ວິທະຍຸກະຈາຍສຽງ ຫວຽດນາມ 30 ປີປ່ຽນໃໝ່ - ສ້າງຮູບແບບອົງການສື່ສານຫຼາຍຮູບການແຫ່ງທຳອິດໃນທົ່ວປະເທດ

(vovworld) ການປຸກ​ລະ​ດົມ ແລະ ພັດ​ທະ​ນາ​ຍາມ​ໃດ​ກໍ່​ແມ່ນ​ທ່າ​ອ່ຽງ​ພາ​ວະ​ວິ​ໄສ​ຂອງ​ປະ​ຫວັດ​ສາດ, ຂອງ​ມະ​ນຸດ. ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV), ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອູ່​ຂອງ​ພື້ນ​ຖານ​ສື່​ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ, ຍາມ​ໃດ​ກໍ່​ແມ່ນ​ອົງ​ການ​ສື່ມວນ​ຊົນ​ນຳ​ໜ້າ​ໃນ​ການ​ປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ປະ​ຕິ​ບັດທົດ​ລອງ ແລະ ໝູນ​ໃຊ້​ບັນ​ດາ​ຈິນ​ຕະ​ນາ​ການ​ໃໝ່​ກ່ຽວ​ກັບ​ສື່ມວນ​ຊົນ, ​ໝູນ​ໃຊ້​ເຕັ​ກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝ​ໃນ​ການ​ຜະ​ລິດ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ. ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ, VOV ໄດ້​ສ້າງ​ຮູບ​ແບບ​ອົງ​ການ​ສື່​ສານຫຼາຍ​ຮູບ​ການແຫ່ງ​ທຳ​ອິດ​ຂອງ​​ປະ​ເທດ​ຊາດເຊິ່ງ​ລວມ​ມີ: ກະ​ຈາຍ​ສຽງ, ໂທ​ລະ​ພາບ, ສື່​ເອ​ເລັກ​ໂຕ​ນິກ, ໜັງ​ສື​ພິມ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​​ຂໍ້​​ມູນ​ຂ່າວນັບ​ມື້​ນັບ​ສູງ​ຂອງ​ມະ​ຫາ​ຊົນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV.

ວິທະຍຸກະຈາຍສຽງ ຫວຽດນາມ 30 ປີປ່ຽນໃໝ່ - ສ້າງຮູບແບບອົງການສື່ສານຫຼາຍຮູບການແຫ່ງທຳອິດໃນທົ່ວປະເທດ - ảnh 1


        ​ການປ່ຽນ​ໃໝ່​ທຳ​ອິດ, ​ເປັນພື້ນ​ຖານ ແລະ ​ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ປ່ຽນ​ໃໝ່​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ດ້ານ​ສື່ມວນ​ຊົນ, ປ່ຽນ​ໃໝ່​ກ່ຽວ​ກັບ​ເນື້ອ​ໃນ. VOV ໄດ້​ມ້າງ​ທຳ​ລາຍ​ວິ​ທີ​​ໂຄ​ສະ​ນາ​ສົ້ນ​ດຽວ ເພື່ອ​ສ່ອງ​ແສງ​ຂໍ້​ມູນ​ຂ່າວ​ດ້ວຍຫຼາຍ​ສົ້ນ, ພາຍ​ໃຕ້ຫຼາຍ​ແງ່​ມູນ, ກາຍ​ເປັນ​ເວ​ທີ​ປາ​ໄສ​ຂອງ​ມະ​ຫາ​ຊົນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ມະ​ຫາ​ຊົນ​ເຂົ້າ​ຮ່ວມ​ລາຍ​ການ. ດ້ວຍ​ການ​ໂຄ​ສະ​ນາ​ຢ່າງ​ຖືກ​ຕ້ອງ, ພາ​ວະ​ວິ​ໄສ​ບັນ​ດາ​ບັນ​ຫາ​ຂອງ​ຊີ​ວິດ​ສັງ​ຄົມ, ຖື​ມະ​ຫາ​ຊົນ​ເປັນ​ແກ່ນ​ສານ, ເປັນ​ເປົ້າ​ໝາຍ​​ເພື່ອມຸ່ງ​ໄປ​ເຖິງ, VOV ໄດ້​ກາຍ​ເປັນ​ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົມ, ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ຟັງຫຼາຍ​ລຸ້ນ​ຄົນ​ໃນ​ທົ່ວ​ປະ​ເທດ. ມາ​ຮອດ​ປະ​ຈຸ​ບັນ, VOV ມີ 6 ລະ​ບົບ​ກະ​ຈາຍ​ສຽງ (VOV1, VOV2, VOV3, VOV4, VOV5, ຊ່ອງ VOV ຈໍ​ລະ​ຈອນ​ແຫ່ງ​ຊາດ) ດ້ວຍ​ບັນ​ດາ​ເນື້ອ​ໃນ, ​ອຸ​ດົມ​ສົມ​ບ​ູນ, ຫຼາຍ​ຮູບຫຼາຍ​ແບບ, ໃນ​ນັ້ນ​ມີ​ຫຼາຍ​ລາຍ​ການ​ໄດ້ຮັບ​ການ​ຖ່າຍທອດ​ສົດ. ນັບ​ແຕ່​ປີ 2013, ບັນ​ດາ​ລະ​ບົບ​ກະ​ຈາຍ​ສຽງ​ຂອງ VOV ​ໂຄ​ສະ​ນາ​ຕາມ​ທິດລົງ​ເລິກ​ຄື: VOV1 ລົງ​ເລິກ​ດ້ານການ​ເມືອງ, VOV2 ໃຫ້ລົງ​ເລິກ​ດ້ານ​ວັດ​ທະ​ນະ​ທຳ - ຊີ​ວິດ​ສັງ​ຄົມ - ​ວິ​ທະ​ຍາ​ສາດການ​ສຶກ​ສາ, VOV3 ລົງ​ເລິກ​ດ້ານ​ດົນ​ຕີ - ຂໍ້​ມູນ​ຂ່າວ - ບັນ​ເທິງ, VOV4 ລົງ​ເລິກ​​ກ່ຽວ​ກັບ​ບັນ​ຫາ​ຊົນ​ເຜົ່າ, VOV5 ແມ່ນພາກ​ພາ​ສາ​ຕ່າງ​ປະ​ເທດ, VOV ​ຈະ​ລາ​ຈອນ​ແຫ່ງ​ຊາດ​ລົງ​ເລິກກ່ຽວ​ກັບ​ການ​ຄົມ​ມະ​ນາ​ຄົມ. ຫລັງ​ຈາກນັ້ນ​ກໍ່ມີ​ຊ່ອງ​ພາ​ສາ​ອັງ​ກິດ 24/7 - ຊ່ອງວິ​ທະ​ຍຸ​ເປັນພາ​ສາ​ອ​ັງ​ກິດ​, ມຸ່ງ​ໄປ​ເຖິງ​ຜູ້​ຟັ​ງ​​ພາ​ສາ ອັງ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຢູ່​ໃນ​ໂລກ, ຊ່ອງ VOV ​ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ​ດ້ານ​​ອາ​ຫານ ລົງ​ເລິກ​ກ່ຽວ​ກັບ​ບັນ​ຫາຄວາມ​ປອດ​ໄພ ແລະ ສຸ​ຂະ​ອະ​ນາ​ໄມ​ດ້ານ​​ອາ​ຫານ ແລະ ສຸ​ຂະ​ພາບ… VOV ພວມພັດ​ທະ​ນາ VOV5 ກາຍ​ເປັນ​ຊ່ອງ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, VOV4 ກາຍ​ເປັນ​ຊ່ອງກະ​ຈາຍ​ສຽງ​ພາກພາ​ສາ​ຊົ​ນ​ເຜົ່​າ​ແຫ່ງ​ຊາດ.

