ຄັດສະເໜີ ແລະ ຕອບບາງຄຳຖາມທີ່ໜ້າສົນໃຈ

ອາທິດ​ຜ່ານ​ມາ, ພາກ​ພາສາ ລາວ ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ ອີ​ແມວ, ​ໂທລະສັບ, ຈົດໝາຍ 6 ສະບັບ​ຈາກ​ທ່ານ​ຜູ້​ຟັງລາວ. ​ໃນ​ນັ້ນ, ມີ​ບາງ​ຈົດໝາຍ​ໄດ້​ຍ້ອງຍໍ​ບົດ​ຕ່າງໆ​ຂອງ​ລາຍການ, ນອກ​ນັ້ນ, ທ່ານ​ຜູ້​ຟັງ​ກໍ່ຕັ້ງ​ບາງຄຳ​ຖາມ​ຈຳນວນ​ໜຶ່ງ​, ​ກ່ຽວ​ກັບນະ​ໂຍບາຍ​ຕ່າງໆ​ຂອງ ຫວຽດນາມ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ​” ພາກ​ນີ້, ພວກ​ເຮົາ​ຂໍຄັດ​ສະ​ເໜີ ​ແລະ ຕອບ​ບາງ​ຄຳ​ຖາມ​ທີ່​ໜ້າ​ສົນ​ໃຈ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

      ທ່ານ​ ມາ​ໄລ​ວັນ, ​ແຂວງ ບໍລິຄ​ຳ​ໄຊ ​ໄດ້​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ ​ໂດຍ​ໃຫ້​ຮູ້​ວ່າ: ​ເມື່ອ​ໄດ້​ຮັບ​ຟັງ​ບົດ “ຊາຍຫນຸ່ມຄົນຫນຶ່ງໄປເຖິງ 10 ປະເທດສະມາຊິກອາຊຽນ ເພື່ອໂຄສະນາ ຫວຽດນາມ”, ຊາຍ​ໜຸ່ມ​ຊາວ ຫວຽດນາມ ຄົນ​ນັ້ນ, ອາຍຸ​ຍັງ​ໜຸ່ມ​ຢູ່, ພຽງ 26 ປີ ​ເທົ່າ​ນັ້ນ​. ​ໃນ​ການເດີນທາງ​ມາ​ເປັນ​ເວລາ 30 ວັນຜ່ານ 10 ປະ​ເທດ ອາ​ຊຽນ, ປະຕິບັດ​ການ​ສຳພາດ​ປະຊາຊົນ​ປະ​ເທດ​ປະຈຳ​ຖິ່ນເກືອບ 100 ຄັ້ງເພື່ອ​ຮັບ​ຟັງ​ເຂົາ​ເຈົ້າ​ຕີ​ລາຄາ​ແນ​ວ​ໃດ, ມີ​ຄວາມ​ຄິດ​ແນວ​ໃດແລະເຂົ້າ​ໃຈ​ຄື​ແນວ​ໃດ​ກ່ຽວ​ກັບ​ຫວຽດນາມ​. ຂ້າພະ​ເຈົ້າ ມັກ​ບົດ​ນີ້​ຫຼາຍ ​ແລະ ຕີ​ລາຄາ​ສູງ​ຈິດ​ໃຈ​ຂອງ​ເພື່ອນ​ໜຸ່ມ ຫວຽດນາມ ທີ່​ສຸດ. ນອກຈາກ​ນັ້ນ​ແລ້ວ, ຜ່ານ​ບົດ “ນັກ​ສຶກສາ ອາສາ​ສະ​ໝັກ ຟູ໋ອຽນ ມຸ່ງ​ໄປ​ສູ່​ເຂດ​ຊົນນະບົດ”, ຂ້າພະ​ເຈົ້າ​ກໍ່​ເຫັນ​​ໄດ້​ລັກສະນະ​ປະຈັນບານ​ຂອງ​ລຸ້ນໜຸ່ມ. ຜ່ານ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຕ່າງໆ​ຂອງ​ນັກ​ສຶກສາ ຟູ໋ອຽນ ກໍ່​ເຮັດ​ໃຫ້​ໂສມ​ໜ້າ​ເຂດ​ຊົນນະບົດ ​ໄດ້​ຮັບ​ການ​ປົວ​​ແປ​ງພໍ​ສົມຄວນ.

