ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 194 ສະ​ບັບຈາກ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ການຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
ງານ​ບຸນ ວູ​ລານ (ງານ​ບຸນ​ຕອບ​ບຸນ​ແທນ​ຄຸນ)
(ພາບ​ປະ​ກອບ: vinhnghiemvn.com)

ເພື່ອນ​ວັນ​ດີ ວິ​ໄລ​ວົງ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ໄດ້​ໂທ​ລະ​ສັບ​ມາ​ລ​າຍ​ການ​ຢາກ​ຊອກ​ຮູ້ກ່ຽວ​ກັບ​ງານ​ບຸນ ວູ​ລານ (ງານ​ບຸນ​ຕອບ​ບຸນ​ແທນ​ຄຸນ) ຂອ​ງ​ບັ​ນ​ດາພຸດ​ທະສາ​ສະ​ນິກ​ກະ​ຊົນ ຢູ່​ຫວຽດ​ນາມ. ວັນ​ບຸ​ນ ວຸ​ລານ ມີ​ຄວາມ​ໝາຍ​ຄື​ແນວ​ໃດ?

        ເພື່ອນ​ວັນ​ດີ ວິ​ໄລ​ວົງ ທີ່​ຮັກ​ແພງ, ວັນ​​ເພງ​ເດືອນ 7 (ໄລ່ຕາມ​ຈັນ​ທະ​ປະ​ຕິ​ທິນ​ຫວຽດ​ນາມ) ​ແຕ່​ລະ​ປີ, ແມ່ນ​ຈຸດ​ເວ​ລາ​ເພື່ອໃຫ້​ປະ​ຊາ​ຊົນ​ກະ​ກ​ຽມໃຫ້​ງານ​ບຸນ ວູ​ລານ (ງານ​ບຸນ​ຕອບ​ບຸນ​ແທນ​ຄຸນ), ເຊິ່ງ​ແມ່ນ​​ຈຸ​ວັດ​ທະ​ນະ​ທຳ​​ອັນ​ດີ​ງາມ​ທີ່​ມີມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດ​ນາມ. ວັນ​ບຸນ ວູ​ລານ ແມ່ນ​ໂອ​ກາດ​ເພື່ອບອກ​ສອນ, ຕັກ​ເຕື່ອນ​ໃຫ້​ລຸ້ນ​ລູກ​ລຸ້ນ​ຫຼານ​ຈົດ​ຈຳ​ບຸນ​ຄຸນປູ​ຍາ​ຕາ​ຍາຍພໍ່​ເຖົ້າ, ແມ່​ເຖົ້າ, ພໍ່​ແມ່​ຜູ້​ທີ່​ໄດ້​ກຳ​ເນີດ, ລ້ຽງດ​ູ ແລະ ສຶກ​ສາ​ຕົນ​ເອງ ​ ກໍ​ຄືບັນ​ດາ​ວິ​ລະ​ຊົນຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ. ປະ​ຈຸ​ບັນ​, ງານ​ບຸນ ວູ​ລານ ບໍ່​ພຽງ​ແຕ່ມີ​ຄວາມ​ໝາຍ​ທາງ​ດ້ານ​ສາ​ສະ​​ໜາທີ່​ສັກ​ກະ​ລະ​ບຸ​ຊາ​ເທົ່າ​ນັ້ນ, ຫາກ​ຍັງ​​ກາຍ​ເປັນ “​ງານ​ບຸນ​​ວັດ​ທະ​ນະ​ທຳ​ແຫ່ງ​ສາຍ​ໃຈ​ມະ​ນຸດ” ອີ​ກ​ດ້ວຍ. ​ຄວາມ​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່, ​ຄວາ​ມ​ຮູ້​ບຸນ​ຄຸນ​ຕໍ່ປູ​ຍາ​ຕາ​ຍາຍ, ພໍ່​ເຖົ້າ, ແມ່​ເຖົ້າ ໄດ້ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ລະ​ຫວ່າງຜູ້​​ຍັງ​ມີ​ຊີ​ວິດຢູ່ ແລະ ຜູ​້​ໄດ້​ຫຼວງ​ລັບ​ໄປ ນັ້ນແມ່ນ​ມູນ​ເຊື້ອ​ອັນ​ສູງ​ສົ່ງ ແລະ ດີ​ງາ​ມໃນ​ວັດ​ທະ​ນະ​ທຳ​ຂອງ​​ຊາວຫວຽດ​ນາມ. ມີ​ຄວາມ​ງາມ​ອີກ​ອັນ​ໜຶ່ງ, ​ໃນ​ວັນ​ບຸນ ວູ​ລານ ນັ້ນ ແມ່ນ​ພິ​ທີຕິດ​ດອກ​ກຸ​ຫຼາບ​ໃສ່​ໜ້າ​ເອິກ, ຜ​ູ້​ໃດ​ພໍ່​ແມ່​ຍັງ​ມີ​ຊີ​ວິດ​ຢູ່ ຈະ​ຕິດ​ດອດ​ກຸ​ຫຼາບ​ສີ​ແດງ, ສ່ວນ​ຜູ້​ໃດພໍ່​ແມ່​ເສຍ​ຊີ​ວິດ​ແລ້ວ ຈະ​ຕິດ​ດອກ​ກຸ​ຫຼາບ​ສີ​ຂາວ​​ໃສ່​ໜ້າ​ອຶກ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
ທ່ານ ສົມ​ພັນ ແພງ​ຄຳ​ມີ,ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ
 ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກິ​ມ​ລຽນ
(ພາບ: baonghean.vn)

ຜ່ານ Facebook, ເພື່ອນ ວຽງ​ຄຳ ແຂວງ​​ຊຽງ​ຂວາງ, ເພື່ອນ ຄຳ​ລ້າ ແຂວງ ຫົວ​ພັນ​ໃຫ້​ຮູ້​ວ່າ: ຂ້າ​ພ​ະ​ເຂົ້າ​ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ ແລະ ລາວ. ນອກ​ຈາກ​ບັນ​ດາ​ຂ່າວ/ບົດ​ ​ໃນ​ແວັບ​ໄຊ vovworld.vn ພາກ​ພາ​ສາ​ລາວ ແລ້ວ, ​ຍັງ​ມີການ​ເຄື່ອນ​ໄຫວ​​ອື່ນ​​ລະ​ຫວ່າງແຂວງ​ຕ່າງໆຂອງ 2 ປະ​ເທດ​ອີ​ກ​ດ້ວຍ. ຜ່ານ​ລາຍ​ການ, ຂ້​າ​ພະ​ເຈົ້າ​ຢາກ​ໄດ້​​ຮັບ​ຟັງ​ລວບ​ລວມ​ກ່ຽວ​ກັບການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ອາ​ທິດ​ຜ່ານ​ມາ.

       ເພື່ອນ ວຽງ​ຄຳ ແລະ ເພື່ອນ ຄຳ​ລ້າ ທີ່​ຮັກ​ແພງ. ນອກ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ເຊິ່ງ ພາກ​ພາ​ສາ​ລາວ, VOV5 ໄດ້​ໃຫ້​ຂ່າວ​ເຖິງ​ທ່ານ​ຜູ້​ຟັງ​ແລ້ວ, ຍັງ​ມີ​ການ​ເຄື່ອນ​ໄຫວອື່ນໆ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ປະ​ເທດ​ອີກ​ດ້ວຍ. ຜ່ານ​ລາຍ​ການນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​​ລວບ​ລວມບາງ​ຈຸດ​ພົ້ນ​ເດັ່ນໃນ​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ອາ​ທິດ​ຜ່ານ​ມາ​ຄື:

