​ໄທ - ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ນັກ​ທ່ອງ​ທ່ຽວຫວຽດນາມ

(VOVWORLD) -ໂດຍມີທີ່ຕັ້ງພູມສັນຖານຢູ່ໃກ້ກັນ, ມີວັດທະນະທໍາທີ່ເປັນເອກະລັກ, ມີສູນສັບພະສິນຄ້າທັນສະໄໝຫຼາຍແຫ່ງ, ການບໍລິການທີ່ສະດວກ, ອາຫານການກິນແຊບຊ້ອຍ, ລາຄາເໝາະສົມ ແມ່ນສິ່ງທີ່ດຶງດູດແຂກທ່ອງທ່ຽວຫວຽດນາມມາຢ້ຽມຢາມໄທນັບມື້ນັບຫຼາຍ. ສິ່ງດັ່ງກ່າວ ກໍປະກອບສ່ວນອະທິບາຍໃຫ້ແກ່ເລື່ອງ ໄທ ໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ທ່ອງທ່ຽວອັນດັບໜຶ່ງ ຂອງແຂກທ່ອງທ່ຽວຫວຽດນາມ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນແຜນການໄປທ່ອງທ່ຽວຂອງເຂົາເຈົ້າໃນປີ 2020. ນີ້ແມ່ນຜົນຂອງການສໍາຫຼວດກ່ຽວກັບທ່າອ່ຽງໄປທ່ອງທ່ຽວຕ່າງປະເທດຂອງນັກທ່ອງທ່ຽວຫວຽດນາມ ໂດຍບໍລິສັດ Outbox Consulting ຈໍາກັດ ຫໍກໍ່ໄດ້ປະກາດ. ໃນນັ້ນ, 81, 6% ຊາວຫວຽດນາມຫຼາຍກວ່າ 1000 ຄົນ ເຊິ່ງຢູ່ໃນເກນອາຍຸແຕ່ 20 – 50 ປີ ທີ່ເຂົ້າຮ່ວມການສໍາຫຼວດ ໄດ້ເລືອກປະເທດ ໄທ - ເຊິ່ງໄດ້ຮັບການຂະໜານນາມວ່າ ແມ່ນ ດິນແດນແຫ່ງເມືອງຍິ້ມ”.
​ໄທ - ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ນັກ​ທ່ອງ​ທ່ຽວຫວຽດນາມ - ảnh 1ວັດຊຽງໃໝ່

        “ໃນໄລຍະພັກແລ້ງຂອງປີກາຍນີ້, ຂ້າພະເຈົ້າ ພ້ອມກັບໝູ່ຂອງຕົນ ໄດ້ໄປທ່ອງທ່ຽວ ບາງກອກ - ພັດທະຍາ  5 ວັນ 4 ຄືນ. ຂ້າພະເຈົ້າມີຄວາມຮູ້ສຶກວ່າ ປະເທດໄທ ສວຍງາມຫຼາຍ, ມີຈຸດວັດທະນະທໍາຫຼາຍຢ່າງທີ່ເປັນເອກະລັກ, ການທ່ອງທ່ຽວ ໄທ ກໍພັດທະນາຫຼາຍ, ທັນສະໄໝ, ອາຫານການກິນແຊບຊ້ອຍ. ຖ້າມີໂອກາດ, ຂ້າພະເຈົ້າຢາກໄປທ່ຽວປະເທດ ໄທ ອີກ ເພື່ອຄົ້ນຫາບັນດາສະຖານທີ່ໃໝ່ຢູ່ໄທ ຄື: ແຂວງ ການຈະນະບູລີ, ຊຽງໃໝ່, ຊຽງລາຍ ຫຼື ບັນດາສະຖານທີ່ຢູ່ທາງພາກໃຕ້ ຄື ເກາະພີໆ”.

