ່ໃນລະດັບລາຍຮັບປານກາງ, ພິເສດແມ່ນສຳລັບຊາວກະສິກອນ.

 ດັ່ງນັ້ນ, ລັດຖະບານ ໄທ ພວມວາງຄາດໝາຍພັດທະນາພື້ນຖານກະສິກຳ 4.0 ເພື່ອແນໃສ່ເພີ່ມລາຍຮັບສະເລ່ຍຂອງຊາວກະສິກອນ ເພີ່ມຂຶ້ນທົບ 7 ເທື່ອ, ຈາກລະດັບກ່ວາ 56.000 ບາດຂຶ້ນເປັນ 390.000 ບາດໃນໄລຍະ 20 ປີຈະມາເຖິງ.

ໄທ ພັດທະນາກະສິກຳ 4.0 - ảnh 1 ພາບປະກອບ

        ກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດວິທະຍາສາດເຕັກນິກ ໃນຊຸມປີຕົ້ນສະຕະວັດທີ 20, ກະສິກຳ ໄທ ໄດ້ຫັນປ່ຽນຈາກຮູບແບບການສະໜອງເອງໄປສູ່ການດຳເນີນທຸລະກິດ ແລະ ກ້າວເຂົ້າສູ່ພື້ນຖານເສດຖະກິດຫັນເປັນອຸດສາຫະກຳ. ກະສິກຳແບບອຸດສາຫະກຳ ໄດ້ຫັນໄປເປັນການໝູນໃຊ້ບັນດາ ຕົ້ນໄມ້ ປະເພດໃໝ່, ບໍ່ໃຊ້ຝຸ່ນເປັນອົງຄະທາດ, ກົນຈັກເພື່ອເພີ່ມສະມັດຕະພາບຜັກພືດ. ນອກຈາກນັ້ນ, ຄຸນນະພາບຂອງບັນດາປະເພດຜະລິດຕະພັນກະເສດນັບມື້ນັບໄດ້ຮັບການປັບປຸງ ເພື່ອຕອບສະໜອງຄວາມຕ້ອງການບໍລິໂພກ. ປະຈຸບັນ, ຊາວກະສິກອນໄທ ເກືອບ 100% ໄດ້ນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ ນັບແຕ່ຂອດປູກແນວພັນຕະຫຼອດຮອດການເກັບກ່ຽວ. ບັນດາບໍລິສັດໃຫຍ່ຄື: Mitr Phol Group - ກຸ່ມບໍລິສັດແຖວໜ້າຂອງ ອາຊີ ແລະ ຢືນອັນດັບທີສີ່ໃນໂລກກ່ຽວກັບຂົງເຂດຜະລິດນ້ຳຕານ, ໃນນັ້ນໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບຕິດຕາມກວດກາ ແລະ ຮູບພາບດາວທຽມເພື່ອຄວບຄຸມຄຸນນະພາບຂອງຕົ້ນອ້ອຍ. ຫຼື ຟາມລ້ຽງໄກ່ Betagro, ອຸນຫະພຸມ, ລະດັບຊຸ່ມ ແລະ ສະຫວ່າງໄດ້ຮັບການຄວບຄຸມ ພ້ອມກັບລະບົບໃຫ້ຫົວອາຫານແບບອັດຕະໂນມັດ…ທ່ານ ເສດຖະພົງ ເລຂະວັດທະນະ, ນັກຊ່ຽວຊານພັດທະນາລະບົບຜະລິດຕະພັນກະເສດ - ກົມສົ່ງເສີມກະສິກຳໄທ ໃຫ້ຮູ້ວ່າ:

        ສຽງທ່ານ ເສດຖະພົງ ເລຂະວັດທະນະ

        ຜ່ານການໝູນໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝໃນການຜະລິດກະສິກຳ, ກະສິກຳ 4.0 ຈະຊ່ວຍຫລຸດຜ່ອນບັນດາມາດຕະການເຮັດກະເສດສຸມ, ລ້ຽງສັດບໍ່ບັນລຸປະສິດທິຜົນ, ທະວີຄູນບັນດາຮູບແບບທີ່ເໝາະສົມຄື: ປະຢັດນ້ຳໃນການຜະລິດ, ນຳໃຊ້ຝຸ່ນເຄມີ, ຢາຕ້ານສັດຕູພືດ ຫຼື ເຄມີປະເພດອື່ນໆທີ່ບໍ່ສົ່ງຜົນຮ້າຍເຖິງສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ ຫຼື ຫລຸດຜ່ອນແຮງງານ, ລາຍຈ່າຍໃນການຜະລິດ. ເມື່ອຕີລາຄາກ່ຽວກັບການກຳນົດທິດແຫ່ງການພັດທະນາກະສິກຳ 4.0 ຂອງໄທ, ທ່ານ ປອ ຫງວຽນຫວຽດຄວາ - ຫົວໜ້າຫ້ອງບຳລຸງສ້າງ ຝຶກອົບຮົມຂອງສູນສົ່ງເສີມກະສິກຳແຫ່ງຊາດໃຫ້ຂໍ້ສັງເກດວ່າ:

