ໂດ໊ຍືດ໋ຽມ ຈິດຕະກອນສຸມຈິດສຸມໃຈກັບພາບລະດົມກຳລັງໃຈ ດ້ຽນບຽນຝູ໋

(VOVWORLD) -ສຳລັບຈິດຕະກອນ ໂດ໊ຍືດ໋ຽມ ແລ້ວ ຫຼັກໝາຍປະຫວັດສາດໄຊຊະນະ ດ້ຽນບຽນຝູ໋ ເມື່ອປີ 1954 ແມ່ນແຫຼ່ງບັນດານໃຈ ເພື່ອປະດິດຄິດແຕ່ງຢ່າງບໍ່ມີວັນສິ້ນສຸດ. ທ່ານຍາມໃດກໍ່ມີຄວາມເປັນຫ່ວງຕໍ່ຄຳຖາມຫຼາຍຂໍ້: ເຮັດແນວໃດເພື່ອໃຫ້ຫຼັກໝາຍນີ້ຮຸ່ງເຮືອງເຫຼືອງເຫຼື້ອມຜ່ານຫຼາຍລຸ້ນຄົນ? ເຮັດແນວໃດເພື່ອໃຫ້ແບບຢ່າງທີ່ພິລະອາດຫານໃນການສູ້ຮູ້ນັ້ນຍືນຍົງຄົງຕົວກັບການເວລລາ, ຕັກເຕື່ອນໃຫ້ໄວໜຸ່ມກ່ຽວກັບນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງຊາດຢ່າງບໍ່ຢຸດຢັງ? ທຸກສິ່ງທຸກຢ່າງເຫຼົ່ານັ້ນຖືກຈິດຕະກອນຝາກຝັງເຂົ້າໃນບັນດາພາບແຕ້ມລະດົມກຳລັງໃຈໃນຕະຫຼອດກວ່າ 20 ປີ ທີ່ຜ່ານມາ
ໂດ໊ຍືດ໋ຽມ ຈິດຕະກອນສຸມຈິດສຸມໃຈກັບພາບລະດົມກຳລັງໃຈ ດ້ຽນບຽນຝູ໋ - ảnh 1ຈິດຕະກອນ ໂດ໊ຍືດ໋ຽມ

     ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ, ຈິດຕະກອນ ຍືດ໋ຽມ ໄດ້ເຂົ້າຮ່ວມຖັນແຖວກອງທັບ ແລະ ມີໜ້າທີ່ແຕ້ມພາບລະດົມກຳລັງໃຈ. ພາບແຕ້ມຂອງທ່ານລ້ວນແຕ່ມີຫົວເລື່ອງໝູນອ້ອມຮູບພາບອ້າຍທະຫານ. ສຳລັບທ່ານແລ້ວ ພຽງແຕ່ໃນເມື່ອປະສົມແປ້ງສີໃຫ້ແທດເໝາະ ແລະ ວາດພາບແຕ່ລະລາຍລະອຽດດ້ວຍມືຂອງຕົນຈຶ່ງສາມາດສໍ່ສະແດງໃຫ້ເຫັນວິນຍານໃນພາບແຕ້ມແຕ່ລະແຜ່ນ ເຊິ່ງໄດ້ຊ່ອງແສງໃຫ້ເຫັນບັນຍາກາດທີ່ສະຫງ່າອົງອາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນບັນດາຫຼັກໝາຍໄຊຊະນະຂອງຊາດ ໃນນັ້ນມີບັ້ນຮົບ ດ້ຽນບຽນຝູ໋. ທ່ານໃຫ້ຮູ້ວ່າ:

     “ໄຊຊະນະ ດ້ຽນບຽນຝູ໋ ທີ່ລືຊາຜາກົດທົ່ວຫ້າທະວີບ ເຮັດໃຫ້ໂລກສັ່ນສະເທືອນ. ຫົວເລື່ອງນີ້ ກໍ່ມີຫຼາຍຄົນແຕ້ມແລ້ວ ແຕ່ສຳລັບຂ້າພະເຈົ້າບໍ່ເດີນຕາມວິທີຂອງພວກເຂົາ. ເມື່ອແຕ້ມພາບກ່ຽວກັບບັ້ນຮົບດ້ຽນບຽນຝູ໋ ກໍ່ຕ້ອງສະແດງໃຫ້ເຫັນບັນດາລາຍລະອຽດທີ່ສຳຄັນ. ຂ້າພະເຈົ້າຍາມໃດກໍ່ເອົາໃຈໃສ່ເຖິງລາຍລະອຽດຕ່າງໆຄືໝວກ, ເສື້ອ, ຖົງພາຍ…”