        ພ້ອມ​ກັນ​ການ​ກຳ​ເນີດ​ຂອງ​ເຄືອ​ຂ່າຍ ອີນ​ເຕ​ີ​ເນັດ ແລະ ການ​ປະ​ກົດ​ຂອງ​ບັນ​ດາອຸ​ປະ​ກອນເຄື່ອນ​ທີ​ສະຫຼາດ, ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ສື່​ສານ​ຢູ່ VOV ຮັບ​ຮູ້​ວ່າ​ຄວາມ​ຕ້ອງ​ການຈຳ​ເປັນ​​ແມ່ນຕ້ອງ​ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຕາມ​ຮູບ​​​ແບບ​ສື່​ສານຫຼາຍ​ຮູບ​​ການ. ປີ 1998, ໜັງ​ສື​ພິມ​ຂອງ VOV ​ລາຍ​ສັບ​ປະ​ດາ​ໄດ້​ສະ​ເໜີ​ຕົວ​ຕໍ່​ທ່ານ​ຜູ້​ຟັງ, ຫຼັງ​ຈາກນັ້ນ​ໄດ້​ປ່ຽນ​ຊື່​ເປັນ ໜັງ​ສື​ພ​ິມ​ກະ​ຈາຍ​ສຽງ ຫວຽດ​ນາມ. ປີ 1999, ໄດ້​ສ້າງ​ຕັ້ງ​ສື່​ເອ​ເລັກ​ໂຕ​ນິກ​ຂອງ VOV ທີ່​ມີ​ຊື່​ວ່າ VOVnews, ຫຼັງ​ຈາກນັ້ນ​ແມ່ນ VOV.VN. ປີ 2008, VOV ໄດ້​ອອກ​ອາ​ກາດ​ລາຍ​ການ​ໂທ​ລະ​ພາບ (VOVTV). ໃນ​ຮອບ​ເວ​ລາ​ພຽງ 10 ປີ​ເທົ່າ​ນັ້ນ, ຈາກວິ​ທີ​ການ​ໜຶ່ງ​ດຽວນັ້ນ​ແມ່ນ​ກະ​ຈາຍ​ສຽງ​ເທົ່າ​ນັ້ນ, VOV ໄດ້​ພັ​ດ​ທະ​ນາ​ຮູບ​​ການ​ສື່​ສານຕື່ມ​ອີກ 3 ຮູບ​​ການນັ້ນ​ແມ່ນ: ໜັງ​ສື​ພິມ, ສື່​ເອ​ເລັກ​ໂຕ​ນິກ ແລະ ໂທ​ລະ​ພາບ. 4 ຮູບ​​ການ​​ສື່​ສານນີ້​ໄດ້​ໜູນ​ຊ່ວຍ​ກັນ, ສ້າງ​ເປັນ​ກຳ​ລັງ​ທີ່​ແຂງ​ແຮງ, ເຮັດ​ໃຫ້​ການ​ສື່​ສານ​ຂອງ VOV ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ, ມີ​ປະ​ສິດ​ທິ​ຜົນ ແລະ ດຶງ​ດູດ​ກ່​ວາ.