    ໃນ ອີ​ແມວ ຝາກ​ເຖິງ​ລາຍການ, ​ເພື່ອນ ວາງ​ລາວ​ລີ, ​ແຂວງ ວຽນ​ຈັນ ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດກ່ຽວ​ກັບ ພະລາດ​ຊະ​ວັງ ທັງ​ລອງ - ມໍລະດົກ​ວັດທະນະທຳ​ໂລກ. ພິ​ເສດ​ກ່ວາ​ໝູ່​ແມ່ນ​ການພັນ​ລະນາ​ຢ່າງ​ລະອຽດຂອງ​ສາດສະດາຈານ​ປະ​ຫວັດ​ສາດ​ທ່ານ​ໜຶ່ງ​ກ່ຽວ​ກັບ​ພະ​ລາຊະ​ວັງ​ນີ້​ວ່າ: ບັນດາ​ປູຊະນີຍະສະຖານ​ທີ່ໄດ້​ຄົ້ນ​ພົບ​ຢູ່​ທີ່​ນີ້ຄື​ດັ່ງ​ປື້​ມຫົວ​ຫນຶ່ງ​ທີ່​ໄດ້​ຮັບ​ການເປີດອອກ. ​ຢູ່ໃຕ້​ພື້ນດິນ​ເລິກປະມານ​​ 4 ​ແມັດແມ່ນ​ຊັ້ນສະ​ແດງ​ໃຫ້​ເຫັນ​ພື້ນຖານວັດທະນະທຳ​ວັດຖຸບູຮານ​ຂອງ​ກຳ​ແພງ ດ້າຍ​ລາ, ໄລຍະ​ທຳ​ອິດ​ຂອງ ທັງ​ລອງ. ​ໃຕ້​ພື້ນ​ດິນ 3 ​ແມັດແມ່ນ​ຊັ້ນ​ວັດທະນະທຳ​ສະ​ໄຫມ​ລາຊະວົງ ລີ (ສັດຕະວັດ​ທີ 11-12), ສ່ວນຢູ່​ໃຕ້​ພື້ນ​ດິນ 2 ​ແມັດແມ່ນ​ຊັ້ນວັດທະນະທຳ​ສະ​ໄຫມ​ລາຊະວົງເຈີນ (​ແຕ່​ສັດຕະວັດ​ທີ 13)​. ບົດ​ຂຽນດັ່ງກ່າວ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ, ຂ້າພະ​ເຈົ້າ​ມັກ​ບົດ​ນີ້​ທີ່​ສຸດ. ຜ່າ​ນບົດຂຽນ​ດັ່ງກ່າວ​ຂ້າພະ​ເຈົ້າ​ກໍ່​ສາມາດ​ນຶກ​ເຫັນ​ສ່ວນ​ໃດ​ໜຶ່ງ​ຂອງ ພະລາດ​ຊະ​ວັງ ທັງ​ລອງ.

ຄັດສະເໜີ ແລະ ຕອບບາງຄຳຖາມທີ່ໜ້າສົນໃຈ - ảnh 1

ພະລາຊະວັງທັງລອງ

    ສ່ວນ​ທ່ານ ຄຳ​ຫຼ້າ, ​ແຂວງ ​ໄຊ​ຍະ​ບູລີ ​ໄດ້​ຝາກອີ​ແມວ ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: ໄລຍະ​ມໍ່​ໆ​ມາ​ນີ້, ​ເມື່ອຮັບ​ຟັງ​ຂ່າວ ​ແລະ ບົດ​ຕ່າງໆ​ຂອງ​ພາກ​ພາສາ​ລາວ, ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ຂ່າວ​ຕ່າງໆ​ກ່ຽວ​ກັບ​ແຜນ​ຮ່າງ “ພັດທະນາ​ການ​ແພດ​ທະ​ເລ, ໝູ່​ເກາະ ຫວຽດນາມ ຮອດ​ປີ 2020”, ຂ້າພະ​ເຈົ້າ​ຢາກ​ຮູ້​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ແຜນ​ຮ່າງ​ດັ່ງກ່າວ​ໄດ້​ບໍ່?

    ທ່ານ ຄຳ​ຫຼ້າ​ທີ່ ​ເຄົາລົບ, ວັນ​ທີ 7/2/2013, ທ່ານນາຍົກລັດຖະມົນຕີ​ ຫວຽດນາມ ​ໄດ້ຕົກລົງ​ອະນຸມັດ​ຜ່ານ​ແຜນ​ຮ່າງ “ພັດທະນາ​ການ​ແພດ​ທະ​ເລ, ໝູ່​ເກາະ ຫວຽດນາມ ຮອດ​ປີ 2020” ດ້ວຍ​ເນື້ອ​​ໃນ​ຕົ້ນ​ຕໍ່​ດັ່ງ​ຕໍ່​ໄປ​ນີ້:

ກ່ຽວ​ກັບ​ຈຸດໝາຍ​ຂອງ​ແຜນ​ຮ່າງ: ​ແມ່ນປັບປຸງ​ເຄືອ​ຂ່າຍ​ສາທາລະນະ​ສຸກ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ແລະ ​ເໝາະ​ສົມ​ກັບ​ລັກສະນະ​ພິ​ເສດ, ສະ​ເພາະ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ຂອງ​ປະຊາຊົນ​ເຂດ​ທະ​ເລ, ໝູ່​ເກາະ. ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ການ​ແພດ​ຄົບ​ຖ້ວນ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປົກ​ປ້ອງ, ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະຊາຊົນ​ເຂດ​ທະ​ເລ, ໝູ່​ເກາະ. ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ປະຖົມພະຍາບານ ​ແລະ ພະຍາບານ​ສຸກ​ເສີນ, ຂົນ​ສົ່ງ, ກວດ ​ແລະ ປິນປົ່ວ​ພະຍາດ, ປ້ອງ​ກັນ, ຕ້ານ​ໂລກ​ພະ​ຍາດ ​ແລະ ບັນດາ​ພະຍາດ​​ສະ​ເພາະ​ສຳລັບເຂດ​ທະ​ເລ, ໝູ່​ເກາະ. ປະກອບ​ຄຳຮູ້​ໃຫ້​​ແກ່​ປະຊາຊົນ​ເຂດ​ທະ​ເລ, ໝູ່​ເກາະ​ເພື່ອ​ສາມາດ​ປົກ​ປ້ອງ​ສຸ​ຂະ​ພາບ​​ເອງ, ​.​.​.​​​.​.​  ​ແລະ ນຳ​ຄົນ​ເຈັບ​ເຖິງ​ບັນດາ​ຮາກ​ຖານ​ພະຍາບານ​ສຸກ​ເສີນ​ຢູ່​​ເຂດ​ທະ​ເລ, ໝູ່​ເກາະ. ປະຕິບັດ​ບັນດາ​ຂໍ້​ກຳນົດ​ສາກົນ​ກ່ຽວ​ກັບ​ຮັບປະກັນ​ການ​ແພດ​ໃຫ້ການ​ເຄື່ອນ​ໄຫ​ວບົນ​ທະ​ເລຢ່າງ​ຄົບ​ຖ້ວນ.

ບັນດາ​ຄາດໝາ​ຍຕົ້ນ​ຕໍ່​ຮອດ​ປີ 2020 ຄື: ປະກາດ​ໃຊ້ມາດຕະຖານ​ກ່ຽວ​ກັບ​ການ​ແພດ​ເຂ​ດທະ​ເລ, ໝູ່​ເກາະ. ບຳລຸງ​ສ້າງ​ທ່ານໝໍ​ກ່ຽວ​ກັບ​ການ​ແພດ​ທະ​ເລ​ເພື່ອ​ມີ​ຄວາມ​ສາມາດ​ພະຍາບານ​ສຸກ​ເສີນ, ກວດ ​ແລະ ປິນປົ່ວ​​ບັນດາ​ພະຍາດ​ສະ​ເພາະ​​ເຂດ​ທະ​ເລ.​.​. 100% ຈຳນວນສູນ​ການ​ແພດ​ສຳຮອງ​ຂອງ​ບັນດາ​ແຂວງ, ນະຄອນ​​ແຄມ​ທະ​ເລ ​ແລະ ​ແຕ່ລະ​ຂະ​ແໜງ​​ເສດຖະກິດ​ທະ​ເລ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ປ້ອງ​ກັນ​ຕ້ານ​ພະຍາດ​ອາຊີ​ບ, ປ້ອງກັນ, ຕ້ານ​ພະຍາດ​ໃຫ້​ປະຊາຊົນ, ກຳລັງ​ແຮງ​ງານ​ເຂດ​ທະ​ເລ, ໝູ່​ເກາະ. 100% ຈຳນວນຄົນງານ​ຢູ່​ບັນ​ດາ​ກຳ​ປັ່ນ, ​ເຮືອນຮ້ານ​ມີ​ຄວາມ​ຮູ້​ຢ່າງ​ພຽງພໍ​ເພື່ອ​ປົກ​ປ້ອງສຸ​ຂະ​ພາບ​ເອງ. 100% ຈຳນວນກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ບົນ​ທະ​ເລ ປະຕິບັດ​ບັນດາ​ຂໍ້ກຳນົດ​ສາກົນ​ກ່ຽວ​ກັບ​ການ​ຮັບປະກັນ​ການ​ແພດ​ທະ​ເລ.

ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການທ່ານສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