ທົບ​ທວນຄື​ນບາງ​ຄຳ​ເຫັນ​ກໍ່​ຄື​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງຝາກ​ມາ​ລາຍການ​ໃນປີ 2014

(vovworld) – ​ໃນ​ປີ 2014 ຜ່ານມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ,ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ທົບ​ທ້ວນຄື​ນບາງ​ຄຳ​ເຫັນ​ ​ ກໍ່​ຄື​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ​ໃນ​ຕະຫຼອດ 1 ປີຜ່ານມາ. ​


ທົບ​ທວນຄື​ນບາງ​ຄຳ​ເຫັນ​ກໍ່​ຄື​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງຝາກ​ມາ​ລາຍການ​ໃນປີ 2014 - ảnh 1


        ​ໃນ​ປີ 2014, ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບຈົດໝາຍ 329 ສະບັບ, (​ລວມທັງ: ຈົດໝາຍ, ອີ​ແມວ, ​ໂທລະສັບ) ຈາກ​ທ່ານ​ຜູ້​ຟັງ​ຢູ່​ລາວ, ​ໄທ ​ແລະ ຫວຽດນາມ, ​ ເພີ່ມ​ຂຶ້ນ 11,6% ​ເມື່ອ​ທຽບ​ໃສ່​ກັບ​ປີ 2013. ​ໃນ​ນັ້ນ​ທ່ານ​ຜູ້​ຟັງ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຄື້ນ 1242 KHz ຟັງ​ແຈ້ງ​ດີ, ສຽງ​ຂອງ​​ໂຄສົກ​ກໍ່​ມ່ວນ ​ແລະ ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຟັງ​.

        ນອກຈາກ​ບັນດາ​ລາຍການ​ຄື: ຊາຍ​ຄາ​ອາ​ຊຽນ, ຊົນນະບົດ​ໃໝ່, ຊີວິດ​ສັງຄົມ… ບັນດາ​ພາບ​ສາລະ​ຄະດີ, ຂ່າວ​ພາບ, ຂ່າວ ວີ​ດີ​​ໂອ ກ່ຽວ​ກັບບັນດາ​ເຫດການ​ກ່ຽວ​ຂ້ອງ​ເຖິງ​ທຸກ​ຂົງ​ເຂດ​ຢູ່​ຫວຽດນາມໃນ​ເວັບ​ໄຊ vovworld.vn ​​ໄດ້​ຮັບ​ຄວາມ​ນິຍົມ​ ​ແລະ ຕີ​ລາຄາ​ສູງ​ຈາກ​ຜູ້​ຟັງ, ຜູ້​ຊົມ. ​ໃນ​ນັ້ນ​ເພື່ອນ ດາລາ​ວັນ ສິຫະລາດ ຢູ່​ແຂວງ​ຫົວພັນ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ລາຍການ​ພາກ​ພາສາ​ລາວ ວິທະ​ຍຸ​ກະຈາຍສຽງ​ຫວຽດນາມ (VOV) ຜ່ານ​ວິທະຍຸ ​ແລະ ອີນ​ເຕີ​ແນັ​ດ​ເປັນ​ປະຈຳ. ຫວ່າງ​ແລ້ວ​ນີ້, ​ໃນ​ລາຍການ​ພາບ​ສາລະ​ຄະດີ, ຂ້າພະ​ເຈົ້າ​ເຫັນ​ວ່າ​ໄດ້​ອັບ​ເດັດ​​ເຫດການ​ຕ່າງໆ​ ກໍ່​ຄື​​ງານ​ວາງ​ສະ​ແດງ​ຂອງ​ບັນດາ​ປ​ະ​ເທດ​ອາ​ຊຽນ ​ແລະ ​ໂລກ​. ຜ່ານ​ນັ້ນ, ​ໄດ້​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​​ບັນດາ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ. ສ່ວນ​​ເພື່ອນ ບາ​ລີ ​ແສງ​ຄຳ, ຢູ່​ແຂວງ​ຫົວພັນ ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ມັກ​ຊົມ​ລາຍການ​ວີ​ດີ​​​ໂອ ​ທີ່​ແປເປັນ​ພາສາ​ລາວ, ຜ່ານ​ນັ້ນຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ຫວຽດນາມ. ​ຫວັງ​ວ່າ, ໃນ​ໄລຍະ​ຈະ​ມາ​ເຖິງຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ຊົມ​ວີ​ດີ​ໂອ ທີ່​​ແປ​ເປັນ​ພາສາ​ລາວ ຫຼາຍ​ກວ່າ​ອີກ. ນອກຈາກ​ນັ້ນ, ​ເພື່ອນ ​ເພັດ​ສະ​ໝອນ ​ແກ້ວ​ດວງ​ດີ, ຢູ່​ແຂວງວຽງ​ຈັນ ຍັງ​ໃຫ້​ຮູ້​ວ່າ: ພາກ​ພາສາ​ລາວ, ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ (VOV5) ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລາວ​ ຢ່າງອຸດົມສົມບູນ​ ​ແລະ ທັນ​ການ, ຊ່ວຍ​ໃຫ້​ຂ້າພະ​ເຈົ້າ ​ແລະ ປະຊາຊົນ​ລາວ ​ເຂົ້າ​ໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ 2 ປະ​ເທດ​​​​ຫຼາຍ​ກວ່າ. ສ່ວນ​ທ່ານ​ເພັດ​ສະຫວັນ​ ສີ​ຊາ​ນົນ  ອະ​ດີດຮອງ​ປະທານ​ສະຫະພັນ​ກຳມະບານ​ແຂວງ​ອັດ​ຕະປື, ອະດີດ​ຫົວໜ້າ​ຮັບຜິດຊອບ​ອະນຸສອນ​ສະຖານ ​ໄກສອນ ພົມວິຫານຢູ່ ແຂວງ​ອັດ​ຕະປື, ຜູ້​ທີ່​ໄດ້​ຕິດຕາມ​ລາຍການ​ເປັນປະຈຳ​ໃນ​ໄລຍະ​ 7 – 8 ປີ ​ໃຫ້​ຮູ້​ວ່າ.

