ການຕອບຄຳຖາມທີ່ທ່ານຜູ້ຟັງຜູ້ອ່ານ ມີຄວາມສົນໃຈ

    ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ໄດ້​ຝາກ​ມາ​​ລາຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

ໃນອາທິດທີ່ຜ່ານມາ, ພວກເຮົາໄດ້ຮັບຈົດໝາຍຈາກ​ເພື່ອ​ນ ອາວ​ອນ ຈິດ, ​ແສງ​ອາ​ລຸນ, ພະນັກງານ​ອົງການ​ຊາວ​ໜຸ່ມ​ແຂວງ​ວຽງ​ຈັນ ​ໂດຍ​ໄດ້​ເວົ້າວ່າ: ​ໃນ​ເດືອນ 6 ນີ້, ຫວຽດນາມ​ ສະ​ເຫຼີ​ມສະຫຼອງ ​ວັນ​ສື່​ມວນ​ຊົນ, ​​ແຕ່​ເພື່ອນ​ບໍ່​ຮູ້​ໄດ້​​ວ່າ ນັ້ນ​ແມ່ນ​ວັນ​ໃດ, ​ແລະ ປີ​ນີ້​ຫວຽດນາມ​ ຈັດພິທີລະນຶກ​ວັນ​ສື່​ມວນ​ຊົນ​ປະຕິວັດຄົບຮອບ​ຈັກ​ປີ ​ແລະ ​ແຕ່ລະ​ປີ, ວັນ​ບຸນ​ນີ້​ເຄີຍ​ຈັດຕັ້ງຂຶ້ນ​ຄື​ແນວ​ໃດ?


ການຕອບຄຳຖາມທີ່ທ່ານຜູ້ຟັງຜູ້ອ່ານ ມີຄວາມສົນໃຈ - ảnh 1

(ພາບ:vietnamplus.vn)

   ອາວ​ອນຈິດ, ​ແສງ​ອາ​ລຸ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານທີ່​ຮັກ​ແພງ, ວັນ​ທີ 21/6/1925, ໜັງສືພິມ​ຊາວ​ໜຸ່ມ ​ໂດຍ​ປະທານ​ໂຮ່ຈິ​ມິນ ​ສ້າງຕັ້ງຂຶ້ນ​ໄດ້​ລົງ​ພິມສະບັບ​ທຳ​ອິດ, ຊື່​ງ​ເປັນ​ຂີ​ດໝາຍ​ແຫ່ງ​ການ​ສ້າງຕັ້ງ​ພື້ນຖານ​ສື່​ມວນ​ຊົນ​ຫວຽດນາມ. ​​ເພື່ອ​ຈົດ​ຈຳ​ບຸນ​ຄູນ​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ໄດ້​ສ້າງຕັ້ງພື້ນ ຖານ​ສື່​ມວນ​ຊົນ​ຫວຽດນາມ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຕົກລົງຖື​ວັນທີ 21/6 ​ແມ່ນ​ວັນ​ສື່​ມວນ​ຊົນ​ການ​ປະຕິວັດຫວຽດນາມ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ສື່​ມວນ​ຊົນ​​ປະຕິວັດ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ສື່​ມວນ​ຊົນ, ຂອງ​ນັກ​ຂ່າວ​ຕໍ່​ສັງຄົມ. ປີ 2012 ​ນີ້, ຫວຽດນາມ ສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​​ປະຕິວັດ. ​​ວັນ​ທີ 21/6 ຂອງ​ທຸກ​ປີ, ​ຫວຽດນາມ ​ເຄີຍ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຈັດ​ພິທີ​ມອບ​ລາງ​ວັນ​ສື່ມວນ​ຊົນ​ລະດັບ​ຊາດ, ຈັດການ​ພົບ​ປະ​ສ້າງສັນ, ກອງ​ປະຊຸມ​ສຳ​ມະ​ນາ​ວິຊາ​ສະ​ເພາະ, ພິທີ​ເຊີດ​ຊູ​ບັນດາ​ນັກ​ຂ່າວ​ທີ່​ມີ​ການ​ປະກອບສ່ວນ ຫຼາຍ​ຢ່າງ​ເຂົ້າ​ໃນການ​ພັດທະນາ​​ພື້ນຖານສື່​ມວນ​ຊົນ​​ປະຕິວັດຫວຽດນາມ, ຈັດການ​ເສັງ​ຊອກ​ຮູ້​ປະຫວັດສາດ​ສື່​ມວນ​ຊົນ…..

