“VOV Media” ແນະນຳບັນດາລາຍການກະຈາຍສຽງ, ໂທລະພາບ ແລະ ສື່ເອເລັກໂຕນິກຂອງ VOV ໃຫ້ບັນດາທ່ານຜູ້ຊົມ, ຜູ້ຟັງ

(VOVWORLD) -ເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການສຳຜັດກັບຂໍ້ມູນຂ່າວຂອງທ່ານຜູ້ຊົມ, ຜູ້ຟັງດ້ວຍຫລາຍຮູບການທີ່ແຕກຕ່າງກັນ, ເມື່ອບໍ່ດົນມານີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຜັນຂະຫຍາຍ, ອັບເດັດຊອບແວ OTT “VOV Media” ດ້ວຍຄຸນປະໂຫຍດຫລາຍຢ່າງ.
“VOV Media” ແນະນຳບັນດາລາຍການກະຈາຍສຽງ, ໂທລະພາບ ແລະ ສື່ເອເລັກໂຕນິກຂອງ VOV ໃຫ້ບັນດາທ່ານຜູ້ຊົມ, ຜູ້ຟັງ - ảnh 1(ພາບປະກອບ)

ສຳລັບ “VOV Media” ລຸ້ນໃໝ່ ບັນດາທ່ານຜູ້ຊົມ, ຜູ້ຟັງຂອງວິທະຍຸກະຈາຍສຽງ ຫວຽດນາມ ສາມາດຮັບຟັງຄືນບັນດາລາຍການກະຈາຍສຽງ, ຈັດຕາຕະລາງຟັງບັນດາລາຍການໄດ້ຮັບຄວາມນິຍົມ, ສົ່ງຂໍ້ຄວາມສະແດງຄວາມນິຍົມຕໍ່ບັນດາລາຍການມ່ວນທີ່ໄດ້ ແລະ ຈະອອກອາກາດ, ບັນທຶກບັນດາລາຍການອອກອາກາດໄວ້ ຫຼື ບົດເພງໄດ້ຮັບຄວາມນິຍົມ.        ສຳລັບ “VOV Media”, ທ່ານຜູ້ຟັງສາມາດຮັບຟັງບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ຜ່ານຊ່ອງ VOV1 ຫາ VOV5, ແລະ ບັນດາລາຍການທ້ອງຖິ່ນ, ບັນດາລາຍການກະຈາຍສຽງສະເພາະຜ່ານຊ່ອງ: VOVGT, VOVFM89, MEKONG ໂດຍບໍ່ເສຍຄ່າ. ນອກຈາກຮັບຟັງລາຍການ Online, “VOV Media” ຍັງແນະນຳໃຫ້ທ່ານຜູ້ຊົມ, ຜູ້ຟັງ 2 ຊ່ອງໂທລະພາບ ນັ້ນແມ່ນ VTC1 ແລະ VOVTV ນີ້ແມ່ນ 2 ຊ່ອງໂທລະພາບທີ່ແທດຈິງ ສາມາດຊ່ວຍທ່ານຜູ້ຊົມ, ຜູ້ຟັງອັບເດັດຂໍ້ມູນຂ່າວສານຢ່າງສະດວກສະບາຍ

        “VOV Media” ໃໝ່ມີຄວາມດູດດື່ມ ແລະ ສະໜິດສະໜົມກັບຜູ້ນຳໃຊ້. ມາຮອດປັດຈຸບັນ, ຊອບແວ ແລະ ລະບົບເຄື່ອງເຄື່ອນໄຫວດີ, ແນະນຳບັນດາລາຍການກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ ແລະ ຊ່ອງດົນຕີພິເສດສະເພາະຂອງວິທະຍຸກະຈາຍສຽງ ຫວຽດນາມ ເພື່ອຮັບໃຊ້ໃຫ້ບັນດາເປົ້າໝາຍເປັນສາມັນຊົນທີ່ນຳໃຊ້ໂທລະສັບມືຖື Smartphone.

        ເພື່ອຮັບໃຊ້ຊອບເວ “VOV Media”, ພວກເພື່ອນສາມາດເຂົ້າ CH Play (ສຳລັບລະບົບ Android) ຫຼື App Store (ສຳລັບລະບົບ IOS) ເພື່ອ Download, ຕິດຕັ້ງ ແລະ ຮັບຊົມບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