ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບເລື່ອງກະກຽມຈັດປີສາມັກຄີມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ 2022

(VOVWORLD) -ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ແທນ ລາວ ທີ່ເຂົ້າຮ່ວມໄດ້ເປັນເອກະພາບຮັບຮອງເອົາແຜນການຈັດພິທີສະເຫຼີມສະຫຼອງດັ່ງກ່າວ, ໃນນັ້ນໄດ້ກຳນົດ 8 ການເຄື່ອນໄຫວໃຫຍ່
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 423 ສະບັບແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດແລະເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວໄດ້ຮັບຈົດໝາຍ, ອີເມວ 13 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນສີສະມຸດ, ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ, ໄດ້ສົ່ງຄຳຢື້ຢາມຖາມຂ່າວມາຫາລາຍການພາກພາສາລາວແລະໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຟັງຂ່າວ/ບົດ ພາກພາສາ ລາວ ແລະ ອ່ານຂ່າວ ໂດຍໄດ້ຮູ້ວ່າ, ສະພາບໂລກລະບາດໂຄວິດໄດ້ສົ່ງຜົນສະທ້ອນຫຼາຍຢ່າງເຖິງການຮ່ຳຮຽນຂອງພວກນ້ອງນັກຮຽນ, ຂ້າພະເຈົ້າຫວັງວ່າສະພາບການໂລກລະບາດຢູ່ ຫວຽດນາມ ຈະໄດ້ຮັບການຄວບຄຸມໂດຍໄວເພື່ອໃຫ້ພວກນ້ອງນັກຮຽນສືບຕໍ່ໄດ້ໄປໂຮງຮຽນ.

ສ່ວນເພື່ອນຄຳຫຼ້າ, ຢູ່ນະຄອນຫຼວງວຽງຈັນ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດໃນປີ 2021. ເພື່ອນໃຫ້ຮູ້ວ່າ ຕົນເອງມີຄວາມນິຍົມນັບຖືຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຊາວ ຫວຽດນາມ ທີ່ສຸດ, ບໍ່ຈຳແນກການປະພຶດແລະບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໂດຍສະເພາະການແຜ່ລະບາດ ຢ່າງຮ້າຍແຮງຢູ່ ຫວຽດນາມ, ພິເສດແມ່ນຢູ່ນະຄອນຫຼວງ ຮ່າໂນ້ຍ .

ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບເລື່ອງກະກຽມຈັດປີສາມັກຄີມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ 2022 - ảnh 1(ເວັບໄຊພາກພາສາລາວ VOV5)

ເພື່ອນ ແສງດວງໃຈ, ຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ໃນໂອກາດບຸນເຕັດ ຫວຽດນາມ, ບັນດາລາຍການກະຈາຍສຽງພິເສດຂອງພວກເພື່ອນທີ່ກ່ຽວຂ້ອງເຖິງບຸນເຕັດແມ່ນເປັນໜ້າປະທັບໃຈຫຼາຍ ແລະ ຜ່ານນັ້ນ ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບການຕ້ອນຮັບບຸນເຕັດຂອງພວກເພື່ອນຫຼາຍກວ່າ.

ເພື່ອນ ພັນທະວົງ, ຢູ່ແຂວງ ວຽງຈັນ ໄດ້ແບ່ງປັນທາງ Faceebok ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ອ່ານຂ່າວໃນເວັບໄຊພາກພາສາລາວ VOV5 ແລະ ໄດ້ຮູ້ ວ່າ ຮອດເດືອນ ມີນາ 2022 ນີ້ ຫວຽດນາມ ຈະເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບບັນດາຂໍ້ກຳນົດຂອງ ຫວຽດນາມ ເມື່ອຕ້ອນຮັບນັກທ່ອງທ່ຽວຊາວຕ່າງປະເທດ.

ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບເລື່ອງກະກຽມຈັດປີສາມັກຄີມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ 2022 - ảnh 2 ຄາດວ່າ ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນແຕ່ວັນທີ 15 ມີນາ
(ພາບປະກອບອີນເຕີເນັດ)

ເພື່ອນ ພັນທະວົງ ທີ່ຮັກແພງ! ຫວ່າງມໍ່ໆມານີ້, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໄດ້ໃຫ້ຂໍ້ມູນກ່ຽວກັບບັນດາຈຸດໃໝ່ສຸດໃນແຜນການຕ້ອນຮັບນັກທ່ອງທ່ຽວສາກົນ, ເຊິ່ງຄາດວ່າຈະເລີ່ມປະຕິບັດແຕ່ວັນທີ 15 ມີນາ. ໃນນັ້ນກຳນົດວ່າ, ນັກທ່ອງທ່ຽວສາກົນສາມາດມາ ຫວຽດນາມ ດ້ວຍທາງບົກ, ທາງທະເລ ແລະ ທາງການບິນ. ກ່ຽວກັບຂໍ້ກຳນົດເຂົ້າເມືອງ, ນັກທ່ອງທ່ຽວມີອາຍຸນັບແຕ່ 12 ປີຂຶ້ນໄປຕ້ອງມີໃບຢັ້ງຢືນສັກວັກຊິນກັນໂຄວິດ-19 ຢ່າງຄົບຖ້ວນ ຫຼື ໃບຢັ້ງຢືນການປິ່ນປົວພະຍາດໂຄວິດ-19 . ຜົນການວິໄຈຕ້ອງ ເປັນລົບກັບເຊື້ອໄວຣັດ nCoV, ແຕ່ກໍ່ຮັບຮູ້ວິທີວິໄຈໃຫ້ຜົນໄວໃນຮອບເວລາ 24 ຊົ່ວໂມງ ແລະ ວິໄຈ TP-PCR ໃນຮອບເວລາ 72 ຊົ່ວໂມງ ກ່ອນທີ່ອອກເດີນທາງ.