(ທ່ານ​ເພັດ​ສະຫວັນ​ ສີ​ຊາ​ນົນ)

        ​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ​ລະຫວ່າງ​ຫວຽດນາມ - ລາວ. ​ເພື່ອນ ສຸກ​ສາ​ວັນ ຮວງ​ສີສະ​ຫວາດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບົດ​ຂຽນ​ກ່ຽວ​ກັບການ​ປ່ຽນ​ໃໝ່ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ສ່ວນ​ທ່ານ ວອນ​ຄ​​ຳ, ​ແຂວງ​ຫົວພັນ ​ກໍ່​ແບ່ງປັນ​​ວ່າ: ຜ່ານ​ລາຍການ​ທ່ານ​ໝໍ​ໜຸ່ມ​ອາສາ​ສະໝັກ ​ເພື່ອນ​ໄດ້​ຮັບ​ການກວດ ​ແລະ ປິ່ນປົວ​ພະຍາດ​​ໂດຍ​ບໍ​່ເສຍ​ຄ່າ ​ແລະ ​ປະຈຸ​ບັນ​ອາການ​ສຸຂະພາບ​ກໍ່​ເປັນ​ປົກກະຕິ​ແລ້ວ. ​ເພື່ອນ ມາລີ​ວົງ, ​ແຂວງ​ວຽງ​ຈັນ ກໍ່​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ບັນດາ​ເດັກນ້ອຍ​ຖືກ​ຕິດ​ທາດ​ຜິດ​ສີ​ສົ້ມ​ດີ​​ໂອ​ຊິນ​ຂອງ​ຫວຽດນາມ.

        ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ປີ 2014, ລຸງ ຫງວຽນ​ວັນ​ແຕ້ວ, ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ໄທ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໂດ​ຍ​ແບ່ງປັນ​ວ່າ: ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຮ້ອນ​ເຮັ່ງ​ຂຶ້ນ ຍ້ອນ​ຝ່າຍ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ​ແຕ່ດ້ວຍທັດສະນະ, ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ທິດ​ທາງ​ທີ່​ຖືກຕ້ອງ​ຂອງ​ພັກ, ລັດຖະບານ​ຫວຽດນາມ ພ້ອມ​ກັບຄວາມ​​ເອົາ​ໃຈ​ໃສ່ສະໜັບສະໜູນ​ຈາກ​ເພື່ອນ​ມິດສາ​ກົນ ຫວັງວ່າບັນດາ​ຝ່າຍ​ຈະ​ແກ້​ໄຂ​ສະພາບ​ການດ້ວຍ​ສັນຕິ​ວິທີ, ຜ່ານ​ທາງ​ດ້ານ​ການ​ທູ​ດ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

      ກ່ຽວ​ກັບ​ວຽກ​ງານຕິດ​ຕໍ່​ພົວພັນ​ກັບ​ທ່ານຜູ້​ຟັງ: ​ທ່ານເພັດ​ສະຫວັນ​ ສີ​ຊາ​ນົນ,  ອະ​ດີດຮອງ​ປະທານ​ສະຫະພັນ​ກຳມະບານ​ແຂວງ​ອັດ​ຕະປື, ອະດີດ​ຫົວໜ້າ​ຮັບຜິດຊອບ​ອະນຸສອນ​ສະຖານ ​ໄກສອນ ພົມວິຫານຢູ່ ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ ທ່ານ​ມີ​ຄວາມ​ປິຕິ​ຊົມ​ຊື່ນ ​ແລະ ຂອບ​ໃຈ​ລາຍການ ຍ້ອນ​ໄດ້​ໃຫ້ການ​ຕ້ອນຮັບ​ໃນ​ເວລາ​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ. ​ເພື່ອນ ບູນທັນ ​ແຂວງ​ຈຳ​ປະ​ສັກ; ​ເພື່ອນຈັນທະ​ສອນ​ ສີຫະລາດ, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ; ​ເພື່ອນ​ສຸວັນ ທິບ​ພະຈັນ, ​ແຂວງ​ໄຊ​ຍະ​ບຸລີ… ​ໄດ້​ຂອບ​ໃຈ​ການ​ນຳ, ບັນນາທິການ VOV5 ໄດ້​ເອົາ​ໃຈ​ໃສ່ມອບໃບ​ຢັ້ງຢືນ ​ແລະ ຂອງຂວັນ​ໃຫ້​ຜູ້​ຟັງ​ລາຍການ.

        ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ລາຍການ​ມີ​ຄວາມ​ອຸດົມສົມ​ບູນ​ກວ່າ, ທ້າຍປີ 2014, ລາຍການ​ພາກ​ພາສາ​ລາວ, VOV5 ​ໄດ້​ມີ​ລາຍການ​ອາຫານ​ຫວຽດນາມ ຕື່ມ​ອີກ, ​ໃນ​ນັ້ນແນະນຳ​​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ, ກໍ່​ຄື​ອາຫານ​ພິ​ເສດ​ສະເພາະທີ່​ຮັບ​ຄວາມ​ນິຍົມ​ຈາກ​ຊາວ​ຫວຽດນາມ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ແຕ່​ລະ​ບົດ​ກໍ່ແນະນຳ​ວິທີ​ປຸງ​ແຕ່ງ​ອາຫານ​ອີກ​. ພາຍຫຼັງ​ຮັບ​ຟັງ​ລາຍການ, ​ເພື່ອນ ບຸນ​ທະວີ ອິນ​ທະ​ວົງ ​ໄດ້​​ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ຮັບ​ຟັງລາຍການ​ອາຫານ​ຫວຽດນາມ, ຂ້າພະ​ເຈົ້າ​ໄດ້​ທົດລອງ​ປຸງ​ແຕ່ງອາຫານ​ບາງ​ຢ່າງ​ຕາມ​ການແນະນຳ, ​ແລະ​ ຮູ້ສຶກ​ວ່າ​ອາຫານ​ຄື​ວ່າ​ແຊບ​, ຖືກ​ກັບ​ລົດ​ຊາດ​ທີ່​ຂ້າພະ​ເຈົ້າ​ເຄີຍ​ກິນ​ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ລາຍການ​ພາກ​ພາສາ​ລາວ ຈະ​ມີ​ບົດແນະນຳ​​ອາຫານ​ຫຼາຍ​ເຍື່ອງ​ຂອງຫວຽດນາມ ​ຕື່ມ​ອີກ ​ເພື່ອ​ໃຫ້​ພວກຂ້າພະ​ເຈົ້າ​ເຂົ້າ​ໃຈກວ່າ​ກ່ຽວ​ກັບ​ອາຫານ​ການ​ກິນ​ຂອງ​ຫວຽດນາມ ກໍ່​ຄື​ສາມາດ​ປຸງ​ແຕ່ງ​ເອງ ບັນດາ​ເຍື່ອງອາຫານ​ທີ່​ຂ້າພະ​ເຈົ້າ​ເຄີຍ​ກິນ​ຢູ່​ຫວຽດນາມ​ແລ້ວ.

        ການ​ຕີ​ລາຄາປະກອບ​ຄວາມ​ເຫັນ​ຂອງ​ພວກ​ເພື່ອນ​ໄດ້ຊ່ວຍ​ພວກ​ຂ້າພະ​ເຈົ້າປັບປຸງ​ເນື້ອ​ໃນ, ຍົກ​ສູງ​ຄຸນ​ນະພາ​ບລາຍການ​ພາກ​ພາສາ​ລາວ​ກວ່າ​ອີກ​. ​ຫວັງ​ວ່າໃນ​ປີ 2015, ລາຍການ​ພາກ​ພາສາ​ລາວ ​ຈະ​ສືບ​ຕໍ່ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ​ຈາກທ່ານ​ຜູ້​ຟັງ​​ຫຼາຍ​ກວ່າ​ປີ​ກາຍ​ນີ້ອີກ.

        ຂໍ​ອວຍ​​ໄຊ​ໃຫ້ພອນ​​ແດ່​ທ່ານ​ຜູ້​ຟັງທຸກ​ທ່ານ, ຂໍ​ໃຫ້​ພວກ​ທ່ານ​ມີ​ພະລານາ​ໄມ​ສົມ​ບຸນ, ມີ​ຄວາມ​ຜາ​ສຸກ, ບັນລຸ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ ​ແລະ ສືບ​ຕໍ່​ຕິດຕາມ​ລາຍການ​ພາກ​ພາສາ​ລາວ, VOV5.

ຕອບກັບ

ຂ່າວ/ບົດ​ອື່ນ