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ອີ​ແມວ ​ແລະ ​ໂທລະສັບ​ຂອງ​ຜູ້​ຟັງຜູ້​ອ່ານຫຼາຍ​ທ່ານ ​ເຊິ່ງ​ໃຫ້​ຮູ້​ວ່າ, ພວກ​ເພື່ອນ​ມັກ​ລາຍການ​ຊົນນະບົດ​ໃໝ່ ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ທີ່​ສຸດ, ຜ່ານ​ນັ້ນ, ພວກ​ເພື່ອນ​ສາມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ນະ​ໂຍບາຍກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ. ​ເພື່ອນ​ຄຳ​ສິງ ຢູ່​ມະຫາວິທະຍາ​ໄລ​ກຳມະບານ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: ​ເພື່ອ​ນ ມັກ​ບັນດາ​ບົດ​​ທີ່ອອກ​ອາກາດ​ໃນ​​ໄລຍະມໍ່​ມາ​ນີ້​ທີ່​ສຸດ​ຄື: ບົດ “​ໂຄສະນາ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ​ນິງບິງ“ “ອ່າ​ນຢາງ​ປະສົບ​ຜົນສຳ​ເລັດ​​ໃນ​ການ​ກໍ່ສ້າງ​ຮູບ​ແບບ​ທົ່ງ​ນາ​ໃຫ່ຍ“…. ​ເພື່ອນ​ຄຳ​ສິງ ​ແລະ ທ່ານ​ຜູ້​ຟັງຜູ້​ອ່ານ​ທີ່ຮັກ​ແພງ, ພວກ​ເພື່ອນ​ສາມາດ​ຮັບ​ຟັງ ​ແລະ ອ່ານ​ຄືນບັນດາ​ລາຍການ, ບົດ​ທີ່​ທ່ານ​ສົນ​ໃຈໃນ​​ເວັບ​ໄຊ vovwolld.vn. ​ໄດ້​ຕາມ​ສະບາຍ

   ທ່ານ​ດຣ ສົມ​ພອນ ​ສີ​ຈະ​ເລີ​ນ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ກໍ່​ແມ່ນ​ຜູ້​ທີ່​ເຄີຍ​ຮັບຟັງ ​ແລະ ​​ອ່ານ​ເວ​ບ​ໄຊ້ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ​ເປັນ​ປະຈຳ, ທ່ານ​ຕີ​ລາຄາ​ສູງຄຸນ​ນະພາ​ບ​ດ້ານ​ເນື້ອ​ໃນ​ຂອງ​ລາຍການ​ທີ່​ສຸດ:

ສຽງ​ທ່ານ​ສົມ​ພອນ



ສຸດ​ທ້າຍພວກ​ເຮົາ​ຂໍ​ຕອບ​ຄຳ​ຖາມ​ຂອງ​​ເພື່ອນ​ຟົງຫຼໍ່, ຄຳ​ແພງ ຢູ່​ແຂວງ​ໄຊ​ຍະ​ບູລີ ​ແລະ ​ເພື່ອນ ​ສຸດ​ທະ​ສອນ​ ຢູ່ແຂວງ​ວຽງ​ຈັນ ຊື່​ງຢາກ​ຮູ້​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ​ອຽນ​ບາຍ ຂອງ​ຫວຽດນາມ ​ແລະ ​ແຂວງ​ຂອງ​ຕົນ. ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ​ຕາມ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ແຂວງ​ອຽນ​ບາຍ ຂອງ​ຫວຽດນາມ ​ແລະ ສອງ​ແຂວງຂອງ​ລາວ​ ຄື​ແຂວງ​ວຽງ​ຈັນ ​ແລະ ​ໄຊຍະ​ບູລີ​ ​ແລ້ວ, ​ແຂວງ​ອຽນ​ບາຍ ສະຫງວນ​ການ​ຊ່ວຍ​​ເຫຼືອ​ພິ​ເສດ​ໃນ​ບັນດາ​ຂົງ​ເຂດການ​ສຶກສາ, ສາທາລະນະ​ສຸກ, ບຳລຸງ​ສ້າງ​ຖັນ​ແຖວພະນັກງານ ​ແລະ ນັກຮຽນ​ຂອງ​ສອງ​ແຂວງໄປ​ຮຽນ​ຢູ່​ອຽນ​ບາຍ. ລະອຽດ​ຄື: ​ໃນ​ປີ 2012, ອຽນ​ບາຍ ຈະ​ໜູນ​ຊ່ວຍ​ຈຳນວນ​ເງິນ​ເກືອບ 1 ຕື້​ດົ່ງ​ໃຫ້​ແກ່​ໂຄງການ​ຮ່ວມ​ມື​ລະຫວ່າງ​ແຂວງ​ອຽນ​ບາຍ ​ກັບ ແຂວງ​ວຽງ​ຈັນ ​ແລະ ​ໄຊຍະ​ບູລີ​. ຈຳນວນ​ເງິນ​ດັ່ງກ່າວ​​ແມ່ນເພື່ອ​ຊື້​ເຄື່ອງ​ວັດຖຸ​ອຸປະກອນການ​ຮ່ຳຮຽນ​ໃຫ້​ແກ່​ນັກຮຽນ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ແຂວງ​ວຽງ​ຈັນ ​ແລະ ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ກໍ່ສ້າງ​ໂຮງໝໍ​ຢູ່​ແຂວງ​ໄຊ​ຍະ​ບູລີ. ພ້ອມ​ກັນນັ້ນ, ​ແຂວງອຽນ​ບາຍ​ ຍັງ​ສືບ​ຕໍ່​ບຳລຸງ​ສ້າງ​​ນັກຮຽນ​ປະມານ 70 ຄົນຂອງສອງ​ແຂວງ​ດັ່ງກ່າວ ​ມາ​ຮຽນ​ພາສາ​ຫວຽດ ຢູ່​ແຂວງ​ອຽນ​ບາຍ. ທາງ​ແຂວງ​ກໍ່​ຈະ​ສົ່ງ​ພະນັກງານ ຄູ​ອາຈານ​ໄປ​ຮຽນ​ພາສາ​ລາວ ​ແລະ ສອນ​ພາສາ​ຫວຽດ ​ໃຫ້​ແກ່​ພະນັກງານ, ນັກຮຽນ​ຂອງ​ແຂວງ​ວຽງ​ຈັນ ກໍ່​ຄື​ຮັບ​ພະນັກງານ​ໄປ​ຝຶກ​ອົບຮົມ, ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ຫຼັກ​ອະນາ​ໄມ​ດ້ານສະບຽງ​ອາຫານ ​ແລະ ຊັບ​ພະຍາ​ກອນ​ສິ່ງ​ແວດ​ລ້ອມ.


ການຕອບຄຳຖາມທີ່ທ່ານຜູ້ຟັງຜູ້ອ່ານ ມີຄວາມສົນໃຈ - ảnh 2

ການ​ນຳ​ແຂວງ​ອຽນ​ບາຍ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ວຽງ​ຈັນ ​ແລະ ​ໄຊຍະ​ບູລີ​

(ພາບ:baoyenbai.com.vn)

     ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາ​ແມ່ນການ​ຕອບ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຟາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈຽວ​ຮ່າ​ໂນ້ຍ- ​​ເບີໂທ: 04.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ!

 



ຕອບກັບ

ຂ່າວ/ບົດ​ອື່ນ