ສິລະປິນປະຊາຊົນ ວັນເຈືອງ ນັກຮ້ອງສຽງຄຳຂອງສິລະປະຂັບແຈ່ວ

(VOVWORLD) -ສິລະປິນ ວັນເຈືອງ ຫົວໜ້າພະແນກດົນຕີ (VOV3) ຂອງວິທະຍຸກະຈາຍສຽງ ຫວຽດນາມ ມີຄວາມເປັນກຽດກາຍກາຍເປັນໜຶ່ງໃນສິລະປິນ 125 ຄົນ ໄດ້ຮັບນາມມະຍົດສີລະປິນປະຊາຊົນ ໃນການມອບນາມມະຍົດຄັ້ງທີ 10 ທີ່ຫາກໍ່ຈັດຂຶ້ນຢູ່ ຮ່າໂນ້ຍ ວ່າງແລ້ວນີ້. ນາມມະຍົດນີ້ ແມ່ນການຮັບຮູ້ຄວາມເກັ່ງກ້າສາມາດທາງດ້ານສິລະປະທີ່ດີເດັ່ນ ແລະ ການອຸທິດສ່ວນຂອງສິລະປິນວັນເຈືອງ ໃນການພັດທະນາວັດທະນະທຳສະລະປະບັນດາເຜົ່າ ເວົ້າລວມ ແລະ ສິລະປະຂັບແຈ່ວ ເວົ້າສະເພາະ 
ສິລະປິນປະຊາຊົນ ວັນເຈືອງ ນັກຮ້ອງສຽງຄຳຂອງສິລະປະຂັບແຈ່ວ - ảnh 1ສິລະປິນປະຊາຊົນ ວັນເຈືອງ

      ດ້ວຍນ້ຳສຽງທຸ້ມ ແລະ ແຂງແຮງ, ສິລະປິນປະຊາຊົນ ວັນເຈືອງ ມີຊື່ສຽງແມ່ນນັກຮ້ອງສຽງຄຳໃນສິລະປະຂັບແຈ່ວ ນັບແຕ່ຫຼາຍປີມານີ້. ດ້ວຍອາຍຸ 55 ປີ ແຕ່ທ່ານໄດ້ມີການເຄື່ອນໄຫວໃນຂົງເຂດສິລະປະບົນເວທີຂັບແຈ່ວ ແລະ ເພງພື້ນເມືອງເປັນເວລາ 40 ປີ. ສິລະປິນ ວັນເຈືອງ ເວົ້າວ່າ:

      “ຄາວມີອາຍຸ 8 – 9 ຂ້າພະເຈົ້າໄດ້ມີຄວາມເມົາມົວດົນ ມັກຟັງເພງພື້ນເມືອງ ແລະ ບັນດາປະເພດສິລະປະພື້ນເມືອງ. ແຕ່ລະວັນຂ້າພະເຈົ້າເຄີຍຕິດຕາມຟັງລາຍການຂອງ VOV. ໃນຄາວນັ້ນຄອບຄົວຂອງຂ້າພະບໍ່ມີເຄື່ອງວິທະຍຸ ຕ້ອງໄປຟັງຢູ່ຕາມເຮືອນຍາດພີ່ນ້ອງ. ຫຼື ຂ້າພະເຈົ້າຢືນຢູ່ຕາມກົກໄມ້ ເສົາໄຟຟ້າຕິດຕາມຟັງໂທລະໂຄ່ງ ກ່ຽວກັບບັນດາລາຍການເພງພື້ນເມືອງຂອງ VOV. ລາຍການເຫຼົ່ານີ້ ໄດ້ຊຶມເລິກເຂົ້າຫົວໃຈຂອງເຮົາ”.

     ປີ 1984 ສິລະປິນ ວັນເຈືອງ ໄດ້ກາຍເປັນນັກສະແດງຂອງກອງຂັບແຈ່ວ ຮ່າເຕິຍ ເມື່ອກ່ອນນີ້. ຢູ່ທີ່ນີ້ ດ້ວຍການຮຽນຕາມລາຍການບຳລຸງກໍ່ສ້າງນັກສະແດງບົນເວທີຂັບແຈ່ວ ພ້ອມກັນນັ້ນກໍ່ແມ່ນການສິດສອນຢ່າງສຸດໃຈ ຂອງສິລະປີນລຸ້ນກ່ອນໆ, ວັນເຈືອງ ໄດ້ກາຍເປັນໜຶ່ງໃນບັນດານັກຮ້ອງຊາຍທີ່ໂດງດັ່ງຂອງສິລະປະຂັບແຈ່ວ  ຫວຽດນາມ ໂດຍໄວ. ສິລະປະປິນ ວັນເຈືອງ ຫວນຄືນວ່າ:

    “ເພື່ອບັນລຸໄດ້ຜົນງານຄືວັນນີ້ ຂ້າພະເຈົ້າກໍ່ຕ້ອງຝຶກແອບດ້ວຍຄວາມລຳບາກ. ເມື່ອຊອກຮູ້ ແລະ ເຂົ້າໃຈໄດ້ກໍ່ຈະເຫັນໄດ້ເຖິງຄຸນຄ່າຂອງສິລະປະຂັບແຈ່ວ. ຮຽນຂັບແຈ່ວ ກໍ່ເປັນການຍາກ ແຕ່ກໍ່ມ່ວນຊື່ນທີ່ສຸດ. ພາຍຫຼັງແອບຂັບຮ້ອງກໍ່ຕ້ອງແອບທັງຟ້ອນນຳ, ແອບເຕັກນິກການສະແດງ. ບາງຄັ້ງຂ້າພະເຈົ້າກໍ່ທໍ້ຖອຍໃຈ ແຕ່ຍ້ອນມີຄວາມເມົາມົວກັບສິລະປະຂັບແຈ່ວ ແລະ ຍ້ອນການລະດົມກຳລັງໃຈຈາກຄູ່ສອນ ໝູ່ເພື່ອນ ດັ່ງນັ້ນ ຂ້າພະເຈົ້າສາມາດຜ່ານຜ່າທຸກຄວາມຫຍຸ້ງຍາກໄດ້”.

