ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ອວຍພອນບຸນເຕັດຢູ່ແຂວງ ກວາງນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ອວຍພອນບຸນເຕັດຢູ່ແຂວງ ກວາງນາມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ
ແລະ ອວຍພອນບຸນເຕັດຢູ່ແຂວງ ກວາງນາມ

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 30/01 (ວັນ​ທີ 3 ປີ​ລະກາ 2017), ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ພະນັກງານ​ການ​ນຳ​ແຂວງ ກວາງ​ນາມ. ​​ໂອ້​ລົມ​ກັບ​ພະນັກງານ​ການ​ນຳ​ແຂວງ ກວາງ​ນາມ ​ເນື່ອງ​ໃນ​ໂອກາດ​ຕົ້ນ​ປີ​ລະກາ 2017, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ອວຍພອນບັນດາ​ການ​ປ່ຽນ​ແປງ​ພໍ​ສົມຄວນ​ຂອງ​ແຂວງ ກວາງ​ນາມ ພາຍຫລັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່. ຈາກ​ແຂວງ​ໜຶ່ງ​ທີ່​ລາຍ​ຮັບ​ງົບປະມານບັນລຸ​ພຽງ​ກ່ວາ 100 ຕື້​ດົ່ງ​ເທົ່າ​ນັ້ນ ມາ​ຮອດ​ປະຈຸ​ບັນ​ບັນລຸ​​ເກືອບ 20.000 ຕື້​ດົ່ງ, ສິ່ງ​ດັ່ງກ່າວ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ຂອງ​ແຂວງ ກວາງ​ນາມ ຕາມ​ທິດ​ອຸດສາຫະກ​ຳ, ການ​ບໍລິການ​ແຮງ​ທີ່​ສຸດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຍ້ອງຍໍ ​ແລະ ຕີ​ລາຄາ​ສູງ​ແຂວງ ກວາງ​ນາມ ​ ​ມີ​ລະດັບການ​ເຕີບ​ໂຕສະໝຳ່ສະ​ເໝີ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ພູດ​ອຍ, ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​​ເໝາະ​ສົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຍ້ອງ​ຍໍ​ນ້ຳ​ໃຈ​ສາມັກຄີ, ຄວາມຕັດສິນ​ໃຈ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນແຂວງ ກວາງ​ນາມ ​ໃນ​ໄລຍະ​ຜ່ານ​ມາ.

        “ຂ້າພະ​ເຈົ້າ​ຂໍ​ອວຍພອນ​ບັນດາ​ຜົນງານ​ທີ່​ແຂວງ ກວາງ​ນາມ ​ບັນລຸ​ໄດ້, ພິ​ເສດ​ແມ່ນ​​ໃນ​ປີ 2016. ຫວັງ​ວ່າ ກວາງ​ນາມ ຕ້ອງ​ມີ​ຄວາມຕັດສິນ​ໃຈ​ກ່ວາ​ອີກ, ມີ​ໂຄງການ​ດຳ​ເນີນ​ງານຫລາຍ​ກ່ວາ​ອີກ ​ແລະ ມີ​ເຈດ​ຈຳນົງ​ສູງ​ກ່ວາ​ອີກ ​ເພື່​ອປະຕິ​ບັດ​ໜ້າ​ທີ່​ປີ 2017 ​ແມ່ນ​ປີ​ທີ່​​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງ​ຍາກ, ຄວາ​ມມານະ​ພະຍາຍາມ​ຕັດສິນ​​ໃຈ ​​ໃຫ້ເປັນ​ຢ່າງ​ດີ, ”

ຕອບກັບ

ຂ່າວ/ບົດ​ອື່ນ