 ເຖິງວ່າໄດ້ມີອາຍຸ 70 ປີປາຍແລ້ວກໍ່ຕາມ ແຕ່ໃນແຕ່ລະວັນຈິດຕະກອນ ຍືດ໊ຽມ ຍັງສະຫຼະເວລາເພື່ອຊອກຮູ້ວິທີສະແດງໃໝ່ ເພື່ອວາດພາບເຖິງອ້າຍທະຫານ ແລະ ປະຊາຊົນໃນພາບແຕ້ມແຕ່ລະແຜ່ນ. ຕາມທ່ານແລ້ວ ພາບແຕ້ມລະດົມກຳລັງໃຈແຕ່ລະແຜ່ນ ໄດ້ວາດພາບຢ່າງຊື່ສັດ ຈາກເຄື່ອງນຸ່ງຕະຫຼອດຮອດກະລະເທສະໃນໄລຍະສູ້ຮົບ, ບໍ່ຕ້ອງຫຼົງຜິດລາຍລະອຽດແຕ່ຢ່າງໃດ. ຈິດຕະກອນ ໂດ໊ດຶກໂດ໊ ຜູ້ເປັນລູກຂອງຈິດຕະກອນ ຍືດ໋ຽມ ແບ່ງປັນວ່າ:

   “ນັບແຕ່ຄາວຍັງນ້ອຍຂ້າພະເຈົ້າໄດ້ເດີນຕາມພໍ່ ແລະແຕ້ມພາບລະດົມກຳລັງໃຈ ພາບໂຄສະນາ. ເມື່ອກ່ອນນີ້ແຕ້ມພາບພຽງແຕ່ໃຊ້ແປ້ງສີ ພໍ່ຂ້າພະເຈົ້າແມ່ນຄູສອນຂອງເຮົາ. ເມື່ອເຕີບໃຫ່ຍຂຶ້ນຂ້າພະເຈົ້າໄດ້ເລືອກເອົາອາຊີບຂອງພໍ່ເພື່ອເດີນຕາມ. ປັດຈຸບັນມີເຕັກໂນໂລຊີພິມ ແລະ ແຕ້ມດ້ວຍຄອມພິວເຕີ ແຕ່ພໍ່ຂ້າພະເຈົ້າຍາມໃດກໍ່ສົ່ງເສີມຂ້າພະເຈົ້າໃຫ້ແຕ້ມດ້ວຍມື ຍ້ອນມັນມີຊີວິດຊີວາຫຼາຍກວ່າ”.

   ດ້ວຍການປະດິດຄິດແຕ່ງກ່ຽວກັບຫົວເລື່ອງສົງຄາມປະຕິວັດເປັນເວລາກວ່າ 50 ປີ, ໃນນັ້ນໄດ້ສຸມຈິດສຸມໃຈກັບພາບລະດົມກຳລັງໃຈກ່ຽວກັບຫົວເລື່ອງໄຊຊະນະ ດ້ຽນບຽນຝູ໋ ເປັນເວລາ 20 ປີ, ຈິດຕະກອນ ຍືດ໋ຽມ ໄດ້ຮັບຫຼາຍລາງວັນໃຫຍ່ໃນບັນດາງານປະກວດພາບລະດົມກຳລັງໃຈໃນທົ່ວປະເທດ. ໃນກາງເດືອນ ເມສາທີ່ຜ່ານມາ ຈິດຕະກອນ ໂດ໊ຍືດ໋ຽມ ສືບຕໍ່ປະສົບຜົນສຳເລັດ ຂະນະທີ່ໄດ້ຮັບລາງງວັນທີໜຶ່ງ ແລະ ທີສອງ ໃນງານປະກວດພາບລະດົມກຳລັງໃຈໂຄສະນາສະເຫຼີມສະຫຼອງ 70 ແຫ່ງວັນໄຊຊະນະ ດ້ຽນບຽນຝູ໋. ທ່ານ ຫງວຽນກວັກຮຸຍ ຮອງຫົວໜ້າກົມວັດທະນະທຳຮາກຖານ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ:

    “ຜ່ານບັນດາພາບແຕ້ມລະດົມກຳລັງໃຈ, ຈິດຕະກອນ ຍືດ໋ຽມ ໄດ້ສະແດງໃຫ້ເຫັນສີສັນ ຮູບພາບ ແລະ ບັນດາຄຳຂວັນຢ່າງມີຊີວິດຊີວາ. ເນື້ອໃນໂຄສະນາໃນພາບແຕ້ມກໍ່ມີຄຸນຄ່າ ເພື່ອສະແດງໃຫ້ເຫັນຈຸດປະສົງຄວາມໝາຍຂອງໄຊຊະນະປະຫວັດສາດ ດ້ຽນບຽນຝູ່”.

    ຈິດຕະກອນ ຍືດ໋ຽມ ເຄີຍຈັດຕັ້ງງານວາງງສະແດງສະເພາະກ່ຽວກັບພາບລະດົມກຳລັງໃຈ, ພາບແຕ້ມຫຼາຍແຜ່ນຖືກນຳມາວາງສະແດງຢູ່ ຫໍພິພິທະພັນໂຮ່ຈີມິນ, ຫໍພິພິທະພັນຖາຍບິ່ງ, ພິມຈຳໜ່າຍປຶ້ມເກັບກຳພາບລະດົມກຳລັງໃຈ… ພິເສດທ່ານຍັງຮັບກຽດຂະນະທີ່ພາບແຕ້ມລະດົມກຳລັງໃຈສອງແຜ່ນກ່ຽວກັບສິ່ງແວດລ້ອມທີ່ວາງສະແດງຢູ່ຫໍພິພິທະພັນ Victorya and Albert Museum ຂອງລາຊະອານາຈັກອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