ງານບຸນຊ່ວງເຮືອປະເພນີຢູ່ເຊີນລາ

ງານບຸນຊ່ວງເຮືອປະເພນີຢູ່ເຊີນລາ - ảnh 1
ງານ​ບຸນ​ຊ່ວ​ງ​ເຮືອ​ປະ​ເພ​ນີ​ຢູ່​ເຊີນ​ລາ

(vovworld) – ​ ​ວັນ​ທີ 6/2 (ກົງ​ກັບ​ວັນ​ທີ 10 ເດືອນ​ຈຽງ​ປີ​ລະ​ກາ 2017), ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ກິ່ງ​ຍາຍ, ແຂວງ​ເຊີນ​ລາ, ໄດ້​ຈັດ​ຕັ້ງ​ງານ​ບຸ​ນ​ຊ່ວງ​ເຮືອ​ປະ​ເພ​ນີ​ປີ 2017. ນ​ີ້​ແມ່ນ​ຮູບ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ວົງ​ຄະ​ນະ​ຍາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຄວາມ​ໝາຍ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ. ງານ​ບຸນ​ຊ່ວງ​ເຮືອ​ມີ​ການ​ເຂົ້າ​ຮ່ວມ​ຂອງ 14 ທິມ​ດ້ວຍ​ນັກ​ກິ​ລາ 400 ຄົນ​ຢູ່​ບັນ​ດາ​ຕາ​ແສງ​ຄື: ກິ່ງ​ຍາຍ, ເມືອງ ມາຍ​ເຊ​ີນ, ຟູ່​ອຽນ (ແຂວງ ເຊ​ີ​ນ​ລາ), ຊິ່​ນ​ໂຮ່ (ແຂວງ ລາຍ​ເຈົາ). ງານ​ບຸນ​ໄດ້​ຮັບ​ການ​ຈັດ​ຕັ້ງເພື່ອ​ແນ​ໃສ່​ເປີດ​ກ້​ວາງ, ຍົກ​ສູງ​ຄຸນ​ນະ​ພາບ​ຂະ​ບວນ​ການອ​ອກ​ກຳ​ລັງ​ກາຍ - ກິ​ລາ ມະ​ຫາ​ຊົນ​ໃນ​ທົ່ວ​ເມືອງ, ຍົກ​ສູງ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ, ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ກ່ຽວ​ກັບ​ປະ​ຊາ​ຊົນ, ເຂດ​ດິນ​ແດນ ກິ່ງ​ຍາ​ຍ ເຖິງ​ເພື່ອນ​ມິດ​ທັງ​ພາຍ​ໃນ ແລະ ນອກ​ແຂວງ.


ຂ່າວ/ບົດ​ອື່ນ