        “ໄທເປັນປະເທດອັບເດດກ່ຽວກັບບັນດາເຕັກນິກໃນດ້ານກະສິກຳໄວ. ພື້ນຖານກະສິກຳ 4.0 ຂອງໄທ ແມ່ນໄດ້ສຸມໃສ່ໝູນໃຊ້ເຕັກໂນໂລຊີສູງ ເຂົ້າໃນບັນດາປະເພດສິນຄ້າຫຼັກແຫຼ່ງ. ທີສອງ, ເຂົາເຈົ້າໄດ້ແບ່ງຂັ້ນບັນດາໝວດສິນຄ້າໃນການຜະລິດກະສິກຳ, ບັນດາໝວດສິນຄ້າໃຊ້ສອຍພາຍໃນປະເທດ ຫຼື ໝວດສິນຄ້າສົ່ງອອກ… ເຂົາເຈົ້າມີຍຸດທະສາດພັດທະນາສະເພາະ. ປະຈຸບັນ, ໄທ ພວມຍູ້ແຮງດ້ານການສື່ສານໃນຂົງເຂດກະສິກຳ ເພື່ອໃຫ້ປະຊາຊົນເຂົ້າໃຈໄດ້ຄຸນຄ່າຂອງຫຼັກອະນາໄມດ້ານສະບຽງອາຫານ. ອາດເວົ້າໄດ້ວ່າ, ຍຸດທະສາດຂອງກະສິກຳ 4.0 ຂອງ ໄທ ແມ່ນພັດທະນາຕາມແຕ່ລະຂະແໜງສິນຄ້າ ແລະ ບຸລິມະສິດບັນດາຂະແໜງສິນຄ້າສົ່ງອອກ.”

        ເຖິງວ່າບັນລຸໄດ້ບັນດາຜົນງານດີພໍສົມຄວນໃນຂົງເຂດກະສິກຳ, ກໍ່ຕາມແຕ່່ວ່າ, ຊາວກະສິກອນ ໄທ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການສຳຜັດພື້ນຖານກະສິກຳ 4.0 ຍ້ອນລາຍຈ່າຍດ້ານເຕັກໂນໂລຊີ, ແບບວິທີສົ່ງຂໍ້ມູນ, ພັດທະນາບັນດາ ເຕັກໂນໂລຊີນຳໃຊ້ເຄື່ອນທີ່ຍັງແພງຫຼາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນໂຄງການ ແລະ ນະໂຍບາຍໜູນຊ່ວຍຂອງລັດຖະບານ, ຊາວກະສິກອນຄ່ອຍໆເປັນເຈົ້າການດ້ານເຕັກນິກ ແລະ ສຳຜັດກັບຕະຫຼາດ. ອ້າຍ ພົງພັດ ແກ້ວພະເນົາ, ຊາວກະສິກອນໜຸ່ມທີ່ໄດ້ໝູນໃຊ້ ແລະ ປ່ຽນໃໝ່ເຕັກໂນໂລຊີ ຂອງແຂວງ ມະຫາ ສາຣະຄາມ, ໃຫ້ຮູ້ວ່າ:

ສຽງອ້າຍ ພົງພັດ ແກ້ວພະເນົາ

        ນອກຈາກການໝູນໃຊ້ບັນດາໂຄງການໜູນຊ່ວຍຄື: “ຊາວກະສິກອນສະຫຼາດ - Smart Farmers”, ລັດຖະບານ ໄທ ກໍ່ໝູນໃຊ້ບັນດານະໂຍບາຍບຸລິມະສິດພິເສດຄື: ຍົກເວັ້ນອາກອນລາຍຮັບຂອງວິສາຫະກິດໃນເວລາ 5 ປີໃຫ້ແກ່ບັນດາວິສາຫະກິດໝູນໃຊ້ເຕັກໂນໂລຊີທັນສະໄໝໃນການຜະລິດໃນພາກພື້ນກະສິກຳພາກເອກະຊົນ. ນອກຈາກນັ້ນ, ລັດຖະບານກໍ່ສຸມໃສ່ສ້າງບັນດາສູນກະສິກຳ ແລະ ສະບຽງອາຫານຕາມທິດ 4.0 ຢູ່ເຂດຕ່າງໆ ເພື່ອໜູນຊ່ວຍຊາວກະສິກຳ.

        ອາດເວົ້າໄດ້ວ່າ, ດ້ວຍບັນດານະໂຍບາຍແທດຈິງ ແລະ ມີປະສິດທິຜົນນັ້ນ, ໄທ ບໍ່ພຽງແຕ່ກຽມພ້ອມໃຫ້ແກ່ພື້ນຖານກະສິກຳ 4.0 ເທົ່ານັ້ນ ຫາກຍັງມຸ່ງໄປເຖິງການປະຕິບັດຄາດໝາຍເພີ່ມລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນຂຶ້ນເຖິງທົບ 7 ເທົ່າ ໃນໄລຍະເວລາ 20 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