ພາຍຫຼັງເຂົ້າເມືອງ, ນັກທ່ອງທ່ຽວເດີນທາງດ້ວຍສາຍການບິນແມ່ນວິໄຈຢູ່ເຂດທີ່ຜັກອາໄສ ແລະ ຮັບຜົນການວິໄຈໃນຮອບເວລາ 24 ຊົ່ວໂມງ. ສຳລັບແຂກທ່ອງທ່ຽວມາ ຫວຽດນາມ ດ້ວຍທາງບົກ ຈະວິໄຈໃຫ້ຜົນໄວຢູ່ດ່ານຊາຍແດນ. ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 12 ປີ, ຜູ້ເຖົ້າຜູ້ແກ່ທີ່ມີອາຍຸ 65 ປີຂຶ້ນໄປທີ່ຍັງບໍ່ທັນໄດ້ສັກວັກຊິນກໍ່ສາມາດເຂົ້າເມືອງ ຫວຽດນາມ ໄດ້, ແຕ່ຕ້ອງມີຜູ້ປົກຄອງໄປນຳ ແລະ ຕ້ອງໄດ້ກວດເຊື້ອໂຄວິດ ແລະ ຊື້ປະກັນສຸຂະພາບ. ພາຍຫຼັງຜົນກວດ ເປັນລົບ, ສາມາດໄປທ່ອງທ່ຽວໄດ້ຢ່າງເສລີ, ກໍລະນີ ຜົນກວດເປັນບວກ ຈະຖືກແຍກຕົວ ແລະ ປິ່ນປົວ.

ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບເລື່ອງກະກຽມຈັດປີສາມັກຄີມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ 2022 - ảnh 3ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລະຫວ່າງລາວ - ຫວຽດນາມ; ຫວຽດນາມ - ລາວ
(ພາບ: Pasaxon)

ເພື່ອນ ຄຳມອນ ວິລາວັນ, ນັກສຶກສາໂຮງຮຽນ T80 ເຊີນໄຕ, ຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຍິນຂ່າວວ່າ ຝ່າຍ ລາວ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລະຫວ່າງລາວ - ຫວຽດນາມ;ຫວຽດນາມ - ລາວ 2022. ຂ້າພະເຈົ້າຢາກ ຮູ້ແຈ້ງກວ່າກ່ຽວກັບການກະກຽມການເຄື່ອນໄຫວຕົ້ນຕໍ.

ເພື່ອນ ຄຳມອນ ວິລາວັນ ທີ່ຮັກແພງ! ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມສຳມະນາປຶກສາຫາລືກ່ຽວກັບເລື່ອງກະກຽມຈັດປີສາມັກຄີມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ 2022. ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ແທນ ລາວ ທີ່ເຂົ້າຮ່ວມໄດ້ເປັນເອກະພາບຮັບຮອງເອົາແຜນການຈັດພິທີສະເຫຼີມສະຫຼອງດັ່ງກ່າວ, ໃນນັ້ນໄດ້ກຳນົດ 8 ການເຄື່ອນໄຫວໃຫຍ່ ລວມມີ:

-     ທີ 1: ບັນດາວຽກງານກ່ຽວຂ້ອງເຖິງພິທີໄຂ, ປິດປີສາມັກຄີມິດຕະພາບ ລາວ ຫວຽດນາມ; ຫວຽດນາມ -ລາວ 2022.

-     ທີ 2: ຈັດການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາຄະນະ, ຂະແໜງການຂັ້ນສູນກາງແລະທ້ອງຖິ່ນຂອງ 2 ປະເທດແລະການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.

-     ທີ 3: ຈັດງານຊຸມນຸມມິດຕິງຄັ້ງຕ່າງໆ (ວັນທີ 18 ກໍລະກົດ 2022)

-     ທີ 4: ແລກປ່ຽນສານຊົມເຊີຍຂອງການນຳຂັ້ນສູງທຸກຂັ້ນ.

-     ທີ 5: ແລກປ່ຽນການສະແດງວັນນະຄະດີ, ສິລະປະ, ວັດທະນະທຳ, ການສຶກສາແລະກິລາ.

-     ທີ 6: ບັນດາການເຄື່ອນໄຫວເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ.

-     ທີ 7: ຈັດການເຄື່ອນໄຫວໃນຂົງເຂດແນະນຳ, ໂຄສະນາທາງ ສື່ມວນຊົນ, ການຕອບສຳພາດອອກວິທະຍຸ, ໂທລະພາບແລະບັນດາຮູບແບບອື່ນໆ.

-     ທີ 8: ຈັດການຍ້ອງຍໍຊົມເຊີຍ (ປະດັບຫຼຽນກາ, ຫຼຽນໄຊຫຼາຍປະເພດ).

ຕອບກັບ

ຂ່າວ/ບົດ​ອື່ນ