        “ຂ້າພະເຈົ້າໄດ້ໄປທ່ຽວຢູ່ຫຼາຍປະເທດແລ້ວ, ຕົວຢ່າງຄື: ມາເລເຊຍ, ສິງກະໂປ, ໄທ... ແຕ່ ຖ້າຫາກວ່າຈະໄປທ່ຽວຢູ່ບັນດາປະເທດ ອາຊີ ໃດໜຶ່ງອີກນັ້ນ ຂ້າພະເຈົ້າຢາກໄປທ່ຽວປະເທດ ໄທກວ່່າ. ໄປທ່ຽວຢູ່ປະເທດ ໄທ ແມ່ນຄັກທີ່ສຸດ. ສໍາລັບຄອບຄົວຂ້າພະເຈົ້າ ແມ່ນມີທັງຜູ້ເຖົ້າ, ຜູ້ໜຸ່ມ, ເດັກນ້ອຍ ສະນັ້ນ ຕ້ອງເລືອກເອົາສະຖານທີ່ໃດໜຶ່ງທີ່ເໝາະສົມກັບທຸກແພດທຸກໄວ, ມີທັງບ່ອນພັກຜ່ອນບໍາລຸງສຸຂະພາບ, ບ່ອນທ່ອງທ່ຽວທາງດ້ານວັດທະນະທໍາທີ່ສັກສິດ, ຜູ້ເຖົ້າມັກໄປຢ້ຽມຊົມວັດວາອາຮາມ, ຜູ້ໜຸ່ມ ແລະ ເດັກນ້ອຍມັກອາບນໍ້າທະເລ, ຊອກຫາອາຫານການກິນ”.

        ໃນຊຸມປີມໍ່ໆມານີ້, ບັນດາສະຖານທີ່ທ່ອງທ່ຽວຂອງ ໄທ ຄື: ບາງກອກ - ພັດທະຍາ, ຊຽງໃໝ່, ຊຽງລາຍ... ແມ່ນບັນດາສະຖານທີ່ ເຊິ່ງນັກທ່ອງທ່ຽວ ຫວຽດນາມ ນິຍົມຊົມຊອບ. ເຖິງຢ່າງໃດກໍຕາມ, ມີໜ້ອຍຄົນທີ່ຮູ້ວ້າ “ກະແສຟອງທ່ອງທ່ຽວ” ປະເທດ ໄທຂອງຄົນຫວຽດນາມ ໄດ້ປະກົດມີກ່ອນນີ້ 20 ປີ. ທ່ານ ຕະຫຶວຈ໊ຽນ, ຜູ້ອໍານວຍການ ບໍລິສັດ CP Sunvina Travel ເຊິ່ງໄດ້ສ້າງຕັ້ງແຕ່ປີ 2007, ຜູ້ທີ່ເຄື່ອນໄຫວຢູ່ຕະຫຼາດ ໄທ ຫຼາຍກວ່່າ 10 ປີມານີ້ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເອງ ໄດ້ເຄື່ອນໄຫວໃນຂະແໜງທ່ອງທ່ຽວຢູ່ປະເທດ ໄທ ແຕ່ຊຸມປີ 1998 1999. ໃນຄາວນັ້ນ, ວິກິດການດ້ານການເງິນໄດ້ເຮັດໃຫ້ການທ່ອງທ່ຽວ ຢູ່ ໄທ ມີຄວາມດູດດື່ມ. ກ່ອນທີ່ເກີດວິກິດການດ້ານເສດຖະກິດ - ການເງິນ, 1 USD ແລກໄດ້ 25 ບາດ ສະກຸນເງິນໄທ. ເມື່ອເກີດການວິກິດການດ້ານການເງິນແລ້ວ, ບາງເທື່ອ 1 USD ແລກໄດ້ 50 ບາດ. ເວລານັ້ນ, ສິນຄ້າທຸກຊະນິດທີ່ໄດ້ວາງຂາຍເປັນເງິນບາດ ລ້ວນແຕ່ຫຼຸດລາຄາ 50% ສະນັ້ນ ການໄປທ່ອງທ່ຽວປະເທດໄທ ມີຄວາມດູດດື່ມຫຼາຍ”.