-        ໃນ​ວັນ​ທີ 18/08, ທ່ານ ສົມ​ພັນ ແພງ​ຄຳ​ມີ, ກ​ຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ລາວ ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກິ​ມ​ລຽນ (ຕາ​ແສງ​ກິ​ມ​ລຽນ, ເມືອງ ນາມ​ດ່ານ, ແຂວງ ເງ້ະ​ອານ). ຄະ​ນະ​ໄດ້​ມາ​ຖະ​ຫວາບ​ທູບ​ຖຽນ​ຕໍ່ດວງວິນ​ຍານ​ປະ​ທານ ໂຮ່​ຈິ​ມິນ, ສະ​ແດງ​ຄວາມ​ເຄົາ​ລົບ ແລະ ຄວາມຮູ້​ບຸນ​ຄຸນ​ອັນ​ໃຫຍ່​ຫຼວງ​ຕໍ່ປະ​ທານ​ໂຮ່​ຈິ​ມິນ - ຜູ້​ທີ່​ໄດ້​ສູ້​ຊົນ, ​ສະ​ຫຼະ​ຕະ​ຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປ່ອຍ​ຊາດຫວຽດ​ນາມ ແລະ ລາວ, ​ເພີ່ນ​ໄດ້ຕໍ່​ສູ້​ຢ່າງບໍ່​ຮູ້​ອິດ​​ບໍ່ຮູ້​ເມື່ອຍເພື່ອ​ສັນ​ຕິ​ພາບ ແລະ ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ພັກ, 2 ຊາດ​ຫວຽດ​ນາມ ແລະ ລາວ. ​

-         ​ວັນ​ທີ 18/08, ຢ​ູ່​ສຳ​ນັກ​ງານ​ກະ​ຊວງ​ສຶ​ກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ, ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ສຶ​ກ​ສາ ແລະ ບຳ​ລຸງ​ສ້າງ ຟຸ່ງ​ຊວນ​ຍ້າ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ປະ​ຕິ​ບັດ​ງານ​ລາວ, ໂດຍທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ສຶກ​ສາ ແລະ ກິ​ລາ​ລາວ ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ ນຳ​ໜ້າ. ຢູ່​ທີ່ນີ້, 2 ຝ່າຍ​ໄດ້​ປຶກ​ສາ​ຫາ​ລືບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ບຳ​ລຸງ​ສ້າງລະ​ຫວ່າງ 2 ປະ​ເທດ ເພື່ອ​ໃຫ້​ບັນ​ລຸ​ໄດ້​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ລັດ​ຖະ​ມົນ​ຕີ ຟຸ່ງ​ຊວນ​ຍ້າ ຢືນ​ຢັນ​ວ່າ, ຈຳ​ນວນ​ນັກ​ຮຽນ, ນັກ​ສຶກ​ສາ​ຂອງ 2 ປະ​ເທດ​ມາ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ ມີ​ທ່າ​ເພີ່ມ​ຂຶ້ນ ແມ່ນ​ສິ່ງ​ທີ່​ໜ້າ​ຊົມ​ຊື່​ນ. ທ່ານ​ລັດ​ຖະ​ມົນ​ຕີກໍ່​ເນັ້ນ​ໜັກ​ເຖິງ​ເລື່ອງ ຕ້ອງ​ຍູ້​ແຮງການ​ບ​ຳ​ລຸງ​ສ້າງດ້ານ​ພາ​ສາ, ແປ​ພາ​ສາ, ​ເພື່ອຊູກ​ຍູ້​ການ​ພົບ​ພັນ​ແລກ​ປ່ຽນ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ກວ່າ. ສ່ວນ​ທ່ານ​ນາງລັດ​ຖະ​ມົນ​ຕີ ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ໜູນ​ຊ່ວຍບ​ຳ​ລຸງ​ສ້າງໃຫ້​ລາວ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ຄື: ໄ​ຟ​ຟ້າ, ກະ​ສິ​ກຳ, ປ່າ​ໄມ້, ການ​ປະ​ມົງ…