        ວັນ​ທີ 3/2/1999, VOV ໄດ້​​ນຳ​ເຂົາ​ເຄື່ອນ​ໄຫວອິນ​ເຕີ​ເນັດ ບັນ​ດາ​ລະ​ບົບ​ກະ​ຈາຍ​ສຽງ​ຕ່າງໆ ແລະ ມາ​ຮອດ​ປະ​ຈຸ​ບັນ, ທຸກໆ​ລາຍ​ການ​ກະ​ຈາ​ຍ​ສຽງ, ໂທ​ລະ​ພາບ​ຂອງ VOV ລ້ວນ​ແຕ່​ສາ​ມາດ​ຟັງ, ເບິ່ງ​​ທາງ​ເຄ​ືອ​ຂ່າຍ​ອີນ​ເຕີ​ເນັດ​ຜ່ານ​ແວບ​ໄຊ​ຂອງ​ສື່​ເອ​ເລັກ​ໂຕ​ນິກ VOV.VN. ເລື່ອງ​ລົງ​ທຶນ​ພັ​ດ​ທະ​ນາ​ບັນ​ດາ​ແວບ​ໄຊ (vov1.vov.vn, vov2.vov.vn, vov4.vn, vovworld.vn…) ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ VOV, ເພື່ອ​ແນ​ໃສ່​ໝູນ​ໃຊ້​ທ່າ​ແຮງ​ຂອງ​ ອີນ​ເຕີ​ເນັດ ແມ່ນ​ຄວາມ​ສາ​ມາດ​ອັບ​ແດດ​ໄວ, ມີ​ລັກ​ສະ​ນະ​ໝູນ​ໃຊ້​ສູງ, ມີ​ກຳ​ລັງ​ແຜ່​ຂະ​ຫຍາຍ​ຢ່າງ​ກ້​ວາງ​ຂວາງ. ບັນ​ດາ​ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ຂອງ VOV ກໍ່​​ມີ​ໜ້າ fanpage ເພື່ອ​ໂຄ​ສະ​ນາ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ເຖິງ​ຜູ້​ຟັງ. ນີ້​ກໍ່​ແມ່ນ​ບ່ອນ​ເພື່ອ​ແລກ​ປ່ຽນ, ແມ່ນ​ບ່ອນ​ສະ​ໜອງ​ຂໍ້​ມູ​ນ​ຂ່າວ​ສຳ​ລັບ​ນັກ​ຂ່າວ VOV.

VOV ກໍ່​ແມ່ນ​ອົງການ​ສື່​ມວນ​ຊົນ​ທີ່​ໄດ້​ເປີດ​ບັນດາ​ອົງການ​ຕາງໜ້າ​ປະຈຳ​ຢູ່​ຕ່າງປະ​ເທດ​ມາ​ແຕ່​ກ່ອນ. ນັບ​ແຕ່​ປີ 1998 ມາ​ຮອດ​ປະຈຸ​ບັນ, VOV ​ໄດ້​ສ້າງ​ຕັ້ງ10 ອົງການ​ຕາງໜ້າ​ປະຈຳ​ຢູ່​ບັນດາ​ພາກ​ພື້ນ​ສຳຄັນ​​ໃນ​ໂລກ. ຢູ່​ອາຊີ​ມີ: ​ໄທ, ລາວ, ກຳປູ​ເຈຍ, ຈີນ, ຍີ່ປຸ່ນ; ສ່ວນ​ເອີ​ລົບ​ມີ: ຝລັ່ງ, ລັດ​ເຊຍ, ສ​ເຊັກ​ໂກ; ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ​ມີ: ອີ​ຢີບ; ຢູ່​ທະວີບ ອ​າ​ເມ​ລິ​ກາ​ມີ ອາ​ເມ​ລິ​ກາ, ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ຂອງ VOV, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ສະໜອງ​ຂໍ້​ມູນ​ຂ່າວສານ​ຂອງ VOV, ພ້ອມ​ທັງ​ໂຄສະນາ​ກ່ຽວ​ກັບ​ຮູບ​ພາບ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ. ​ໄລຍະ​ຈະ​ມາ​ເຖິງ, VOV ຄາດ​ຄະ​ເນ​ວ່າ​ຈະ​ເປີດ​ອົງການ​ຕາງໜ້າ​ປະຈຳ​ຢູ່ ອົດ​ສະ​ຕາ​ລີ, ອິນ​ໂດ​ເນ​ເຊຍ, ກູ​ບາ, ອິນ​ເດຍ…