        ທ່ານ ຈ໊ຽນ ໃຫ້ຮູ້ຕື່ມອີກວ່າ: ລາຄາຂອງ tour ໄປທ່ອງທ່ຽວປະເທດ ໄທ ໃນຊຸມປີ 1997 – 1998 ແມ່ນປະມານ 450 – 500 USD, ເຊິ່ງສ່ວນຫຼາຍແມ່ນໄປທ່ຽວ ບາງກອກ - ພັດທະຍາ. ເຖິງຢ່າງໃດກໍຕາມ, ມີນັກທ່ອງທ່ຽງຫຼາຍຄົນ ໄປທ່ຽວມາ ຍັງໄດ້ກໍາໄລອີກ ເພາະວ່າ ເຂົາເຈົ້າຍາດແຍ່ງເວລາໄປຊື້ເຄື່ອງມາຂາຍຕໍ່ ຫຼື ຊື້ມາໃຊ້ໃນຄອບຄົວຄື ໂທລະທັດ, ເຄື່ອງໃຊ້ສອຍ... ໄລ່ມາຮອດປັດຈຸບັນ, ນອກຈາກບັນດາລາຍການທ່ອງທ່ຽວ ບາງກອກ - ພັດທະຍາແລ້ວ, ບັນດາບໍລິສັດທ່ອງທ່ຽວ ຍັງເປີດບັນດາລາຍການທ່ອງທ່ຽວຈຸດໃໝ່ອີກດ້ວຍ ເພາະວ່າ ມັນມີການເຊື່ອມຕໍ່ບັນດາສາຍການບິນໂດຍກົງກັບບັນດານະຄອນທ່ອງທ່ຽວລະຫວ່າງຫວຽດນາມ ແລະ ໄທ. ໜຶ່ງໃນບັນດາລາຍການທ່ອງທ່ຽວໃໝ່ ເຊິ່ງບໍລິສັດ CP Sunvina Travel ແລະ ບໍລິສັດ SV Travel  ຍູ້ແຮງ ແມ່ນລາຍການທ່ອງທ່ຽວຄົ້ນຫາ ຊຽງໃໝ່ - ຊຽງລາຍ ແລະ ລາຍການທ່ອງທ່ຽວພັກຜ່ອນບໍາລຸງສຸຂະພາບຢູ່ພູເກັດ. ຜູ້ຕາງໜ້າບໍລິສັດໃຫ້ຮູ້ວ່າ:

        “ປັດຈຸບັນ, ລາຍການທ່ອງທ່ຽວ ໄປ ຊຽງໃໝ່ ພວມມີໂປໂມຊັນ ດ້ວຍລາຄາພຽງແຕ່ 8.900.000 9.900.000 ດົ່ງ ຕໍ່ລາຍການຄົບວົງຈອນ ໃນ 4 ວັນ 3 ຄືນ. ນັບແຕ່ເມືອ່ມີສາຍການບິນໂດຍກົງກໍ່ໄດ້ສ້າງຄວາມສະດວກຫຼາຍເທົ່າ. ເພາະວ່າ ກ່ອນນີ້ຕ້ອງລົງຈອດຢູ່ບາງກອກ ແລ້ວຈຶ່ງໄປຕໍ່ໄດ້ ສະນັ້ນ ລາຄາຈະສູງກວ່າ 10 ລ້ານດົ່ງ. ກົມໃຫຍ່ການທ່ອງທ່ຽວ ໄທ ກໍສະໜັບສະໜູນໃຫ້ແກ່ວິສາຫະກິດໂຄສະນາບັນດາສະຖານທີ່ທ່ອງທ່ຽວຂອງໄທ”.

        “ບັນດາສະຖານທີ່ໃໝ່ຄື ຊຽງໃໝ່ ແມ່ນມີວັດວາອາຮາມຫຼາຍແຫ່ງງາມຫຼາຍ, ເຊ່ິງເປັນເອກະລັກຂອງ ໄທ ແລະ ຍັງມີງານບຸນປ່ອຍໂຄມໄຟ ແລະ ງານບຸນຫົດນໍ້າອີກດ້ວຍ. ພູເກັດ ມີເກາະພີໆ, ນໍ້າທະເລຢູ່ທີ່ນີ້ກໍຂຽວ, ໃສງາມຫຼາຍ. ລາຍການໄປທ່ອງທ່ຽວ ຊຽງໃໝ່ ແລະ ພູ ເກັດແມ່ນໄດ້ເປີດຂາຍໃນຍາມພັກແລ້ງ”.

​ໄທ - ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ນັກ​ທ່ອງ​ທ່ຽວຫວຽດນາມ - ảnh 2ວັດໂພ ຢູ່ ບາງກອກ

        ຕາມກົມໃຫຍ່ທ່ອງທ່ຽວ ໄທແລ້ວ, ປະລິມານແຂກທ່ອງທ່ຽວຫວຽດນາມ ໄປທ່ອງທ່ຽວ ຢູ່ ໄທ ນັບມື້ນັບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນໄລຍະ 3 – 7 ປີມານີ້. ຈໍານວນແຂກທ່ອງທ່ຽວໃນຊຸມປີ 2016 – 2017 ແມ່ນຫຼາຍກວ່າ 800 – 900 ພັນເທື່ອຄົນ ແລະ ຮອດປີ 2018 ບັນລຸ 1 ລ້ານເທື່ອຄົນ ແລະລອດເຂົ້າ Top 10 ຕະຫຼາດທີ່ມີຈໍານວນແຂກທ່ອງທ່ຽວໄປທ່ຽວ ໄທ ຫຼາຍທີ່ສຸດ.