-         ແລະ​ກໍ່​ໃນ​ອາ​ທິດ​ຜ່ານ​ມາ, ວັນ​ທີ 18/08, ຢູ່​ແຂວງ ກວາງ​ນາມ, ສະ​ຫະ​ພັນ​​ແຮງ​ງານ​ແຂວງ ກວາງ​ນາມ ໄດ້​ຈັດ​ພິ​ທີ​ລົງ​ນາມໃນ​ບົດ​ບັນ​ທຶກ​​ການ​ຮ່ວມ​ມືກັບ​ສະ​ຫ​ະ​ພັນ​ກຳ​ມະ​ບານ​ແຂວງ ຈຳ​ປາ​ສັກ (ລາວ) ໄລ​ຍະ 2016 – 2020. ຕາມນັ້ນ​ແລ້ວ, 2 ຝ່າຍ​ຈະ​ພົບ​ປະ​​ແລກ​ປ່ຽນຄະ​ນະ​ຜູ້​ແທນ 2 ປີ​ເທື່ອ​ໜຶ່ງ, ສຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ຄື: ບົດ​ຮຽນ​ໃນ​ການປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກຳ​ມະ​ກອນ ແລະ ຄົນ​ງານ; ພັດ​ທະ​ນາ​ອົງ​ການ​ກຳ​ມະ​ບານ ແລະ ສະ​ມາ​ຊິກ​ໃນວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ… ທ່ານ​ປະ​ທານ​ສະ​ຫະ​ພັນ​ແຮງ​ງານ​ແຂວງ ກວາງ​ນາມ ດັ້ງ​ວັນ​ເຈືອງ ໃຫ້​ຮູ້​ວ່າ, ຜ່ານ​ການ​ເຄື່ອນ​ໄຫວນີ້, ຈະ​ຍູ້​ແຮງການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ກຳ​ມະ​ບານ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ລາວ.

-        ແລະ​ກໍ່​ໃນ​​ລະ​ຫວ່າງວັນ​ທີ 18 – 19/08, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງໄປ​ສະ​ນີໂທ​ລະ​ຄົມ​ມະ​ນາ​ຄົມ ໄດ້ມີ​ການ​ເຮັດ​ວຽກ​ກັບ​ສູນຢັ້ງ​ຢືນເອ​ເລກ​ໂຕ​ນິກແຫ່ງ​ຊາດ (NEAC), ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ກ່ຽວ​ກັບ​ການ​ແລກ​ປ່ຽນການ​ຮ່ວມ​ມື, ຮໍ່າ​ຮຽນ​ເ​ອົາ​ບົດ​ຮຽນ​ໃນ​ຂົງ​ເຂດຢັ້ງ​ຢືນ​ລາຍ​ເຊັນດີ​ຈີ​ຕ​ອນ​ຂອງ​ຫວຽດ​ນາມ. ຜູ້​ອຳ​ນວຍ​ການ​ສູນ NEAC ລ້າ​ຮ່​ວາງ​ຈຸງ ແລະ ບັນ​ດາ​ພະ​ນັກ​ງານ​ຂອງ NEAC ໄດ້​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ກະ​ຊວງໄປ​ສະ​ນີໂທ​ລະ​ຄົມ​ມະ​ນາ​ຄົມ ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ຄື: ບົດ​ຮຽນ​ໃນ​ການ​ສ້າງ​ຕັ້ງ ແລະ ຄຸ​້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງອົງ​ການສະ​ໜອງ​ການຢັ້ງ​ຢືນ​ລາຍ​ເຊັນດີ​ຈີ​ຕອນ​ (Roor CA) ແຫ່ງ​ຊາດ; ກອບ​ກົດ​ໝາຍ​ໃນ​ຂົງ​ເຂດຢັ້ງ​ຢືນ​ລາຍ​ເຊັນ​ເອ​ເລກ​ໂຕ​ນິກ; ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ລາຍ​ເຊັນ​ດີ​ຈີ​ຕອນສາ​ທາ​ລະ​ນະ…

 ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ​ສາ​ມາດເຂົ້າ​ເວັບ​ໄຊ vovworld.vn ຫຼື vov5.vn ເພື່ອ​ແລກ​ປ່ຽນ​ຄຳ​ເຫັນ ແລະ ຈຳ​ວິ​ຈານ​ຂອງ​ຕົນ​ຜ່ານ​ບັນ​ດາ​​ລາຍ​ການ​ທີ່​ໄດ້​ລົງ​ໃນ​​ເວັບ​ໄຊດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