ພ້ອມ​ກັບ​ການ​ປ່ຽນ​ໃໝ່​ຈີນ​ຕະນາ​ການ​ສື່​ມວນ​ຊົນ ​ແລະ ​ເນື້ອ​ໃນ​ໂຄສະນາ, VOV ຍັງປ່ຽນ​ໃໝ່​ດ້ານ​ເຕັກນິກ​ກະຈາຍສຽງ​ທີ່​ທັນ​ສະ​ໄໝ, ​ເພີ່ມ​ເນື້ອ​ທີ່​ສົ່ງ​ສັນຍານ ​ແລະ ຄຸນ​ນະພາ​ບສັນຍານ​ຢ່າງ​ຕໍ່​ເນື່ອງ; ມີ​ຫຼາຍ​ແບບ​ວິທີ​ສົ່ງ​ສັນຍານ​, ສົ່ງ​ຄື້ນເຊັ່ນ: ຄື້ນສັ້ນ​ທີ່​ສຸດ, ຄື້ນ​ກາງ, ຄື້ນສັ້ນ, ດາວ​ທຽມ, ທາງ​ອິນ​ເຕີ​ແນ​ດ. ​ເລື່ອງ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ເຂົ້າ​ໃນ​ການ​ຜະລິດ​ລາຍການ​ກະຈາຍສຽງ ​ໄດ້​ອະນຸຍາດ​ໃຫ້​ປະຕິບັດ​ບັນດາ​ລາຍການ​ຖ່າຍ​ທອດ​ສົດ​ຢ່າງ​ສະດວກ​ສະບາຍ ​ແລະ ງ່າຍດາຍ​ກວ່າ​ຕາມ​ທິດ​ເປີດ, ຕິດ​ຕໍ​ພົວພັນ​ກັບ​ຜູ້​ຟັງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ​ຫຼາຍ​ຝ່າຍ. ມາ​ຮອດ​ປະຈຸ​ບັນ, ລະບົບ​ອຸປະກອນ​ເຕັກນິກ ​ແລະ ສົ່ງ​ສັນຍານ​ຂອງ VOV ​ໄດ້​ພັດທະນາ​ຢ່າງ​ແຮງ ​ແລະ ກວ້າງຂວາງ, ດ້ວຍ​ສະຖານີ​ວິທະຍຸ​ກະຈາຍສຽງ ​ແລະ ສະຖານີ​ສົ່ງ​ຄື້ນ AM, FM ພາກ​ພື້ນ 50 ​ແຫ່ງ, ສະຖານີ​ສົ່ງ​ຄື້ນ​ 4 ​ແຫ່ງ​ທີ່ເຊົ່າຕ່າງປະ​ເທດ. ​ເວລາ​ສົ່ງຂື້ນ​ຂອງ VOV ​ແມ່ນ​ຂຶ້ນ​ເຖິງ 300 ​ໂມງ/ວັນ. ​ເລື່ອງ​ຫັນ​ເປັນ​ ດີ​ຈີ​ຕອນລະບົບ​ຜະລິດ​ລາຍການ​ກະຈາຍສຽງ; ປະຕິບັດ​ການຖ່າຍ​ທອດ​ສົດ​ລາຍການ​ກະຈາຍສຽງ, ​ໂທລະພາບ ​ແລະ ລາຍການ​ກະຈາຍສຽງ, ​ໂທລະພາບ ທາງ​ອິນ​ເຕີ​ແນ​ດ; ຜ່ານ​ດາວ​ທຽມ… ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ສະໜອງ​ບັນດາ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ດ້ວຍ​ຄຸນ​ນະພາ​ບສູງ​ເຖິງ​ມະຫາຊົນ.

​ເລື່ອງ​ພັດທະນາ​ບັນດາ​ອົງການ​ສື່ສານ​ຫຼາຍ​ຮູບ​ການ​ແມ່ນ​ທ່າ​ອ່ຽງຈຳ​ເປັນ​ຂອງ​ສື່​ມວນ​ຊົນ​ໂລກ, ​ເຊິ່ງຫຼາຍ​ປະ​ເທດ​ກ້າວໜ້າ​ພວມ​ນຳ​ໃຊ້ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ທ່າ​ແຮງ​ສັງ​ລວມຂອງ​ບັນດາ​ຮູບ​ການ​ສື່​ມວນ​ຊົນ. VOV ຈະ​ພັດທະນາ​ແຮງ, ໝັ້ນຄົງຢ່າງ​ແນ່ນອນ ​ແລະ ​ເປັນ​ໜຶ່ງ​ໃນ​ບັນດາ​ອົງການ​ສື່ສານ​ຫຼາຍ​ຮູບ​ການ​ທີ່​ທັນ​ສະ​ໄໝ​ຂອງ ຫວຽດນາມ​ຢ່າງ​ແທ້​ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