MV “ນາງສາວ ວຽງຈັນ” ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ

(VOVWORLD) -ບົດເພງ “ນາງສາວ ວຽງຈັນ”, ໄດ້ກາຍເປັນຂີດໝາຍທີ່ໜ້າຈົດຈຳທີ່ສຸດໃນການໄປປະຕິບັດງານຂອງນັກສຶກສາປີທີ 4 ມະຫາວິທະຍາໄລວັດທະນະທຳ, ສິລະປະກອງທັບ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 383 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 11 ສະບັບຈາກທ່ານຜູ້ຟັງຄື: ເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ, ເພື່ອນ ວັນລິດາ ວິໄລສຸກ ຢູ່ແຂວງ ໄຊສົມບູນ, ເພື່ອນ ທິລາດ ຢູ່ແຂວງ ອຸດົມໄຊ…

MV “ນາງສາວ ວຽງຈັນ” ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ - ảnh 1(ພາບປະກອບອີນເຕີແນັດ)

ເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ, ເພື່ອນ ວັນລິດາ ວິໄລສຸກ ຢູ່ແຂວງ ໄຊສົມບູນ, ເພື່ອນ ວົງຄຳ ຢູ່ແຂວງ ອຸດົມໄຊ ໄດ້ສົ່ງຂໍຄວາມທາງ Facebook ມາຫາລາຍການ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄືວັນທີ 22 ທັນວາ. ໃນນັ້ນ, ເພື່ອນ ວົງຄຳ ຢູ່ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນສະໄໝສົງຄາມ, ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໄດ້ຮຽງບ່າຮຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູ, ຍາດເອົາເອກະລາດມາໃຫ້ແຕ່ລະປະເທດ. ປະຈຸບັນ, ກອງທັບ 2 ປະເທດຍັງສືບຕໍ່ຮ່ວມມືກັນ, ມີການພົວພັນແລກປ່ຽນ, ແບ່ງປັນບົດຮຽນ, ຍົກສູງກຳລັງຕໍ່ສູ້… ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສະແດງໃຫ້ເຫັນນ້ຳໃຈສາມັກຄີສະໜິດແໜ້ນລະຫວ່າງກອງທັບ, ປະຊາຊົນຂອງ 2 ປະເທດລາວ ແລະ ຫວຽດນາມ. ເນື່ອງໃນໂອກາດນີ້, ຂໍອວຍພອນໃຫ້ບັນດານັກຮົບຈົ່ງມີສຸຂະພາບແຂງແຮງ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ຍາມໃດກໍ່ສົມກັບນາມມະຍົດ: ທະຫານລຸງໂຮ່.

        ແລະກໍ່ເນື່ອງໃນໂອກາດນີ້, ໃນໄລຍະທີ່ໂລກລະບາດໂຄວິດ-19 ແຜ່ລາມຢ່າງຮ້າຍແຮງ, ຝ່າຍຫວຽດນາມ ໄດ້ມີການຊ່ວຍເຫຼືອ, ໜູນຊ່ວຍ, ມອບຂອງຂວັນໃຫ້ລາວ ເຊິ່ງແມ່ນບັນດາວັດຖຸອຸປະກອນດ້ານການແພດ, ຈັດສົ່ງຄະນະນັກຊ່ຽວຊານມາຊ່ວຍປະເທດລາວ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ເມື່ອແບ່ງປັນກັບນັກຂ່າວ VOV ກ່ຽວກັບບັນຫາດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ໃຫ້ຮູ້ວ່າ:

MV “ນາງສາວ ວຽງຈັນ” ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ - ảnh 2

 

(ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

        ແລະກໍ່ໃນອາທິດຜ່ານມາ, ເພື່ອນ ທິລາດ ຢູ່ແຂວງ ອຸດົມໄຊ ໄດ້ໂທລະສັບມາຫາລາຍການໂດຍແບ່ງປັນວ່າ: ອາທິດຜ່ານມາ, ຂ້າພະເຈົ້າໄດ້ຊົມພາບຖ່າຍສາລະຄະດີກ່ຽວກັບຫຼາຍສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ ໃນເວັບໄຊ VOV5. ໃນປີ 2019, ຂ້າພະເຈົ້າກໍ່ມາທ່ຽວຢູແຂວງ ກວາງນິງ, ແຕ່ຍັງບໍ່ທັນຄົ້ນຫາສະຖານທີ່ທ່ອງທ່ຽວໄດ້ໝົດເທື່ອ. ພາບຖ່າຍສາລະຄະດີກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ ຮະລອງ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ຕື່ມອີກກ່ຽວກັບສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດດິນແດນແຫ່ງນີ້. ຂໍຂອບໃຈທາງລາຍການ.