      ສິລະປິນ ວັນເຈືອງ ມີທ່າໄດ້ປຽບຫຼາຍຢ່າງ ເມື່ອສະແດງບົນເວທີ ນັ້ນແມ່ນນ້ຳສຽງມ່ວນ ແລະ ໃບໜ້າກວ້າງ. ນີ້ແມ່ນປັດໄຈທີ່ສຳຄັນປະກອບສ່ວນສ້າງຊື່ສຽງຂອງທ່ານ. ສິລະປິນ ວັນເຈືອງ ໄດ້ມີຊື່ສຽງໂດງດັ່ງ ຜ່ານການສວມບົດຕົວລະຄອນຕ່າງໆ ໃນບັນດາບົດລະຄອນແຈ່ວ, ພິເສດຕົວລະຄອນ ລິວບິ່ງ ໃນບົດລະຄອນແຈ່ວ “ລິວບິ່ງ - ເຢືອງເຫຼ” ດ້ວຍການສວມບົດຕົວລະຄອນນີ້ ສິລະປິນ ວັນເຈືອງ ໄດ້ຮັບ 4 ລາງວັນໃຫຍ່ໃນພາບດຽວ ໃນງານມະໂຫລານບົນເວທີສະແດງຂັບແຈ່ວພື້ນເມືອງອາຊີບທົ່ວປະເທດ ປີ 2001. ຕີລາຄາກ່ຽວກັບສິລະປິນ ວັນເຈືອງ, ນັກຂ່າວມາຍວັນລາງ ຖືວ່າ:

     “ນ້ຳສຽງຂອງສິລະປິນວັນເຈືອງ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຜູ້ມີນ້ຳສຽງມ່ວນທີ່ສຸດ ໃນພື້ນຖານສິລະປະຂັບແຈ່ວ. ມາຮອດປັດຈຸບັນ ລຸ້ນໄວໜຸ່ມເມື່ອສວມບົດຕົວລະຄອນ ລິວບິ່ງ ກໍ່ບໍ່ສາມາດທໍ່ກັບ ວັນເຈືອງ ໄດ້ ຍ້ອນວ່າລາວສາມາດກຳແໜ້ນວິນຍານຂອງຕົວລະຄອນ ເພື່ອໃຫ້ຕົວລະຄອນນັ້ນ ຍືນຍົງຄົງຕົວໃນຈິດໃຈຂອງຜູ້ຊົມ”.

      ບໍ່ພຽງແຕ່ປະສົບຜົນສຳເລັດໃນປະເພດສິລະປະຂັບແຈ່ວເທົ່ານັ້ນ ສິລະປິນ ວັນເຈືອງ ຍັງໄດ້ຮັບຄວາມນິຍົມຊົມຊອບຈາກມວນຊົນ ຜ່ານບັນດາລາຍການຂັບກາບກອນໃນລາຍການ “ສຽງກາບກອນ” ຂອງພະແນກວັດທະນະທຳສັງຄົມ VOV2 ໃນຕະຫຼອດກວ່າ 30 ປີທີ່ຜ່ານມາ. ນັກບັນນາທິການ ກວິ່ງຈີ ສັງກັດ VOV ໃຫ້ຮູ້ວ່າ:

      “ໃນແຕ່ລະລາຍການທີ່ນັກສິລະປິນວັນເຈືອງ ສະແດງນັ້ນ ເບິ່ງຄືວ່າ ລາວໄດ້ສຸມກຳລັງເຮື່ອແຮງຈົນສຸດ ເພື່ອຖ່າຍທອດເນື້ອຮ້ອງຂອງຜູ້ແຕ່ງ ຜ່ານນ້ຳສຽງທີ່ດີ ແລະ ວິທີການສະແດງທີ່ເປັນໜ້າຈັບໃຈ ແທດເໝາະກັບແຕ່ລະເນື້ອໃນຂອງບົດລະຄອນ. ແຕ່ລະລາຍການທີ່ສິລະປິນ ວັນເຈືອງ ສະແດງນັ້ນ ກໍ່ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ມວນຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດ”.

      ສິລະປິນ ວັນເຈືອງ ແບ່ງປັນວ່າການທີ່ໄດ້ຮັບນາມມະຍົດສິລະປິນປະຊາຊົນ ກໍ່ແມ່ນກຳລັງໜູນເພື່ອໃຫ້ທ່ານເພີ່ມຄວາມມານະພະຍາຍາມອຸທິດສ່ວນຢ່າງຫຼວງຫຼາຍກວ່າເກົ່າ ໃຫ້ແກ່ພື້ນຖານສິລະປະພື້ນເມືອງຂອງຊາດ ແລະ ປະກອບສ່ວນແຜ່ກະຈາຍຄວາມຮັກສິລະປະຂັບແຈ່ວສູ່ໄວໜຸ່ມໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