VOV Media: ຮູບການການອອກອາກາດໃຫມ່ຂອງວິທະຍຸກະຈາຍສຽງຫວຽດນາມ.

(VOVWORLD) -ນີ້ແມ່ນຊອບແວໃຫມ່ເພື່ອຊ່ວຍໃຫ້ຜູ້ຟັງ, ຜູ້ອ່ານ ສາມາດຮັບຟັງ, ຊົມ ແລະ ອ່ານ ບັນດາລາຍການກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ; ຮັບຟັງລາຍການດົນຕີຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ໃນທຸກບ່ອນທຸກເວລາ ຜ່ານ ໂທລະສັບມືຖື, Ipad ທີ່ເຊື່ອມຕໍ່ Wifi, 3G, 4G. ຊອບແວ ນີ້ທ່ານສາມາດ ດາວໂຫລດ ໄດ້ໃນລະບົບ IOS ແລະ Android.
VOV Media: ຮູບການການອອກອາກາດໃຫມ່ຂອງວິທະຍຸກະຈາຍສຽງຫວຽດນາມ. - ảnh 1 ພາບປະກອບ

 

ສຳລັບລາຍການຕ່າງໆ ຜ່ານຊອບແວ VOV Media ລວມມີ:

 

1. ຟັງ, ຊົມອອນລາຍບັນດາລະບົບລາຍການກະຈາຍສຽງ, ໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ:

-  VOV 1: ລະບົບກະຈາຍສຽງລາຍການສະຖານະການການເມືອງ ແລະ ຂ່າວທົ່ວໄປ

-  VOV 2: ລະບົບກະຈາຍສຽງລາຍການ ວິທະຍາສາດການສຶກສາ ວັດທະນະທຳ ສັງຄົມ

-  VOV 3:  ລະບົບກະຈາຍສຽງ ລາຍການດົນຕີ ແລະ ບັນເທິງ

-  VOV4: ລະບົບກະຈາຍສຽງພາກພາສາຊົນເຜົ່າ ລວມມີ 12 ພາສາ

-  VOV 5:  ລະບົບກະຈາຍສຽງພາກພາສາຕ່າງປະເທດ ລວມມີ 11 ພາສາຕ່າງປະເທດ ແລະ ພາສາຫວຽດສະຫງວນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດຮູ້ພາສາຫວຽດນາມ.

-  ຊ່ອງ FM 24/7

-  VOV ຄົມມະນາຄົມ

-  ຊ່ອງ FM 89: ຊ່ອງລາຍການສຸຂະພາບ ແລະ ຄວາມປອດໄພດ້ານອາຫານ

-  VOVTV: ຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ

-  VTV1: ຊ່ອງໂທລະພາບດີຈີຕອນVTC

2. ຊ່ອງລາຍການດົນຕີດ້ວຍຫລາຍປະເພດດົນຕີຄື: ຂັບກາຈູ, ຂັບແຈ່ວ, ເພງພື້ນເມືອງພາກເຫນືອ, ພາກໃຕ້, ຂັບກວານຫໍ້ ແລະອື່ນໆ.

 3. ອ່ານຂ່າວຫລ້າສຸດທາງອອນລາຍຜ່ານບັນດາຫນ້າເວັບຂອງວິທະຍຸກະຈາຍສຽງຫວຽດນາມ

VOV Media: ໂລກແຫ່ງດົນຕີ ແລະ ພາບ ໃນມືຂອງທ່ານ

 

ຕອບກັບ

ຂ່າວ/ບົດ​ອື່ນ