MV “ນາງສາວ ວຽງຈັນ” ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ - ảnh 3(MV “ນາງສາວ ວຽງຈັນ” ຈະປ່ອຍອາກາດສູ່ສາຍຕາມວນຊົນອອກໃນເດືອນ ທັນວາ 2020)

        ເພື່ອນ ມີນາ ແກ້ວມາລີວົງ, ພວມດຳລົງຊີວິດຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວກ່ຽວກັບຄຼິບສະແດງ (MV) ໃໝ່ໂດຍນັກຮ້ອງໜຸ່ມຫວຽດນາມ ເປັນຜູ້ແຕ່ງ ແລະ ສະແດງກັບຮອງອັນດັບສອງ ນາງງາມໂລກລາວ ປີ 2019 ຊະນິຕ້າ ສະແຫວງໂຊກ ແລະ ນັກຮ້ອງ ນ້ຳຝົນ ແກ້ວມະນີ ເຊິ່ງຈະປ່ອຍອອກສູ່ສາຍຕາມວນຊົນໃນໄລຍະຈະມາເຖິງ. ຂ້າພະເຈົ້າຢາກຮູ້ວ່າ MV ນັ້ນມີຊື່ຄືແນວໃດ ແລະ ມື້ໃດຈະປ່ອຍອອກສູ່ສາຍຕາມວນຊົນ.

        ເພື່ອນ ມີນາ ແກ້ວມາລີວົງ ທີ່ຮັກແພງ, ຫວ່າງມໍ່ໆມານີ້, ໃນການໄປປະຕິບັດງານຢູ່ປະເທດລາວ, ນັກດົນຕີ, ນັກຮ້ອງຫວຽດນາມ ບຸ່ຍຕ໊ວນງອັກ ໄດ້ມີຄວາມປະທັບໃຈຫຼາຍຢ່າງກ່ຽວກັບປະຊາຊົນ, ການດຳລົງຊີວິດ ແລະ ພິເສດແມ່ນ “ນາງສາວ ວຽງຈັນ” ແລະ ຈາກນັ້ນ ໄດ້ແຕ່ງບົດເພງ “ນາງສາວ ວຽງຈັນ”, ໄດ້ກາຍເປັນຂີດໝາຍທີ່ໜ້າຈົດຈຳທີ່ສຸດໃນການໄປປະຕິບັດງານຂອງນັກສຶກສາປີທີ 4 ມະຫາວິທະຍາໄລວັດທະນະທຳ, ສິລະປະກອງທັບ. ເມື່ອກັບເມືອຫວຽດນາມ, ດ້ວຍຄວາມຮັກພິເສດ ແລະ ນ້ຳໃຈຂອງ ຕວ໊ນງອັກ ທີ່ມີຕໍ່ປະເທດ ແລະ ຊາວລາວ, ຕວ໊ນງອັກ ໄດ້ຕັດສິນໃຈຖ່າຍ MV “ນາງສາວ ວຽງຈັນ” ເພື່ອເປັນຂອງຂວັນມອບໃຫ້ບັນດາເພື່ອນຂອງຕົນຢູ່ປະເທດ ລ້ານຊ້າງ, ດ້ວຍການຮ່ວມສົມທົບພິເສດກັບຮອງອັນດັບສອງນາງງາມໂລກລາວ ປີ 2019 ຊະນິຕ້າ ສະແຫວງໂຊກ, ນັກຮ້ອງ ນ້ຳຝົນ ແກ້ວມະນີ (ຄະນະນັກສິລະປະກອນກອງທັບລາວ), ພ້ອມກັບປະຊາຄົມນັກສຶກສາລາວ ທີ່ຮຽນຢູ່ຫວຽດນາມ. “ນາງສາວ ວຽງຈັນ” ແມ່ນຂອງຂວັນທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (02 ທັນວາ 1975 – 02 ທັນວາ 2020) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13 ທັນວາ 1920 – 13 ທັນວາ 2020).

        ດ້ວຍນ້ຳໃຈ, ຄວາມເຄົາລົບ, ຄວາມສຸດຈິດສຸດໃຈເຊິ່ງ ບຸ່ຍຕ໊ວນງອັກ ແລະ ເພື່ອນຮ່ວມງາມໄດ້ຖ່າຍຄຼິບ ສ້າງເປັນ MV ນັ້ນ, ໄດ້ເປັນການປະກອບສ່ວນຢືນຢັນວ່າ ໄວໜຸ່ມໃນມື້ນີ້ຍາມໃດກໍ່ມີຄວາມເຄົາລົບຕໍ່ມູນເຊື້ອສາຍພົວພັນສາມັກຄີລະຫວ່າງ 2 ປະເທດຫວຽດນາມ - ລາວ, ຍາມໃດກໍ່ປົກປັກຮັກສາ ເພີ່ມພູນຄູນສ້າງສາຍພົວພັນອັນສູງສົ່ງນັ້ນໃຫ້ຂຽວສົດງົດງາມໄປຊົ່ວກາລະນານ. ຕາມການຄາດຄະເນ, MV “ນາງສາວ ວຽງຈັນ” ຈະປ່ອຍອາກາດສູ່ສາຍຕາມວນຊົນອອກໃນເດືອນ ທັນວາ 2020 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