ສິ່ງທີີ່ໜ້າສົນໃຈນັ້ນແມ່ນ, ມີແຂກທ່ອງທ່ຽວຫຼາຍຄົນ ໄປແລ້ວ ຢາກໄປ ໄທ ອີກຫຼາຍຄັ້ງ.

        “ມີເທື່ອໜຶ່ງ, ຂ້າພະເຈົ້າໄດ້ໄປປະເທດໄທ, ຂ້າພະເຈົ້າເຫັນວ່າ ຄົນ ໄທ ມີຫຼາຍຈຸດທີ່ຈັບອົກຈັບໃຈຫຼາຍ ແລະ ດຽວນີ້ ຢາກໄປ ໄທ ອີກ ເພື່ອຄົ້ນຫາບັນດາຈຸດທີ່ແຕກຕ່າງກັນຂອງ ໄທ, ຢາກລອງເບິ່ງວ່າ ບັນດາສິ່ງເຫຼົ່ານັ້ນ ມັນມີຫຍັງແດ່ທີ່ໜ້າຈັບອົກຈັບໃຈແທ້”.

        “ຄົນ ໄທ ເຮັດການບໍລິການທ່ອງທ່ຽວ ໄດ້ດີຫຼາຍ. ເມື່ອໄປຮອດໄທ, ຂ້າພະເຈົ້າສາມາດຖາມຂໍ້ມູນນໍາ ໂຮງແຮມ ຫຼື ຄົ້ນຫານໍາ ອິນເຕີແນັດກໍມີ. ສໍາລັບການໄປມາ, ເມື່ອໄປຮອດບັນດາສະຖານທີ່ທ່ອງທ່ຽວ ຈະມີບັນດາລາຍການທ່ອງທ່ຽວພາຍໃນ ຫຼື ຈ້າງລົດໄປເອງກໍໄດ້”.

​ໄທ - ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ນັກ​ທ່ອງ​ທ່ຽວຫວຽດນາມ - ảnh 3

ອ່າວພັງງາ  

        ກົມໃຫຍ່ການທ່ອງທ່ຽວ ໄທ ໃຫ້ຮູ້ວ່າ: ໃນ 11 ເດືອນຕົ້ນປີ 2019, ມີນັກທ່ອງທ່ຽວ ຫວຽດນາມ ປະມານ 900.000 ຄົນ ໄປທ່ຽວຢູ່ປະເທດ ໄທ. ກົມໃຫຍ່ການທ່ອງທ່ຽວ ໄທ ກໍາລັງຂຶ້ນແຜນໂຄສະນາເຖິງບັນດາແຂວງ, ນະຄອນຂອງຫວຽດນາມ ເພື່ອແນໃສ່ສົ່ງເສີມໃຫ້ແກ່່ແຂກທີ່ໄປທ່ຽວ ໄທ ຄັ້ງທໍາອິດຫຼາຍກວ່າອີກ. ນັບແຕ່ເດືອນ ຕຸລາ ເປັນຕົ້ນໄປ, ກົມໃຫຍ່ການທ່ອງທ່ຽວ ໄທ ໄດ້ເຮັດວຽກກັບບັນດາບໍລິສັດທ່ອງທ່ຽວ ຢູ່ແຂວງຍາຈາງ ແລະ ເກິ່ນເທີ ຂອງຫວຽດນາມ ເພື່ອໂຄສະນາບັນດາລາຍການທ່ອງທ່ຽວ ໄປ ໄທ ແລະ ໄດ້ມີ 100 ຄົນຊື້ບັນດາລາຍການທ່ອງທ່ຽວດັ່ງກ່າວ. ໃນຊຸມປີຕໍ່ໄປ, ກົມໃຫຍ່ການທ່ອງທ່ຽວ ໄທ ຈະຮ່ວມສໍາພັນກັບບັນດາບໍລິສັດທ່ອງທ່ຽວຄື TripU  ແລະ iVIVU.com ເພື່ອໃຫ້ນັກທ່ອງທ່ຽວ ສາມາດຈອງປີ້ໂດຍກົງໃນເວັບໄຊດັ່ງກ່າວ./.

ຕອບກັບ

ຂ່າວ/ບົດ​ອື່ນ